ວັນ ອັງຄານ ວັນທີ 1 ມິຖຸນາ ຄສ. 2010 ແຮມ 4 ຄຳ່ ເດືອນ 7 ພສ 2553. ການແກ້ໄຂຄວາມທຸກຍາກ ຂອງ ປະຊາຊົນ ເປັນພາລະກິດ ຂອງ ພັກ, ເປັນໜ້າທ່ີບຸລິມະສິດ ຂອງ ລັດ ແລະ ທົ່ວປວງຊົນ.

ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໃຫ້ທິດຊີ້ນຳອົງຄະນະພັກ ແຂວງບໍລິຄຳໄຊ ຊຸດໃໝ່

*(ຂປລ): ໃນໂອກາດເຂົ້າຮ່ວມ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ V ຂອງ​ອົງຄະ​ນະ​ພັກ​ ແຂ​ວງບໍລິ​ຄຳ​ໄຊ ໃນ ວັນ ທີ 28 ພຶດສະພາ 2010 ນີ້, ສະຫາຍ ບຸນຍັງ ວໍລະຈິດ, ກຳມະການ ​ກົມ​ການ​ເມືອງສູນ​ກາງ​ພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ໃຫ້ກຽດໂອ້ລົມ ເພື່ອໃຫ້ທິດຊີ້ນຳແກ່ຄະນະພັກຊຸດໃໝ່ ​ໂດຍ​ສະ ຫາຍ ໄດ້ເນັ້ນໃຫ້​ບັນດາ​ສະຫາຍຄະນະພັກ​​ເອົາ​ໃຈ​ໃສ່​ ຈັດຕັ້ງ​ຜັນ​ຂະຫຍາຍບົດ​ລາຍ​ງານ​ການ​ເມືອງ​ຢ່າງ ຕັ້ງໜ້າ, ​ຈັດຕັ້ງການເຊື່ອມ​ຊຶມ​ໃຫ້​ກວ້າງຂວາງ​ທົ່ວ​ເຖິງ ລົງ​ຮອດຮາກ ຖານ, ຕິດ​ພັນ​ກັບ​ບັ້ນດຳ ເນີນ​ຊີວິດ​ການ​ເມືອງ ​ແລະ​ ການ​ໂຄສະນາ ກ່ຽວ​ກັບ 35 ປີ​ ແຫ່ງ​ການ​ສະຖາ​ປະນາ ສາທາລະນະ​ລັດ​ ປະຊາ ທິປະ​ໄຕ​ ປະຊາຊົນ​ລາວ ​ເພື່ອ​​ປຸກລະ ດົມ ​ແລະ​ ສ້າງ​ຄວາມ​ເຊື່​ອຫມັ້ນ ຕໍ່​ບົດບາດ​ການ​ນຳພາ​ຂອງ​ພັກ ​ກໍ​ຄື​ ຕໍ່​ອະນາ​ຄົດ​ຂອງ​ປະ​ເທດ​ຊາດ.


ທ່ານນາຍົກລັດຖະມົນຕີ ມາ​ເລ​ເຊຍ​ ມີ​ກຳນົດ​ຢ້ຽມຢາມລາວ​ ຢ່າງ ເປັນ​ ທາງ​ການ
*(ຂປລ):ໂດຍ​ຕອບ​ສະໜອງຕາມ​ຄຳ​ເຊີນ​ ຂອງ ພະນະ ທ່ານ ບົວ​ສອນ​ ບຸບຜາ​ວັນ, ນາຍົກລັດຖະມົນຕີແຫ່ງສາທາ ລະນະ​ລັດ ປະຊາທິປະ ​ໄຕ ປະຊາ ຊົນ​ລາວ, ພະນະ ​ທ່ານ ດາ​ໂຕະ ​ເສຣິ ໂມ​ດ ນາ​ຈິບ ບິນ ຕຸ​ນ ຮາຈິ ອັບ​ດູ​ນ ຣາ ຊັກ ( Dato Seri Mold Najib bin Tun Haji Abdul Razak) ນາຍົກ ລັດຖະມົນຕີ ແຫ່ງມ​ເລ​ເຊຍ ພ້ອມ​ດ້ວຍ​ ພັນ​ ລະ​ຍາ ​ແລະ ຄະນະ

