ຄວາມ​ສຳພັນ​ຂອງ​ຊຸມຊົນ​ຢູ່​ເຊ​ກອງ


* ກ​່ອນ​ໜ້າ​ນີ້, ຊຸ​ມ​ຊົນ​ບັນ​ດາ​ເຜົ່າ​ຢູ່​ແຂວງ​ເຊກອງ ມີ​ຄວາມ​ສຳ​ພັນ​ໃນ​ລັກ​ສະ​ນະ​ແບບ​ຄອບ​ຄົວ ແລະ ຖານ​ຍາດ​
ຕິ​ພີ່ນ​ອ້ງ ແລະ ການ​ພົວ​ພັນ ຫລື ຄວາມ​ສຳ​ພັນ​ນີ້​ມີ​ຄວາມ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ ໂດຍ​ສະ​ເພາະໃນຄວາມ​ສຳ​ພັນ​ຖານ​ຍາດ​ພີ່ນ​້ອງ​ສາ​ມາດ​ຄວບ​ຄຸມໄດ້ທັງ​ສະ​ຖາ​ນະ​ພາບ​ການ​ເປັນ​ຢູ່,ການ​ແຕ່ງ​ງານ ລວມ​ທັງບົດ​ບາດ​ຂອງ​ບັນ​ດາ​ສະ​ມາ​ຊິກ​ພາຍ​ໃນ​ຄອບ​ຄົວແລະໃນ​ຊຸມ​ຊົນ​ກໍ່​ຄື​ການ​ດຳ​ເນີນ​ພ​ິ​ທີ​ກຳ​ຕ່າງໆ. ທີ່​ນີ້​ຈະຂໍຍົກເອົາ​ເລື່ອງ​ການ​ແຕ່ງ​ງານ ໂດຍ​ສະ​ເພາະ ບັນ​ຫາ​ຄ່າ​ດອງ​ລວມ​ທັງ​ພັນ​ທະ​ອັນ​ເນື່ອງ​ມາ​ຈາກ​ຄ່າ​ດອງ.
ເຊື່ອ​ກັນ​ວ່າ​ໃນ​ການ​ແຕ່ງ​ງານ​ຂອງ​ຊຸມ​ຊົນ​ບັນ​ດາ​ເຜົ່າ ( ຍົກ​ເວັ້ນ ເຜົ່າ​ລະ​ເວນ) ຢູ່​ແຂວງ​ເຊກອງ​ຈະ ກຳ​ນົດ​ເລື່ອງ​ຄ່າ
​ ດອ​ງ​ເປັນ​ເລື່ອງ​ທີ່​ສຳ​ຄັນ ແລະ ເປັນ​ຂັ້ນ​ຕອນ​ທີ່​ຂາ​ດ​ບໍ່​ໄດ້​ລະ​ຫວ່າງ​ພໍ່​ແມ່​ຂອງ​ທັງສອງ​ກ້ຳສອງ​ຝ່າຍ ເພາະ​ຖື​ເປັນ​ຂັ້ນ​
ຕອນ​ຕັດ​ສິນ​ວ່າ : ດອງຈະ​ເກີດ​ຂຶ້ນ​ໄດ້ ຫລື ບໍ່​ເກີດ​ຂຶ້ນ. ຕາມ​ປົກ​ກະ​ຕິ​ແລ້ວ​ຈະ ສົ່ງ​ຕົວ​ແທນ (ປະ​ນາຍ) ໄປ​ຕົກ​ລົງ​ເວົ້າ​
ໂອມ​ຕໍ່​ລອງ​ ແລະ ຕົກ​ລົງ​ກັນ, ຂະ​ນະ​ດຽວ​ກັນ​ຖ້າ​ຫາກ​ມີ​ການ​ປ່ຽນ ແປງ​ເກີດ​ຂຶ້ນ ເຊັ່ນ​ວ່າ: ການ​ຢ່າ​ຮ້າງ ..