ແຂວງຫຼວງ ນ້ຳ ທາ ສ້າງ ບຸກຄະ ລາກອນຕື່ມ 80 ກ່ວາ ຄົນ

*( ຂປລ ): ຕອນ ແລງ ຂອງ ວັນ ທີ 18 ມີ ຖຸນາ 2010 ນີ້ ທີ່ຫໍ ວັດທະນະທຳ ແຂວງ ຫລວງນ້ຳ ທາ ໂຮງຮຽນວິທະຍາ ໄລ ແສງ ສະຫວັນ ໄດ້ ມອບໃບ ປະກາ ສະນິຍະບັດໃຫ້ ແກ່ນັກ ສຶກສາ ​ ຈຳນວນ 89 ຄົນ ທີ່ໄດ້ ສຳ ເລັດການສຶກສາ ໂດຍ ການ ເຂົ້າ ຮ່ວມແລະ ເປັນ ກຽດມອບ ຂອງ ທ່ານ ລີຕູບົວປາວ , ລັດຖະມົນຕີຊ່ວຍວ່າການກະຊວງ ສຶກສາ ທິການ , ມີ ທ່ານດຣ . ບຸນ ປົງ ນໍລະ ວົງ , ອະທິການ ບໍດີ ມະຫາວິ ທະຍາ ໄລສະຫວັນ ນະເຂດ , ມີ ຮອງ ອຳນວຍ ການວິທະຍາ ໄລແສງ ສະຫວັນ ສຳນັກງານໃຫຍ່ , ທ່ານ ຫົວໜ້າພະ ແນ ກສຶກສາ ແຂວງ , ປະທານ ສະມາຄົມ ໂຮງຮຽນ ບໍລິ ຫານ ພາກ ເອກະ ຊົນພອ້ມດ້ວຍຄູອາຈານ ແລະ ນັກຮຽນນັກສຶກສາ ຈຳນວນ ​ 100 ກ່ວາ ຄົນ .
ໃນ ພິທີ ໄດ້ ຜ່ານ ແຜນການ ຮຽນ ການ ສອນສົກຮຽນ ​ 2008-2009 ​ ແລະ ທິດທາງແຜນການ ປະຈຳ ສົກຮຽນ 2010-2011, ​​ ໂຮງຮຽນ ດັ່ງກ່າວ ເປັນ ໂຮງຮຽນ ບໍລິຫານ ເອກະ ຊົນ ຂຶ້ນ ກັບ ກະ ຊວງ ສຶກສາທິການ ມີ ນັກສຶກສາ ທີ່ ຮຽນ ຈົບຫຼັກສຸດ ຄັ້ງ ນີ້ 89 ຄົນ , ຍິງ 37 ຄົນ , ພອ້ມທັງໄດ້ ມອບໃບ ຍ້ອງຍໍ ໃຫ້ ຄູ ອາຈານ ສອນຜູ້ ທີ່ດີ ເດັ່ນສອນ ເກັ່ງ 4 ຄົນ ​ ແລະ ນັກສຶກສາ ທີ່ ຮຽນດີຮຽນ ເກັ່ງ ​ 4 ຄົນ ແລະ ໄດ້ ຟັງ ຄຳ ໂອ້ ລົມ ຂອງ ທ່ານ ລີ ຕູ ບົວ ປາວ ຊຶ່ງ ທ່ານໄດ້ຍ້ອງຍໍຊົມເຊີຍ ຜົນສຳເລັດໃນການສິດສອນ ຂອງ ຄູອາຈານໃນການ ກໍ່ສ້າງ ຊັບພະຍາ ກອນ ລຸ້ນສຶບທອດ ທີ່ ປະຕິບັດ ​ໄດ້ຕາມ ນະໂຍບາຍຂອງ ພັກ - ລັດ ເຮັດ ໃຫ້ ການ ສຶກສາ ,​ ໄດ້ ຮັບ ການ ພັດທະນາ ແຕ່ ນີ້ ເຖິງປີ 2020 ​ ໃຫ້ ທຸກ ຄົນ ມີ ວິຊາ ສະ ເພາະ ມີ ວຽກ ເຮັດ ງານ ທຳ , ມີ ອາຊີບ ທີ່ ໝັ້ນຄົງ ເພື່ອ ຫຼຸດ ຜົ້ນອອກ ຈາກ ຄວາມ ທຸກ ຍາກ ເທື່ອ ລະກ້າວໆ ./.

 

ກັບຫນ້າສາລະບັນ