ແຂວງຜົ້ງສາລີ ເປັນແຂວງພູດ​ອຍ, ຕັ້ງຢູ່ເໜືອສຸດ ຂອງ ສປປ ລາວ ມີເນື້ອທີ່ 16.270 ກມ2, ປະຊາກອນ 167. 181 ກວ່າ ຄົນ, ຍິງ 83.198 ກວ່າຄົນ (ສະຖິຕິປີ 2005), ແບ່ງອອກເປັນ 7 ຕົວເມືອງຄື: ເມືອງຜົ້ງສາລີ, ເມືອງ ໃໝ່, ເມືອງຂວາ, ເມືອງ ສຳພັນ, ເມືອງບຸນເໜືອ, ເມືອງຍອດອູ ແລະ ເມືອງບຸນໃຕ້. ມີ 607 ບ້ານ. ມີ​ຊາຍ ​ແດນ​ຕິດ​ຈອດ​ກັບ​ສອງ​ປະ​ເທດ​ເພື່ອນ​ບ້ານ​ ​ແລະ ສອງ​ແຂວງ​ຄື: ທິດຕາ​ເວັນ​ອອກ​ຕິກ​ກັບ ສສ.ຫວຽດນາມ ມີ​ ຄວາມ ​ຍາວ 320 ກມ, ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຕິດ​ກັບ ສປ ຈີນ, ມີ​ຄວາມ​ຍາວ 330 ກມ. ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້ ຕິດ​ກັບ​ ແຂວງ ອຸດົມ​ໄຊ ມີ​ຄວາມ​ຍາວ 90 ກມ ​ແລະ ທິດ​ໃຕ້​ຕິດ​ກັບ​ແຂວງ ຫລວງ​ພະ​ບາງ ມີ​ຄວາມ​ຍາວ 99 ກມ. ທີ່ວ່າ ການແຂວງຄື ເມືອງ ຜົ້ງສາລີ. ຄວາມໜາແໜ້ນ ຂອງ ປະຊາກອນ ແມ່ນ 10 ຄົນ/ກມ2. ແຂວງຜົ້ງສາລີ ປະກອບ ດ້ວຍຫລາຍເຜົ່າເຊັ່ນ: ລາວ, ລື້, ຫໍ້, ກໍ່, ຢ້າວ, ກຳພູຊາງ, ພູນ້ອຍ, ມົ້ງ ລາຍ, ກຶມມຸ, ກໍ​ມູຈີ, ກໍ​ມູຊາງ, ຮາ​ຍີ... ແມ່ນ້ຳ ສາຍສຳຄັນໄດ້ແກ່: ນ້ຳອູ, ນ້ຳນີ່ວ ແລະ ນ້ຳພາກ.

ສ່ວນການປຸກບ້ານເຮືອນ ຂອງ ປະຊາຊົນແຕ່ລະເຜົ່າ ແມ່ນແຕກຕ່າງກັນເຊັ່ນ: ເຜົ່າລື້ ຢູ່ເຮືອນມີເສົາ ເຮັດ ດ້ວຍໄມ້ສັກ ແລະ ໄມ້ເນື້ອແຂງ. ເຜົ່າມົ້ງຢ້າວ ສ້າງເຮືອນຕິດດິນເຮັດດ້ວຍໄມ້ໄຜ່ ແລະ ໄມ້ເນື້ອແຂງ. ປະຊາຊົນ ສ່ວນ ໜຶ່ງແມ່ນຕ່ຳຫູກ ເພື່ອຜະລິດເຄື່ອງນຸ່ງຫົ່ມເອົາເອງ. ແຕ່ຍັງມີບາງຊົນເຜົ່າ ດຳລົງຊີວິດຢູ່ເຂດ ຫ່າງໄກສອກຫລີກ, ດຳ ລົງຊີວິດແບບຮີດຄອງເດີມ ແລະ ປາກເວົ້າພາສາປະຈຳເຜົ່າ.

ບຸນປະເພນີທີ່ສຳຄັນປະຈຳປີແມ່ນ ບຸນປີໃໝ່, ບຸນສະຫລອງການປູກເຂົ້າ, ບຸນກູ້ເຜືອກກູ້ມັນ. ສ່ວນ ການ ຂັບ ລຳປະຈຳທ້ອງຖິ່ນໄດ້ແກ່: ຂັບລື້, ຂັບພູຊາງ, ຂັບມົ້ງ ແລະ ຂັບເຕີມ.


ແຂວງ​ຜົ້ງ​ສາລີ ເປັນ​ແຂວງ​ທີ່​ມີ​ຄວາມ​ອຸດົມສົມບູນ ໄປດ້ວຍຊັບພະຍາກອນທຳມະຊາດ, ມີປ່າໄມ້ປົກ ຫຸ້ມ ກວມ 41%, ດິນຟ້າອາກາດຊຸ່ມເຢັນຕະຫລອດປີ ເໝາະສົມແກ່ການຂະຫຍາຍກະສິກຳ ເຊັ່ນ: ຊາ, ກາເຟ, ຝ້າຍ, ຢາ ສູບ, ຖົ່ວດິນ, ຖົ່ວເຫລືອງ, ຖົ່ວຂຽວ. ນອກນີ້ ປະຊາຊົນ ຍັງຊອກຫາ ເກັບເຄື່ອງປ່າ ຂອງ ດົງ ເຊັ່ນ: ໝາກແໜ່ງ, ຍານ ແລະ ຂີ້ຊີ. ແຂວງຜົ້ງສາລີ ມີເສັ້ນທາງຄົມມະນາຄົມຂົນສົ່ງທາງອາກາດ, ທາງບົກ ແລະ ທາງນ້ຳ ຊຶ່ງສາມາດໄປມາ ຫາສູ່ ກັນໄດ້ຕະຫລອດປີ. ມີດ່ານເຂົ້າ-ອອກ ລະດັບທ້ອງຖິ່ນ 4 ດ່ານ, ດ່ານສາກົນ 1 ດ່ານ (ດ່ານສົບຮຸນ-ໄຕຈ່າງ).

 

ກັບຫນ້າສາລະບັນ

 

ຂ່າວສານປະເທດລາວ(ຂປລ) -80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: (856-21)215402 ແຟັກ: 212446