ເຊ​ກອງ ​ເປັນ​ແຂວງ​ຕັ້ງຂຶ້ນ​ໃໝ່ ເມື່ອ​ປີ 1985, ເປັນແຂວງນ້ອຍອັນດັບສອງ ຮອງຈາກແຂວງບໍ່ແກ້ວ ແລະ ມີພົນລະເມືອງໜ້ອຍກວ່າໝູ່. ແຂວງເຊກອງ ມີເນື້ອທີ່ 7.665 ກມ2, ມີປະຊາກອນ ປະມານ 85.316 ກວ່າຄົນ, ຍິງ 43.000 ກວ່າຄົນ. ມີ 253 ບ້ານ (ສະຖິຕິປີ 12005). ມີ 4 ເມືອງຄື: ເມືອງ ລະມາມ, ເມືອງ ກະລຶມ, ເມືອງ ດາກ ຈຶງ ແລະ ເມືອງ ທ່າແຕງ. ທີ່ວ່າການແຂວງຄື ເມືອງລະມາມ. ແມ່ນ້ຳສາຍສຳຄັນ: ແມ່ນ້ຳເຊກອງ. ແຂວງເຊກອງ ໃນເມື່ອ ກ່ອນ ເປັນສ່ວນໜຶ່ງ ຂອງ ແຂວງ ທີ່ເອີ້ນວ່າ ຕາເວັນອອກ ຊຶ່ງກວມເອົາແຂວງສາລະວັນ. ພື້ນທີ່ສ່ວນ ໃຫຍ່ ເປັນພູພຽງ ແລະ ພູສູງ ເຊັ່ນ: ພູພຽງກະເສັງ ແລະ ພູພຽງ ຈະວານ. ໃນສະໄໝສົງຄາມຕໍ່ສູ້ປົດປ່ອຍຊາດ ເຄີຍ ເປັນສະ ໜາມຮົບ ແລະ ເສັ້ນທາງລຳລຽງ ຂອງ ກອງທັບປົດປ່ອຍ, ມີເສັ້ນທາງໂຮ່ຈິມິນ ຕັດຜ່ານ ລະຫວ່າງຊຸມປີ 1960-1970, ດັ່ງນັ້ນ ຕາມພື້ນທີ່ ຂອງ ແຂວງຈຶ່ງເຕັມໄປດ້ວຍຂຸມລະເບີດນາໆ ຊະນິດ, ຊາກລົດຖັງ.

ເຊກອງ ເປັນແຂວງທີ່ມີອາກາດຊຸມເຢັນ ແລະ ມີຝົນຝອຍຕະຫລອດປີ ໃນເຂດພູພຽງ, ສະນັ້ນຈິ່ງ ເໝາະແກ່ ການ ປູກກາເຟ. ເຂດນີ້ມີປ່າແປກປົກຫຸ້ມ ແລະ ປ່າໄມ້ໃຫຍ່ດົງດິບ. ຍ້ອນຄວາມອຸດົມສົມບູນ ຈິ່ງມີເຜິ້ງອາໃສຢູ່ຫລາຍ, ສະນັ້ນແຕ່ລະປີ ປະຊາຊົນ ສາມາດຫານ້ຳເຜິ້ງທຳມະຊາດມາຂາຍ ເພື່ອສ້າງລາຍຮັບຕື່ມໃຫ້ກັບຄອບຄົວ. ປະຊາຊົນ ສ່ວນຫລາຍ ແມ່ນເຮັດໄຮ່ຕາມເປີ້ນພູ.

ປະຊາຊົນ ສ່ວນຫລາຍແມ່ນຊົນເຜົ່າອາລັກ, ລະແວ, ຕະລ່ຽງ, ກະເສັງ, ຍ່າເຫີນ... ທີ່ດຳລົງຊີວິດແບບທຳ ມະ ຊາດ. ບຸນປະເພນີທີ່ສຳຄັນໄດ້ແກ່ ບຸນກິນຄວາຍ ຫລື ໂດນລະ ຊຶ່ງຈັດຂຶ້ນລະຫວ່າງເດືອນສາມ ຫາ ເດືອນ ສີ່ເພັງ ທຸກໆ ສາມປີ. ນອກນີ້ກໍ່ມີບຸນຮູດເຂົ້າ ຫລື ປີໃໝ່ ແລະ ບຸນສັກເຂົ້າ.


ຂ່າວສານປະເທດລາວ(ຂປລ) -80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: (856-21)215402 ແຟັກ: 212446