
ແຂວງຫລວງນ້ຳທາ ເປັນແຂວງເໜືອສຸດທາງທິດຕາເວັນຕົກ, ມີເນື້ອທີ່ 9.325 ກມ2, ພົນລະເມືອງ 145.231 ກວ່າຄົນ, ຍິງ 73.524 ກວ່າຄົນ (ສະຖິຕິປີ 2005), ແບ່ງອອກເປັນ 5 ເມືອງຄື: ເມືອງນ້ຳທາ, ເມືອງ ສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ; ມີ 380 ບ້ານ. ຄວາມໜາແໜ້ນ ຂອງ ປະຊາກອນແມ່ນ 16 ຄົນ/ກມ2. ທີ່ວ່າ ການແຂວງຄື ເມືອງ ຫລວງນ້ຳທາ. ແຂວງຫລວງນ້ຳທາ ປະກອບດ້ວຍຫລາຍຊົນເຜົ່າຄື: ລື້, ຍວນ, ກໍ່, ກຸ່ຍ, ມູເຊີ, ແລນແຕນ, ກຶມມຸ. ແຕ່ລະເຜົ່າຍັງຄົງຮັກສາໄວ້ຮີດ ຄອງປະເພນີທີ່ເປັນເອກະລັກສະເພາະ ຂອງ ເຜົ່າເຊັ່ນ: ເຜົ່າລື້ ມີປະເພນີສັກລາຍ, ຕ່ຳຫູກທໍ່ໄໝ ເພື່ອຕັດເປັນເຄື່ອງນຸ່ງຫົ່ມ ເອ້ຢ້ອງ. ເຜົ່າມົ້ງຢ້າວ ທີ່ດຳລົງຊີວິດໃນເຂດ ຫ່າງ ໄກ ຍັງຄົງຮັກສາໄວ້ປະເພນີ ແລະ ພາສາປາກເວົ້າ ຂອງ ເຜົ່າຕົນ. ພ້ອມດຽວກັນ ກໍ່ມີບຸນປະຈຳປີທີ່ສຳຄັນໄດ້ແກ່: ບຸນ ປີ ໃໝ່ ຫລື ກຸດສົງການ, ບຸນຂຶ້ນເຮືອນໃໝ່. ນອກນີ້ຍັງ ມີການຂັບລຳເຊັ່ນ: ຂັບລື້, ຂັບມົ້ງ, ຂັບຢ້າວ ແລະ ເຕີມ. ພື້ນ ທີ່ ສ່ວນໃຫຍ່ ຂອງ ແຂວງຫລວງນ້ຳທາ ເປັນພູສູງ, ແຕ່ກໍມີທົ່ງຮາບໜ້ອຍໜຶ່ງຢູ່ເມືອງສິງ. ໂດຍລວມ ແລ້ວ ອາກາດເຢັນ ແລະ ຊຸ່ມຊື່ນ ຕະຫລອດປີ. ຍ້ອນແຂວງຫລວງນ້ຳທາ ຍັງມີປ່າໄມ້ທີ່ອຸດົມສົມບູນ ຈິ່ງຍັງມີສັດປ່າຂະໜາດໃຫ່ຍ ອາ ໃສຢູ່ເຊັ່ນ: ຊ້າງ, ງົວປ່າ, ເສືອ...
ຜູ້ທີ່ຈະເດີນທາງໄປແຊວງຫລວງນ້ຳທາ ສາມາດໄປໄດ້ຫລາຍທາງຄື: ທາງນ້ຳ, ທາງລົດ ແລະ ທາງເຮືອບິນ.
ກັບຫນ້າສາລະບັນ