ສິລະປະບັນເທີງ
 

 

ນາງ ​ໄພລິນ​ດາ ພິລາ​ວັນ ໄດ້​ຕຳ​ແໜ່​ງ ນາງ​ສາວ​ລາວ

* ນ້ຳຕາ​ແຫ່ງ​ຄວາມ​ປື້​ມປິ​ຕິ​ໄຫລ​ລິນ​ອາບ​ແກ້ມຂອງ​ນາງ ພາຍຫລັງ​ໄດ້​ຍິນ​ສຽງ​ປະກາດ​ຊື່​ຜູ້​ຊະນະ​ເລີດ ການ​ປະກວດ ​ນາ​ງສາວ​ລາວ 2009 ເຊິ່ງປີທຳອິດ​ນີ້ ນາງ ​ໄພລິນ​ດາ ພິລາ​ວັນ ອາຍຸ 19 ປີ ຕົວ​ແທນ​ຈາກ​ນະ ຄອນຫລວງ​ວຽງ​ຈັນ ໄດ້​ຕຳ​ແໜ່​ງ ນາງ​ສາວ​ລາວ 2009 ໄປ​ຄອງ ​ພ້ອມ​ອີກ 2 ຕຳ​ແໜ່​ງຄື: ນາງສາວ​ ຂວັນ ​ໃຈ​ຊ່າງ​ພາບ ​ແລະ ນາງ​ສາວ​ຜິວ​ໃສ​ສຸຂະ​ພາບ​ດີ.
ການ​ປ​ະກວດ ​ນາງສາວ​ລາວ ຫລື Miss Lao 2009 ເຊິ່ງປ່ຽນ​ຊື່​ມາ​ຈາກ ນາງ​ສາວ ​ອາພອນ​ລາວ ​ໃນ ຮອບ​ຊີງ​ຊະນະ​ເລີດ ​ໄດ້​ຈັດ​ຂຶ້ນ​ໃນ​ຄ່ຳ​ວັນ​ເສົາ​ທີ 21 ພະຈິກ ຜ່ານ​ມາ ທີ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ນະຄອນ ຫລວງວຽງຈັນ ໂດຍ​ມີ 23 ນ້ອງ​ ນາງ​ ສາວ​ຜ່ານ​ເຂົ້າ​ຮອບ​ຈາກ 12 ແຂວງ ​ແລະ ​ຖ່າຍທອດ ​ສົດ​ລາຍການ ​ປະ ​ກວດ​ ໄປ ທົ່ວ​ໂລກ ​ໂດຍ​ຜ່ານ ໂທລະພາບລາວ ສະ​ຕາ ຊາ​ແນວ.
​ ເວທີໄດ້ເລີ່​ມຂຶ້ນ​ດ້ວຍ​ການ​ຍ່າງ​ອວດ​ຕົວ ​ແລະ ສະ​ແດງ​ຟ້ອນ​ຂອງ 23 ນ້ອງ​ ນາງ​ ສາວ ​ໃນ​ຊຸດບັນດາ​ເຜົ່າ, ສ່ວນ​ຮອບ​ທີ​ສອງ ​ເປັນ​ການ​ແນະນຳ​ຕົວ ຂອງ​ແຕ່​ລະ​ ນາງໃນ​ຊຸດ ລາວ​ປະຍຸກ ກ່ອນ​ຈະ​ໄປ​ຕື່ນ​ເຕັ້ນ​ໃນ​ຮອບ ​ທີ ສາມ ກັບ​ ​ຊຸດ​ລາຕີ​ລາວ ​ເພື່ອ ​ຄັດ​ເລືອກ​ເອົາ 10 ຄົນ​ສຸດ​ທ້າຍ ​​​​ໄປ​ຕອບ​ຄຳ​ຖາມ. ຜ່ານ​ການ​ຕອບ​ຄຳ​ ຖາມ ​ທັງ 10 ນາງ ​ຜົນ​ປະກົດ​ວ່າ ຜູ້​ຊະນະ​ເລີດ ​ໄດ້​ເງິນ​ລາງວັນ 50 ລ້ານ​ກີບ ທັງ​ເປັນ ​ເຈົ້າ​ຂອງ​ລົດ BYD ມູນ​ຄ່າ 85 ລ້ານ​ກີບ, ຊຸດ​ຄຳ​ຫນັກ 3 ບາດ ພ້ອມ​ມຸງກຸດ ສາຍ ​ສະພາຍ ​ໄດ້​ແກ່ ນາງ ​ໄພລິນ​ດາ ພິລາ​ວັນ, ສ່ວນ​ຮອງ​ອັນ​ ດັບ 1 ແມ່ນ​ນາງ ວົງ​ພະ ຈັນ ວົງ​ວິລາ​ສັກ ຕົວ​ແທນ​ຈາກ ​ແຂວງຈຳປາ​ສັກ ​ໄດ້​ຮັບ​ເງິນ​ລາງວັນ 20 ລ້ານ​ກີບ, ຮອງ​ອັນ​ດັບ 2 ແມ່ນ ນາງ ນິພາ​ພອນ ພົມມະ​ຈັນ ຕົວ​ແທນ​ຈາກ​ແຂວງ​ວຽງ​ຈັນ ໄດ້​ຮັບ​ເງິນ​ລາງວັນ 15 ລ້ານ​ກີບ, ສຳລັບ ຮອງ​ອັນ​ດັບ 3 ໄດ້​ແກ່​ນາງ ສຸພາ ​ພອນ ອິນ​ທະ​ວົງ ຈາກ​ນະຄອນຫລວງ ​ແລະ ນາງ ຈັນ​ ປະສົງ ສິດທິ​ພັນ ຈາກ​ແຂວງ​ອັດ​ຕະປື ໄດ້​ຮັບ​ເງິນ​ລາງວັນ​ຜູ້​ລະ 10 ລ້ານ​ກີບ. ພ້ອມ​ນີ້​ກໍ​ຍັງ​ມີ​ ລາງວັນ​ພິ​ເສດ 5 