ຈັດງານຕະຫຼາດນັດ ວາງສະແດງສິນຄ້າ ບຸນນະມັດສະການພຣະທາດສີໂຄດຕະບອງ

*(ຂປລ): ບຸນນະມັດສະການພຣະທາດສີໂຄດຕະບອງ ປະຈຳປີ 2012 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໂດຍແມ່ນພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ເປັນເຈົ້າພາບ ໄດ້ຈັດງານຕະຫຼາດນັດ ແລະ ວາງສະແດງສະແດງສິນຄ້າ ໃນຕອນບ່າຍຂອງວັນທີ 03 ກຸມພາ 2012 ນີ້ ຢູ່ທີ່ເດີ່ນພຣະທາດສີໂຄດຕະ ບອງ ແລະ ຈະດຳເນີນໄປເຖິງວັນທີ 7 ກຸມພານີ້ ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມການລົງທຶນຂອງພາຍໃນ ແລະ ຕ່າງປະເທດກ່ຽວກັບຜະລິດເປັນສິນຄ້າ ໃນທົ່ວແຂວງໃຫ້ຫຼາຍຂຶ້ນ, ຊຸກຍູ້ຫົວ ໜ່ວຍທຸລະກິດຂະໜາດນ້ອຍ-ຂະໜາດກາງ ໃຫ້ນັບມື້ນັບຂະຫຍາຍຕົວອອກ ຢ່າງກວ້າງຂວາງ ໂດຍການເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດ ຂອງທ່ານ ຄຳໃບ ດຳລັດ, ເຈົ້າແຂວງໆຄຳມ່ວນ, ພ້ອມດ້ວຍ ຄະນະ ປະຈຳພັກ ແຂວງ, ກຳມະການພັກແຂວງ, ພະແນກການ, ການນຳຂອງເມືອງ, ນັກທຸລະກິດທັງພາກລັດ ແລະ ເອກະຊົນ.
ທ່ານ ສິງເພັດ ແກ້ວໂສພາ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ລາຍງານວ່າ: ງານວາງສະແດງ ແລະ ຂາຍສິນຄ້າໃນຄັ້ງນີ້ ພວກ ເຮົາໄດ້ຮັບການຮ່ວມມື ຈາກອຳນາດການປົກຄອງ ຂັ້ນ ແຂວງ, ຂັ້ນເມືອງ ໂດຍສະເພາະ ແມ່ນເມືອງທ່າແຂກ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນຢ່າງດີ, ນອກນັ້ນ ຍັງໄດ້ຮັບການອຸປະຖຳ ຈາກຫົວໜ່ວຍທຸລະກິດຕ່າງໆ, ຜ່ານການປຸກລະດົມ, ເຊື້ອເຊີນທຸກພາກສ່ວນພາຍໃນ ແຂວງ ແລະ ຕ່າງແຂວງ. ມາຮອດປະຈຸບັນ ມີພາກສ່ວນຕ່າງໆເຂົ້າຮ່ວມໃນງານຄັ້ງນີ້ ມີທັງໝົດ 474 ຮ້ານ, ໃນນັ້ນມີ ຮ້ານວາງສະແດງຈາກພະແນກການ ຕ່າງໆພາຍໃນແຂວງມີ 06 ຮ້ານ, ຮ້ານວາງສະແດງ ແລະ ຂາຍ ສິນຄ້າ ຈາກບັນດາເມືອງມີ 13 ຮ້ານ, ຮ້ານວາງສະແດງ ແລະ ຂາຍສິນຄ້າ ຈາກພະແນກວັດທະນະທຳ ແລະ ທ້ອງທ່ຽວ ຂອງ 03 ແຂວງຄື: ແຂວງຊຽງຂວາງ, ສາລະວັນ ແລະ ນະຄອນຫຼວງ ຈຳນວນ 03 ຮ້ານ, ຮ້ານ ວາງສະແດງ ແລະ ຂາຍສິນຄ້າຈາກຕ່າງແຂວງ ມີ 04 ຮ້ານ, ຮ້ານວາງສະແດງ ແລະ ຂາຍສິນຄ້າ ຈາກພາກ ສ່ວນທຸລະກິດຕ່າງໆມີ 138 ຮ້ານ, ຮ້ານຄ້າ OTOP ລາວ-ໄທ ມີ 310 ຮ້ານ. ນອກຈາກນັ້ນ ຍັງມີການວາງ ສະແດງ ແລະ ຂາຍສິນຄ້າຢູ່ເຮືອນຊົນເຜົ່າທັງ 09 ຫຼັງ ຂອງແຕ່ລະເມືອງ. ສິນຄ້າທີ່ນຳມາວາງສະແດງ ແລະ ຂາຍໃນງານຕະຫຼາດນັດຄັ້ງນີ້ ມີ: ສິນຄ້າພະລິດຕະພັນ ອຸດສາຫະກຳ, ຜະລິດຕະພັນກະສິກຳ, ເຄື່ອງຫັດຖະກຳ ແຜ່ນແພ, ເຄື່ອງຈັກສານ, ເຄື່ອງປັ້ນດິນເຜົາ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງເຟີນີເຈີ, ຜະລິດຕະພັນ ຈາກໄມ້ ແລະ ເຄື່ອງໃຊ້ສອຍອຶ່ນໆ ທີ່ຕິດພັນກັບວິຖີຊີວິດຕົວຈິງ ຂອງປະຊາຊົນບັນດາເຜົ່າ ຊຶ່ງລວມມູນຄ່າທັງໝົດປະມານ 9.124.500.000 ກີບ./.
ກັບສາລະບານ