ລັດຖະມົນຕີ​ການ​​ຕ່າງ​ປະ​ເທ​ດ​ ​​ເຂົ້າຮ່ວມ​ປະຊຸມ​ອາ​ຊຽນ-ຈີ​ຊີ​ຊີ
*(ຂປລ): ​ໃນ​ວັນ​ທີ 30 ພຶດສະພາ 2010, ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະ ມົນຕີ​ວ່າການ​ກະຊວງ​ການ​ປະ​ເທດ ພ້ອມ​ດ້ວຍຄະນະ​ ​ໄດ້​ເດີນທາງໄປຮ່ວມ​ກອງ​ປະຊຸມ ​ລັດຖະມົນຕີ​ຕ່າງປະ​ເທດ ອາ​ຊຽນ-ຈີ​ຊີ​ຊີ ຄັ້ງທີ 2 ຊຶ່ງ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ 31 ພຶດສະພາ-1 ມິຖຸ ນາ 2010 ທີ່​ ສິງ​ກະ​ໂປ ພາຍໃຕ້ການ​ເປັນ​ປະທານ​ຮ່ວມ​ ຂອງ​ ປະເທດກຳປູ​ເຈຍ (ປະ​ເທດ​ປະ ສານ​ງານ​ອາ​ຊຽນ-ຈີ​ຊີ​ຊີ) ແລະ ກູ​ເວດ (​ປະທານ ​ຈີ​ຊີ​ຊີ)

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສຳ​ເລັດ​ການ​ເຂົ້າ​ຮ່ວມກອງ​ປະຊຸມ​​ ອາ​ຊຽນ-ອີ​ຢູ
*(ຂປລ): ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ ຕີ​ວ່າ ການ​ ກະຊວງ​ ການ​ຕ່າງປະ​ເທດ ​ແລະ ຄະນະ ​ໄດ້​ສຳ​ເລັດ​ການ ​ເຂົ້າ​ ຮ່ວມ​ກອງ​ປະ​ ຊຸມ ​ລັດຖະມົນຕີ​ການ​ຕ່າງ ປະ​ເທດ​ອາ​ຊຽນ-ອີ​ຢູ ຄັ້ງທີ 18 ຊຶ່ງ ​ໄດ້​ ຈັດ​ຂຶ້ນ​ໃນ​ ລະ ​ຫ່ວາງ​ວັນ​ທີ 26-27 ພືດ​ສະພາ 2010 ທີ່​ນະ ຄອນ ຫລວງ​ ມາດຣິດ ປະເທດ​ ແອັດ ສະ ປາຍ.

ຜູ້ແທນ​ລາວ​ສຳ​ເລັດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ພິ​ເສດ ວ່າ​ດ້ວຍ​ສິດທິ​ມະນຸດ​
(ຂປລ): ໃນ​ວັນ​ທີ 26 ພຶດສະພາ 2010 ນີ້, ຄະນະ​ຜູ້​ແທນ​​ ສາທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາ ຊົນ ລາວ ນຳ​ໂດຍທ່ານ ບຸນເກີດ ສັງສົມສັກ, ລັດຖະມົນ ຕີ ຊ່ວຍ ວ່າການກະຊວງ ການຕ່າງປະເທດ​ ໄດ້​​ ສຳ​ເລັດ​ ການ​ເຂົ້າຮ່ວມ ​ກອງ​ປະຊຸມ ສະ ໄຫມພິເສດ ຂອງ​ຄະນະກຳມາທິການ ລະຫວ່າງ ​ລັດຖະບານອາ​ຊຽນ ວ່າດ້ວຍ ສິດ ທິ ມະນຸດ ຫລື​ ເອີ້ນຫຍໍ້​ເປັນ​ພາສາ​ອັງກິດ​ວ່າ: AICHR

