(ຂປລ): ສະພາແຫ່ງຊາດ ໄດ້ດຳເນີນກອງປະຊຸມສະໄຫມສາມັນເທື່ອທີ 4 ມາເປັນເວລາ 16 ວັນ ດ້ວຍບັນຍາການທີ່ເຄັ່ງຮ້ອນແລະ ມາຮອດວັນທີ 26 ທັນວາ 2007 ນີ້ ໄດ້ສິ້ນສຸດລົງດ້ວຍ ຜົນສຳເລັດ ຢ່າງ ຈົບງາມ. ທ່ານ ທອງສິງ ທຳມະວົງ, ປະທານສະພາແຫ່ງຊາດ ໄດ້ປະກາດປິດກອງປະຊຸມ ດັ່ງກ່າວໂດຍ ໄດ້ກ່າວວ່າ ຜົນສຳເລັດຂອງກອງປະຊຸມຄັ້ງນີ້ແມ່ນຫມາກຜົນແຫ່ງການລວມຍອດສະຕິປັນຍາຂອງ
ບັນດາ
ຜູ້ແທນທີ່ເປັນຕົວແທນແຫ່ງສິດ ແລະຜົນປະໂຫຍດຂອງປະຊາຊົນບັນດາເຜົ່າທີ່ໄດ້ຍົກສູງຄວາມຣັບຜິ ຊອບຂອງຕົວໃນການຫັນເອົາແນວທາງນະໂຍບາຍທີ່ກຳນົດໄວ້ຢູ່ໃນມະຕິກອງປະຊຸມ
ໃຫຍ່ຄັ້ງທີ VIII ຂອງພັກ
ໃນຂົງເຂດເສດຖະກິດສັງຄົມມາເປັນກົດຫມາຍເພື່ອຈຸດຫມາຍສ້າງໃຫປະເທດເຮົາເປັນລັກແຫ່ງກົດຫມາຍເທື່ອລະກ້າວ ເປັນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອເປົ້າຫມາຍປະຊາຊົນຮັ່ງມີ, ປະເທດຊາດ
ເຂັມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ.ກອງປະຊຸມສະໄຫມສາມັນເທື່ອທີ iV ຂອງສະພາແຫ່ງຊາດຊຸດທີ VI -ໄດ້ປະກອບຄຳເຫັນ ແລະ ພິຈາລະນາຮັບຮອງເອົາກົດຫມາຍຈຳນວນຫນຶ່ງຊຶ່ງໃນນັ້ນມີ: ກົດຫມາຍ
ປັບປຸງໃຫມ່ 1 ສະບັບຄື: ກົດຫມາຍວ່າດ້ວຍປ່າໄມ້.ກົດກົດຫມາຍສ້າງໃຫມ່ 7 ສະບັບຄື: ກົດຫມາຍວ່າດ້ວຍສັດນ້ຳ -ແລະ ສັດປ່າ, ກົດຫມາຍວ່າດ້ວຍຊັບສິນທາງປັນຍາ, ກົດຫມາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ,ກົດຫມາຍ ວ່າດ້ວຍມາດຕະຖານ,ກົດຫມາຍວ່າດ້ວຍຢາເສບຕິດ,ກົດຫມາຍວ່າດ້ວຍກິລາ-ກາຍະກຳ, ກົດຫມາຍວ່າດ້ວຍກຳ ມະບານ. ຜົນສຳເລັດຂອງ
ກອງປະຊຸມຄັ້ງນີ້ແມ່ນຫມາກຜົນ
ແຫ່ງການລວມຍອດສະຕິປັນຍາຂອງບັນດາຜູ້ແທນທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ
ບັນດາເຜົ່າທີ່ໄດ້ຍົກສູງຄວາມຮັບຜິດ ຊອບຂອງຕົນໃນການຫັນເອົາແນວທາງນະໂຍບາຍທີ່ກຳ
ນົດໄວ້ຢູ່ໃນ
ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກໃນຂົງເຂດເສດຖະກິດ-ສັງຄົມ ມາເປັນກົດຫມາຍເພື່ອ
ຈຸດຫມາຍສ້າງໃຫ້ປະເທດເຮົາເປັນລັດແຫ່ງ ກົດຫມາຍເທື່ອລະກ້າວເປັນລັດຂອງປະຊາຊົນ, ໂດຍປະຊາຊົນ
ແລະ ເພື່ອ
ເປົ້າຫມາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ.
ກອງປະຊຸມສະໄຫມສາມັນເທື່ອທີ iV ຂອງສະພາແຫ່ງຊາດຊຸດທີ VI ໄດ້ປະກອບຄຳເຫັນ ແລະ ພິຈາລະນາ
