ຊາວກະສິກອນ ນຳມັນຕົ້ນປ້ອນເຂ້ົາໂຮງງານຈຳນວນຫລວງຫລາຍ

*(ຂປລ): ຕາມການລາຍງານຂອງທ່ານ ແສງມາລີ ແສງວັດທະນາ, ປະທານບໍລິສັດ ລາວ-ອິນໂດໄຊນາກຣຸບ ມະຫາຊົນຕໍ່ນັກຂ່າວ ຂປລ ໃນວັນທີ 2 ກຸມພາ 2012 ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຜ່ານມາ ມີຊາວກະສິກອນ ຜູ້ປູກມັນຕົ້ນທີ່ເປັນສະມາຊິກ ແລະ ບໍ່ແມ່ນສະມາຊິກ ຂອງບໍລິສັດນຳມັນຕ້ົນມາ ຂາຍໃຫ້ໂຮງງານ ເປັນຈຳນວນຫລວງ ຫລາຍ ເຖິງວ່າລາຄາແປ້ງມັນຕົ້ນຈະຫລຸດລົງ ຈາກ 6 ແສນກີບຕໍ່ໂຕນ ມາເປັນ 5 ແສນກີບຕໍ່ໂຕນ ຕາມລາຄາຕະ ຫລາດ ໂລກກໍຕາມ ແຕ່ຊາວກະສິກອນຍັງບໍ່ຂາດຕົ້ນທຶນການຜະລິດ. ສະເລ່ຍແລ້ວ ມື້ໜຶ່ງມີມັນຕົ້ນເຂົ້າໂຮງງານບໍ່ຕ່ຳກວ່າ 1.500 ໂຕນ ໂດຍມີລົດຂົນມັນ ຕົ້ນມາສົ່ງ 200-300 ຄັນລົດ, ສາເຫດດັ່ງກ່າວເກີດຂຶ້ນ ຍ້ອນລະດູການເກັບກ່ຽວເຂ້ົາສີ້ນ ສຸດລົງ ຊາວກະສິກອນ ຈຶ່ງຫັນມາເກັບກູ້ມັນຕົ້ນ ຢ່າງເປັນຂະບວນ ການຟົດຟື້ນ.
ທ່ານ ແສງມະນີ ແສງວັດທະນາ ຍັງກ່າວຕື່ມວ່າ: ຍ້ອນໃຫ້ຄວາມສຳຄັນ ຕໍ່ນະໂຍບາຍສົ່ງເສີມການຜະລິດ ຂອງຊາວກະສິກອນ ເພື່ອສ້າງລາຍຮັບ ແລະ ແກ້ ໄຂຄວາມທຸກຍາກຂອງເຂົາເຈົ້າ ເຖິງວ່າຈະມີຊາວກະສິກອນທີ່ເປັນ ສະມາຊິກ ແລະ ບໍ່ເປັນສະມາຊິກຂອງບໍລິສັດນຳມັນຕົ້ນມາຂາຍໃຫ້ ທາງບໍລິສັດແມ່ນ ຮັບຊື້ໝົດ ໃນລາຄາດຽວກັນ ຊຶ່ງປະຈຸບັນສະມາຊິກຂອງບໍລິສັດມີພຽງ 30% ເທົ່ານັ້ນ ທີ່ນຳມັນຕົ້ນມາສົ່ງໃຫ້ ນອກນັ້ນ 70% ແມ່ນຂອງຊາວກະສິກອນ ທີ່ບໍ່ແມ່ນສະມາຊິກ ແລະ ເພື່ອໃຫ້ກຳລັງການຜະລິດຂອງໂຮງງານ ຕອບສະໜອງກັບປະລິມານຂອງວັດຖຸດິບ ທີ່ນຳເຂົ້າເປັນຈຳນວນຫລວງຫລາຍນັ້ນ ໂຮງ ງານໄດ້ເດີນເຄື່ອງຈັກການ ຜະລິດຕະຫລອດ 24 ຊົວໂມງ ຄຽງຄູ່ກັບການ ເກັບຊື້ຕະຫລອດ 24 ຊົວໂມງ. ໃນໂອກາດນີ້ ທ່ານ ແສງມະນີ ແສງວັດທະນາ ຍັງໄດ້ມອບເງິນ ຈຳນວນ 28 ລ້ານກີບ ໃຫ້ ທ່ານ ວິໄລຫົງ ລິດສົມພານ, ນາຍບ້ານບ້ານນາຊອນ ເມືອງປາກງື່ມ ນະຄອນຫລວງວຽງຈັນ ເພື່ອກໍ່ສ້າງເສັ້ນທາງ ບ້ານດັ່ງກ່າວ ປະມານ 2 ກິໂລ ແມັດ./.
ກັບສາລະບານ