ບຸນປະເພນີເຜົ່າແງະ
ເຜົ່າແງະ ຊື່ດັ້ງເດີມແມ່ນເຜົ່າກຣຽງ, ປ່ຽນຊື່ໃນສະໄຫມຈັກກະພັດລ່າເມືອງຂຶ້ນແບບເກົ່າປົກຄອງດັ່ງ ທີ່ປະຫວັດສາດລາວຈາ ລຶກ ໄວ້ວ່າ: ອົງແກ້ວ ກົມມະດຳ ຊົນ ເຜົ່າແງະ ຢູ່ພາກໃຕ້ຂອງລາວຕ້ານກັບລະບອບການປົກ ຄອງຂອງຈັກກະພັດລ່າເມືອງຂຶ້ນແບບ ເກົ່າ ໃນສະຕະວັດທີ 19 ເຊິ່ງໃນສະໄຫມນັ້ນ ຈັກກະພັດຝຣັ່ງ ໄດ້ ເຄື່ອນໄຫວເພື່ອດັບສູນກອງກຳລັງຂອງອົງແກ້ວ ກົມມະດຳ, ຢູ່ໃນໄລຍະການ ເຄື່ອນ ໄຫວຂອງເຂົາເຈົ້າແມ່ນໄດ້ເຂົ້າໄປເຖິງບ້ານຂອງພີ່ນ້ອງເຜົ່າແງະ ໃນເມື່ອ ເຂົ້າ ໄປ ເຖິງບ້ານໃດຖາມເຖິງບັນຫາຫຍັງເຂົາ ພຽງແຕ່ ຕອບວ່າ : ແງະຈອມ . ຄຳວ່າ “ ແງະຈອມ” ແປຄວາມລາວ “ບໍ່ຮູ້, ບໍ່ຈັກ” ເມື່ອເປັນຄືແນວນັ້ນໃນ ສະໄຫມ ຈັກກະ ພັດຝຣັ່ງປົກຄອງ ຈິ່ງໄດ້ໃສ່ຊື່ເອີ້ນວ່າ : ເຜົ່າແງະ. ເຜົ່າແງະ ສ່ວນຫລາຍ ແມ່ນດຳລົງຊີວິດຢູ່ພາກໃຕ້ ຂອງລາວເຮົາໂດຍສະເພາະແມ່ນແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື. ແນວໃດກໍ່ດີ ສຳລັບ ຢູ່ທີ່ແຂວງຈຳປາສັກ, ເຜົ່າແງະ ຢູ່ຫລາຍແມ່ນ ເມືອງ ປາກຊ່ອງ ແລະ ເມືອງບາຈຽງຈະເລີນສຸກ. ເຂົາ ເຈົ້າມັກຕັ້ງບ້ານເຮືອນ ລຽບຕາມ ແຄມນ້ຳໃຫຍ່, ນ້ອຍ, ຢູ່ເປີ້ນພູ ແລະ ຈ້າຍພູທີ່ມີເຮືອນເປັນເອກະລັກສະເພາະຂອງເຂົາເຈົ້າ. ເມື່ອເວົ້າ ເຖິງຮີດຄອງປະເພນີ; ເຜົ່າແງະ ເປັນເຜົ່າຫນຶ່ງທີ່ມີເອກະລັກ ທາງຮີດຄອງປະເພນີອັນດີງາມເຊັ່ນ: ບຸນປະເພນີ: ພໍເຖິງກາງເດືອນ ເມສາ ຂອງທຸກໆປີ (ເດືອນທີ 4) ພາຍຫລັງສຳເລັດການຖາງປ່າເຮັດໄຮ່ເປັນ ທີ່ຮຽບຮ້ອຍ ແລ້ວ ເຂົາເຈົ້າກໍ່ຫ້າງຫາກະກຽມຈັດ ບຸນປະເພນີ ປະ ຈຳ ປີຂອງຕົນຂຶ້ນຢ່າງຄຶກຄື້ນ ເຊິ່ງບຸນປະເພນີເຜົ່າແງະນີ້ຈະມີການຄົບງັນ 2 ວັນກັບ 1 ຄືນ ແລະ ມີບັນຍາ ກາດຕາມປະເພນີອັນ ດັ້ງ ເດີມ, ມີຂະບວນແຫ່ສິລະປະວັນນະຄະດີແບບພື້ນເມືອງ, ມີຂັບລຳ, ຟ້ອນ, ເສບສີຕີເປົ່າປະສານສຽງຄ້ອງ, ສຽງກອງ, ຂະບວນ ແຫ່ ຂອງ ຊາວບ້ານໄດ້ຜັດປ່ຽນກັນເປັນຊຸດໆ ລະຫວ່າງບ້ານເຈົ້າພາບກັບພາກສ່ວນບ້ານທີ່ຖືກເຊີນມາກິນບຸນໃນມື້ນັ້ນ. ສັນຍະລັກອີກອັນຫນຶ່ງ ນອກ ຈາກໄດ້ເຫັນ ການ ແຕ່ງ ກາຍໃນຊຸດຊົນເຜົ່າຂອງເຂົາເຈົ້າແລ້ວ ກໍ່ຍັງມີພິທີກຳ ທີ່ຊວນໃຫ້ຂົນຫົວລຸກ ນັ້ນກໍ່ຄື : ການຂ້າຄວາຍກິນຮີດ ເຊິ່ງໄດ້ຜູກຄວາຍໄວ້ໃສ່ຫລັກລຽນອ້ອມ ຂ້າງສາລາກ໊ວານ ຕັ້ງຢູ່ກາງເດີ່ນບ້ານ( ເດີ່ນລວມຂອງບ້ານ), ສະເພາະຄວາຍສ່ວນ ລວມຂອງ ບ້ານຈະມັດໃສ່ຫລັກດ້ານຫນ້າຂອງສາລາກ໊ວານ ເພື່ອຈະຂ້າເປັນ ອາຫານຮັບແຂກໃນເຊົ້າມື້ໃຫມ່, ສ່ວນອາຫານການກິນຕອນກາງຄືນ ຂອງ ມື້ຕັ້ງບຸນສ່ວນໃຫຍ່ຈະເປັນພາເຂົ້າກັບຕົ້ມໄກ່ເປັນໂຕແຖມດ້ວຍເຫລົ້າຂາວ ແລະ ຄົບ ງັນຕາມປະເພນີຕະຫລອດແຈ້ງ. ຮອດມື້ໃຫມ່ປະມານ 6 ໂມງເຊົ້າ ພາກສ່ວນເຈົ້າພາບຈະມີການກະກຽມອຸປະກອນຕ່າງໆ ທີ່ເປັນເຄື່ອງມືໃນການຂ້າຄວາຍຄື: ຫອກ, ງ້າວ, ຈາກນັ້ນກໍ່ໄດ້ເລີ່ມຕົ້ນ ດ້ວຍການຟ້ອນອ້ອມ 3 ຮອບແລ້ວຈຶ່ງເອົາຫອກແທງໃສ່ສ້ວງຄວາຍ ແລະ ແລ້ວກໍ່ເອົາງ້າວຟັນ ຂະນ່ອງທັງ ສອງເບື້ອງກ່ອນຈຶ່ງຟັນກ້ານຄໍຄວາຍ. ເຮັດຄືແນວເກົ່າ ໄປ ເລື້ອຍໆຈົນກວ່າຄວາຍຕາຍກັບທີ່ ແລ້ວເລີ່ມຕົ້ນດ້ວຍການປາດເອົາຫູ ຄວາຍ ໂຍນຂຶ້ນໃສ່ປາກສ້ອນເພື່ອບູຊາໂຊກວ່າ “ ປີຫນ້າຈະໄດ້ກິນອີ່ມຫນຳສຳລານ ” ຫລື ເວົ້າຢ່າງຫນຶ່ງວ່າ ຈະໄດ້ຮັບການສົ່ງຄືນ ຈາກ ບ້ານອື່ນ, ກົງກັນຂ້າມ ຖ້າຫາກວ່າ: ໂຍນຫູຄວາຍລອດປາກສ້ອນຕົກລົງດິນຖືວ່າດວງປີຫນ້າບໍ່ຄ່ອຍດີ, ແຕ່ ຕ້ອງສືບຕໍ່ໂຍນຫູ ຄວາຍ ໄປ ຈົນຄ້າງຢູ່ເທິງປາກສ້ອນຈຶ່ງເຊົາ. ຈາກນັ້ນກໍ່ເລີ່ມຕົ້ນປາດເອົາຊີ້ນແລ້ວມອບໃຫ້ແຂກບ້ານອື່ນໄປແຕ່ງກິນຕາມໃຈຊອບ ແລະ ຖືວ່າ ບຸນ ປະ ເພ ນີແມ່ນເສັດສິ້ນໃນມື້ນັ້ນ. ບຸນປະເພນີຂອງເຜົ່າແງະ ຖືກສືບທອດມາຫລາຍເຊັ່ນຄົນແລ້ວ ແລະ ບຸນດັ່ງກ່າວອາດຈະສ້າງຄວາມສົນໃຈ, ດຶງດູດໃຈນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະ ເທດເພື່ອຢາກໄປທ່ຽວຊົມສຶກສາຄົ້ນຄວ້າດ້ວຍຕົນເອງຍິ່ງເປັນການດີ ເພາະວ່າທຳມະຊາດ ແລະ ວັດທະ ນະ ທຳເປັນອີກຫົວຂໍ້ຫນຶ່ງທີ່ນັກທ່ອງທ່ຽວສົນໃຈຫລາຍ ແລະ ອາດຈະກາຍເປັນແຫ່ງທ່ອງທ່ຽວທາງວັດທະນະທຳ ທີ່ສາມາດ ສ້າງລາຍ ຣັບໃຫ້ແກ່ທ້ອງຖິ່ນໄດ້ໃນອະນາຄົດ./.
ກັບສາລະບານ