ລົບລ້າງຄວາມທຸກຍາກ

ວັງແລະ​ປ່າ​ສະຫງວນ​ຢູ່​ແຂວງ​ຈຳປາ​ສັກ ເພີ່ມ​ຂຶ້ນ​ຫລັງທລຍ​ສະໜັບສະໜູນ

ຂປລ:ການ​ສ້າງ​ວັງສະ​ຫງວນ,ປ່າ​ສະຫງວນ​ແມ່ນວຽກ​ງານ​ໜຶ່ງ​ທີ່​ສຳຄັນ ທີ່ ທລຍ ​​ສະໜັບສະໜູນເພື່ອ​ເປັນ​ການ​ຮັກສາບັນດາ​ສັດນ້ຳ,ສັດປ່າ ​ໃຫ້​ຄົງຢູ່ຄູ່​ກັບ​ການ ​ດຳ ລົງ​ ຊີວິດ​ຂອງ​ປະຊາຊົນ​ລາວ ​ເຮົາທັງ​ເພື່ອ​ຮັກສາ ແຫຼ່ງອາຫານ​ຕາມ​ທຳ​ມະ​ຊາດ ​ໃຫ້​ແກ ່​ປະຊາ​ ຊົນ.ຈາກນີ້,ຈຶ່ງເຮັດ​ໃຫ້ ສັດ​ເຫຼົ່າ​ນັ້ນ​ໄດ້​ມີແຫຼ່ງ​ ຂະຫຍາຍ​ພັນ ຕາມ​ທຳ​ມະ​ຊາດ ບໍ່​ໃຫ້​ສູນພັນ ອັນ ໄດ້​ຊ່ວຍ​ໃຫ້​ປະຊາຊົນມີແຫຼ່ງອາຫານບໍ່​ຂາດ​ເຂີນ​ຈັກ​ເທື່ອ,ຂະນະດຽວກັນມັນ​ກໍ​ ເປັນນະ​ໂຍ ບາຍ ​ໜຶ່ງ​ໃນ​ການ​ຫຼຸດຜ່ອນ​ ຄວາມທຸກ​ຍາກ​ ຂອງ​ພໍ່​ແມ່​ປະຊາຊົນ.
ປະຕິບັດ​ຕາມ​ນະ​ໂຍບາຍ​ດັ່ງກ່າວ,ທລຍ​ ແຂວງ ຈຳປາ​ສັກ​ຈຶ່ງ​ໄດ້​​ປະກາດ​ວັງສະ​ຫງວນ​ເພີ່ມ ​​ໃນ​ ຮອບ​ວຽນ​ທີ 7 ຄື ວັງສະ​ຫງວນຂອງ​ບ້ານ ສຳ​ຫຼຽງ ກຸ່ມ 2 ເມືອງ ສຸຂຸ ມາ,ວັງສະ​ຫງວນ ຂອງ​ບ້ານ ອຸດົມ​ສຸກ ກຸ່ມ 3, ​ ວັງ ສະ​ຫງວນຂອງ​ບ້ານ ກະ​ຈິດ ກຸ່ມ 1, ​ວັງສະ​ຫງວນ ຂອງ​ບ້ານ​ທົ່ງ​ທິງ ກຸ່ມ2 , ວັງ ສະ​ຫງວນ ຂອງ​ບ້ານ​ທົ່ງ​ອຸດົມ ກຸ່ມ 3 ​ ແລະ ວັງສະ​ຫງວນຂອງບ້ານ​ປາ​ຫຼາຍ ກຸ່ມ 2 ທັງໄດ ້​​ປ່ອຍ​ປາ​ 200.000​ໂຕ ລົງໃສ່ 5 ວັງສະ​ຫງວນ ຂອງ​ເມືອງ​ບາ​ຈຽງ ​ແລະ ປ່ອຍກົບ​ 2.500​ໂຕ ລົງວັງສະ​ຫງວນ ຂອງ​ເມືອງ​ສຸຂຸມາ. ແນວໃດກໍ ດີ,ເພື່ອເຮັດໃຫ້ວັງສະຫງວນ ເຫຼົ່ານີ້ໄດ້ຮັບການ ປົກປັກຮັກສາໄວ້ໄດ້ຢ່າງຍາວນານນັ້ນ,ຈຶ່ງໄດ້ກຳນົດຂອບ​ເຂດ​ ແລະ ລະບຽບ​​ການ ປົກ​ ປັກ​ຮັກສາ​ຄຸ້ມ​ຄອງ​ນຳ​ໃຊ້ວັງສະຫງວນໂດຍ ໄກ້ກຳນົດມາດຕະ ການສຳ ຄັນ ຕ່າງໆ ເປັນຕົ້ນຖ້າ​ຜູ້​ໃດຝ່າ​ຝືນ ກໍ​ຈະ​ຖືກ​ປັບ​ໃໝ.
ນອກຈາກ​ການ​ປ່ອຍ ປາ ແລະ ​ກົບ​ ໃສ່​ວັງສະ​ຫງວນດັ່ງກ່າວ​ ແລະ ກ່ອນ​ໜ້າ​ນີ້​ຄືວັນອະນຸລັກສັດນ້ຳ​ ສັດ ປ່າແຫ່ງ​ຊາດ ວັນ​ທີ 13/7/2010 ກໍ​ໄດ້​​ປ່ອຍປາ​ ຢູ່ ໜອງທາດ ເຊິ່ງ​ເປັນ​ວັງສະ​ຫງວນຂອງ​ບ້ານ​ທາດສາມ​ປາງ 100.000​ໂຕ ແລະ ວັນ​ທີ 14 ສິງຫາ ກໍໄດ້ຈັດກິດຈະກຳນຳພາ​ນັກຮຽນລົງ​ ຢ້ຽມຢາມ​ວັງສະ​ ຫງວນ, ຝາຍ​ນ້ຳ​ລົ້ນ ບ້ານ​ໂນນ​ແດງ​ເໜືອ ​ເພື່ອ​ສ້າງ​ຈິດ​ສຳນຶກ​ໃຫ້​ແກ່​ເຂົາ​ເຈົ້າ ​ໄດ້​ມີຄວາມ​ຮັກ ​ແລະ​ຫວງ​ແຫນ ສັດ​ນ້ຳ ສັດ​ປາ ທັງໄດ້​​ປ່ອຍ​ປາ​ຕຶ່ມອີກ 15.000​ໂຕ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446