ແຂວງ ຫລວງພະບາງ ມີເນື້ອທີ່ 16.875 ກມ 2.

          ປະຊາກອນ : 452.900 ຄົນ ( ຕາມການສຳຫລວດປີ 2005).

          ທີ່ວ່າການແຂວງ ຫລວງພະບາງ .

 ແຂວງ ຫລວງພະບາງ ແບ່ງອອກເປັນ 12 ເມືອງຄື : ມ . ນ້ຳບາກ , ມ . ງອຍ , ມ . ປາກແຊງ , ມ . ໂພນໄຊ , ມ . ປາກອູ , ມ . ຊຽງເງິນ , ມ . ນານ , ມ . ຈອມເພັດ ,           ໂພນທອງ , ມ . ວຽງຄຳ , ມ . ພູຄູນ ແລະ ມ . ຫລວງພະບາງ .

          ແມ່ນ້ຳສາຍສຳຄັນໄດ້ແກ່ : ນ້ຳຂອງ , ນ້ຳຄານ , ນ້ຳງາ , ນ້ຳງອຍ , ນ້ຳມັດ , ນ້ຳມີ້ , ນ້ຳບາກ , ນ້ຳແຊງ , ນ້ຳເຊືອງ ແລະ ນ້ຳອູ .

 ແຂວງ ຫລວງພະບາງ ເປັນແຂວງ ທີ່ອຸດົມສົມບູນໄປດ້ວຍພູຜາປ່າດົງ ແລະ ແມ່ນ້ຳລຳເຊ ຫລາຍສາຍ ອັນເຮັດໃຫ້ແຂວງ ມີທຳມະຊາດທີ່ງົດງາມ ເຊັ່ນ : ຖ້ຳ ຜາ ແລະ           ນ້ຳຕົກຕາດ ຫລາຍ ແຫ່ງ . ນອກຈາກນີ້ ຕົວເມືອງຫລວງພະບາງ ໃນອະດີດເຄີຍເປັນລາຊະທານີ ເປັນເວລາ ຫລາຍຮ້ອຍ ປີ . ແຕ່ກ່ອນ ຫລວງພະບາງ ມີຊື່ວ່າ ເມືອງ ຊວາ .           ຕໍ່ມາ ເມື່ອຂຸນລໍ ເຈົ້າຊີວິດລາວ ຢູ່ເມືອງກາຫລົງ ໜອງແສ ຫລື ພາສາຈີນ ເອີ້ນວ່າ ຕາລີຟູ ໄດ້ພາໄພ່ພົນເຄື່ອນຍ້າຍລົງມາຕັ້ງບ້ານ ເມືອງຢູ່ຕາມລ່ອງ ແມ່ນ້ຳຂອງ ແລະ           ຕີເອົາເມືອງນີ້ໄດ້ ຈິ່ງເອີ້ນວ່າ ເມືອງຊຽງທອງ ແລະ ຕັ້ງຂຶ້ນເປັນລາຊະທານີ ແຫ່ງ ລາຊະອານາຈັກລ້ານຊ້າງ ໃນປີ ຄ . ສ 757. ມາເຖິງປີ ຄ . ສ 1560, ເຈົ້າໄຊຍະເສດຖາ          ເຫັນວ່າ ເມືອງ ຊຽງທອງ ມີທີ່ຕັ້ງຄັບແຄບ ທັງຢູ່ໃນເສັ້ນທາງທຽວ ຂອງ ພະມ້າ ( ມຽນມາ ) ຊຶ່ງເປັນສັດຕູກັບ ເມືອງ ຊຽງທອງ ຈິ່ງເຫັນສົມຄວນຍ້າຍ ລາຊະທານີ          ລົງມາຢູ່ວຽງຈັນ ຊຶ່ງເປັນເມືອງໃຫຍ່ ແລະ ມີ ບ່ອນທຳມາຫາກິນສະດວກວ້າງຂວາງ . ເນື່ອງຈາກວ່າ ພະພຸດທະຮູບອົງສຳຄັນ ອົງໜຶ່ງຄື ພະບາງ ຍັງຄົງສະຖິດຢູ່ທີ່ຊຽງທອງ ,          ເມືອງ ນີ້ຈິ່ງເອີ້ນວ່າ ນະຄອນຫລວງ ພະບາງ ນັບແຕ່ນັ້ນເປັນຕົ້ນມາ .

