ຂ່າວພາຍໃນປະເທດ
 

 

ຜູ້​ແທນ​ກະຊວງການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຢ້ຽມຢາມ​ລາວ

*(ຂປລ) : ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ​ອາ​ເມ​ລິ​ກາ ນຳ​ໂດຍ​ ທ່ານ Kurt Campbell, ຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງ ປະ​ເທດ​ອາ​ເມ​ ລິ​ກາ, ຮັບຜິດຊອບ​ວຽກ​ງານ​ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ ​ໃນ​ລະຫວ່າງ​ ວັນ​ທີ 10-11 ມີນາ 2010 ​ເພື່ອ​ເຂົ້າ ຮ່ວມ ​ກອງ​ປະຊຸມ​ປຶກສາ​ຫາລື​ຮອບດ້ານ​ກ່ຽວ​ກັບ​ການ​ພົວພັນ ແລະ ການ​ຮ່ວມ​ມື ລະຫວ່າງ ສປປ ລາວ-ສະຫະລັດ ​ອາ​ເມ​ລິ​ກາ.
ການ​ມາ​ຢ້ຽມຢາມ​ຄັ້ງນີ້​ເປັນ​ການ​ປະກອບສ່ວນ​ສຳຄັນ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວ​ພັນການ​ຮ່ວມ​ມື ແລະ ​ເປັນ​ຂີດ​ໝາຍ​ໃນ​ສາຍ​ພົວພັນ​ອັນ​ຍາວ​ນານ ຂອງ​ສອງ​ ປະ​ ເທດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ອາ​ເມ​ລິ​ກາ, ຊຶ່ງ​ພວມ​ຢູ່ໃນ​ໄລຍະ​ການສະ​ເຫລີ​ມສະຫລອງ ​ວັນສ້າງຕັ້ງສາຍ​ພົວພັນ​ການ​ ທູດ ລະ ຫວ່າງ​ສອງ​ປະ​ເທດ​ຄົບ ຮອບ 55 ປີ.
​ ໃນ​ວັນ​ທີ 11 ມີນາ​ນີ້ ທ່ານ Kurt Campbell ພ້ອມ​ຄະນະ ​ໄດ້​ເຂົາຢ້ຽມ​ຂ່ຳນັບ ທ່ານ ດຣ ທອງ​ ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າ ການ​ກະ ຊວງ​ການ​ຕ່າງປະ​ເທດ ​ແລະ ພົບ​ປະ​ສອງ​ຝ່າຍ ກັບ ທ່ານ ພົງ​ສະຫວັດ ບຸບຜາ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ ​ຕ່າງປະ​ ເທດ. ໃນ​ໂອກາດ​ພົບ​ປະ​ທັງ​ສອງ ​ຝ່າຍ ​ໄດ້​ແລກປ່ຽນ​ບົດຮຽນ, ຂໍ້​ມູນ​ຂ່າວສານ​ນຳ​ກັນ​ຢ່າງ​ ກວ້າງ ຂວາງ ກ່ຽວ​ກັບ​ບັນຫາ​ຕ່າງໆ ເຊັ່ນ : ການ​ຮ່ວມ​ມື​ສອງ​ຝ່າຍ, ບັນຫາ​ພາກພື້ນ ແລະ ຂົງ​ເຂດ, ​ແລະ ບັນຫາ​ອື່ນໆ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ນຳ​ກັນ./.

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446