ສ້າງເສດຖະກິດຄອບຄົວ ດ້ວຍການລ້ຽງຫມູ ແບບຂຸມຊີວະພາບ
* ໂດຍປະຕິບັດຕາມແນວທາງປ່ຽນ ແປງໃຫມ່ຂອງພັກ-ລັດຖະບານ ທີ່ສົ່ງເສີມ ໃຫ້ປະຊາຊົນບັນດາເຜົ່າ ມີການປູກຝັງ-ລ້ຽງສັດ ເປັນສິນຄ້າເພື່ອນຳພາຄອບຄົວ ໃຫ້ຫລຸດພົ້ນ ອອກຈາກຄວາມທຸກຍາກເທື່ອລະ ກ້າວ. ຄອບຄົວຂອງລຸງ ສີດາ ກໍແມ່ນ ຄອບຄົວຫນຶ່ງທີ່ຍຶດຖືເອົາການລ້ຽງ ສັດເປັນອາຊີບຫລັກ-ປູກພືດຜັກ ແລະ ຕົ້ນໄມ້ກິນ ຫມາກເປັນອາຊີບສຳຮອງ; ປະຈຸບັນ ລຸງ ສີດາ ມີອາຍຸໄດ້ 60 ປີ, ຢູ່ບ້ານນາຕໍນ້ອຍ ເມືອງ ແລະ ແຂວງໄຊຍະບູລີ, ພາຍໃນຄອບຄົວ ມີຈຳນວນພົນທັງ ຫມົດ 6 ຄົນ, ແຮງງານຕົ້ນຕໍ 2 ແຮງງານ, ລຸງ ໄດ້ເວົ້າ ສູ່ຟັງວ່າ: ໃນຊຸມປີຜ່ານ ມາລຸງໄດ້ລ້ຽງຫມູ ແບບຂັງຢູ່ໃນ ຄອກທຳມະດາ, ລ້ຽງແບບພື້ນເມືອງ ທີ່ປະຊາຊົນ ລາວ ເຮົາເຄີຍລ້ຽງ ກັນມາແຕ່ ດຶກດຳປັນ. ແຕ່ຜົນໄດ້ຮັບ ກໍບໍ່ພໍເທົ່າໃດ. ໂດຍປະຕິບັດຕາມ ທິດຊີ້ນຳຂອງ ຄະ ນະພັກ ແຂວງ ກໍຄື ເມືອງໄຊຍະບູລີ ໃນການສ້າງ ຂະບວນການແຂ່ງຂັນ 3 ມີ 4 ບໍ່ ຊຶ່ງໄດ້ເນັ້ນຫນັກ ໃຫ້ແຕ່ ລະຄອບຄົວ ມີການຜະລິດເປັນສິນຄ້າບວກກັບ ຄວາມມັກຂອງລຸງ ໃນປີ 2008 ລຸງຈຶ່ງຕັດສິນ ໃຈລົງ ທຶນ ເພື່ອ ລ້ຽງ ຫມູຊີວິພາບ (ຫມູຂຸມ) ທຳອິດ ລຸງໄດ້ ຊອກວິທີລ້ຽງຫມູນຳເອກກະສານ ຕ່າງໆກ່ຽວກັບການລ້ຽງ ຫມູ. ໃນປີທຳ ອິດລຸງໄດ້ທົດລອງຊື້ຫມູພັນມາແຕ່ ເມືອງແກ່ນທ້າວ ຈຳນວນ 65 ໂຕ. ແນວພັນເລນເລດ, ການລ້ຽງ-ການ ໃຫ້ອາຫານ ແມ່ນອີງໃສ່ປື້ມຄູ່ມື ແລະ ວິຊາການຈາກກະສິກຳ ເມືອງ ເນາະນຳຜ່ານໄລຍະ ການລ້ຽງ 3 ເດືອນ ລຸງກໍສາມາດຂາຍຫມູ ຊຸດທີ 1 ອອກ ຈຳນວນ 60 ໂຕ ເມື່ອລົບຕົ້ນທຶນ, ຄ່າແຮງງານ ອອກ ມາແລ້ວ ຍັງເຫລືອ ເງິນ ຢູ່ 20 ລ້ານກີບ; ໃນປີ 2009 ຕົ້ນເດືອນ ກໍລະກົດ ລຸງໄດ້ຊື້ມາລ້ຽງ ຊຸດທີ 2 ຈຳນວນ 65 ໂຕ. ໃນນັ້ນມີ ຫມູແມ່ພັນ 14 ໂຕ, ພໍ່ພັນ 1 ໂຕ ແລະ ຫມູນ້ອຍ 50 ໂຕ. ຜ່ານການລ້ຽງ ແລະ ຂາຍຫມູ ຊຸດທີ 2 ໄດ້ກຳໄລ 26 