ຮັບຮອງເອົາກົດຫມາຍຈຳນວນຫນຶ່ງຊຶ່ງໃນນັ້ນມີ:ກົດຫມາຍປັບປຸງໃຫມ່ 1 ສະບັບຄື: ກົດຫມາຍວ່າດ້ວຍປ່າໄມ້, ກົດຫມາຍສ້າງໃຫມ່ 7 ສະບັບຄື: ກົດຫມາຍວ່າດ້ວຍສັດນ້ຳ ແລະ ສັດປ່າ, ກົດຫມາຍວ່າດ້ວຍຊັບສິນທາງປັນຍາ, ກົດຫມາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ, ກົດຫມາຍວ່າດ້ວຍມາດຕະຖານ ກົດຫມາຍວ່າດ້ວຍຢາເສບຕິດ, ກົດຫມາຍວ່າດ້ວຍກິລາ-ກາຍະກຳ, ກົດຫມາຍວ່າດ້ວຍກຳມະບານ.ນອກຈາກນັ້ນ, ກອງປະຊຸມຍັງໄດ້ພິຈາລະນາຮັບຮອງເອົາການແຕ່ງຕັ້ງ ປະທານອົງການກວດສອບສູນກາງ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການກວດສອບແຫ່ງລັດ. ກອງປະຊຸມຄັ້ງນີ້ ຍັງໄດ້ປະກອບຄຳເຫັນ
ແລະ ຮັບຮອງເອົາແຜນການດັດແກ້ລາຍຈ່າຍງົບປະມານແຫ່ງ
ລັດສົກປີ 2007-2008 ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.ຕະຫລອດວາລະຂອງການດຳເນີນກອງປະຊຸມບັນດາທ່ານສະມາຊິກສະພາ
ແຫ່ງຊາດ ໄດ້ຍົກສູງຄວາມຮັບຜິດຊອບການເມືອງ ຕາມພາລະບົດບາດຂອງຕົນ ດ້ວຍການເສີມ
ຂະຫຍາຍປະຊາ ທິປະໄຕ ໃນການຄົ້ນຄວ້າປະກອບຄຳເຫັນ ໃສ່ບັນຫາຕ່າງໆຢ່າງພາວະວິໄສ, ກົງໄປກົງມາ, ກ້າເວົ້າ, ກ້າສະເໜີຄວາມເປັນຈິງຢ່າງສົມເຫດສົມຜົນ ເພື່ອຮັບປະກັນໃຫ້ເນື້ອໃນ ແລະ ການຕີຄວາມໝາຍ ຂອງກົດໝາຍ ທີ່ນຳມາຜ່ານໃນກອງປະຊຸມເທື່ອນີ້ ໃຫ້ມີຄວາມຊັດເຈນ, ຖືກຕ້ອງ ແລະ ສອດຄ່ອງກັບແນວ ທາງນະໂຍບາຍຂອງພັກວາງອອກ ທັງຕອບສະໜອງເຄື່ອງມືຄຸ້ມຄອງລັດ-ຄຸ້ມ
ຄອງເສດຖະ ກິດ-ສັງຄົມ ເພື່ອເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ ກໍຄືການເຊື່ອມໂຍງເສດຖະກິດ-ການຄ້າ ກັບບັນດາປະເທດໃນພາກພຶ້ນ ແລະ
ໃນໂລກ.ທຸກໆບັນຫາທີ່ໄດ້ພິຈາລະນາຮັບຮອງ
ເອົາແມ່ນໄດ້ຜ່ານການຄົ້ນຄວ້າ, ປະກອບຄຳເຫັນ
ຢ່າງ ມີປະຊາ ທິປະໄຕຂອງບັນດາທ່ານຜູ້ແທນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມທັງການ
ປະກອບສ່ວນ ຂອງມວນຊົນ ໂດຍຜ່ານສື່ຕ່າງໆ ຊຶ່ງນຳໄປສູ່ຄວາມເປັນເອກະພາບ ທາງດ້ານທັດສະນະ ແນວຄິດ ແລະ ບັນຫາທີ່ເປັນຫລັກການ ອັນເຮັດ
ໃຫ້ກອງປະຊຸມຂອງພວກເຮົາໃນເທື່ອນີ້ ປະສົບຜົນສຳເລັດຕາມຈຸດປະສົງ
ແລະ ຄາດໝາຍທີ່ວາງໄວ້../.
ກອງປະຊຸມສະພາສະໃຫມສາມັນເທື່ອທີ 4








ທ່ານ ນາງ ປານີ ຢາທໍຕູ້
ປະທານສະພາແຫ່ງຊາດ





ທ່ານ ຄຳສິງ ໄຊຍະກອນ
ຫົວຫນ້າກຳມະທິການເສດຖະກິດ
ແຜນການ ແລະ ການເງີນ
ປະທານ , ຮອງປະທານ, ຫົວຫນ້າກຳມະທິການ ແລະ ຫົວຫນ້າ ຫ້ອງວ່າການ
ສະພາແຫ່ງຊາດ










ທ່ານ ສຸລິວົງ ດາລາວົງ
ລັດຖະມົນຕີວ່າການ
ກະຊວງບໍ່ແຮ່