ເອດີ​ບີ​ໃຫ້​ທຶນ​ຊ່ວຍ​ເຫລືອ​​ປັບປຸງ​ຕາໜ່າງຂົນ​ສົ່ງ​ຕອນ​ເໜືອ
*(ຂປລ): ທະນາຄານ​​ພັດທະນາ​ອາຊີ​ (ADB) ໄດ້​ອະນຸ ມັດ​ທຶນ​ຊ່ວຍ​ເຫລືອ​ລ້າ​ເພີ່ມ​ ຈຳນວນ27ລ້ານ​ໂດ​ລາ​ ສະ ຫະລັດ​​ເພື່ອນຳ​ໃຊ້​ເຂົ້າ ​ໃນ​ພັດທະນາ ແລະ ປັບປຸງ​ຕາ ໜ່າງການຂົນ​ສົ່ງ​ຕອນ​ເໜືອອະນຸ​ພາກພຶ້ນ​ແມ່ນ້ຳ​ຂອງ ​​ໃນ​ການ ​ເອື້ອ​ ອຳ​ນວຍ​ຄວາມ​ສະດວກ​ ໃຫ້​ແກ່​ ການ​ຄົມ ມະ ນາຄົມ, ການ​ຂົນ​ສົ່ງ​ສິນ ຄ້າ ​ແລະ ການທ່ອງ ທ່ຽວ​

ຖະ​ແຫລ​ງການ​ຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ກ່ຽວ​ກັບ​ສະພາບການ​ໃນ​ແຫລມ​ເກົາຫລີ
*(ຂປລ): ໃນ​ວັນ​ທີ 27 ພືດ​ສະພາ 2010 ນີ້ ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ ໄດ້​ອອກ​ຖະ​ແຫລ​ງ ການ​ ກ່ຽວ​ກັບ ​ສະພາບ​ການ​ໃນ​ແຫລມ​ເກົາຫລີ​ຊຶ່ງ​ເນື້​ອ​ໃນ​ຂອງ​ຖະ​ແຫລ​ງການ​ມີ​ຢູ່​ວ່າ: ສປປລາວ​ສະ​ແດງ​ ຄວາມ ​ເປັນ​ຫ່ວງ​ເປັນ​ໃຍ​ ຕໍ່​ສະພາບ​ການ​ທີ່​ເຄັ່ງ​ຕຶງ​ໃນ​ແຫລມ​ເກົາຫລີ​ ອັນ​ເນື່ອງ​ມາ​ຈາກ​ກ່ຳ​ປັນ​ດຳ​ນ້ຳຂອງ ສ. ​ເກົາ ຫລີ​ຖືກ​ຈົມ​ໃນ​ທະ​ເລ​ເຫລືອງ​ ໃນ​ທ້າຍ​ເດືອນ​ມີນາ 2010 ແລ້ວນີ້.

ການ​ຫລຸດຜ່ອນ​ຢາສູບທີ່​ມີ​ປະສິດທິ​ຜົນຕ້ອງ​ມີ​ການ​ເຂົ້າຮ່ວມ​ຂອງ​ແມ່ຍິງ
*(ຂປລ): ​​ໃນ​ໂອກາດ​ວັນ​ງົດ​ຢາສູບ​ໂລກ ວັນ​ທີ 31/5/2010, ອົງການ​ອະນາ​ໄມ ໂລກ ​ໄດ້​ວາງ​ຄຳ​ຂວັນ​ສະຫລອງ​ວັນ​ດັ່ງກ່າວ ​ພາຍ​ໃຕ້​ຫົວ​ຂໍ້ : ບົດບາດ​ຍິງ​ຊາຍ ​ແລະ ການ​ສູບຢາ ພ້ອມ​ກັບ​ເນັ້ນຄວາມ​ສຳຄັນ​ຂອງ​ ການ​ຕະຫລາດ​ຢາສູບ​ຕໍ່​ແມ່ຍິງ. ຍ້ອນ ​​ເຫັນ​ຄວາມ​ສຳຄັນ​ບັນຫາ​ດັ່ງກ່າວສປປລາວ ຈຶ່ງ​ໄດ້​ນຳ​ເອົາຫົວ​ຂໍ້ປົກ​ປ້ອງ​ແມ່ຍິງ​ ຈາກ​​ ຕະຫລາດ​ຢາສູບ ​ເປັນ​ຄຳ​ຂວັນສະ​ເຫລີ​ມສະຫລອງ​​ວັນ​ງົດ​ຢາສູບ​ແຫ່ງ​ຊາດ​ລາວ

