ສິລະປະ ສາຍໃຈລາວ-ຫວຽດນາມ
* ປືນ ເປັນອາວຸດຍຸດໂທປະ ກອນ ທີ່ສອງອ້າຍນ້ອງ ລາວ-ຫວຽດນາມ ເຄີຍຈັບ ເພື່ອຮ່ວມກັນຕໍ່ສູ້ຕ້ານ ແລະ ຂັບໄລ່ຈັກກະພັດຜູ້ ຮຸກຮານ, ແຕ່ມາຮອດ ດຽວ ນີ້ຄຽງ ຄູ່ກັບການອອກແຮງສ້າງສາພັດ ທະນາປະເທດ ຊາດ ລາວ-ຫວຽດ ນາມ ຍັງໄດ້ແລກປ່ຽນບົດຮຽນກັນຫລາຍດ້ານ ທັງເພີ່ມທະວີຄວາມຮັກຫອມຈົນ ເຮັດ ໃຫ້ຫລາຍໆປະເທດງຶດງໍ້ເຖິງສາຍພົວພັນມິດ ຕະພາບແບບພິເສດ ຂອງສອງສ່ຽວ. ດັ່ງຄ່ຳວັນທີ 15 ມັງກອນ ຢູ່ຫໍວັດທະນະທຳແຫ່ງຊາດ ນະ ຄອນຫລວງວຽງຈັນ ເປັນຄ່ຳຄືນຂອງການຈັບໄມໂຄຼໂຟນ ແລກປ່ຽນວັດທະ ນະ ທຳ ເຊິ່ງກັນ ແລະ ກັນໃນໂອ ກາດ ສະເຫລີມສະຫລອງວັນສ້າງຕັ້ງ ສະມາຄົມມິດຕະພາບລາວ-ຫວຽດ ນາມ ຄົບຮອບ 35 ປີ ພາຍໃຕ້ຫົວຂໍ້ງານທີ່ມີຊື່ວ່າ: “ລາວ-ຫວຽດນາມ ໃນດວງໃຈເຮົາ (VIET-LAO TRONG TRA່I TIM TO^I)” ໂດຍໄດ້ຮັບ ກຽດເຂົ້າຮ່ວມ ຂອງ ຮອງປະທານ ປະເທດ ລາວ-ຫວຽດນາມ ລວມ ທັງພະນັກງານທະຫານຕຳຫລວດ ນັກຮຽນນັກສຶກສາ ແລະ ປະ ຊາຊົນຫວຽດນາມ ທີ່ດຳລົງຊີວິດ ຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມຊົມຢ່າງຫລວງ ຫລາຍ ພ້ອມໆກັບປະຊາຊົນທີ່ຕິດຕາມຮັບຊົມການຖ່າຍທອດສົດຜ່ານໂທລະພາບ ແຫ່ງ ຊາດລາວ. ຫລັງຈາກບົດຟ້ອນອວຍພອນ ຈາກກອງສິລະປະກອນກອງທັບປະຊາຊົນລາວສິ້ນສຸດລົງ, ບົດເພງສັນລະ ເສີນ ວິລະບູລຸດຂອງສອງປະເທດກໍດັງຂຶ້ນ ດັ່ງເພງ “ລຸງໂຮ່ ຄວາມຮັກ ທີ່ ຍິ່ງ ໃຫຍ່” ແລະ“ລຸງໄກສອນ ໃນ ດວງໃຈເຮົາ” ເປັນການຂັບຮ້ອງຮ່ວມກັນຂອງນັກຮ້ອງຈາກກອງທັບປະຊາຊົນລາວ ແລະ ຫວຽດນາມ. ເພື່ອ ຖ່າຍ ທອດໃຫ້ເຫັນ ທົ່ວທຸກດ້ານຂອງແຕ່ລະປະເທດຝ່າຍ ຫວຽດນາມ ໄດ້ຍົກໃຫ້ເຫັນວັດທະນະທຳຂອງຕົນ ທີ່ຕິດພັນກັບຄວາມດຸຫມັ່ນທຳມາຫາ ກິນ ແລະ ມ່ວນ ຊື່ນກັບ ເຄື່ອງ ຫລິ້ນດົນຕີພື້ນເມືອງ ໂດຍຜ່ານຫລາຍ ບົດຟ້ອນເປັນຕົ້ນ:“ເຂົ້າໃຫມ່”, ຟ້ອນປະສານ ດົນ ຕີ “ຕຼຶງ” ແລະ “ນາງສາວບ້ານເຮົາ” ທີ່ຍິງສາວ ຫວຽດ ນາມ 9 ຊີວິດອອກ ມາຟ້ອນຈັງ ຫວະ ອ່ອນຫວານສອດ ແຊກຄວາມຄຶກຄື້ນແບບສິລະປະບັນເລ ໃນຊຸດແຕ່ງກາຍປະ ຈຳ ຊາດ ໃສ່ກຸບ ແລະການບັນເລງເພງພື້ນເມືອງ ຊົນເຜົ່າ ຫວຽດ ນາມ ທີ່ມີເຄື່ອງດົນຕີຫລາຍຊະ ນິດ ໃຫ້ສຽງແຕກຕ່າງກັນ ແຕ່ກາຍເປັນບົດເພງທີ່ມ່ວນແມ້ງໜ້າອອນຊອນຂອງສຽງຂຸ່ຍ, ພິນ, ຂີມ...ຂະ ນະທີ່ ຝ່າຍລາວ ກໍໄດ້ນຳສະເໜີສິລະປະວັດທະນະທຳຂອງຕົນ ໂດຍຖ່າຍ ທອດໃຫ້ເຫັນທາດແທ້ຈິດວິນຍານ ແຫ່ງຄວາມເປັນລາວໃຫ້ແຂກໄດ້ຊົມດັ່ງບົດເພງ “ມ່ວນ ແທ້ບ້ານເຮົາ”, ບົດຟ້ອນ “ບຸນຫົດນ້ຳ” ນັກຟ້ອນຍິງ-ຊາຍ ທີ່ມ່ວນຊື່ນກັບການຖືຂັນ ຫົດ ນ້ຳອວຍພອນໄຊໃຫ້ກັນ ແລະ ຂັບລຳ “ສາລະວັນ” ຈັງຫວະຄຶກ ຄື້ນ ເປັນ ຂັບລຳຍອດ ນິຍົມທີ່ມັກເສບກັນໃນງານລ້ຽງ, ດອງ ແລະ ສັງສັນອື່ນໆ. ພາຍຫລັງອວດອ້າງສິລະປະຂອງແຕ່ລະຊາດແລ້ວ, ນັກສິລະປະ-ສິລະປິນ ຈາກສອງປະເທດ ກໍໄດ້ຈັບໄມໂຄຼ ໂຟນ ຮ່ວມກັນຮ້ອງຫລາຍບົດເພງດັ່ງ “ພົບກັນເທິງ ຈອມພູຫລວງ” ແລະ “ສອງຟາກພູຫລວງ” ເປັນພາສາ ຫວຽດນາມ ກ່ອນຈະຊ່ວຍກັນຂັບຮ້ອງຮ່ວມກັບມວນຊົນທີ່ເຂົ້າຊົມໃນບົດເພງ “ສາຍໃຈ ລາວ-ຫວຽດນາມ” ເປັນພາສາລາວ ແລະ ຫວຽດນາມ ເຊິ່ງເປັນບົດເພງທີ່ພັນລະນາໄດ້ຢ່າງ ຈັບໃຈເຖິງຄວາມຮັກແພງສາມັກ ຄີ ຂອງປະຊາຊົນສອງຊາດ ທີ່ມີມາຕັ້ງແຕ່ດົນນານ ດັ່ງຕອນໜຶ່ງໃນບົດເພງທີ່ວ່າ: * ປຽບສອງໜ່ວຍຕາ ສອງແຂນຂາຄົນຜູ້ດຽວ ລາວ-ຫວຽດນາມ ເພື່ອນແພງ ຮ່ວມດັບສູນສັດຕູໂຕດຽວ * ປຽບອ້າຍນ້ອງ ເກີດຮ່ວມທ້ອງພໍ່ແມ່ດຽວກັນ ຮັກແພງກັນ ເປັນຕາຍດ້ວຍກັນ ສຸກດ້ວຍກັນ ແລະ ທຸກດ້ວຍກັນ ສາຍໃຈລາວ-ຫວຽດນາມ./.
ກັບສາລະບານ