ອົບຮົມວິທີ​ຍ້ອມ​ມຸ້ງ​ດ້ວຍ​ນ້ຳ​ຢາ​

*(ຂປລ): ແຕ່​ວັນ​ທີ 25-27 ມັງກອນ ຜ່ານມານີ້ ທີ່​ຫ້ອງ​ປະຊຸມ ​ໂຮງໝໍ​ເມືອງຄຳ ​ແຂວງ​ຊຽງ​ຂວາງ ​ໄດ້​ເປີດ​ຊຸດ​ອົບຮົມ ​ແນະນຳ​ການ​ແຈກ​ຢາຍ​ມຸ້ງ ​ແລະ ການ​ຍ້ອມ​ມຸ້ງ​ດ້ວຍ​ນ້ຳ​ຢາ​ຍາ​ວນານ ໃຫ້​ແກ່​ພະນັກງານ​ວິຊາ​ການ​ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​ຂັ້ນ​ເມືອງ​ ໃນ 8 ເມືອງ​ຂອງ​ແຂວງ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ດຣ. ບຸນ​ເພັງ ສົມ​ພັນ​ສຸກ, ຫົວໜ້າ​ຫ້ອງ ການ​ສາທາລະນະ​ສຸກ​ເມືອງ​ຄຳ, ມີ​ທ່ານ ສົມ​ສີ ທອງ​ປະ​ເສີດ, ຫົວໜ້າ​ສະຖານີ​ໄຂ້ຍຸງ​ແຂວງ ພ້ອມ​ວິຊາ​ການ, ມີ​ພະນັກ ງານ​ວິຊາ​ການ​ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​ຂັ້ນ​ເມືອງ​​ ໃນ 8 ເມືອງ​ເຂົ້າ​ຮ່ວມທັງ​ໝົດ 2​0 ຄົນ ຍິງ 10 ຄົນ.

​ການ​ອົບຮົມຄັ້ງນີ້ ​​ແນ​ໃສ່ເພື່ອ​ເປັນ​ການ​ແນ​ະນຳ ​ວິທີ​ການ​ຍ້ອມ​ມຸ້ງ​ດ້ວຍ​ນ້ຳ​ຢາ​ຍາວ​ນານ, ການ​ນຳ​ໄຊ້ຢາ​ທາ​ກັນ​ຍຸງ, ການ​ບົ່ງ​ມະຕິ​ພະຍາດ​ໄຂ້ຍຸງ​ແບບ​ໄວ​ ດ້ວຍ​ເຈ້ຍ​ຈຸ່ມ ​ແລະ ວິທີ​ການ​ປິ່ນປົວ​ທີ່​ຖືກຕ້ອງ, ຮູບ​ແບບວິທີ​ການ​ໂຄສະ ນາ​ສຸຂະ​ສຶກສາ ​ກ່ຽວ​ກັບ​ວຽກ​ງານ​ການ​ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​ແກ່​ຊຸມ​ຊົນ​ ພາຍ​ໃນ​ເມືອງ​ ຂອງ​ຕົນ​ຮັບຜິດຊອບ​ ໃຫ້​ແກ່​ບັນດາ​ນັກວິຊາການ​ຄວບ​ຄຸມ​ໄຂ້ຍຸງ​ໃນ​ແຕ່ລະ​ເມືອງ ​ໃຫ້​ຮູ້ ແລະ ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ເກົ່າ ເພື່ອ​ເຮັດ​ໃຫ້ການ​ຄວບ​ຄຸມພະ​ຍາດ​ ໄຂ້ຍຸງ​ບັນລຸ​ຕາມ​ຕົວ​ຊີ້ວັດ​ຂອງ​ໂຄງການ​ວາງ​ອອກ. ຊຸດ​ອົບຮົມ​ໄດ້​ແບ່ງ​ເປັນ ສອງ​ພາກ ຄື: ພາກ​ທິດ​ສະ​ດີ ແລະ ພາກ​ປະຕິບັດ​ຕົວ​ຈິງ​ ຈາກ​ຄູ​ເຝິກ​ຂັ້ນ​ແຂວງ ​ຊຶ່ງພາກ​ທິດ​ສະ​ດີ​ແມ່ນ​ໄດ້​ຍົກ​ເອົາ ຂັ້ນຕອນ​ການກວດ​ເລືອດ​ດ້ວຍ​ວິທີ​ກວດ​ແບບ​ໄວ ​ເພື່ອ​ບ່ົງ​ມະຕິ​ຄົນ​ເຈັບທີ່​ສົງ​ໄສ​ເປັນ​ພະຍາດ​ໄຂ້ຍຸງ, ວິທີ​ການ​ປິ່ນປົວ​ພະຍາດ​ ໄຂ້ຍຸງ​ບໍ່​ຮ້າຍ​ແຮງ, ພະຍາດ​ໄຂ້ຍຸງ​ຮ້າຍ​ແຮງ ​ແລະ ພະຍາດ​ໄຂ້ຍຸງ​ໃນ​ແມ່​ມານ, ການ​ບັນທຶກ​ແບບ​ຟ​ອມ ​ແລະ ການ​ລາຍ​ງານ, ວິທີ​ການ​ຍ້ອມ​ມຸ້ງ​ດ້ວຍ ​ນ້ຳ​ຢາ​ຍາວ​ນານ, ການ​ນຳ​ໃຊ້​ຢາ​ທາ​ກັນ​ຍຸງ, ທັກ​ສະ​ໃນ​ການ​ເຮັດ​ໂຄສະນາ​ການ​ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​ທີ່​ຖືກຕ້ອງ. ຫຼັງຈາກ​ນັ້ນ​ແມ່ນເຂົ້າ​ພາກ​ປະຕິບັດ​ຕົວ​ຈິງ ​ໂດຍ​ໃຫ້​ນັກ​ສຳ​ມະ​ນາກ​ອນປະຕິບັດ​ ການ​ຍ້ອມ​ມຸ້ງ​ດ້ວຍ​ນ້ຳ​ຢາ​ຍາວ​ນານ ໂດຍ​ມີ​ການ​ສົນທະນາ ​ແລະ ​ເຮັດ​ຕົວ​ຈິງ​ໄປ​ພ້ອມໆ​ກັນ.

ແຜນການ​ໃນຕໍ່ໜ້າ​ຂອງ​ໜ່ວຍ​ງານ ​ແມ່ນ​ຍັງ​ຈະ​ໄດ້​ອົບຮົມ​ການ​ຍ້ອມ​ມຸ້ງດ້ວຍ​ນ້ຳ​ຢາ​ຍາວ​ນານ ໃຫ້​ແກ່​ບັນດາ​ພະນັກງານແພດສຸກສາລາ ​ແລະ ອາສາ​ສະໝັກ​ ບ້ານ​ນຳ ​ຕື່ມ​ອີກ./.

 

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446