ພົບຄວາມ​ບົ່ມ​ຊ້ອນ​ອາຍ​ແກັສ​ທຳ​ມະ​ຊາດ​ 50% ​ຢູ່ແຂວງ​ສາລະ​ວັນ
*(ຂປລ): ຜ​ົນສະຫລຸບ​ເບື້ອງ​ຕົ້ນ​ ການ​ຂຸດ​ເຈາະ ​ແລະ ສຳ​ຫລວດ​ບໍ່​ນ້ຳມັນ​-ອາຍ​ແກັສ​ທຳ​ມະ​ຊາດ ​ຢູ່​ບ້ານ​ ນາ​ ພະ​ບາງ ​ເມືອງ​ນະຄອນ​ເພັງ ​ແຂວງ​ສາລະ​ວັນ ເຫັນ​ວ່າ: ມີ​ຄວາມ​ບົ່ມ​ຊ້ອນ​ຂອງອາຍ​ແກັສ​ທຳ​ມະ​ຊາດ​ສູງ​ເຖິງ 50% ​ຊຶ່ງວຽກ​ຂຸດ​ເຈາະ​ ​ແລະ ສຳ​ຫລວດ​ອາຍ​ແກັສທຳ​ມະ​ຊາດໃນ​ເຂດ​ດັ່ງກ່າ​ວ ຍັງ​ຈະ​ສືບ​ຕໍ່​ດຳ​ເນີນ​ ໄປ​ຈົນ ​ກວ່າ​ຈະ​ສຳ​ເລັດ ​ແລະ ຮູ້​ຂໍ້​ມູນ​ລະອຽດ​ ​ເນື່ອງ​ຈາກ​ວ່າ​ນັກວິຊາການ​ທັງ​ຄົນ​ລາວ

ຫວນຄືນມູນເຊື້ອວັນນຢຶດອຳນາດແຂວງສະຫວັນນະເຂດ
*(ຂປລ): ຄະນະໂຄສະນາອົບຮົມ ແຂວງສະຫວັນນະເຂດ ໄດ້ຈັດການຕັ້ງການຫວນ ຄືນມູນເຊື້ອຕໍ່ສູ້ພິລາດອາດຫານ ແລະ ການຢຶດອຳນາດຂອງປະຊາຊົນຊາວ ແຂວງ ສະຫວັນນະເຂດ ຄົບຮອບ 35 ປີ (31/5/1975-31/5/2010) ຢູ່ທີ່ສະໂມ ສອນ ຫ້ອງ ວ່າການປົກຄອງແຂວງ ໂດຍມີ ພະແນກການຕ່າງໆ ຂອງ ແຂວງ, ພະນັກງານ ລັດຖະກອນ ນັກຮຽນ ນັກສຶກສາ ປັນຍາຊົນ ຊັ້ນຄົນຕ່າງໆ ພາຍ ໃນເທດສະ ບານ ແຂວງ ເຂົ້າຮ່ວມ ຢ່າງຫລວງຫລາຍ.

ແຈ້ງ​ການ

*(ຂປລ): ທະນາຄານ​ແຫ່ງ ສປປ ລາວ ​ໄດ້​ອອກ​ແຈ້ງ​ການ​ສະບັບເລກທີ 415/ກຄທສ ລົງ​ວັນ​ທີ 28 ພຶດສະພາ 2010 ທີ່​ນະຄອນຫລວງ​ວຽງ​ຈັນ​ ຊຶ່ງມີເນື້ໃນລະອຽດວ່າ: ທະນາຄານ ​ແຫ່ງ ສປປ ລາວ​ ຂໍ​ແຈ້ງ​ກາ​ນມາ ຍັງ​ບັນ ດາ​ລູກ​ຄ້າ ​ຂອງ​ທະນາຄານ​ພົງ​ສະຫວັນ ແລະ ມວນ​ຊົນຊາບວ່າ: ​ເນື່ອງ​ຈາກ​ໃນ​ໄລຍະ​ຜ່ານ​ມາ​ ໄດ້​ມີ​ຂ່າວ ​ລື​ ທີ່​ບໍ່​ມີ​ມູນ​ຄວາມ​ຈິງ ​ກ່ຽວ​ກັບ​ການ​ຖືກ​ກັກ​ຕົວ ທ່ານ ອ໋ອດ ພົງ​ສະຫວັນ, ຜູ້​ອຳນວຍ​ການ​ໃຫຍ່ ທະນາຄານ​ພົງ​ ສະ ຫວັນ, ຖືກ​ສັ່ງ​ໃຫ້​ຍຸບ​ເລິກ, ລົ້ມ​ລະລາຍ ​ແລະ ອື່ນໆ.

ການ​ຕັດສິນ​ໃຈ​ເທື່ອ​ສຸດ​ທ້າຍ ມອບ​ໃຫ້​ກະຕໍ້​ລາວ ​ໄປ​ຮ່ວມ​ອາ​ ຊຽນ​ເກ​ມ
* ພາຍຫລັງ​ຄະນະ​ກຳມະການ​ກິລາ​ກາ​ຍະ​ກຳ​ແຫ່ງ​ຊາດ ຕັດສິນ​ ໃຈ​ເອົາ 11 ປະ​ ເພດ​ ກິລາ​ຂອງ​ລາວ ​ໄປ​ຮ່ວມ​ແຂ່ງຂັນອາ​ຊຽນ ເກມ ຄັ້ງທີ 16 ຢູ່ ກວາງ​ໂຈ ສປ ຈີນ ເປັນ​ທີ່​ ຮຽບຮ້ອຍ, ແຕ່​ຍ້ອນຫລິງ ​ເຫັນ ​ຜົນງານ​ຂອງ​ກິ ລາ​ ກະຕໍ້​ລາວ ທີ່​ສ້າງ​ໄວ້​ ໃນ ​ຊີ​ເກ​ມ ຄັ້ງທີ 25 ຜ່ານ​ ມາ ​ໂດຍ​ການ​ຍາດ​ໄດ້ ຫລຽນ​ເງິນ​ນັ້ນ,ຈຶ່ງ​ໄດ້​ຕັດ ສິນ​ໃຈ​​ເ ທື່ອສຸດ ​ທ້າຍ ໃຫ້​ ສະຫະພັນກະຕໍ້​ແຫ່ງ​ ຊາດ ກະກຽມ​ນັກ​ກິລາ​ເພາະ​ໄດ້​ສິດ ​ໄປ​ ຮ່ວມ ​ການ​ແຂ່ງຂັນ ​ລາຍ ການ​ດັ່ງກ່າວ​ເຊັ່ນດຽວ​ກັນ.

ສິ່ງ​ທ່ີ​ແຟນບານ ບໍ່​ຢາກ​ເຫັນ
* ນັບ​ວ່າ​ເປັນ​ສີສັນ​ໃຫມ່​ແຫ່ງ​ວົງ​ການ​ບານ​ເຕະ​ລາວ ​​ໂດຍ​ສະ​ເພາະ​ການ​ແຂ່ງຂັນ ລາວ​ລີກ 1 ທີ່​ໄດ້​ຮັບ​ ຄວາມ ​ສົນ​ໃຈ​ ຈາກ​ຜູ້​ຊົມ ​ຫລາຍ​ກວ່າ​ລະດູ​ການ​ຜ່ານ​ມາ.ແຕ່ແຟນບານ​ສ່ວນ​ຫລາຍພັດ​ ບໍ່​ຢາກ​ເຫັນ​ການ​ຜິດ​ຖຽງ, ຈົ່ມ ​ວ່າ​ແລະ ອື່ນໆ ທີ່​ຜິດ​ກົດ​ ລະ ບຽບ​ຂອງ​ ການ​ແຂ່ງ ຂັນ ​ໃນ​ສະຫນາມ. ບັນດາ​ແຟນບານ​ ຕົວ​ຈິງ​ຂອງ​ ລາວ​ ລີກ 1 ທີ່​ໄປ​ເຊຍ​ ທີ​ມ ຂອງ​ ຕົນ​ແບບ​ ຕິດ​ ຂອບ​ ສະຫນາມ ຕ່າງ​ກໍ​ຍ້ອງຍໍ​ບັນດາ​ນັກ​ ກິລາ​​ ແຕ່​ລະສະ​ໂມ​ສອນ​ ທີ່​ ມາ​ ຮ່ວມ​ແຂ່ງຂັນວ່າ:ມີ​ຄວາມສາມາດ​ດີ​ເຊິ່ງ​ເຮັດ​ໃຫ້ການ​ແຂ່ງຂັນ​ແຕ່​ລະ​ນັດ​ມ່ວນ​ຂຶ້ນອັນ​ເປັນສາ​ເຫດ​ໃຫ້​ກອງ​ ເຊຍ ​ນັບ​ມື້ນັບ​ເພີ່ມ​ຂຶ້ນ ຢ່າງ​ຫລວງ ຫລາຍ

ໄດ້​ແລ້ວ​ຄູ່​ຊີງ​ຊະນະ​ເລີດ(ມ/ຊ) ປະຈຳ​ປີ 2010
* ການ​ແຂ່ງຂັນບານ​ເຕະມະ ຫະວິທະຍາ​ໄລ​ແຫ່ງ​ຊາດປະຈຳ​ປີ 2010 ໄດ້ ແລ້ວຄູ່​ ຊີງຊະ ນ​ະ​ເລີດ ​ໂດຍ​ເປັນ​ການ​ພົບ​ກັນລະຫວ່າງຄະນະ​ເສດຖະສາດ-ບໍລິ ຫານ ​ທຸລະ ​ກິດພາຍຫລັງຊະນະຄະນະ​ວິທະຍາສາດສັງຄົມ8-0ກັບຄະນະ​ນິຕິສາດ​-ລັດຖະ ສາດ ​ທີ່​ຊະນະຄະນະ ວິທະຍາ ສາດ-​ປ່າ​ໄມ ​ໂດຍ​ການ​ຍິງ​ລູກ​ ໂທດ 3-2...

ຄັດ​ເລືອກ​ນັກ​ກິລາ ໄປ​ຮ່ວມ​ແຂ່ງຂັນກິລາ ມະຫາວິທະຍາ​ໄລ ອາ​ຊຽນ ເກມ ຄັ້ງທີ 15
* ມະຫາວິທະຍາ​ໄລ​ແຫ່ງ​ຊາດ (ມ/ຊ) ກຽມ​ຄັດ​ເລືອກ​ນັກ​ກິລາ​ 9 ປະ​ເພດ​ ​ເພື່ອ​ໄປ​ຮ່ວມ​ແຂ່ງຂັນກິລາ ມະຫາວິ ທະຍາ​ໄລ ອາ​ຊຽນເກມ ຄັ້ງທີ 15 ຢູ່ຊຽງ​ໃຫມ່ ປະ​ເທດ​ໄທ ໃນ​ທ້າຍ​ປີນີ້ ເຊິ່ງປະກອບມີ ​ເປ​ຕັງ,ບານບ້ວງ,​ ບານ​ ສົ່ງ, ບານ​ເຕະ, ກະຕໍ້, ​ເຕັນ​ນິດ, ເທ​ຄວັນ​ໂດ, ກາຣາ​ເຕ​ໂດ ​ແລະ ປັນ​ຈັກ​ສີ​ລັດ...

                                     


 
 
 
 
 
 



counter stats




 
 
 
 
 
ຂ່າວສານປະເທດລາວ(ຂປລ) -80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: (856-21)215402 ແຟັກ: 212446