ລາງ ວັນໆ​ລະ 5 ລ້ານ​ກີບ​ໄດ້​ແກ່ ລາງວັນ ຂວັນ​ໃຈ​ຊ່າງ​ພາບ, ລາງວັນ ຜິວ​ໃສ​ສຸຂະພາບ​ດີ ເປັນ​ຂອງ​ນາງ ໄພລິນ​ດາ ພິລາ​ວັນ, ສ່ວນ​ລາງວັນ ມິດຕະພາບ ​ເປັນ ​ຂອງ ນາງ ວົງ​ພະຈັນ ວົງ​ວິລາ​ສັກ, ລາງວັນບຸກ ຄະ​ລິກຂະ​ພາບ​ດີ ແມ່ນ​ນາງ ​ເກສອນ ພົນ​ອາດ ​ແລະ ລາງວັນຂວັນ​ໃຈ​ປະຊາຊົນ ໄດ້​ແກ່​ນາງ ຈັນ​ປະສົງ ສິດ ທິ​ພັນ.
ທ່ານ ສີ​ແພງ ວົງ​ປັນຍາ ຫົວໜ້າ​ກົມ​ວັດທະນະທຳ-ມະຫາຊົນ, ຄະນະ​ຮັບຜິດຊອບ​ໂຄງການ ໄດ້ເປີດ​ເຜີຍ ​ວ່າ: ​“ແມ່ຍິງ​ລາວ​ເຄີຍ​ມີ​ມູນ​ເຊື້ອ​ທາງ​ ດ້ານ​ວັດທະນະທຳ​ ທີ່​ເປ​ັນ​ເອກະລັກ​ມາ​ແຕ່ບູຮານ​ນະ​ການ ເຊິ່ງ​ໄດ້​ກາຍ ​ເປັນ​ ມໍລະດົກຕົກ​ທອດ​ມາ​ເຖິງ​ເຊັ່ນ​ລູກ​ເຊັ່ນ​ຫລານ ນັ້ນ​ກໍ​ຄື ຄວາມ​ງາມ​ທັງ​ກາຍ ຈິດ​ໃຈ ​ແລະ ວາຈາ ​ໂດຍ ສືບ​ ທອດ​ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ທີ່​ດີງາມ​ຂອງ​ແມ່ຍິງ​ລາວ, ພັກ ​ແລະ ລັດຖະບານ ໄດ້ມີ​ແນວທາງ ​ແລະ ​ໂຄງການ​ຫລາຍ​ຢ່າງ​ທີ່​ເຫມາະ​ສົມ ​ເພື່ອ​ສົ່ງ​ເສີມ ​ຄວາ​ມກ້າວໜ້າ​ຂອງ​ແມ່ຍິງ​ລາວ ກໍ​ຄື ການ​ປະຕິບັດ​ ຄວາມສະ​ ເຫມີ​ ພາບ ລະຫວ່າງຍິງ-ຊາຍ ຢູ່​ໃນ​ສັງຄົມ ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ເອື້ອຍ​ນ້ອງ ​ໄດ້​ປະກອບສ່ວນ ​ເຂົ້າ ​ໃນ​ ພາລະກິດ​ປົກ​ປັກ ​ແລະ ສ້າ​ງສາ​ພັດທະນາ​ປະ​ເທດ​ຊາດ​ທີ່​ແສນ​ຮັກ​ຂອງ​ພວກ​ເຮົາ ​ແລະ ​ໂຄງການ​ປະ​ ກວດ​ ນາງ​ສາວ​ລາວ ກໍ​ແມ່ນ​ໜຶ່ງ​ໃນ​ແນວ ທາງ​ລວມ ດັ່ງກ່າວ.
ຕະຫລອດ​ໄລຍະ 10 ວັນນາ​ງສາວ​ທັງ 23 ຄົນ​ໄດ້​ເຄື່ອນ​ໄຫວ​ກິດຈະກຳ​ຢູ່​ແຂວງ​ຈຳປາ​ສັກ ​ເພື່ອ​ ຮຽນ ​ຮູ້​ກ່ຽວ​ກັບ​ຄວາມ​ອຸດົມສົມບູນ ແລະ ສວຍ​ສົດ​ງົດ​ງາມ​ ຂອງ ​ທິດ ​ທັດ​ທຳ​ມະ​ຊາດ ກໍ​ຄື​ຜົນງານ​ຂອງ​ ການ​ ສ້າງ ສາ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ພີ່ນ້ອງ​ຊາວ​ແຂວງ​ຈຳປາ​ສັກ ພ້ອມ​ນີ້ ກໍ​ໄດ້​ເຂົ້າ​ຝຶກ​ອົບຮົມ ກ່ຽວ​ ກັບ​ສະ ພາບ​ການ​ເມືອງ-ການ​ປົກຄອງ-​ເສດຖະກິດ-ວັດທະນະທຳ-ສັງຄົມ, ຄວາມຮູ້​ກ່ຽວ​ກັບ​ພູມ​ສາດ, ​ແຫ​ລ່ງ ທ່ອງ ​ທ່ຽວ​ທີ່​ສຳຄັນ​ຂອງ​ປະ​ເທດ, ປະຫວັດສາດ​ສຳຄັນ​ ຂອງ​ ຊາດ ​ແລະ ຮີດ 12 ຄອງ 14 ຕະຫລອດ​ຮອດ ມາລະ ຍາດ​ທາງ​ສັງຄົມ”./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446