​. ກໍ່​ແມ່ນ​ໜ້າ​ທີ່​ຂອງ​ຕົວ​ແທນ​ນີ້​ເປັນ​ຜູ້​ຮັບ​ຮູ້ ແລະ ເຈ​ລະ​ຈາ​ໃຫ້. “ຄວາຍ “ ຖື​ກ​ຖືເປັນສິ່ງທີ່​ມີ​ຄ່າ​ທີ່​ສຸດ ແລະ ກາຍ​ເປັນ​ມາດ​ຖານ​ທີ່​ສຳ​ຄັນ​ຍິ່ງ​ສຳ​ລັບ​ຄ່າ​ດອງ ອັນ​ເນື່ອງ​ຈາກ​ວ່າ ມັນ​ເປັນ​ອົງ​ປະ​ກອບ​ຫລັກ​ຂອງ​ພິ​ທີ​ກຳ​ແປງ​ຮີດ ແລະ ກໍ່​ຖື​ເປັນ​ຂໍ້​ປະ​ຕິ​ບັດ​ອັນ​ສຳ​ຄັນ​ ຂອງຊຸມ​ຊົນ​ບັນ​ດາ​ເຜົ່າ.ນອກ​ນີ້ “ຄວາຍ“ ຍັງ​ເປັນ​ຕົວ​ທຽບ​ລາ​ຄາ​ກັບ​ວັດ​ຖຸ​ສິ່ງ​ຂອງ​ອື່ນໆ
​ ອີກ​ຕ່າງ​ຫາກ ເຊັ່ນ :ຖ້າ​ຝ່າຍ​ຍິງ​ເອີ້ນ​ຄ່​າ​ດອງ ຄວາຍ 5 ໂຕ ແຕ່​ອາດ​ຈະ​ຮຽກ​ເອົາ​ຄວາຍ​ແທ້ໆ 2 ໂຕ ແລະ ທີ່​ເຫລືອ
​ ຝ່າຍ​ຊາຍ​ຈະ ຊອກ​ຊັບ​ສິນ​ອື່ນໆ​ແທນ​ກໍ່​ໄດ້​ແຕ່​ຕ້ອງ​ມີ​ລາ​ຄາ​ເທົ່າ​ກັບ​ຄວາຍ 3 ໂຕ; ທັງ​ນີ້ ຄວາຍ​ທີ່​ຈັດ​ຫ​າ​ໃຫ້​ຝ່າຍ​ຍິງ​ຊຶ່ງ​ຖືເປັນ​ຄ່າ​ດອງ​ນັ້ນ​ຈະ​ຖືກ​ນຳ​ໄປ​ລ້ຽງ ແຕ່​ທັງ​ນີ້​ທັງ​ນັ້ນ​ຖ້າ​ຫາກ​ຝ່າຍ​ຍິງ​ມີ​ການ
​ ກະ​ທຳ​ຜິດ​ໂດຍ​ມີ​ການ​ຢ່າ​ຮ້າງ ຫລືຖືກ​ປັບ​ໃໝ​ກໍຕ​້ອງ​ນຳ​ເອົາ​ຄວາຍ​ໄປ​ຄືນ​ໃຫ້​ແກ່​ຝ່າຍ​ຊາຍ
( ຖ້າ​ເປັນ​ຄວາຍ​ແມ່ -​ ລ​ູກ ກໍ່​ຕ​ອ້ງ​ໄດ້​ຄືນ​ທັງລູກ ແລະ ແມ່ ). “ຄ່າ​ດອງ” ນອກ​ຈາກເປັນ​ຊັບ​ສິນ​ ຂອງ​ຄອບ​ຄົວ​ຝ່າຍ​ຍິງ​ແລ້ວ,ຊຸມ​ຊົນ​ບັນ​ດາ​ເຜົ່າ​ຍັງໄດ້ຖື​ເອົາ “ຄ່າ​ດອງ” ເປັນ​ສິ່ງ​ຜູກ​ພັນ​ໃນ​ບາງ​ກໍ​ລະ​ນີ
ເຊັ່ນ : ຜົວ​ເສຍ​ຊີ​ວິດ ແລະ ຝ່າຍ​ຍິງ​ຈະ​ແຕ່ງ​ງານ​ໃໝ່.ໃນກໍ​ລະ​ນີ​ທີ່​ຝ່າຍ​ຍິງ​ແຕ່ງ​ງານ​ໃໝ່​ນັ້ນ,ຄົນ​ທີ່​ເປັນ
​ ຜົວ​ໃໝ່​ຕ້ອງ​ໄດ້​ເສຍ​ຄ່າ​ດອງ
​ ໃຫ້​ແກ່​ຄອບ​ຄົວ​ສາ​ມີ​ເກົ່າ ເນື່ອງຈາກ​ມີ​ການ​ເຊື່ອ​ຖື​ວ່າ:ໄດ້​ຈ່າຍ​ຄ່າ​ດອງ​ແລ້ວ ແລະ ຜູ້​ຍິງ​ໄດ້​ເປັນ​ສະ
​ ມາ​ຊິກ​ຂອງ​ຄອບ​ຄົວ​ນີ້​ແລ້ວ.