ນະຄອນຫລວງພະບາງ ມີບູຮານສະຖານ ແລະ ວັດວາອາຣາມເກົ່າແກ່ຫລາຍຮ້ອຍປີເຊັ່ນ : ວັດວິຊຸນ , ສ້າງຂຶ້ນໃນສະໄໝເຈົ້າ ວິຊຸນ ລະລາດ ( ຄ . ສ . 1500).           ວັດຊຽງທອງ , ວັດມະໂນລົມ , ວັດ ແສນ ແລະ ອື່ນໆ . ການຂຸດພົບເຕົາເຜົາ ແລະ ເຄື່ອງປັ້ນດິນເຜົາ ທີ່ບ້ານຊ່າງໄຫ ແລະ ເຄື່ອງສັງ ຄະ ໂລກ (          ເຄື່ອງປັ້ນດິນເຜົາເຄືອບນ້ຳຢາ ແລະ ແຕ້ມດອກດວງໃສ່ ) ຢູ່ຫລາຍແຫ່ງໃນ ແຂວງຫລວງພະ ບາງ ເປັນການສະແດງໃຫ້ເຫັນວ່າ ແຂວງຫລວງພະບາງ          ເປັນແຫລ່ງຜະລິດທີ່ສຳຄັນ ບ່ອນໜຶ່ງໃນ ພາກ ພື້ນນີ້ .

ສະເໜ່ອັນໜຶ່ງ ຂອງ ຫລວງພະບາງ ແມ່ນເຮືອນກໍ່ດ້ວຍດິນຈີ່ ສະໄໝອານາຈັກ ຫລວງພະ ບາງ ທີ່ຢູ່ພາຍໃຕ້ອາລັກຂາ ຂອງ ຝຣັ່ງ ໃນທ້າຍສະຕະວັດທີ່ 19           ຊຶ່ງປະສົມປະສານລະຫວ່າງອາຊີ ແລະ ຢູຣົບ ໄດ້ກາຍເປັນສັນຍາລັກ ຂອງ ຫລວງພະບາງ . ປະຊາຊົນແຕ່ລະທ້ອງຖິ່ນ ຍັງມີການ ຂັບ ລຳ ທີ່ເປັນເອກະລັກ ຂອງ           ຕົນເອງເຊັ່ນ : ທຳນອງອ່ານໜັງສືຜູກ , ຂັບທຸ້ມ , ຂັບສະຫລາມສາມສ້າວ , ຂັບເຈີ່ມເອີຍ , ຂັບເຕີມລ່ອງໂຕກ , ຂັບລື້ ແລະ ຂັບມົ້ງ . ການຫັດຖະກຳເຊັ່ນ :           ການຕຳຜ້າທໍ່ໄໝ , ຊ່າງ ຕີເງິນ ຕີຄຳ ເຮັດໂອ , ເຮັດງ້າວ , ດາບ , ຂັນໝາກນ້ຳກ້ຽງ , ຊຶ່ງຊາວຫລວງພະບາງຍັງສືບທອດກັນ ມາ ຈົນເຖິງປະຈຸບັນ .

ສ່ວນອາຫານທີ່ມີຊື່ສຽງກໍຄື : ເອາະຫລາມ , ແຈ່ວບອງໜັງ , ໄຄແຜ່ນ , ນ້ຳປູ , ນ້ຳຜັກ , ສົ້ມໄຂ່ ປາມຶກ ... ຍ້ອນວ່າ ມີແມ່ນ້ຳລຳເຊຫລາຍ ຊາວຫລວງພະບາງ          ຈິ່ງມີຊີວິດຕິດພັນກັບແມ່ນ້ຳລຳເຊ , ຮູ້ທຳມາຫາກິນ ກັບແມ່ນ້ຳ .

ປະຊາຊົນຫລວງພະບາງ ປະກອບດ້ວຍຫລາຍຊົນເຜົ່າເຊັ່ນ : ລາວ , ລື້ , ໄທຂາວ , ໄທດຳ , ໄທ ແດງ , ໄທຮຸນ , ມົ້ງຂາວ , ຂະມຸຫູ , ຍວນ , ພວນ , ຮອກ , ລະເມັດ , ກະຊັກ        , ພູນ້ອຍ ... ຍ້ອນມີ ເອກະລັກ ຂອງ ເມືອງບູຮານ ທີ່ມີອາຍຸຍືນຍາວ , ເມືອງຫລວງພະບາງ ຈິ່ງໄດ້ຮັບກຽດ ຖືກປະກາດໃຫ້ເປັນ ມໍ ລະດົກໂລກ ເມື່ອປີ ຄ . ສ 1998          ໂດຍອົງການສະຫະປະຊາຊາດ ເພື່ອການສຶກສາ ແລະ ວັດທະ ນະທຳ ( ອຸຍແນ໋ສໂກ ). ປະຈຸບັນ ເມືອງຫລວງພະບາງ ໄດ້ກາຍເປັນເມືອງໜ້າທ່ອງທ່ຽວອັນດັບ 1 ຂອງ          ໂລກ .

 

 

ກັບຫນ້າສາລະບັນ

 

ຂ່າວສານປະເທດລາວ(ຂປລ) -80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: (856-21)215402 ແຟັກ: 212446