ຍົກສູງບົດບາດເຈົ້າກົກເຈົ້າເຫຼົ່າໃນການພັດທະນາເສດຖະກິດ-ສັງຄົມ
*(ຂປລ): ທ່ານ ສີສະຫວາດ ແກ້ວບຸນພັນ, ກຳມະການກົມການເມືອງ ສູນກາງພັກ , ປະທານສູນ ກາງແນວ ລາວສ້າງຊາດ, ຜູ້ຊີ້ນຳວຽກງານອົງການ ຈັດຕັ້ງມະ ຫາຊົນ ຂັ້ນສູນກາງໄດ້ໃຫ້ກຽດເປັນປະ ທານ ການ ຝຶກອົບຮົມ ເຈົ້າກົກ, ເຈົ້າເຫຼົ່າ ທີ່ຈັດຂຶ້ນໃນລະຫວ່າງວັນທີ 9-10 ມີນາ 2010, ທີ່ສະໂມສອນເມືອງ ໄຊ ທານີ , ນະຄອນຫຼວງວຽງ ຈັນ ໂດຍມີ ທ່ານ ສົມບັດ ເຢຍລີເຮີ, ເລຂາທິການ ສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ມີ ບັນດາການນຳ ຈາກ ສູນກາງ, ນະຄອນຫຼວງ, ເມືອງ, ພະນັກງານອາວຸໂສ ບຳນານ ແລະ ເຈົ້າກົກ, ເຈົ້າເຫຼົ່າທີ່ຕາງ ໜ້າຈາກທຸກພາກສ່ວນເຂົ້າຮ່ວມ. ການຝຶກອົບຮົມດັ່ງກ່າວໄດ້ເຜີຍແຜ່ເອກະສານເພີມທະວີຄວາມ ສາມັກຄີ ແລະ ສະເຫມີພາບ ຂອງປະຊາຊົນ ບັນດາເຜົ່າ, ມູນເຊື້ອແນວລາວສ້າງຊາດຄົບ ຮອບ 60 ປີ, ບົດບາດຂອງເຈົ້າກົກ, ເຈົ້າເຫຼົ່າ ແລະ ໜ້າທີ່ຂອງເຈົ້າກົກ, ເຈົ້າເຫຼົ່າ ໃນໄລຍະໃໝ່ ພ້ອມກັບແຜນພັດທະນາເສດຖະກິດ- ສັງຄົມຂອງນະຄອນຫຼວງ ວຽງ ຈັນ. ທັງນີ້ກໍ່ເພື່ອແນໃສ່ ເຈົ້າກົກ ,ເຈົ້າເຫຼົ່າກໍ່ ຄືທຸກພາກສ່ວນໄດ້ຮັບຮູ້ ເຊື່ອມຊຶມ ແລະ ເຫັນແຈ້ງສິດເປັນ ເຈົ້າປະເທດຊາດ ຂອງພົນລະເມືອງ ລາວທຸກຄົນ, ຊາດ ລາວຄົນລາວເປັນເຈົ້າຂອງ, ບົນຈິດໃຈນັ້ນເພື່ອປັບປຸງ ສະຕິຊາດອັນໜື່ງ ອັນດຽວ, ຕ້ານ ແລະສະກັດ ກັ້ນ ແນວຄິດເອື່ອຍອິງ, ຄອງຄອຍ,ຂາດຄວາມຮັບຜິດ ຊອບ, ແລະ ອີກຢ່າງໜື່ງກໍ່ເພື່ອແນໃສ່ໂຄສະນາ ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ບັນດາ ເຜົ່າໄດ້ຮັບຮູ້ ເຊື່ອມຊືມມູນເຊື້ອປະຕິວັດ, ມູນເຊື້ອແຫ່ງການຕໍ່ສູ້ ແລະ ສ້າງສາພັດທະນາ ປະເທດຊາດເປັນ ເວລາກວ່າ ເຄີ່ງ ສະຕະວັດຂອງການຈັດຕັ້ງແນວໂຮມແຫ່ງຊາດລາວ, ເສີມຂະຫຍາຍມູນ ເຊື້ອ ແຫ່ງ ຄວາມສາ ມັກ ຄີເປັນ ປຶກແຜ່ນ ທຸກຊົນເຜົ່າ, ຊັ້ນຄົນ, ເພດໄວພາຍໃຕ້ການນຳພາ ຂອງພັກ, ສ້າງຂະບວນສຶກສາອົບ ຮົມ ນ້ຳໃຈບຸກບືນ ຫ້າວຫັນປະຕິວັດ, ຈຸດຫມາຍ ສູ້ ຊົນຂອງມະຕິກອງປະຊຸມໃຫ່ຍຄັ້ງທີ VIII ຂອງພັກວາງອອກ. ໄປພ້ອມກັບ ການສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫ່ຍຄັ້ງທີ IX ຂອງພັກ, ກອງ ປະຊຸມໃຫ່ຍຄັ້ງທີ IX ຂອງແນວລາວສ້າງຊາດ ແລະ ຂ່ຳນັບຮັບຕ້ອນການສະ ເຫຼີມສະຫຼອງວັນສ້າງຕັ້ງແນວລາວ ສ້າງຊາດຄົບ ຮອບ 60 ປີທີ່ຈະມາເຖິງນີ້. ທ່ານ ປະທານສູນກາງແນວລາວສ້າງຊາດ ຍັງໄດ້ຍົກໃຫ້ເຫັນຄວາມສຳ ຄັນ ຂອງເຈົ້າກົກເຈົ້າເຫຼົ່າ ແລະ ຜູ້ຊົງຄຸນວຸດທິ ແລະຕ້ອງເອົາໃຈໃສ່ສຶກສາ ອົບຮົມ ນຳ ພາ ວຽກ ງານແນວຄິດເປັນກົກ ໃຫ້ປະຊາຊົນບັນ ດາເຜົ່າໃຫ້ມີຄວາມເຊື່ອໝັ້ນ ຕໍ່ແນວທາງ ນະໂຍບາຍຂອງພັກ, ເຫັນໄດ້ຜົນງານອັນຍິ່ງໃຫ່ຍ ກໍ່ຄືມູນເຊື້ອຄວາມ ອົງອາດກ້າຫານໃນການຕໍ່ສູູ້້ກອບກູ້ເອົາເອກະລາດມາຢູ່ໃນກຳມືຂອງອົງການ ແນວ ລາວ ສ້າງຊາດໃນແຕ່ລະ ໄລຍະ, ສ້າງຂະບວນການ ດ້ານຕ່າງໆເພື່ອປຸກ ລະດົມຈິດໃຈ ເບີກບານມ່ວນຊື່ນ, ຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມັກຄີ ຄວາມເປັນ ເອກະພາບພາຍໃນໃຫ້ແໜ້ນແຟ້ນ, ເພືອພ້ອມກັນຈັດຕັ້ງປະ ຕິ ບັດບັນດາວຽກ ງານຈຸດສຸມຕົ້ນຕໍທີ່ໄດ້ວາງອອກໂດຍສະເພາະ ແມ່ນສ້າງຂະບວນການຂ່ຳ ນັບ ຮັບຕ້ອນວັນສະເຫຼີມສະ ຫຼອງ ວັນສ້າງຕັ້ງແນວ ລາວສ້າງ ຊາດ ຄົບຮອບ 60 ປີ ໃຫ້ເປັນຂະບວນການຟົດຟື້ນ. ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງ ໃຫ້ບັນດາພະນັກງານ ຜູ້ອາວຸໂສບຳນານ, ເຈົ້າກົກ, ເຈົ້າເຫຼົ່າ ຕ້ອງເອົາໃຈໃສ່ ໃກ້ຊິດ ຕິດແທດ, ສຶກສາ ອົບຮົມ ການເມືອງແນວຄິດໃຫ້ແກ່ລູກຫຼານຂອງຕົນກ່ຽວກັບນ້ຳໃຈຮັກຊາດ, ຮັກ ບ້ານເກີດ ເມືອງນອນ, ຮັກມູນເຊື້ອ ອັນ ສະຫງ່າຂອງຊາດ, ເສີມຂະຫຍາຍ ຈິດໃຈ ເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນ ເອງ ໃຫ້ເປັນພົນລະ ເມືອງດີ ຮ່ວມກັນພັດທະນາເສດ ຖະກິດ-ສັງຄົມ ໃຫ້ ຂະຫຍາຍຕົວຢ່າງຕໍ່ເນື່ອງ./.
ກັບສາລະບານ