ຂະບວນຍຸຕິທຳຕ້ອງເພີ່ມຄວາມຮັບຜິດຊອບການປະຕິບັດກົດໝາຍ
*(ຂປລ) : ວຽກງານດຳເນີນຄະດີ ຕາມຂະບວນການຍຸຕິທຳ ມີການພົວພັນກັບຫລາຍພາກສ່ວນ ນັບທັງ ສານ, ໄອຍະການ, ອົງການຈັດຕັ້ງປະຕິບັດຄຳຕັດສິນ ຂອງ ສານ, ອົງການສືບສວນ-ສອບສວນ ແລະ ສະ ພາແຫ່ງຊາດ ເພື່ອເຮັດໜ້າທີ່ປົກປ້ອງກົດໝາຍ ແນໃສ່ໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບ ຮ້ອຍ ທັງຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງລັດ, ຂອງປະຊາຊົນ ນັບທັງ ຊາວຕ່າງດ້າວ ທີ່ພວມດຳລົງຊີວິດຢູ່ ສປປ ລາວ, ອົງການໃນ ຂະ ບວນຍຸຕິທຳ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ໃນການປະ ຕິບັດກົດໝາຍ, ການແກ້ໄຂຄະດີ ໃຫ້ມີຄວາມຖືກຕ້ອງເປັນທຳ ຮັບປະກັນຄຸນນະພາບ ການຄຸ້ມ ຄອງລັດ, ຄຸ້ມຄອງສັງຄົມ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ແລະ ຈະເລີນກ້າວໜ້າຂຶ້ນເລື້ອຍໆ. ທ່ານ ທອງສິງ ທຳມະວົງ, ປະທານສະພາແຫ່ງຊາດ ໄດ້ໃຫ້ທິດຊີ້ນຳດັ່ງກ່າວ ໃນກອງປະຊຸມແລກ ປ່ຽນຄວາມຄິດເຫັນ ການດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ III ຊຶ່ງໄຂຂຶ້ນໃນຕອນເຊົ້າວັນທີ 15 ມີນາ 2010 ທີ່ອົງການໄອຍະການປະຊາຊົນສູງສຸດ ໂດຍມີຜູ້ຕາງໜ້າກະຊວງ, ອົງການຕ່າງໆຂ້ັນສູນກາງ, ນະ ຄອນ ຫລວງ ແລະ ທ້ອງຖິ່ນເຂົ້າຮ່ວມ, ສິ່ງສຳຄັນ ທ່ານປະທານສະພາແຫ່ງຊາດ ໄດ້ຮຽກຮ້ອງໃຫ້ອົງການໃນຂະບວນການຍຸຕິທຳ ແຕ່ລະພາກສ່ວນ ຕ້ອງເພີ່ມທະວີ ຄວາມຮັບຜິດຊອບສູງ ໃນການດຳເນີນ ແລະ ແກ້ໄຂຄະດີ ແຕ່ລະຂັ້ນຕອນຕາມຂອບເຂດ, ສິດ ແລະ ໜ້າທີ່ ຂອງແຕ່ລະອົງການ, ການເກັບກຳຂໍ້ມູນ, ຫລັກ ຖານ ແຕ່ລະຄະດີໃຫ້ຖືກຕ້ອງ ແລະ ສອດຄ່ອງກັບເຫດການຕົວຈິງ, ການວິເຄາະ, ວິໄຈ ຫລັກຖານຕ້ອງໜັກແໜ້ນ ຊັດເຈນ; ໂດຍສະເພາະ ເຈົ້າໜ້າທີ່ສືບສວນ-ສອບສວນ ຕ້ອງເອົາໃຈໃສ່ໃນການນຳໃຊ້ມາດຕະການຕ່າງໆ ເພື່ອໃຫ້ໄດ້ຫລັກຖານຜູກມັດຜູ້ກະທຳຜິດ ເພື່ອປະກອບຄະດີ ສົ່ງໃຫ້ໄອຍະການສັ່ງຟ້ອງ ຂຶ້ນ ສານ ຢ່າງຖືກຕ້ອງ, ການຈັບກຸມຄຸມຂັງ ຕ້ອງເອົາໃຈໃສ່ພິຈາລະນາໃຫ້ເລິກເຊິ່ງ ແລະ ເໝາະສົມ ເມື່ອຈັບໄປແລ້ວ ກໍຕ້ອງຮີບຮ້ອນດຳເນີນຕາມຂ້ັນຕອນຂອງກົດໝາຍ. ອົງການໄອຍະການປະຊາຊົນ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ ໃນການກວດກາ ແລະ ປະສານງານ ໃນການດຳເນີນຄະດີ ຢູ່ຂັ້ນເຈ້ົາໜ້າທີ່ສືບສວນ-ສອບສວນ ໃຫ້ເລິກເຊິ່ງ ແລະ ແໜ້ນແຟ້ນ ເພື່ອຮັບປະກັນການນຳໃຊ້ມາດຕະການຕ່າງໆ ເຊັ່ນ: ການກວດຄົ້ນ, ການສັນລະສູດສະຖານທີ່ເກີດເຫດ, ການກັກຂັງ, ການຈັບ ຕົວ, ປ່ອຍຕົວ ແລະ ການສັ່ງຟ້ອງຜູ້ຕ້ອງຫາ ໃຫ້ມີຄວາມຖືກຕ້ອງຕາມກົດ ໝາຍ ຮັບປະກັນໃຫ້ຜູ້ກະທຳຜິດ ຕ້ອງໄດ້ຮັບການລົງໂທດ ແລະ ບໍ່ລົງໂທດຜູ້ ບໍ່ ກະທຳຜິດ. ສະເພາະສານປະຊາຊົນແຕ່ລະຂັ້ນ ຕ້ອງເອົາໃຈໃສ່ດຳເນີນ ແລະ ພິຈາລະນາຕັດສິນ, ພິພາກສາຄະດີ ໃຫ້ມີຄວາມຖືກຕ້ອງ, ຄຳຕັດສິນຂອງສານຕ້ອງວິນິດໄສ ໃຫ້ລະອຽດ ເພື່ອປະຕິບັດໃຫ້ຖືກຕ້ອງຕາມຫລັກການພື້ນຖານທີ່ວ່າ: ການດຳເນີນຄະດີໃຫ້ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ. ທາງເບື້ອງອົງການ ຈັດຕ້ັງປະຕິ ບັດ ຄຳຕັດສິນຂອງສານ ຕ້ອງເອົາໃຈໃສ່ປະຕິບັດໃຫ້ຖືກຕ້ອງ ຕາມຜົນການຕັດສິນຂອງສານ ຄວນປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຫາ ທິດ ທາງໃນການປະຕິບັດ ໃຫ້ມີຄວາມເປັນເອກະພາບ ແລະ ໃຊ້ມາດຕະການຢ່າງຖືກຕ້ອງ, ເໝາະສົມຕາມລະບຽບກົດໝາຍ. ສ່ວນການປະຕິບັດໜ້າທີ່ ຂອງ ຫ້ອງ ວ່າ ການສະພາແຫ່ງຊາດ ຕ້ອງເອົາໃຈໃສ່ປະຕິບັດໃຫ້ສອດຄ່ອງກັບພາລະບົດບາດ ແລະ ຕາມຄວາມຖືກຕ້ອງເໝາະສົມ ແນໃສ່ຮັບປະກັນໃຫ້ປະຊາ ຊົນ ເຂົ້າໃຈ, ຊາບຊຶມ ແລະ ເຊື່ອໝັ້ນຕໍ່ຂະບວນການຍຸຕິທຳ./.
ກັບສາລະບານ