ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VIII ຂອງພັກປະຊາຊົນປະຕິວັດລາວ:
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VIII ຂອງພັກປະຊາຊົນປະຕິວັດລາວ ໄດ້ດຳເນີນແຕ່ວັນທີ 18-21 ມິນາ ປີ 2006
ທີ່ນະຄອນຫລວງວຽງຈັນ. ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ມີຜູ້ແທນ 498 ສະຫາຍ ທີ່ເປັນ
ຕົວ
ແທນໃຫ້ ແກ່ສະມາຊິກພັກທັງ
ຫມົດ 148.590 ສະຫາຍ ຢູ່ບັນດາຂະແຫນງການອ້ອມຂ້າງສູນກາງ, ທ້ອງຖິ່ນ ແລະ ຮາກຖານ
ຕ່າງໆໃນທົ່ວປະເທດ.ກອງ
ປະຊຸມໃຫ່ຍ່ໄດ້ຕີລາຄາ
ສູງຕໍ່ຄວາມສະດຸ້ງໄວ ແລະ ຄວາມສາມາດປະດິດສ້າງຂອງພັກ
ເຮົາໃນການຫມູນ
ໃຊ້ທິດສະດີ ມາກ
-ເລນິນ
ແລະບົດຮຽນປະຕິວັດເຂົ້າ
ໃນ
ການວາງ ແລະ ບູລະນະແນວທາງຂອງພັກ ໂດຍສະ
ເພາະແມ່ນ ຄວາມເປັນເຈົ້າການ
ລິເລີ່ມວາງແນວທາງປ່ຽນແປງໃຫມ່ອອກຢ່າງທັນການ
ແລະ ໄດ້ນຳພາ, ຊີ້ນຳ
ຈັດຕັ້ງປະຕິບັດຢ່າງມີຫລັກການ, ຍາດເອົາຜົນສຳ
ເລັດມາໄດ້້ເປັນກ້າວໆ. ອັນນີ້ເປັນການສະແດງອອກ
ເຖິງຄວາມກ້າຫານ ຮັບຜິດຊອບຢ່າງເຕັມປ່ຽມຂອງພັກ
ເຮົາຕໍ່ຊາຕາກຳຂອງ
ປະເທດ
ຊາດ ແລະ ຄວາມສາມາດ
ສືບຕໍ່ນຳພາການ
ປະຕິວັດກ້າວຂຶ້ນຢ່າງຫນັກແຫນ້ນ ໃນ
ສະພາບການ
ໃຫມ່ ຊຶ່ງໃນ
ນັ້ນ ປະທານ
ໄກສອນ ພົມວິຫານ ໄດ້ມີບົດບາດອັນສຳຄັນພົ້ນເດັ່ນ. ກອງປະຊຸມໃຫຍ່ໄດ້ທົບທວນ
ແນວທາງປ່ຽນແປງໃຫມ່ ແລະ ສະຫລຸບ
ຕີລາຄາຢ່າງພາວະວິໃສ ກ່ຽວກັບຜົນໄດ້ຮັບ ການຈັດຕັ້ງປະຕິບັດ
ໃນ 20 ປີ ຜ່ານມາ
ໂດຍຢັ້ງຢືນ ວ່າແນວທາງປ່ຽນ
ແປງໃຫມ່ແມ່ນ
ຖືກຕ້ອງສອດຄ່ອງ ກັບສະພາວະຄວາມເປັນຈິງທາງດ້ານເສດຖະກິດ -ສັງຄົມ
ຂອງປະເທດເຮົາ; ສ້າງ
ເງື່ອນໄຂ
ແລະກາລະໂອກາດໃຫມ່ ໃຫ້ແກ່ການຂຸດຄົ້ນກຳລັງແຮງ ສັງລວມ ພາຍໃນຊາດ
ສົມທົບກັບ
ກຳລັງແຮງສາກົນ
ເຂົ້າໃນການພັດທະນາ; ຮັບປະກັນ
ການ
ປັບປຸງບູລະນະ ລະບົບການເມືອງຂອງ ລະບອບ ປະຊາທິປະໄຕ
ປະຊາຊົນ
ໃຫ້ມີຄວາມ
ຫນັກແຫນ້ນເຂັ້ມແຂງຍິ່ງຂຶ້ນ.ກອງປະຊຸມໃຫຍ່ ຍັງໄດ້ເປັນເອກະພາບຕີລາຄາຢ່າງກົງໄປກົງມາກ່ຽວ
ກັບຜົນຂອງ
ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກໃນ 5 ປີ ຜ່ານມາ. ກອງປະຊຸມໃຫຍ່ໄດ້ເປັນເອກະ
ພາບຕໍ່ການຕີລາຄາຂໍ້ຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນໄດ້ລົງເລິກຈຳແນກ ສາເຫດຕົ້ນຕໍຂອງມັນເພື່ອ
ແກ້ໄຂ. ບົນພື້ນຖານດັ່ງກ່າວ ກອງປະຊຸມໃຫຍ່ ໄດ້ຢືນຢັນກ່ຽວກັບ
ການເສີມຂະຫຍາຍ 5 ບົດຮຽນ
ແຫ່ງການປ່ຽນ
ແປງໃຫ່ມ
່ເຂົ້າໃນ
ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນຂັ້ນຕໍ່ໄປ. ໂດຍກຳແຫນ້ນທ່າອ່ຽງລວມຂອງສະພາບ
ແວດລ້ອມສາກົນແລະ ສະພາວະຄວາມເປັນຈິງຂອງປະເທດເຮົາ, ກອງປະຊຸມໃຫຍ່ ໄດ້ເຫັນດີເຫັນພ້ອມຮັບຮອງເອົາ
ຄາດຫມາ
ສູ້ຊົນ ສຳລັບໄລຍະຮອດ
ປີ 2020 ແລະ ປີ 2010. ເພື່ອສືບຕໍ່ນຳພາ ພາລະກິດປ່ຽນແປງໃຫມ່ ໄປສູ່ຈຸດຫມາຍມີ
ີໄຊ, ກອງປະຊຸມໃຫຍ່ໄດ້ເປັນ
ເອກະ
ພາບກັນວ່າ: “ຕ້ອງຍົກ
ສູງຄວາມສາມາດ ແລະ ເພີ່ມ
ທະວີບົດບາດການ
ນຳພາ
ຂອງພັກໃນທຸກດ້ານ, ສ້າງພັກໃຫ້ປອດໃສເຂັ້ມແຂງ ແລະ ຫນັກ
ແຫນ້ນ”.ກອງປະຊຸມໄດ້ມອບ
ໃຫ້ຄະນະບໍລິຫານ
ງານສູນກາງພັກ ສະໄຫມທີ VIII ຫັນລາຍງານການເມືອງເປັນມະຕິ, ເປັນແຜນການ, ໂຄງການລະອຽດ ແລະ ນຳພາ, ຊີ້ນຳ
ການຈັດຕັ້ງປະຕິບັດ ໃຫ້ມີຜົນສຳເລັດ.ກອງປະຊຸມ
ໃຫຍ່ ໄດ້ສະແດງຄວາມຊົມ
ເຊີຍຕໍ່ຄະນະ
ບໍລິຫານງານສູນກາງ
ພັກ ສະໄຫມທີ VII ທີ່ມີຄວາມບາກບັ່ນ ພະຍາຍາມເສີມ
ຂະຫຍາຍຄວາມສາມາດປະດິດສ້າງນຳພາທົ່ວພັກ, ທົ່ວປວງຊົນ
ຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃຫມ່ໄດ້ຮັບຜົນສຳເລັດ
ຢ່າງຫນ້າ
ຊື່ນຊົມ
ຍິນດີ. ກອງປະຊຸມໃຫຍ່ໄດ້ເປັນເອກະພາບ
ກັນ
ຮັບຮອງ
ເອົາ
ຄຳສະເຫນີ ອອກພັກຜ່ອນຂອງ ສະຫາຍ ຄຳໄຕ ສີພັນດອນ, ປະທານຄະນະບໍລິຫານງານສູນກາງພັກ ແລະ ສະ
ຫາຍ ຫນູຮັກ ພູມສະຫວັນ, ທີ່ປຶກສາຄະນະ
ບໍລິຫານ
ງານສູນກາງພັກເຊິ່ງ ແມ່ນການນຳລຸ້ນກໍ່ຕັ້ງພັກ ຂອງພວກເຮົາ ພາຍຫລັງ
ໄດ້ອຸທິດ
ກຳລັງວັງຊາ ສະຕິປັນຍາກວ່າ
ເຄິ່ງສັດຕະ
ວັດໃຫ້ແກ່ພາລະກິດຂອງພັກ. ກອງປະຊຸມໃຫຍ່ເຊິ່ງເປັນຕົວ
ແທນ
ໃຫ້ແກ່
່ສະມາຊິກ
ພັກ 148.590 ສະຫາຍ
