ກະສິກອນໄດ້ຮັບສິນເຊືອຈາກ ທນບ ສາຂາຊຽງຂວາງ-ຫົວພັນ
ແລ້ວ 67 ຕື້ກ່ວາກີບ
(25/6/2010)
*(ຂປລ): ການສະໜອງທຶນສິນເຊື່ອ ຊຸກຍູ້ການຜລິດໃນລະດູຝົນປີ 2010 ນີ້ ທະນາຄານນະໂຍ ບາຍ (ທນບ) ສາຂາຊຽງຂວາງ-ຫົວພັນ ທີ່ ຕັ້ງ ຢູ່ແຂວງຊຽງຂວາງໄດ້ປ່ອຍສິນເຊື່ອໃຫ້ກະສິກອນທັງສອງແຂວງນຳໃຊ້ເຂົ້າໃນການຜລິດກະສິກຳໃນລະດູຝົນປີນີ້ເຖິງ 67 ຕື້ກ່ວາກີບ, ໃນນີ້ ຢູ່ ແຂວງຊຽງ ຂວາງ ມີເມືອງໜອງແຮດຍອດເຫລືອ 5,07 ຕື້ກີບ, ເມືອງຄູນ 8,82 ຕື້ກວ່າກີບ ແລະ ເມືອງ ທ່າໂທມ 3,54 ຕື້ກວ່າກີບ ແລະ ຢູ່ແຂວງຫົວພັນ ມີເມືອງຫົວເມືອງ 5,87 ຕື້ກີບ, ເມືອງວຽງທອງ 4,44 ຕື້ກວ່າກີບ, ເມືອງວຽງໄຊ 9,28 ຕື້ກວ່າກີບ, ເມືອງຊຽງຄໍ້ 9,358 ຕື້ກວ່າກີບ ແລະ ເມືອງຊຳໃຕ້ 14,97 ຕື້ກວ່າກີບ.
ສິນເຊືອທີ່ປ່ອຍໄລຍະນີ້ ແມ່ນການຊຸກຍູ້ການຜລິດເປັນສ່ວນໃຫຍ່ ແລະ ຊຸກຍູ້ການເກັບຊື້ຜົນຜລິດ ແມ່ນຍັງມີໜ້ອຍ. ທຶນທີ່ວ່ານີ້ປ່ອຍໄລ ຍະສັ້ນໃສ່ນາປີ, ປູກພຶດລົ້ມລຸກ, ລ້ຽງສັດນ້ອຍ ແລະ ບໍລິການ 44,66 ຕື້ກວ່າກີບ, ປ່ອຍໄລຍະກາງ ເລັງໃສ່ຊື້ອຸປະກອນການຜລິດ 3,65 ຕື້ກວ່າກີບ ແລະ ປ່ອຍໄລຍະ ຍາວ ເລັງ ໃສ່ການບຸກເບີກເນື້ອທີ່ການຜລິດ, ປູກພຶດອຸດສາຫະກຳ ແລະ ລ້ຽງສັດໃຫຍ່ 21,94 ຕື້ ກວ່າ ກີບ. ສຳລັບ ການເຄື່ອນໄຫວສິນເຊື່ອໃນເດືອນພຶດສະພາແລ້ວນີ້ ມີຍອດສິນເຊື່ອເດືອນກ່ອນ 56,93 ຕື້ ກວ່າກີບ, ປ່ອຍອອກໃນເດືອນ 14,065 ຕື້ກີບ, ເກັບຄືນໃນເດືອນນີ້ 3,18 ຕື້ກວ່າກີບ ແລະ ຍອດສິນ ເຊື່ອໃນເດືອນ 67,73 ຕື້ກີບ. ການເຄື່ອນໄຫວວິຊາສະ ເພາະມີ ຍອດຊັບສິນທັງໝົດ 79,98 ຕື້ກວ່າກີບ, ສ້າງລາຍຮັບທັງໝົດໄດ້ 1,95 ຕື້ກວ່າກີບ, ປະຕິບັດລາຍຈ່າຍ 1,91 ຕື້ກີບ. ມີກຳໄລ 42 ລ້ານກີບ. ມາ ຮອດ ປະຈຸບັນ ຍັງມີດອກເບັ້ຍ ຄ້າງຮັ ອີກ 227 ລ້ານກີບ.
ທ່ານ ຄຳຫວັນ ສີທະຈັກ, ຫົວໜ້າທະນາຄານນະໂຍບາຍ ສາຂາຊຽງຂວາງ-ຫົວພັນ ເວົ້າວ່າ: ບັນ ຫາໜ້ີສີນແກ່ຍາວຜ່ານມາກໍຍັງມີຢູ່ ຍ້ອນ ວ່າການຜລິດໃນປີ 2008 ມີສັດຕູພືດລະບາດ ຜົນຜລິດ ຕົກຕ່ຳ, ລາ ຄາກໍຕົກຕ່ຳ ລູກຄ້າບໍ່ສາມາດໃຊ້ແທນໄດ້ຕາມສັນຍາ ແຕ່ ທນບ ກໍ ໄດ້ ປະຕິບັດຕາມແຜນນະ ໂຍບາຍ ຂອງ ທະນາຄານໄດ້ວາງອອກ ແລະ ກະສິກອນກໍພະຍາຍາມໃຊ້ແທນຄືນ ຕາມຄວາມສາມາດ ມາ ຕະ ຫລອດ, ທ່ານຍັງຮຽກຮ້ອງໃຫ້ລູກຄ້າໃນກຸ່ມເປົ້າໝາຍ ຈົ່ງພ້ອມກັນນຳໃຊ້ເງິນສິນເຊື່ອ ໃຫ້ຖືກກັບ ເປົ້າ ໝາຍ ໂດຍ ສະເພາະແມ່ນການ ສົ່ງເສີມການຜລິດໃຫ້ກາຍເປັນສິນຄ້າ ແລະ ຮຽກຮ້ອງມາຍັງ ອົງ ການຈັດຕັ້ງທຸກຂັ້ນ ໃຫ້ມີຈຸດສຸມການຜລິດສິນຄ້າທີ່ຈະເປັນເອກະລັກ ແລະ ມີເປົ້າໝາຍພັດທະນາສິນຄ້າເຫລົ່ານັ້ນ ໃຫ້ເປັນທີ່ ຍອມຮັບຂອງສັງຄົມ ແລະ ມີຕະຫລາດຮັບຮອງ. ທະນາຄານພ້ອມແລ້ວ ຈະສົ່ງ ເສີມດ້ານການເງິນເຂົ້າການຜລິດນີ້ໃຫ້ເຂັ້ມແຂງຕາມແຜນນະໂຍບາຍຂອງ ທະນາຄານສຳ ນັກງານໃຫຍ່ ໄດ້ ວາງອອກ./.
ກັບຫນ້າສາລະບັນ