ເຊກອງຂຸ້ນຂ້ຽວປັກດຳນາແຊງໃຫ້ສຳເລັດໃນຕົ້ນເດືອນມີນາ
*(ຂປລ): ພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ໄດ້ລາຍງານໃຫ້ຮູ້ວ່າ: ການປັກດຳນາແຊງຂອງກະສິກອນໃນທົ່ວແຂວງປີນີ້ ມີຄວາມຫລ້າຊ້າກວ່າປີຜ່ານ ມາ ເນື່ອງຈາກວ່າສະພາບການຜະລິດ ຂອງແຕ່ ລະເມືອງ ແລະ ແຕ່ລະເຂດມີເງື່ອນໄຂແຕກຕ່າງກັນ ບາງເຂດກໍລໍຖ້າການສ້ອມແປງລະບົບຊົນລະປະທານ ທີ່ ໄດ້ຮັບຜົນກະທົບຈາກລົມພາຍຸເກດສະໜາ ບາງເຂດກໍລໍຖ້າແນວພັນ, ມາຮອດປະຈຸບັນ ພະນັກງານວິຊາການໄດ້ລົງຊຸກຍູ້ຂົນຂວາຍການ ປັກດຳນາແຊງຢ່າງ ຕໍ່ ເນື່ອງ ແລະ ສາມາດປະຕິບັດໄດ້ແລ້ວ 87% ຂອງເນື້ອທີ່ ທີ່ໄດ້ ກະກຽມ 833 ເຮັກຕາ ຄາດວ່າຈະໃຫ້ປັກດຳສຳເລັດ 100% ໃນຕົ້ນເດືອນມີນານີ້. ຕາມບົດລາຍງານປະຈຳເດືອນກຸມພາ 2010 ຂອງພະແນກກະສິກຳ-ປ່າໄມ້ ແຂວງເຊກອງ ໃຫ້ຮູ້ວ່າ: ປີນີ້ ແຂວງເຊກອງ ມີແຜນການສູ້ຊົນຜະລິດເຂົ້ານາແຊງ ໃຫ້ໄດ້ໃນເນື້ອທີ່ 850 ເຮັກຕາ, ພາຍຫລັງມີການຫ້າງຫາກະກຽມມາແຕ່ທ້າຍເດືອນທັນວາ 2009 ມາຮອດປະຈຸບັນ ການຕົກກ້າສຳເລັດ 100% ໝົດແນວປູກ 59.500 ກິໂລ, ກຽມດິນສຳເລັດ 98% ແລະ ປັກດຳສຳເລັດ 87% ຂອງເນື້ອທີ່ 833 ເຮັກຕາ ແລະ ຄາດຄະເນຜົນຜະລິດ 4,5 ໂຕນຕໍ່ເຮັກຕາ. ມາຮອດປະຈຸບັນ ການປັກດຳເຂົ້ານາແຊງ ທີ່ສາມາດປະຕິບັດໄດ້ຕົວຈິງໃນ 4 ເມືອງ ຄື: ເມືອງລະມາມ 543 ເຮັກຕາ, ປັກດຳສຳເລັດແລ້ວ 87%, ເມືອງທ່າແຕງ 70 ເຮັກຕາ, ປັກ ດຳສຳເລັດແລ້ວ 95%, ເມືອງດາຈຶງ 149 ເຮັກຕາ, ປັກດຳສຳເລັດແລ້ວ 85%, ເມືອງກະລຶມ 71 ເຮັກຕາ ປັກດຳສຳເລັດ 100%./.
ກັບສາລະບານ