​ ແຂວງ​ຊຽງ​ຂວາງ ​ເປັນ​ແຂວງ​ໜຶ່ງ​ຕັ້ງຢູ່​ທາງ​ພາກ​ເໜືອ ຂອງ ສປປ ລາວ ​ໂດຍ​ທິດ​ເໜືອ​ຕິດ​ກັບ ​ແຂວງ​ຫົວພັນ ຍາວ 168 ກມ; ທິດ​ໃຕ້ ຕິດ​ກັບ​ແຂວງ ບໍລິ​ຄຳ​ໄຊ ມີ​ຄວາມ​ຍາວ 76 ກມ; ທິດຕາ​ເວັນ​ອອກ ຕິດ​ກັບ ສສ. ຫວຽດນາມ ມີ​ຄວາມ​ຍາວ 163 ກມ ​ແລະ ທິດຕາ​ເວັນ​ຕົກ ຕິດ​ກັບ​ແຂວງ ຫລວງ​ພະ​ບາງ ​ແລະ ​ແຂວງ​ວຽງ​ຈັນ ມີ​ຄວາມ​ຍາວ 272 ກມ. ແຂວງ​ຊຽງ​ຂວາງ ໃນສະໄໝບູຮານ ມີຊື່ວ່າ ເມືອງ ພວນ ແລະ ຊາວເມືອງນີ້ ກໍ່ເອີ້ນກັນວ່າ ໄທພວນ. ຊຽງ ຂວາງ ເປັນແຂວງທີ່ມີຄວາມສຳຄັນທາງດ້ານຍຸດທະສາດການເມືອງ ແລະ ການທະຫານ, ຊຶ່ງໃນສະໄໝສົງ ຄາມ ຕໍ່ສູ້ກູ້ຊາດ ຊຽງຂວາງ ແມ່ນແຂວງໜຶ່ງທີ່ເປັນຍຸດທະສາດ ແລະ ຍາດແຍ່ງ ຊຶ່ງໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ຈາກສົງ ຄາມ ທຳລາຍຂອງ​ຈັກກະພັດ​ຜູ້​ຮຸກ​ຮານ.

         ແຂວງຊຽງຂວາງ ມີເນື້ອທີ່ທັງໝົດ ປະມານ15.880 ກມ2, ມີປະຊາກອນ ປະມານ 239.800 ກວ່າຄົນ, ປະກອບມີ 8 ເມືອງຄື: ເມືອງ ແປກ, ເມືອງ ຄຳ, ເມືອງ ໜອງແຮດ, ເມືອງ ຄູນ, ເມືອງ ໝອກ, ເມືອງ ພູກູດ, ເມືອງ ຜາໄຊ ແລະ ເມືອງທ່າໂທມ. ທີ່​ວ່າການ​ແຂວງ​ແມ່ນ ​ເມ​ືອງ ​ແປກ.


ຂ່າວສານປະເທດລາວ(ຂປລ) -80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: (856-21)215402 ແຟັກ: 212446