ສະຖານທູດ ອາເມລິກາ ສະໜັບສະໜູນຄູສອນພາສາອັງກິດລາວ

*(ຂປລ): ສະຖານທູດ ອາເມລິກາ ສະໜັບສະໜູນ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດກອງປະຊຸມປະຈໍາປິຄັ້ງທີ 9 ກ່ຽວກັບຄູລາວທີ່ສອນພາສາອັງກິດ ເພື່ອເວົ້າພາສາອື່ນ (TESOL) ແຕ່ວັນທີ 2-3 ກຸມພາ 2012 ນີ້ ທີ່ມະຫາວິທະຍາໄລແຫ່ງຊາດລາວ ໂດຍມີທ່ານສາສະດາຈານ ດຣ. ເພັດສະໝອນ ຄຸນສະຫວັດ, ຮອງອະທິການບໍດີຂອງມະຫາວິທະຍາໄລແຫ່ງຊາດລາວ ທັງເປັນປະທ່ານຄະນະກໍາມະການຈັດກອງປະຊຸມຄັ້ງທີ່ 9 ຄັ້ງນີ້.
ຊຸດອົບຮົມນີ້ ເປັນໂຄງການຝືກອົບຮົມໄລຍະສັ້ນ ແລະ ເປັນໂຄງການທີ່ໃຫຍ່ ແລະ ເປັນການຝຶກອົບຮົມປະຈໍາປີທີ່ສໍາຄັນທີ່ສຸດ ໃຫ້ໂອການແກ່ຄູລາວ ສອນພາສາອັງກິດ ທີ່ມາຈາກໂຮງຮຽນ ມ.ຕົ້ນ ຈາກນະຄອນຫຼວງວຽງຈັນ ແລະ ມາຈາກທ້ອງຖີ່ມທົ່ວປະເທດ ເພື່ອຮັບຟັງການແນະນໍາເຕັກນິກ ການສິດສອນ ພາສາອັງກິດໂດຍກົງ ຈາກນັກວິຊາການທີ່ມາຈາກພາກພື້ນ ແລະ ຄູສອນພາສາອັງກິດທີ່ເປັນພາສາແມ່. ກອງປະຊຸມດັ່ງກ່າວ ປະກອບມີການນໍາສະເໜີ ບົດເຕັກນິກກ່ຽວກັບ ວິທີການສິດສອນພາສາອັງກິດທີ່ມີປະສິດທີຜົນ ຊຶ່ງນໍາສະເໜີໂດຍ ວິທະຍາກອນທີ່ມາຈາກປະເທດໄທ, ຍີ່ປຸນ ແລະ ຄູສອນພາສາອັງກິດ ທີ່ມາຈາກປະເທດອື່ນໆ.
ທ່ານນາງ ແອງຈີ່ຮາ ດິກກີ້ ອຸປະທູດສະຫະລັດ ອາເມລິກາ ປະຈໍາລາວ ກໍໄດ້ຂຶ້ນກ່າວບົດປາໄສຢູ່ໃນພິທີເປິດກອງປະຊຸມດັ່ງກ່າວ ຊຶ່ງທ່ານໄດ້ກ່າວເຖິງ ການເຕີບໃຫຍ່ຂະຫຍາຍຕົວອັນສໍາຄັນ ຂອງການສື່ ສານນໍາໃຊ້ພາສາອັງກິດ ຂະນະທີ່ປະເທດລາວກໍາລັງເຂົ້າເປັນກຸ່ມກ້ອນຂອງອາຊຽນ ແລະ ເປັນສ່ວນໃດໜື່ງຂອງເສດຖະກິດໂລກ. ທ່ານກ່າວວ່າ: ພາສາອັງກິດ ໄດ້ກາຍເປັນພາສາສື່ສານກັນຂອງກຸ່ມປະເທດອາຊຽນແລ້ວ, ເປັນພາສາການຄ້າສາກົນ, ເປັນພາສາທໍາອິດຂອງອີນເຕີເນັດ ແລະ ພາສາຂອງເຄື່ອງສື່ສານ ອັນໃໝ່ນໍາອີກ. ພາສາອັງກິດ ຍັງເປັນພາສາແລກທີ່ນໍາໃຊ້ກັນ ເວລາຊອກຫາໂອກາດ ດ້ານການສຶກສາ ຢູ່ນອກປະເທດ. ເຖີງວ່າມີຫຼາຍພາສາທີ່ເວົ້າກັນຢ່າງຫຼວງຫຼາຍ ເຊັ່ນ ພາສາແອັສປາຍ ແລະ ພາສາຈີນ ແຕ່ເຖິງຢ່າງໃດກໍຕາມ ການເວົ້າພາສາອັງກິດ ກໍຍັງເພີ່ມຂຶ້ນຢູ່ເລື້ອຍໆ ຊຶ່ງເປັນພາສາເຊື່ອມໂຍມກັນທີ່ໃຫ້ຄວາມສະດວກແກ່ປະຊາຄົມໂລກ. ສະນັ້ນແລ້ວ ຂ້າພະເຈົ້າ ດີໃຈຫຼາຍທີ່ສະຖານທູດ ສະຫະລັດ ອາເມລິກາ ສາມາດສະໜັບສະໜຸນຄູສອນພາສາອັງກິດຄົນລາວ ທີ່ເວົ້າພາສາອັງກິດເປັນພາສາທີສອງ ໂດຍສະເພາະແລ້ວ ພາສາອັງກິດ ນີ້ໄດ້ນໍາເອົາຄູສອນພາສາອັງກິດຄົນລາວ ທີ່ຢູ່ນອກນະຄອນຫຼວງວຽງຈັນ ມາເຂົ້າຮ່ວມກອງປະຊຸມຄັ້ງນີ້.
ໃນພິທີເປີດກອງປະຊຸມດັ່ງກ່າວ ທ່ານຍັງໃຫ້ຮູ້ວ່າ: ສະຖານທູດອາເມລິກາ ໄດ້ໃຫ້ການສະໜັບສະ ໜູນ ກອງປະຊຸມ TESOL ມາທຸກໆປິ ຕັ້ງແຕ່ປີ 2002 ຊຶ່ງໄດ້ໃຫ້ເງິນຊ່ວຍເຫຼືອ ເຂົ້າໃນການເດີນທາງມາຮ່ວມປະຊຸມ ແລະ ການຈັດກອງປະຊຸມ ລວມທັງວິທະຍາກອນ ທີ່ຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ຕ່າງແຂວງ./.
ກັບສາລະບານ