ນອກ​ຈາກ​ນີ້,ຊົນ​ເ​ຜົ່າ​ສ່ວນ​ໃຫຍ່​ທີ່​ຖື​ຮີດ​ກິນ​ຄວາຍ​ຍັງ​ໄດ້​ກຳ​ນົດ “​ຄ່າ​ດອງ​ລົງ​ເຮືອນ” ອີກ ໂດຍ​ຝ່າຍຊາຍ​ຈະ​ຕ​້ອງ​ຈັດ​ຫາ​ໃຫ້​ແກ່​ຝ່າຍ​ຍິງ​ໃນ​ໄລ​ຍະ​ຫລັງ​ການ​ແຕ່ງ​ງານ​ເປັນ​ເວ​ລາ 3 ປີ.ໃນ​
ຄວາມ​ເປັນ​ຈິງ​ແລ້ວ,ຄຳ​ວ່າ “ຄ່າ​ດອງ​ລົງ​ເຮືອນ” ຄື​ການ ມອບ​ຄວາຍ​ໃຫ້​ຝ່າຍ​ຍິງ​ໃນ​ກໍ​ລະ​ນີ​ທີ່​ສະ​ມາ​ຊິກ​
ໃນ​ຄອບ​ຄົວ​ຝ່າຍ​ຍິງ​ເຈັບ​ປ່ວຍ ຫລື ຕ​້ອງ​ການ​ແປງ​ຮີດ​ເຮືອນ​ກິນ​ຄວາຍ. “ຄ່າ​ດອງ” ເປັນ​ປັດ​ໄຈ​ທີ່​ສຳ​ຄັນ
​ ຂອງ​ການ​ກຳ​ນົດ​ຂໍ້​ຕົກລົງ ໃນ​ການ​ແຕ່ງ​ງານ, ແຕ່​ກໍ່​ມີ​ບາງ​ກໍ​ລະ​ນີ​ທີ່​ຝ່າຍ​ຊາຍ​ທຸກ​ຍາກ​ກໍ່​ອາດ​ແຕ່ງ​ງານ
​ ເຂົ້າ​ໄປ​ຢູ່​ໃນ​ຄອບ​ຄົວ​ຂອງ​ຜູ້​ຍິງ ຊຶ່ງ​ໃນ​ກໍ​ລະ​ນີ​ນີ້ສາ​ມາດ​ຊ່ວຍ​ໃຫ້​ຜູ້​ຊາຍ​ທີ່​ທຸກ​ຍາກ​ໄດ້​ມີ​ໂອ​ກາດ​ແຕ່ງ​ງານ ແລະ ຖື​ວ່າ​ເປັນ​ການ​ຈັດ​ການ​ຂອງ​ຊຸມ​ຊົນ​ທີ່​ບໍ່​ຢາກ​ໃຫ້​ເກີດ​ມີ​ການ​ຢ່າ​ຮ້າງ​ກັນ​ພາຍ​ຫລັງ​ການ​ແຕ່ງ​ງານ. ວິ​ຖີ​ຊີ​ວິດ ແລະ ວັດ​ທະ​ນະ​ທຳ​ຂອງ​ຊຸມ​ຊົນ​ບັນ​ດາ​ເຜົ່າ​ຢູ່​ແຂວງ​ເຊກອງ ໃນ​ສ່ວນ​ຂອງ “ຄ່າ​ດອງ ແລະພັນ​ທະ​ອັນ​ເນື່ອງ​ມາ​ຈາກ​
ຄ່າ​ດອງ” ນັ້ນ, ມາ​ເຖິງ​ໄລ​ຍະ​ນີ້​ໄດ້​ມີ​ການ​ປ່ຽນ​ແປງ​ໄປ​ຕາມ​ການ​ພັດ​ທະ​ນາ ແລະ​ຄວາມ​ຈຳ​ເປັນ​ຕ​້ອງ​ໄດ້​ລົດ​
ຊ​່ອງ​ຫວ່າງ​ຄວາມ​ເຊື່ອ​ຖື​ດັ້ງ​ເດີມ; ແຕ່​ທັງ​ນີ້​ທັງ​ນັ້ນ​ເຖິງວ່າ​ຈະ​ມີ​ການ​ປ່ຽນ​ແປງ​ໄປ​ຫລາຍ​ແລ້ວ ແລະບາງ​ບ້ານ​ບາງ​ເຂດ​ຍັງ​ບໍ່​ທັນ​ປ່ຽນ​ແປ​ງ​ເທື່ອກໍ່​ດີ
ແຕ່​ກໍ​ຄ​່ອຍ​ໆ​ຫລຸດ​ລົງ ໂດຍ​ຊຸມ​ຊົນ​ບັນດາ​ເຜົ່າ​ໄດ້​ຫັນ​ມາ​ສູ່​ການ​ດຳ​ລົງ​ຊີ​ວິດ, ການ​ດຳ​ເນີນ​ພິ​ທີ​ກຳ​ທາງ​ຮີດ​ຄອງ​ແບບ​ມີ​ການ​ໄລ່​ລຽງ​ທາງ​ເສດ​ຖະ​ກິດ ແລະ ຖືກ​ຕ​້ອງ​ສອດຄ​່ອງ​ກັບ​ແນວ​ທາງ​
ນະ​ໂຍ​ບາຍ​ຂອ​ງ​ພັກ; ເປັນ​ຕົ້ນ​ມະ​ຕິ​ກ່ຽວ​ກັບ​ວຽກ​ງານ​ວັດ​ທະ​ນະທຳ​ໄລ​ຍະ​ໃໝ່​ຂອງ​ພັກ​ລວມ​ທັງ​ແຜນ​ພັດ​ທະ
​ ນາ​ວຽກ​ງານ​ວັດ​ທະ​
ນະ​ທຳ​ຂອງ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ວັດ​ທະ​ນະ​ທຳ​ໄດ້​ກຳ​ນົດ​ໄວ້​ໃນ​ແຕ່​ລະ​ໄລ​ຍະ.


 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446