ຂ່າວພາຍໃນປະເທດ
 

 

ຄົນເຈັບພະຍາດຈິດ ໄດ້ຮັບການປິ່ນປົວ

*(ຂປລ): ໃນປີ 2009 ຜ່ານມາ ການຈັດຕັ້ງປະຕິບັດໂຄງການສຸຂະພາບຈິດຊຸມຊົນ ແລະ ການພັດ ທະນາ ຢູ່ 7 ຕົວເມືອງຂອງນະຄອນຫລວງວຽງຈັນ ແມ່ນໄດ້ ຮັບຜົນສຳເລັດເປັນກ້າວໆ ຊຶ່ງໄດ້ສະແດງອອກ ເຖິງ ຄົນເຈັບພະຍາດຈິດ ຈຳນວນ 714 ຄົນ, ຍິງ 430 ຄົນ ໄດ້ຮັບການປິ່ນປົວ, ໃນນີ້ມີ 647 ຄົນມີອາ ການ ດີ ຂຶ້ນຕາມລຳດັບ, ຈຳນວນ 404 ຄົນສາມາດຊ່ວຍວຽກຄອບຄົວ ແລະ ປະກອບອາຊີບ ໃນສັງຄົມ ຢ່າງເປັນ ປົກກະຕິ ອັນ ເຮັດໃຫ້ສະພາບໃນຊຸມຊົນເປົ້າໝາຍ ມີ ຄວາມສະຫງົບໂດຍພື້ນຖານ.
ທ່ານ ດຣ. ຈັນທາຣາວາດີ ຈຸລາມະນີ, ຜູ້ຈັດການໂຄງການສຸຂະພາບຈິດຊຸມຊົນ ແລະ ການພັດ ທະ ນາ ໄດ້ລາຍງານຕໍ່ກອງປະຊຸມທວນຄືນປະຈຳປີ 2009 ແລະ ວາງແຜນການປີ 2010 ກ່ຽວກັບ ໂຄງການ ສົ່ງເສີມ ສຸຂະພາບຈິດຊຸມຊົນ ແລະ ການພັດທະນາດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ແມ່ນໂຄງການໜຶ່ງ ໃນດ້ານ ສຸຂະພາບຈິດ ທີ່ໄດ້ຮັບທຶນຊ່ວຍເຫລືອລ້າຈາກກົມເພື່ອພັດທະນາລະຫວ່າງຊາດ ຂອງກະຊວງການ ຕ່າງປະເທດ ອັງກິດ ໂດຍຜ່ານອົງການເບຊິກນິດ ແຫ່ງປະເທດອັງກິດ ພາຍໃຕ້ການຊີ້ນຳຢ່າງໃກ້ຊິດ ຂອງ ກົມ ປິ່ນປົວ ກະຊວງສາທາລະນະສຸກ ແລະ ການຮ່ວມມືຂອງພະແນກສາທາລະນະສຸກ ນະຄອນຫລວງ ວຽງ ຈັນ ໂດຍໂຄງ ການໄດ້ເລັງໃສ່ຖ່າຍທອດວິຊາການບຳບັດ ແລະ ປິ່ນປົວພະຍາດຈິດ ໃຫ້ພະນັກງານໂຮງ ໝໍ ເມືອງ ນັບຕັ້ງແຕ່ ການສຳພາດ, ການກວດ ສະພາບຈິດ, ການບົ່ງມະຕິພະຍາດ, ການວາງຢາ ແລະ ການ ໃຫ້ ຄຳປຶກສາແກ່ຄົນ ເຈັບ ພ້ອມກັນນັ້ນ ກໍໄດ້ສ້າງຖັນແຖວ ແລະ ຝຶກອົບຮົມອາສາສະໝັກ ໃນຊຸມ ຊົນ, ສ່ວນໃນດ້ານການພັດທະນາ ນັ້ນ ທາງໂຄງການໄດ້ສ້າງເງື່ອນໄຂທີ່ຈຳເປັນ ເພື່ອໃຫ້ຄົນເຈັບ ແລະ ຄອບຄົວທີ່ ມີຖານະທຸກຍາກສາມາດທຳ ມາຫາກິນ ແລະ ດຳລົງຊີວິດໄດ້ຢ່າງປົກກະຕິຢູ່ໃນຊຸມຊົນຂອງຕົນເອງ ໂດຍ ໄດ້ຈັດການຝຶກອົບຮົມໃຫ້ ເພື່ອດຳ ເນີນກິດຈະກຳສ້າງລາຍໄດ້ຕ່າງໆ ເປັນຕົ້ນ ແມ່ນໃນການ ປູກຝັງ ແລະ ລ້ຽງສັດ, ການຝຶກອົບ ຮົມການນຳໃຊ້ ຄອມພິວເຕີ. ນອກນີ້ ໂຄງການຍັງໄດ້ໃຫ້ທຶນຊ່ວຍເຫລືອ ເພື່ອຕັ້ງກອງ ທຶນຢາໝູນວຽນຢູ່ໂຮງໝໍ ຂອງແຕ່ລະ ເມືອງ ຊຶ່ງເຮັດໃຫ້ຄົນເຈັບພະຈິດ ສາມາດເຂົ້າເຖິງຢາປິ່ນປົວ ໄດ້ເປັນ ປົກ ກະຕິຢູ່ໃນຊຸມຊົນ ທັງເປັນການປະຢັດ ເວລາ ແລະ ຄ່າໃຊ້ຈ່າຍຕ່າງໆຂອງຄອບຄົວຄົນເຈັບ ຊຶ່ງບໍ່ຈຳ ເປັນຕ້ອງເດີນທາງໄກ ເພື່ອເຂົ້າມາຮັບການບໍລິ ການ ຢູ່ໂຮງໝໍສູນກາງ.
ຜົນສຳເລັດດັ່ງກ່າວ ແມ່ນການຮ່ວມມື ແລະ ການມີສ່ວນຮ່ວມຈາກຫລາຍໆພາກສ່ວນທີ່ກ່ຽວຂ້ອງ ຂອງພາກລັດ ແລະ ຊຸມຊົນ ໃນການຈັດຕັ້ງປະຕິບັດ ໂຄງການ ດັ່ງກ່າວ ແລະ ໄດ້ພິສູດໃຫ້ເຫັນວ່າ: ວຽກງານ ຮັກສາສຸຂະພາບຈິດ ແລະ ການພັດທະນາ ແມ່ນສາມາດຈັດຕັ້ງປະຕິບັດໄດ້ໃນລະດັບຊຸມຊົນ ຊຶ່ງສອດຄ່ອງກັບ ຍຸດທະສາດ ແລະ ນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຫັນວຽກງານລົງສູ່ຮາກຖານ ແລະ ເສີມ ສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນ, ຈາກການຈັດ ຕັ້ງປະ ຕິບັດ ໂຄງການໃນ 7 ຕົວເມືອງ ຄື: ເມືອງໄຊເສດ ຖາ, ສີໂຄດຕະບອງ, ນາຊາຍທອງ, ໄຊທານີ, ປາກງື່ມ ແລະ ເມືອງສັງທອງ, ສ່ວນເມືອງໄຊເສດຖາແມ່ນ ນຳ ໃຊ້ຕົວແບບ “ສຸຂະພາບຈິດຊຸມຊົນ” ຢ່າງດຽວເທົ່ານັ້ນ ແລະ ຈະຂະຫຍາຍໂຄງການດັ່ງກ່າວ ອອກສູ່ ແຂວງບໍ ລິຄຳໄຊ ໃນປີ 2010-2012 ໂດຍໄດ້ຮັບການ ສະໜັບສະໜູນທຶນຊ່ວຍເຫລືອລ້າ ຈາກສະຫະພາບ ເອີຣົບ (EU).
ກອງປະຊຸມສະຫລຸບວຽກງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 25 ກຸມພາ 2010 ທີ່ໂຮງແຮມໂນໂວເທວ, ນະ ຄອນຫລວງວຽງຈັນ ໂດຍມີ ທ່ານ ດຣ. ຄຳຕັນ ບົວໄພ ວັນ, ຮອງຫົວໜ້າພະແນກສາທາລະນະສຸກ ນະຄອນ ຫລວງວຽງຈັນ, ທ່ານ ສະຕີບ ຟີເຊີຣ, ຜູ້ອຳນວຍການເບຊິກນິດ ປະຈຳອາຊຽນ ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງ ເຂົ້າຮ່ວມ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446