ຊຽງຂວາງ ຈັດ ກອງປະຊຸມຂໍທິດຊີ້ນຳສະໜັບສະໜູນ ການຄວບຄຸມພະຍາດຕິດຕໍ່

*(ຂປລ): ວັນທີ 18 ມັງກອນ 2012 ນີ້ ພະແນກສາທາລະນະສຸກ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມ ເພື່ອຂໍທິດຊີ້ນຳ ແລະ ສະໜັບສະໜູນ ກ່ຽວກັບການຄວບ ຄຸມພະຍາດຕິດຕໍ່ ທີ່ຫ້ອງປະຊຸມນ້ຳຮ້ອນ ເມືອງຄຳ ແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ດຣ. ບົວສອນ ສີນວນທອງ, ກຳມະການພັກແຂວງ, ຮອງປະທານຄະນະກຳມະການຄວບຄຸມພະຍາດຕິດຕໍ່ຂັ້ນແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການອ້ອມ ຂ້າງແຂວງ ໃນນາມຄະນະກຳມະການຄວບຄຸມພະຍາດຕິດຕໍ່ຂັ້ນແຂວງ, ມີຫົວໜ້າສາທາເມືອງ ແລະ ວິຊາການ ລະບາດ ຂັ້ນເມືອງໃນ 8 ເມືອງ, ມີຫົວໜ້າ ຊາຍແດນສາກົນນ້ຳກັ່ນ ແລະ ວິຊາການເຂົ້າຮ່ວມທັງໝົດ 35 ທ່ານເປັນຍິງ 11 ທ່ານ.
ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອເປັນການຄວບຄຸມພະຍາດຕິດຕໍ່ຢູ່ໃນແຂວງ ໂດຍສະເພາະແມ່ນເມືອງເປົ້າໝາຍຂອງໂຄງການ ເຮັດໃຫ້ພະຍາດຕິດຕໍ່ລຸດລົງ ເທື່ອລະກ້າວ. ພ້ອມນັ້ນ ກໍເພື່ອເປັນການເສີມສ້າງຄວາມຮູ້ກ່ຽວກັບຄວາມອັນຕະລາຍ ແລະ ການແຜ່ຂະຫຍາຍຂອງເຊື້ອພະຍາດຕິດຕໍ່ ແລະ ເພື່ອຂໍທິດຊີ້ນຳ-ສະໜັບສະໜູນ ຈາກຄະນະກຳມະການຄວບຄຸມພະຍາດຕິດຕໍ່ຂັ້ນແຂວງ, ຂັັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ. ກອງປະຊຸມໄດ້ຮັບຟັງການສະເໜີ ຄວາມເປັນມາ ຂອງໂຄງການຄວບຄຸມພະຍາດຕິດຕໍ່ໄລຍະ 2; ຈຸດປະສົງ, ເປົ້າໝາຍ ແລະ ຕົວຊີ້ວັດຂອງໂຄງການ, ບັນ ດາພະຍາດຕິດຕໍ່ທີ່ຈະຕ້ອງໄດ້ເຝົ້າລະວັງ ແລະ ຄວບຄຸມຂອງກະຊວງສາທາລະນະສຸກ ຈາກຜູ້ປະສານງານຂອງໂຄງ ການ. ຈາກນັ້ນ ກອງປະຊຸມຍັງໄດ້ສົນທະນາລວມກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່, ລະບົບການລາຍງານພະຍາດຕິດຕໍ່ທີ່ເຝົ້າລະວັງຢູ່ຂັ້ນເມືອງ. ຜ່ານການສົນທະນາກອງປະຊຸມໄດ້ເອກະພາບກັນດັ່ງນີ້ ໃຫ້ນຳເອົາວຽກງານ ຄວບຄຸມພະຍາດຕິດຕໍ່ ເຊື່ອມສານເຂົ້າກັບວຽກງານຮັກສາສຸຂະພາບຂັ້ນຕົ້ນ, ຂັ້ນແຂວງ, ຂັ້ນເມືອງຕ້ອງກຽມພ້ອມໃນການເຝົ້າລະວັງ ແລະ ຄວບຄຸມພະຍາດ ຕິດຕໍ່ຢ່າງເອົາໃຈໃສ່ ໃຫ້ກຽມພ້ອມຕະຫລອດເວລາເຊັ່ນ ງົບປະມານ, ພາຫະ ນະ, ຢາ, ບຸກຄະລະກອນ, ພະນັກງານຜູ້ຮັບຜິດຊອບຂັ້ນເມືອງ ຕ້ອງເຝົ້າລະວັງ ແລະ ລາຍງານປະຈຳວັນ ແລະ ປະຈຳອາທິດ ໃຫ້ເປັນປົກກະຕິ, ຕ້ອງເຮັດການໂຄສະນາ ກ່ຽວກັບການປ້ອງກັນພະຍາດຕິດຕໍ່ໃນຫລາຍຮູບແບບ ທົ່ວເຖິງຮອດ ໂຮງຮຽນ ແລະ ຊຸມຊົນ ໂດຍສ້າງເອົາແມ່ຍິງໃຫ້ເປັນ ອສມ ບ້ານ ໃຫ້ຫລາຍຂຶ້ນ, ສ້າງຂະບວນການຕ່າງໆ ໃນການເຮັດອະນາໄມຕາມເຮືອນຊານບ້ານຊ່ອງ, ຕາມສະຖານທີ່ສາທາລະນະຕ່າງໆ ຊຶ່ງທຸກກິດຈະກຳໃຫ້ຈັດຕັ້ງປະຕິບັດໃຫ້ທັນເວລາ. ຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງຄຳສະເໜີ ຈາກບັນດາ ຫ້ອງການສາທາເມືອງທຸກໆເມືອງ ວ່າດ້ວຍການປະກອບເຄື່ອງມືອຸປະກອນການແພດ, ບຸກຄະລະກອນ, ງົບປະມານຕ່າງໆເຂົ້າໃນໂຮງໝໍຂອງເມືອງ ທຸກໆເມືອງ ເພື່ອກຽມພ້ອມທີ່ຈະຕອບຕ້ານກັບການລະບາດ ຂອງພະຍາດຕິດຕໍ່ໃຫ້ທັນເວລາໄດ້ຢ່າງທັນການ./.
.
ກັບສາລະບານ