ແລະ ປະຊາຊົນລາວທຸກເຜົ່າ, ທຸກຊັ້ນຄົນ ສະແດງຄວາມກະຕັນຍູ້ ຮູ້ບຸນຄຸນອັນເລິກເຊິ່ງ
ແລະ ຄວາມຂອບອົກຂອບໃຈ ອັນຈິງໃຈ ຂອງສະຫາຍທັງສອງ ຊິ່ງເວລາໃດກໍ່ໄດ້ເອົາໃຈໃສ່່ຊີ້ນຳ-ນຳພາວຽກງານຂອງພັກ,
ຂອງລັດ ແລະ ເປັນຫ່ວງ
ເປັນໃຍນຳ
ຄວາມສຸກ
ທຸກຂອງປະຊາຊົນຢ່າງຈົດຈໍ່ຕະຫລອດມາ ທັງ
ໄດ້ເປັນແບບຢ່າງອັນ
ໃສແຈ້ງ
ທາງດ້ານ
ການດຳລົງຊີວິດທີ່ປອດໃສ ຊື່ສັດ
ບໍລິິສຸດ, ດຸຫມັ່ນ ແລະ ປະຢັດ.ກອງປະຊຸມ
ໃຫຍ່ໄດ້ເຫັນດີເຫັນພ້ອມກ່ຽວ
ກັບການດັດແປງກົດລະບຽບຂອງພັກ ໂດຍ
ສອດຄ່ອ
ກັບແນວທາງ
ການເມືອງຂອງພັກ, ຊຸກຍູ້ວຽກງານກໍ່ສ້າງພັກ ເຮັດໃຫ້ພັກ
ເຮົາມີຄວາມປອດໃສເຂັ້ມແຂງມີຄວາມສາມາດ
ພຽງພໍໃນການນຳພາພາລະກິດປົກປັກຮັກສາ
ແລະ ພັດທະນາ
ປະ
ເທດຊາດໃນໄລຍະໃຫມ່ກ້າວຂຶ້ນຕາມທິດ
ສັງຄົມ
ນິຍົມ.ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະ
ໄຫມ
ທີ VIII
ປະກອບມີ 55 ສະຫາຍ
ເພື່ອເປັນແກ່ນສານນຳພາ ແລະ ຊີ້ນຳການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ໃຫ້ໄດ້ຮັບ
ຄວາມສຳເລັດໃຫມ່ໃຫຍ່ຫລວງກວ່າເກົ່າ. ກອງ
ປະຊຸມຄົບຄະນະ ຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ
ສູນກາງພັກ
ໄດ້ເປັນ
ເອກະ
ພາບ
ຢ່າງສົມບູນເລືອກຕັ້ງ ສະຫາຍ ຈູມມະລີ ໄຊຍະສອນເປັນເລຂາທິການໃຫຍ່ຂອງຄະນະບໍລິ
ຫານງານສູນກາງພັກ, ເລືອກ
ຕັ້ງກຳມະ
ການກົມ
ການເມືອງສູນກາງພັກປະກອບມີ 11 ສະຫາຍ ແລະ ເລືອກຕັ້ງຄະນະເລຂາ
ທິການສູນ
ກາງພັກປະກອບມີ 7 ສະຫາຍ.ກອງປະຊຸມ
ໃຫ່ຍ່ຮຽກຮ້ອງໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ສາມັກຄີເປັນຈິດຫນຶ່ງໃຈດຽວກັບຄະນະ
ບໍລິຫານງານສູນ
ກາງພັກປະຕິບັດທິດ
ທາງຫນ້າທີ່ ທີ່ກອງປະຊຸມໃຫຍ່ ຄັ້ງທີ VIIIວາງອອກໃຫ້ປະກົດຜົນເປັນ
ຈິງ
ເພື່ອສ້າງສາປະເທດລາວໃຫ້ມັ່ງຄັ່ງເຂັ້ມ
ແຂງ, ປະຊາຊົນຮັ່ງມີ ຜາສຸກ, ສັງຄົມມີປະຊາທິ
ິປະ
ໄຕ, ສີວິໄລ ແລະ ຍຸຕິທຳ.
ທີ່ບ້ານວັດເຫນືອ, ເມືອງໄຊເຊດຖາ, ແຂວງ ອັດຕະປື,
ເຜົ່າລາວ
ລຸ່ມ.









































































