ສຳເລັດກອງປະຊຸມຄົບຄະນະບໍລິຫານງານ ຊ າວໜຸ່ມ ນະຄອນຫລວງວຽງຈັນ ດ້ວຍຜົນ
ຮູບ:ສະຫວັດ
*(ຂປລ): ກອງປະຊຸມຄົບຄະນະບໍລິຫານງານ ຊປປລ ນະຄອນຫລວງວຽງຈັນ ຄັ້ງທີ 2 ສະໄໝທີ VI ທີ່ດຳ ເນີນມາແຕ່ວັນທີ 2 ກຸມພາ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທາມ ພຸດທະວົງສາ, ເລຂາທິການສູນກາງ ຊປປລ, ເລຂາຄະນະບໍລິຫານງານ ຊປປລ ນະຄອນຫລວງວຽງຈັນ ໄດ້ປິດລົງດ້ວຍຜົນສຳເລັດ ໃນວັນທີ 3 ກຸມພາ 2012, ກອງ ປະຊຸມໄດ້ຮັບກຽດຕ້ອນຮັບ ທ່ານ ດຣ. ວິລະວົງ ບຸດດາຄຳ, ເລຂາຄະນະບໍລິຫານງານ ຊປປລ, ມີຜູ້ຕາງໜ້າອົງການຈັດ ຕັ້ງຂັ້ນເມືອງ, ຫ້ອງການ, ໜ່ວຍຊາວໜຸ່ມຮາກຖານ ນະຄອນຫລວງວຽງຈັນ ເຂົ້າຮ່ວມ 100 ກວ່າທ່ານ.
ກອງປະຊຸມ ໄດ້ຮັບຟັງຮ່າງບົດສະຫລຸບ ການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມ-ເຍົາວະຊົນ ສົກປີ 2010- 2011 ແລະ ທິດທາງແຜນການ ສົກປີ 2011-2012 ທີ່ສະເໜີໂດຍ ທ່ານ ບຸນທາມ ພຸດທະວົງສາ ໃນແຕ່ລະດ້ານ ເປັນຕົ້ນ ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານປັບປຸງ ແລະ ກໍ່ສ້າງການຈັດຕັ້ງ ຊາວໜຸ່ມ, ວຽກງານຂະບວນ ການ, ການກໍ່ສ້າງເຍົາວະຊົນ-ອະນຸຊົນທັນວາ, ການພັດທະນາຊາວໜຸ່ມ ແລະ ສົ່ງ ເສີມວິຊາຊີບ, ວຽກງານການເງິນ ແລະ ຂຸດຄົ້ນລາຍຮັບ, ວຽກງານການພົວພັນ-ຮ່ວມມື ກັບຕ່າງປະເທດ ແລະ ອື່ນໆ ໂດຍຊີ້ໃຫ້ເຫັນຜົນງານ, ດ້ານດີ, ດ້ານ ອ່ອນ ແລະ ຂໍ້ຄົງຄ້າງການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນໄລຍະຜ່ານມາ ແລະ ທິດທາງການພັດທະນາ ວຽກ ງານດັ່ງກ່າວໃນຕໍ່ໜ້າ. ຈາກນັ້ນ ກໍໄດ້ຮັບຟັງການປະກອບຄຳເຫັນຈາກຜູ້ແທນກອງປະຊຸມ ໃນວຽກງານດັ່ງກ່າວ ຢ່າງ ກົງໄປກົງມາ ເພື່ອເຮັດໃຫ້ທິດທາງແຜນການພັດທະນາ ຊາວໜຸ່ມ-ເຍົາວະຊົນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດ ທິຜົນ ແນໃສ່ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ-ໄວໜຸ່ມ ແລະ ເຍົາວະຊົນ ບັນດາເຜົ່າຢ່າງໜັກແໜ້ນ ພາຍໃຕ້ການນຳພາຂອງພັກ, ເສີມຂະຫຍາຍບົດບາດເປັນກຳລັງປະຈັນບານ ຢ່າງຟົດຟື້ນເຂົ້າ ໃນຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ພ້ອມນີ້ ກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງທ່ານ ດຣ. ວິລະວົງ ບຸດດາຄຳ ໂດຍທ່ານໄດ້ເນັ້ນໜັກໃຫ້ຄະນະ ຊາວໜຸ່ມ, ສະມາຊິກຊາວໜຸ່ມ ຕັ້ງໜ້າຫັນລົງກໍ່ສ້າງຮາກຖານ ປັບປຸງການຈັດຕັ້ງຊາວໜຸ່ມໃຫ້ ໜັກແໜ້ນ-ເຂັ້ມແຂງ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກແຕ່ລະຂະແໜງການ ໂດຍສະເພາະຂັ້ນຮາກ ຖານບ້ານ ໃຫ້ໜັກແໜ້ນເຂັ້ມແຂງ, ສ້າງໃຫ້ໄດ້ຮາກຖານຊາວໜຸ່ມຕົວແບບ ຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກທີ່ກອງປະຊຸມ ໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດວາງອອກ. ພ້ອມເອົາໃຈໃສ່ປຸກ ລະດົມເຕົ້າໂຮມ ກຳລັງຊາວໜຸ່ມຕັ້ງໜ້າປະຕິບັດແວ ທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະ ນະພັກ ແລະ ແຜນພັດທະນານະຄອນຫລວງວຽກຈັນ ຢ່າງໜັກແໜ້ນ ແລະ ເປັນຂະບວນການຟົດຟື້ນ ./.
ກັບສາລະບານ