ລ້ານກວ່າກີບ (ບໍ່ນັບຕົ້ນທຶນ) ສະຫລຸບລວມແລ້ວການ ້ຽງຫມູຊີວະ ພາບ(ຫມູຂຸມ) ນີ້ແມ່ນມີຜົນດີຫລາຍ ບວກກັບຄວາມ ເອົາໃຈໃສ່ໃກ້ຊິດ ຕິດ ແທດ ແລະ ໃຫ້ຄຳປຶກສາຈາກພະ ນັກງານວິຊາການຂອງຫ້ອງການ ສົ່ງເສີມ ກະສິກຳ-ໄມ້ເມືອງ ແລະ ແຂວງ, ການລົງທຶນກໍຫນ້ອຍ ແຕ່ພັດໄດ້ ກຳໄລຫລາຍ, ການຊອກຊື້ຫມູແມ່ພັນ-ພໍ່ພັນກໍງ່າຍ, ການເຮັດຄອກກໍບໍ່ຕ່າງ ຫຍັງກັບການລ້ຽງຫມູແບບ ທຳມະດາ, ທັງໄດ້ຝຸ່ນຄອກນຳໄປໃຊ້ໃນ ການປູກພືດອີກດ້ວຍ; ອາຫານຂອງ ຫມູກໍມີຫລາຍເປັນຕົ້ນແມ່ນ ສາລີ, ເວລາຂາຍກໍມີຕະຫລາດຮອງຮັບ. ຂາຍເປັນຊຸດ ໄດ້ເງິນເປັນຫົວ, ສາ ມາດສະຫລຸດ ໄດ້ ວ່າໃນປີ ຫນຶ່ງ ສາ ມາດຂາຍຫມູໄດ້ 2-3 ຊຸດ ສ້າງກຳ ໄລໄດ້ 60 ລ້ານກວ່າກີບ, ຖ້າທຽບໃສ່ ການລ້ຽງຫມູໃນເມື່ອກ່ອນ ແລ້ວ ແມ່ນຕ່າງກັນຫລາຍ. ນອກ ຈາກການ ລ້ຽງຫມູຂຸມແລ້ວ ລຸງສີດາ ຍັງໄດ້ ລ້ຽງງົວ ອີກ 7 ໂຕ, ສ້າງຫນອງປາ 3 ຫນອງປ່ອຍປາແລ້ວ 2 ຫມື່ນ ກວ່າໂຕ, ປູກຕົ້ນໄມ້ກິນຫມາກ ເຊັ່ນ: ຫມາກ ສົ້ມ ຂຽວຫວານ ມີເນື້ອທີ່ເກືອບ 1 ເຮັກຕາ, ຫມາກເງາະ 1 ເຮັກຕາ ກວ່າ. ປູູກພືດລົ້ມລຸກເຊັ່ນ: ຜັກກະ ລຳປີ ຈຳນວນ 3000 ກວ່າຂຸມ. ຄາດກະວ່າ ປີ 2010 ນີ້ ລຸງສີ ດາ ຈະສ້າງລາຍຮັບຈາກການຂາຍຫມູ, ຫມາກໄມ້ ແລະ ພືດຜັກ ຕ່າງໆ ໃຫ້ໄດ້ ກຳໄລ ປະມານ 96 ລ້ານກວ່າກີບ, ທັງຫມົດເລົ່ານີ້ ກໍຍ້ອນຄວາມເປັນ ຫ່ວງເ ປັນ ໄຍຂອງພັກ-ລັດທີ່ຍາມໃດ ກໍໃຫ້ທິດຊີ້ນຳ, ໃຫ້ໂອກາດແກ່ ປະຊາຊົນ ໃນການສ້າງເສດຖະກິດ ຄອບຄົວໃຫ້ຮັ່ງມີດີຂຶ້ນ ເທື່ອ ລະ ກ້າວ; ລຸງຍັງໄດ້ເວົ້າຕື່ມອີກວ່າ: ໃນຕໍ່ຫນ້າ ລຸງຈະສືບຕໍ່ລ້ຽງຫມູຂຸມນີ້ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ, ຈະຮັກສາຄອບຄົວແບບຢ່າງ ແລະ ຈະລ້ຽງ ໃຫ້ຫລາຍກວ່າເກົ່າ ເພື່ອ ຮັບປະກັນ ເຮັດໃຫ້ຊີ ວິດ ການເປັນ ຢູ່ກໍຄື ສະພາບພາຍໃນຄອບຄົວໃຫ້ ດີຂຶ້ນ ສະເລ່ຍລາຍຮັບໄດ້ 1500 ໂດລາຕໍ່ຄົນຕໍ່ປີ./.
ກັບສາລະບານ