ຂ່າວພາຍໃນປະເທດ
 

 

ຄະນະ​ເລຂາ​ທິການ​ສູນ​ກາງ​ພັກ​ແນະນຳການສະ​ເຫລີ​ມສະຫລອງ​
ວັນ​ສ້າງ​ຕັ້ງ​ພັກ​ຄອບ​ຮອບ 55 ປີ

*(ຂປລ) ໃນ​ວັນ​ທີ 12 ມີນາ 2010 ຢູ່​ທີ່​ຫ້ອງ​ວ່າການ​ສູນ​ກາງ​ພັກ, ນະຄອນຫລວງ​ວຽງ​ຈັນ, ທ່ານ ບຸນ​ຍັງ ວໍລະ​ຈິດ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້​ປະຈຳ ການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ ​ໄດ້​ໃຫ້ກຽດ​ເຜີຍ​ແຜ່​ແນະນຳ​ການ​ສ້າງ​ຂະ​ບວນການ​ເພື່ອສະ​ເຫລີ​ມສະຫລອງ​ວັນ​ສ້າງ​ຕັ້ງ​ພັກ​ຄົບຮອບ 55 ປີ ​ໃຫ້​ແກ່​ບັນດາ​​ເລຂາ​ຄະນະ​ພັກຂັ້ນຕ່າງໆ​ໂດຍ​ສະ​ເພາະ ​ເລຂາ ​ແລະ ລັດຖະມົນຕີ ກະຊວງ ທະບວງຕ່າງໆ ​,ນະຄອນຫລວງ ​ແລະ ບັນດາ​ແຂວງ ນຳ​ໄປ ​ຈັດຕັ້ງປະຕິບັດ​ໃຫ້​ເປັນ​ເອກະ​ພາບ ​ຢ່າງ​ທົ່ວ​ເຖິງ.
ທ່ານ ບຸນ​ຍັງ ວໍລະ​ຈິດ ​ໄດ້​ກ່າວ​ເນັ້ນຢ້ຳບັນຫາ​ຈຳນວນ​ຫນຶ່ງ ​ເພື່ອ​ໃຫ້​ບັນດາ​ການ​ນຳ​ຂັ້ນຕ່າງໆ ກຳ​ໄດ້​ແຈ້ງ​ຕື່ມ​ແນວ​ຄິດ​ຊີ້​ນຳ​ໃນ​ການ​ສະ​ເຫລີ​ມສະຫລອງ​ວັນ​ສ້າງ​ ຕັ້ງ​ພັກ​ຄົບຮອບ 55 ປີ​, ຊຶ່ງ​ກ່ອນ​ອື່ນ ຕ້ອງ ກຳ​ແໜ້ນ​ຈຸ​ດປະສົງ​ຄາດໝາຍ​ຂອງ​ກາ​ນສະ​ເຫລີ​ມສະຫລອງ​ຄົບຮອບ 55 ປີ​ຂອງ​ວັນ​ສ້າງ​ຕັ້ງ​ພັກ ​ເຊິ່ງຕ້ອງຊີ້​ໃຫ້​ເຫັນ ​ວ່າ ​ວັນ​​ ສ້າງ​ຕັ້ງ​ພັກ ​ແລະ ການ​ເຕີບ​ໃຫຍ່​ຂອງ​ພັກ​ເຮົາ​ນັ້ນ ເປັນ​ຂີດໝາຍ​ທາງ​ປະ​ຫວັດ​ສາດ​ຂອງ​ການ​ປະຕິວັດ​ລາວ ​ເປັນ​ປັດ​​ໄຈ​ຕັດສິນ​ໄຊຊະນະ​ຂອງ​ພາລະ ກິດ​ປະ ຕິວັດ ​ຂອງ​ປະ​ເທດ​ເຮົາ​ນັ້ນ​ ລ້ວນ​ແຕ່​ຕິດ​ພັນ​ກັບ​ການ​ຊີ້​ນຳ ນຳພາ​ກໍຄື​ການ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂອງ​ພັກ​ເຮົາ, ​ເປັນ​ການ​ສຶກສາ​ອົບຮົມ​ພະນັກງານ, ສະມາຊິກ​ພັກ, ລັດຖະກອນ, ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ​ບັນ​ດາ​ເຜົ່າ​ໃຫ້​ເຫັນ​ໄດ້​ບົດບາດ ​ແລະ ຄວາມ​ປີ​ຊາ​ສາມາດ ​ແລະ ສະຫລາດ​ສ່ອງ​ໃສ​ຂອງ​ພັກ​ທັງ​ທາງ​ ດ້ານ​ ການວາງ​​ແນວທາງ​ແຜນ​ນະ​ໂຍບາຍ, ທັງ​ໃນ​ດ້ານ​ການ​ຊີ້ນຳ​ນຳພາ​ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ​ຈັດຕັ້ງປະຕິບັດ​ແນວທາງ​ຂອງ​ພັກ​ຢ່າງ​ມີ​ຜົນສຳ​ເລັດ. ນອກຈາກ​ນັ້ນ, ການສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງພັກ ຍັງ​ເປັນ​ບັ້ນສຳຄັນ​ຫນຶ່ງ​ຂອງ​ການ​ສຶກສາ​ອົບຮົມ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ພາຍ​ໃນ​ພັກ, ພາຍ​ໃນ​ຊາດ, ​ເປັນ​ການ ​ບຸກ ບືນ ​ຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 8 ຂອງ​ພັກ ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ​ເຮັດ​ໃຫ້​ປະ​ເທດ​ຊາດ​ຫລຸດ​ພົ້ນອອກ​ຈາກ​ຄວາມ ​ດ້ອຍ​ ພັດທະນາ ​ແລະ ​ເປັນ​ການ​ສ້າງ​ຂະ​ບວນການກຽມ​ໃສ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 9 ຂອງ​ພັກ.
ສຳລັບ​ເນື້ອ​ໃນ​ນັ້ນ, ທ່ານ ບຸນ​ຍັງ ວໍລະ​ຈິດ ​ໄດ້​ເນັ້ນຫນັກໃຫ້​ສຸມ​ໃສ່​ກ່ຽວ​ກັບ​ທາດ​ແທ້​ມູນ​ເຊື້ອ​ແຫ່ງ​ການ​ເຄື່ອນ​ໄຫວ​ຊີ້​ນຳ​ນຳພາ​ຂອງ​ພັກ, ​ເນັ້ນ​ໃສ່​ບັນຫາ​ທີ່​ພັກ​ ເຮົາ​ຕ້ອງ​ ເອົາ​ໃຈ​ໃສ່​ປັບປຸງ​ແກ້​ໄຂ​ກໍ່​ຄື​ທິດ​ທາງ​ໜ້າ​ທີ່​ຕົ້ນຕໍ​ໃນ​ການ​ສືບ​ຕໍ່​ປັບປຸງ​ພັກ​ເຮົາ​ໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ ​ແລະ ກ່ຽວ​ກັບ​ວິທີ​ການຈັດ​ຕັ້ງ​ເຜີ​ຍ​ແຜ່ແນະ​ ນຳ​ນັ້ນ ​ໃຫ້​ມີ​ຫລາຍ​ຮູບ ຫລາຍ​ສີ ເຊິ່ງຢືດຖື​ເອົາ​ເນື້ອ​ໃນ​ອົບຮົມ​ແນວ​ຄິດ​ເປັນ​ຕົ້ນຕໍ, ຂະນະ​ທີ່​ທິດ​ທາງ​ຈຸດ​ສຸມ​ໃນ​ການ​ສືບຕໍ່ປັບປຸງ​ພັກ​ນັ້ນ ​ແມ່ນ​ໃຫ້​ເອົາ​ໃຈ​ໃສ່​ເຜີຍ​ແຜ່ ອະທິບາຍ​ເນື້ອ​ໃນ ທີ່​ວ່າ ພັກ ຕ້ອງ​ຮັກສາ​ໃຫ້​ໄດ້​ລັກສະນະ​ນຳ​ຫນ້າ, ​ໄປ​ໃຫ້​ທັນ​ກັບ​ຍຸກ​ສະ​ໄຫມ; ພັກ​ຕ້ອງ​ເພີ່ມ​ທະວີ​ການ​ນຳພາ​ຕໍ່ທົ່ວ​ສັງຄົມ, ຍົກ​ລະດັບ​ຄວາມ ​ສາມາດ​ກຳ​ອຳນາດ​ຂອງ​ພັກ​ໃຫ້​ສູງ​ຂຶ້ນ​ໂດຍ​ຢຶດຫມັ້ນ​ໃນ​ແນວ​ຄິດຊີ້ນຳ​ກຳ​ອຳນາດ​ເພື່ອ​ຜົນ​ປະ​ໂຫຍ​ດລວມ ​ແລະ ຄວາມ​ຮັ່ງມີ​ຜາ​ສຸກ​ຂອງ​ປະຊາຊົນ, ນຳ​ເອົາ​ປະ​ເ ທດ ​ຊາດ​ ກ້າວ​ຂຶ້ນສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ; ​ເພີ່ມ​ທະວີ ການ​ຄຸ້ມ​ຄອງ​ໃຫ້​ແຫນ້ນ, ປະຕິບັດ​ກົດ​ລະບຽບຂອງ​ພັກ​ໃຫ້​ເຂັ້ມງວດ, ຮັບປະກັນ​ໃຫ້​ພັກ​ເປັນ​ການ ຈັດ ຕັ້ງທີ່​ມີ​ຄວາມ​ເປັນ​ເອກະ​ພາບ​ອັນ​ແຫນ້ນ​ແກ່ນ, ​ເປັນ​ກຳລັງ​ການ​ເມືອງ​ທີ່​ກ້າ​ແກ່ນ, ມີ​ຄວາມ​ປອດ​ໃສ​ຂາວ​ສະອາດ, ​ເດັດຂາດ​ເຂັ້ມງວດ​ໃນ​ການ​ຕໍ່ສູ້​ຕ້ານ​ປະ ກົດ ​ການ​ຫຍໍ້​ທໍ້​ໃນ​ການຈັດຕັ້ງ​ແລະ​ທົ່ວ​ສັງຄົມ. ຄຽງຄູ່​ກັນນີ້,ພັກ​ຕ້ອງ​ໄດ້​ສຸມ​ໃສ່​ສ້າງ​ໃຫ້​ມີ​ຖັນ​ແຖວ​ພະນັກງານ​ນຳພາ​ທີ່​ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ຫນ້າ​ທີ່​ວຽກງານ, ພ້ອມ ​ນີ້ ກໍ​ຕ້ອງ​ໄດ້​ສຸມ​ໃສ່​ປັບປຸງ​ຮາກ​ຖານພັກ ​ແລະ ສະມາຊິກ​ພັກ​ໃຫ້​ເຂັ້ມ​ແຂງ​ແລະ​ມີ​ຄວາມ​ສາມາດ​ນຳພາ, ​ເປັນ​ແບບຢ່າງ​ນຳ​ຫນ້າ ພາ​ປະຊາຊົນ, ຊັ້ນຄົນ​ຕ່າງໆ ຈັດຕັ້ງປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ​ໃຫ້​ມີ​ຜົນສຳ​ເລັດ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446