ລັດຖະບານເຫັນດີເປັນເອກະພາບຮັບສຳລະໜີ້ໃນແຜນທັງໜົດໃຫ້ແຂວງອັດຕະປື
*(ຂປລ) ທ່ານສົມດີ ດວງດີ ກຳມະການສູນກາງພັກ, ລັດຖະມົນຕີ ວ່າການກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ແລະ ໄດ້ພົບປະກັບທ່ານ ດຣ ຄຳພັນ ພົມມະທັດ ກຳມະການສູນພັກ, ເລຂາຄະນະພັກ, ເຈົ້າແຂວງອັດຕະປື ໃນວັນທີ 1 ກຸມພາ 2012ທີ່ຫ້ອງຮັບແຂກຂອງແຂວງ.
ໃນການພົບປະ ແລະ ເຮັດວຽກຄັ້ງນີ້ ທ່ານ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນໄດ້ລາຍງານການປະເມີນ ແລະ ເກັບກຳສະພາບການ ທີ່ຂື້ນແຜນໂຄງການ ແລະ ການລົງທຶນພາຍໃນແຂວງອັດຕະປືໃນໄລຍະຜ່ານມາ.ພ້ອມທັງສະເໜີໃຫ້ທ່ານເຈົ້າແຂວງອັດຕະປືຮັບຮູ້ວ່າ: ໃນອານາຄົດອັນໃກ້ໆນີ້ ກະຊວງແຜນການ ແລະ ການລົງທຶນຈະສ້ງຕັ້ງຫ້ອງກັນປະຕູດຽວຢູ່ແຂວງອັດຕະປື ເພື່ອຄວາມສະດວກໃນການບໍລິຫານຈັດການວຽກງານຕ່າງໆ ໃຫ້ມີຄວາມ ສະດວກຂື້ນ, ພ້ອມນີ້; ທ່ານລັດຖະມົນຕີກໍໄດ້ແຈ້ງໃຫ້ຊາບຕື່ມວ່າ: ຜ່ານການປຶກສາຫາລື ແລ ະຄົ້ນຄວ້າຂັ້ນສູນກາງກໍຄືຂອງຄະນະລັດຖະບານໄດ້ ເຫັນດີ ເປັນເອກະພາບກັນ ຮັບສຳລະໜີ້ສິນໃນແຜນທັງໜົດໃຫ້ແກ່ແຂວງອັດຕະປື.
ທ່ານ ດຣ. ຄຳພັນພົມມະທັດເຈົ້າແຂວງອັດຕະປືກໍໄດ້ກ່າວສະແດງຄວາມຂອບໃຈທີ່ລັດຖະບານ ໃຫ້ ຄວາມສຳຄັນ ແລະ ຄວາມຈຳເປັນໃນການພັດທະນາ ແຂວງອັດຕະປືພ້ອມທັງຢືນຢັນວ່າຈະພະຍາຍາມສຸດ ຄວາມສາມາດເພື່ອນຳພາແຂວງອັດຕະປືໃຫ້ມີການພັດທະນາຫລາຍຂື້ນ, ພ້ອມກັນນີ້; ທ່ານເຈົ້າແຂວງກໍໄດ້ ສະເໜີໃຫ້ກະຊວງແຜນການ ແລະ ການລົງທຶນແລະພາກສ່ວນທີ່ກ່ຽວຂ້ອງຊ່ວຍພິຈາລະນາຄືນ ກ່ຽວກັບການ ອະນຸມັດແຜນການລົງທຶນຂອງລັດ ກໍຄືໂຄງການຕ່າງປະເທດ, ສະເພາະໃນຕໍ່ໜ້າ ອັດຕະປືຍັງມີຄວາມຈຳເປັນ ຫລາຍຢ່າງທີ່ຈະຕ້ອງການພັດທະນາໂດຍສະເພາະແມ່ນໂຄງການກໍ່ສ້າງທາງປູຢາງ ແຕ່ເທດສະບານແຂວງ ຫາເມືອງສະໜາມໄຊ, ເພາະເປັນເມືອງອຸ່ເຂົ້າ,ອຸ່ປາ ແລະ ທັງເປັນເມືອງວິລະຊົນເຂດທີ່ໜັ້ນໃນສະໄໝຕໍ່ສູ້ກູ້ຊາດ.
ກັບສາລະບານ