​​
ເຜົ່າ​ກະຕ


* ໃນ​ສັງ​ຄົມ​ຂອງ​ຊົນ​ເຜົ່າ​ກະ​ຕູ​ແມ່ນ ສັງຄົມທີ່ິ​ຖື​ ຕະ​ກຸນ​ຕາມ​ສາຍ​ພໍ່​ ຫຼື ບິດາ​ສິດ​ທິ​ຣາດ; ດ້ວຍ​ເຫດ​ນັ້ນ​ຈຶ່ງ​ໄດ້​ເຮັດ​ໃຫ້​ການ​ສືບມູນ​ຂອງ​ພໍ່ ແລະ ສິນ​ສົມ​ສ້າງ​ລະ​ຫວ່າງ​ຜົວ-​ເມຍ​ໃນ​ເມື່ອ​ພໍ່​ເສຍ​ຊີ​ວິດ​ສ່ວນ​ຫລາຍ​ກໍ​ແມ່ນ​ລູກ​ຊາຍ​ເປັນ​ຜູ້​ສືບ​ທອດ. ສ່ວນ​ລູກ​ສາວ​ພັດ​ໄດ້​ໜ້ອຍ​ທີ່​ສຸດ ຫລື​ ບໍ່​ໄດ້ຊ້ຳ; ທັງ​ທີ່​ເປັນຜູ້​ເຮັດ​ວຽກໃນ​ຄອບ​ຄົວ​ເປັນ​ຜູ້​ຮັບ​ຄ່າ​ດອງ​ສິນ​ສອດ. ສ່ວນ​ຜູ້​ເປັນ​ແມ່ ແລະ ພີ່​ນ້ອງ​ຊັ້ນ​ຈຳ​ທັງ​ສາຍ​ແມ່​ກໍ​ບໍ່​ໄດ້​ຫຍັງ​ ເຊັ່ນດຽວກັນ.
ມູນ​ມໍ​ລະ​ດົກ​ຂອງ​ພໍ່ ແລະ ສິນ​ສົມ​ສ້າງ​ລະ​ຫວ່າງ​ຜົວ​-​ເມຍ​ໃນ​ເມື່ອ​ຜົວ​ເສຍ​ຊີ​ວິດ​ໃນ​ກໍ​ລະ​ນີ​ແມ່​ບໍ່​ໄດ້​ແຕ່ງ​ງານ​ກັບ​ຊາຍ​ຄົນ​ໃໝ່​ແມ່ນ​ເມຍ ແລະ ລູກ​ຊາຍ​ເປັນ​ຜູ້​ສືບ​ທອດ. ສ່ວນ​ລູກ​ສາວ​ຖ້າ​ຫາກ​ມູນ​ມໍ​ລະ​ດົກ ແລະ ສິນ​ສົມ​ສ້າງ​ລະ​ຫວ່າງ​ພໍ່​ແມ່​ມີ​ຫລາຍ, ມີ​ບາງ​ເທື່ອ​ກໍ​ແບ່ງ​ໃຫ້​ແກ່​ລູກ ສ່ວນ​ຫລວງ​ຫລາຍ​ແມ່ນ​ບໍ່​ໄດ້. ແຕ່​ໃນ​ກໍ​ລະ​ນີ​ແມ່​ໄດ້​ເອົາ​ຜົວ​ໃໝ່​ ຈະ​ບໍ່​ມີ​ສິດ​ສືບ​ທອດ​ສິນ​ສົມ​ສ້າງ​ລະ​ຫວ່າງ​ຜົວ-​ເມຍ​ໃນ​ເວ​ລາ​ຜົວ​ຍັງ​ມີ​ຊີ​ວິດ ຊຶ່ງ​ສະ​ແດງ​ອອກ​ໃຫ້​ເຫັນ​ໃນ​ບັນ​ດາ​ວັດ​ຖຸ​ຕ່າງໆ​ລຸ່ມ​ນີ້​ເຊັ່ນ: ດິນ​ໄຮ່, ເຄື່ອງ​ໃຊ້​ໃນ​ຄົວ​ເຮືອນ, ຍານ​ພາ​ຫະ​ນະ, ເຄື່ອງ​ມື​ການ​ຜະ​ລິດ​ໃນ​ກໍ​ລະ​ນີ​ມີ​ຫລາຍ​ອາດ​ຈະ​ແບ່ງ​ໃຫ້​ລູກ​ສາວ​ປະ​ມານ 20% ຂອງ​ມູນ​ຄ່າ​ເຄື່ອງ​ທີ່​ມີ​ໃນ​ຄົວ​ເຮືອນ. ແຕ່​ດິນເຮືອນ, ສວນ​ຄົວ, ໜອງ​ປາ, ການ​ກໍ່​ສ້າງ, ເຮືອນ​ຮ້ານ, ເຮືອນ, ສິນ​ຄ້າ, ເຄື່ອງ​ເອ້​ຍ້ອງ, ເງິນ, ຄຳ ແລະ ສັດ​ລ້ຽງ​ທຸກ​ຊະ​ນິດ​ແມ່ນ​ບັນ​ດາ​ລູກ​ຊາຍ​ເປັນ​ຜູ້​ສືບ​ທອດ​ແຕ່​ລູກ​ກົກ​ເປັນ​ຜູ້​ຈະ​ໄດ້​ຫລາຍ ກວ່າ​ໝູ່​; ສ່ວນ​ຜູ້​ເປັນ​ເມຍ​ມີ​ສິດ​ສືບ​ທອດ​ໃນ​ເວ​ລາ​ຍັງ​ຢູ່​ຄົວ​ເຮືອນ​ດັ່ງ​ກ່າວ​ ເຊິ່ງຍັງ​ບໍ່​ທັນ​ໄດ້​ແຕ່ງ​ງານ​ກັບ​ຊາຍ​ຄົນ​ອື່ນ​ເທົ່າ​ນັ້ນ. ສະ​ເພາະ​ລູກ​ສາວ; ເຖິງວັດ​ຖຸ​ສິ່ງ​ຂອງ​ທີ່​ກ່າວ​ມາ​ນັ້ນ​ຈະ​ຫລວງ​ຫລາຍ ປານ ໃດກໍຕາມ ​ແມ່ນ​ບໍ່​ມີ​ສິດ​ສືບ​ທອດ​ແຕ່​ຢ່າງ​ໃດ​ເລີຍ, ແຕ່​ວ່າ​ໃນ​ກໍ​ລະ​ນີ​ບໍ່ມີ​ລູກ​ນຳ​ກັນ​ຈັກ​ຄົນ​ໃນ​ເມື່ອ​ຜົວ​ເສຍ​ຊີ​ວິດ​ແມ່ນ​ເມຍ​ເອົາ​ໝົດ.
ການ​ສືບ​ທອດ​ມູນ​ມໍ​ລະ​ດົກ​ໃນ​ສັງ​ຄົມ​ຂອງ​ຊົນ​ເຜົ່າ​ກະ​ຕູ​ ຍັງ​ຂາດ​ຄວາມ​ຍຸ​ຕິ​ທຳ, ບໍ່​ວ່າ​ໃນ​ລະ​ດັບ​ສັງ​ຄົມ​ໃດ​ແມ່ນ​ຜູ້​ຊາຍ ຫລື ລູກ​ຊາຍ​ເປັນ​ຜູ້​ໄດ້​ປຽບ, ຜູ້​ຍິງ ຫລື ລູກ​ສາວ​ເປັນ​ຜູ້​ເສຍ​ປຽບ ທັງ​ທີ່​ວ່າ​ການ​ເຮັດ​ວຽກ​ງານ​ຕົ້ນ​ຕໍ, ໂດຍ​ສະ​ເພາະ​ແມ່ນ​ກິດ​ຈະ​ກຳ​ໃນ​ຮອບ 24 ຊົ່ວ​ໂມງ​ແມ່ນ​ຜູ້​ຍິງ ຫລື ລູກ​ສາວ​ເປັນ​ຜູ້​ເຮັດ​ຫລາຍກວ່າ​ໝູ່ ບໍ່​ພຽງ​ແຕ່​ເທົ່າ​ນັ້ນ​ຄ່າ​ດອງ​ຂອງ​ລູກ​ສາວ​ຈະ​ມີ​ຫລາຍ​ເທົ່າ​ໃດ​ແມ່ນ​ພໍ່ ແລະ ພີ່​ນ້ອງ​ຊັ້ນ​ຈຳ​ຝ່າຍ​ພໍ່​ສຶກ​ສາ​ອົບ​ຮົມ​ທາງ​ການ​ເມືອງ​ແນວ​ຄິດ​ແກ່​ເຂົາ​ເຈົ້າ​ເສຍ​ກ່ອນ ຊຶ່ງ​ຕ້ອງ​ເລັ່ງ​ໃສ່​ພວກ​ເຖົ້າ​ແກ່​ອາ​ວຸ​ໂສ, ໂດ​ຍ​ສະ​ເພາະ​ແມ່ນ​ພວກ​ຕະ​ກົງ​ອາ​ຣຽດ ເຮັດ​ໃຫ້​ເຂົາ​ເຈົ້າ​ຫັນ​ປ່ຽນ​ບັນ​ດາ​ແນວ​ຄິດ​ຍັງ​ຖື​ຜູ້​ຍິງ​ເປັນ​ທາດ​ຮັບ​ໃຊ້​ຕົນ ແລະ ເພື່ອ​ຈຳ​ກັດ​ກ້າວ​ໄປ​ເຖິງ​ລົບ​ລ້າງ​ຢ່າງ​ສິ້ນ​ເຊີງ.

 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446