ກຳ​ແພງ​ນະຄອນ​ວຽງ​ຈັນ ໄດ້​ປ່ຽນ​ມາ​ເປັນ ນະຄອນຫລວງ​ວຽງ​ຈັນ ເມື່ອປີ ຄສ. 2003. ມີ ເນື້ອທີ່ 3.920 ກມ2. ມີປະຊາກອນ 650.600 ຄົນ. ມີ 9 ຕົວເມືອງຄື: ເມືອງຈັນທະບູລີ, ສີໂຄດ ຕະ ບອງ, ໄຊເສດຖາ, ສີສັດຕະນາກ, ນາຊາຍທອງ, ໄຊທານີ, ຫາດຊາຍຟອງ, ສັງທອງ ແລະ ເມືອງ ໃໝ່ປາກງື່ມ. ມີສະຖານທີ່ການສຶກສາຊັ້ນສູງ, ຊັ້ນກາງ ແລະ ຊັ້ນຕົ້ນ ທີ່ສຳຄັນ ຂອງ ລັດຖະບານ 20 ກວ່າແຫ່ງ, ກວມ 50% ຂອງ ການສຶກສາທົ່ວປະເທດ. ວັດ 130 ແຫ່ງ. ຕະຫລາດໃຫຍ່ 8 ແຫ່ງ. ຂົວ ຂ້າມນ້ຳຂອງ 1 ແຫ່ງ. ຂົວຂ້າມນ້ຳງື່ມ 2 ແຫ່ງ. ແມ່ນ້ຳສາຍສຳຄັນໄດ້ແກ່: ແມ່ນ້ຳຂອງ, ນ້ຳງື່ມ, ນ້ຳ ຫຸມ, ນ້ຳສັກ, ຫ້ວຍໝາກນາວ, ຫ້ວຍ ໝາກຮຽວ.ໃນ ປະຫວັດສາດເມື່ອຫລາຍຮ້ອຍປີ ຫລື ພັນປີ ມາ ແລ້ວມີຊື່ວ່າ ເມືອງວຽງຄຳ (ປະຈຸບັນ ຊື່ວ່າ ບ້ານວຽງຄຳ ຢູ່ແຂວງວຽງຈັນ ແຄມນ້ຳງື່ມ). ເຈົ້າໄຊຍະ ເສດຖາທິລາດ ໄດ້ຍົກຍ້າຍນະ ຄອນຫລວງຈາກ ຊຽງທອງ (ຫລວງພະບາງ) ມາວຽງຈັນ ໃນປີ ຄສ. 1560 ແລະ ໄດ້ສ້າງຫໍໂຮງເຊັ່ນ: ຫໍພະແກ້ວ, ຫໍພະແຊກຄຳ, ພະທາດຫລວງ. ຫລໍ່ພະພຸດ ທະຮູບຂະ ໜາດໃຫຍ່ດ້ວຍທອງສຳລິດ ເຊັ່ນ: ພະອົງຕື້, ພະສຸກ, ພະເສີມ, ພະໃສ ເປັນຕົ້ນ. ໃນສະໄໝນີ້ ໄດ້ມີ ການ ສ້າງສາ ແລະ ສ້ອມ ແປງວັດວາຕ່າງໆ ຫລາຍແຫ່ງ, ລວມທັງສ້າງກຳແພງເມືອງ ທີ່ກໍ່ດ້ວຍດິນ ຈີ່ ແລະ ດິນໜຽວ.

           ນະຄອນຫລວງວຽງຈັນ ເປັນໃຈກາງ ທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ ລາວ ຕັ້ງແຕ່ສະໄໝນັ້ນເປັນຕົ້ນມາ ແລະເລີ່ມຫລົ້ມຈົມ ເມື່ອປະເທດລາວ ແຕກແຍກກັນ ເປັນ ສາມ ອານາຈັກ, ຊຶ່ງຕໍ່ມາໄດ້ຕົກເປັນ ຫົວ ເມືອງຂຶ້ນ ຂອງ ສະຫຍາມ ພ້ອມກັນໃນປີ ຄສ. 1779. ຈາກນັ້ນ ນະຄອນວຽງຈັນ ທີ່ເຄີຍຮຸ່ງເຮືອງ ມາໄດ້ຫລາຍສະຕະວັດ ກໍໄດ້ຖືກເຜົາຜານຈົນຮາບກ້ຽງ ໃນສະໄໝ ສົງຄາມ ລະຫວ່າງ ເຈົ້າອະນຸວົງ, ກະສັດອົງສຸດທ້າຍ ແຫ່ງລາຊະວົງ ວຽງຈັນ ກັບກອງທັບ ສະ ຫຍາມເມື່ອປີ ຄສ. 1826-1828. ບໍ່ພຽງ ແຕ່ວັດວາ ຫໍໂຮງອັຍວິຈິດງົດງາມຖືກມ້າງເພ ທຳລາຍ ເທົ່ານັ້ນ, ປະຊາຊົນລາວ ຍັງຖືກກວາດຕ້ອນ ໄປຍັງສະຫຍາມ ແລະ ໄດ້ກາຍເປັນພົນລະເມືອງໄທ ໃນເວລາຕໍ່ມາ.

        ວຽງຈັນ ເປັນເມືອງຮ້າງ ເປົ່າແປນຢູ່ຫລາຍວິບປີ ຄືນັບແຕ່ປີ ຄສ.1829 ເຖິງທ້າຍສະຕະ ວັດທີ່ 19 (ຄສ. 1893) ເມື່ອຝຣັ່ງ ເຂົ້າມາຍຶດເອົາເປັນຫົວເມືອງຂຶ້ນ. ນັບແຕ່ນັ້ນມາ, ນະຄວຽງຈັນ ຈິ່ງຄ່ອຍໆ ຟື້ນຊີບຄືນ, ໄດ້ມີການສ້າງສາບູລະນະວັດວາອາຣາມ ທີ່ເຫລືອເຊັ່ນ: ໃນປີ ຄສ.1928 ໄດ້ ສ້ອມແປງ ຫໍພະແກ້ວ ແລະ ພະທາດຫລວງ.

          ປະຈຸບັນ ວຽງຈັນ ເປັນນະຄອນຫລວງ ຂອງ ສປປ ລາວ, ທັງເປັນຫົວໜ່ວຍສຳຄັນຂອງ ການ ປົກຄອງທີ່ເອີ້ນວ່າ: ນະຄອນຫລວງວຽງຈັນ. ມີພົນລະເມືອງໜາແໜ້ນກວ່າໝູ່ຄື 166 ຄົນ/ກມ2 (ຄວາມໜາແໜ້ນຕ່ຳສຸດແມ່ນ ແຂວງອັດຕະປື ແລະ ແຂວງເຊກອງ ຄື: 10,5 ຄົນ/ກມ2). ນະຄອນ ຫລວງວຽງຈັນ ຕັ້ງຢູ່ລະຫວ່າງພື້ນທີ່ຮາບພຽງ ຂອງ ລ່ອງແມ່ນ້ຳຂອງ ແລະ ນ້ຳງື່ມ: ມີທົ່ງຮາບວຽງຈັນ ທີ່ ເໝາະສົມແກ່ການປູກຝັງ-ລ້ຽງສັດ, ຊຶ່ງອ້ອມດ້ວຍພູເຂົາຄວາຍ ຕໍ່ໃສ່ສາຍພູງູ.

ຂ່າວສານປະເທດລາວ(ຂປລ) -80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: (856-21)215402 ແຟັກ: 212446