ວັດທະນະທຳລາວ ຫວັງໃຫ້ໂລກຮັບຮູ້ ບໍ່ໝາຍຄວາມວ່າຕ້ອງນຳໄປໃຊ້
* ວັດທະນະທຳຂອງບາງປະເທດສາມາດເຮັດໃຫ້ປະເທດອື່ນປະທັບໃຈ ຫລົງໄຫລ ແລະ ນຳໄປປະຍຸກໃຊ້ ດັ່ງບາງປະເທດ ບ້ານໃກ້ ເຮືອນຄຽງຂອງ ພວກເຮົາທີ່ ນິຍົມກິນ, ແຕ່ງກາຍ, ເວົ້າຈາ ສອດຫ້ອຍວັດທະນະທຳຂອງເກົາຫລີ ແລະ ຍີ່ປຸ່ນ..ແລ້ວວັດທະນະທຳລາວເດ ຢາກຈະໃຫ້ຕ່າງຊາດນຳໄປໃຊ້ ຫລື ບໍ່ ? ເລື່ອງນີ້ ທ່ານ ສີແພງ ວົງປັນຍາ ຫົວໜ້າກົມວັດທະນະທຳ-ມະຫາຊົນ ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ໄດ້ໃຫ້ຄຳຕອບ ເມື່ອບໍ່ດົນມານີ້ ທີ່ນະຄອນຫລວງ ວຽງ ຈັນວ່າ: “ ວັດທະນະທຳລາວ ບໍ່ຈຳເປັນຕ້ອງໃຫ້ຊາດອື່ນ ນຳ ໄປ ໃຊ້ ແຕ່ພວກເຮົາຢາກໂຄສະນາ ເພື່ອໃຫ້ທົ່ວໂລກຮັບຮູ້ວ່າ ລາວເຮົາມີວັດທະນະທຳແນວໃດ ຈົບ ງາມ ແລະ ບໍ່ໄດ້ນຳໃຊ້ວັດ ທະນະ ທຳຂອງຊາດອື່ນ. ຍົກເວັ້ນ ວັດທະນະທຳທີ່ສັງຄົມຍອມຮັບເອີ້ນວ່າ: ວັດທະນະທຳກ້າວໜ້າ, ຜ່ານມາ ໂລກຍອມຮັບເຖິງວັດ ທະ ນະ ທຳ ລາວ ເຊັ່ນ: ວິຖີການດຳລົງຊີວິດ ຕິດພັນກັບຂະນົບທຳນຽມປະເພນີ ແລະ ສາສະໜາ, ຄົນລາວບໍ່ມັກຄວາມຮຸນແຮງ, ການນຸ່ງຖືມີ ເອກະ ລັກສະເພາະ ບໍ່ ໄດ້ ຢືມຂອງໝູ່ ສ່ວນສິລະປະວັນນະຄະດີ ກໍບໍ່ມີຊາດໃດຄືເຊັ່ນ: ຟ້ອນລຳວົງ, ຟ້ອນ 12 ຈັງຫວະ ແລະ ມີຂັບລຳຂອງທ້ອງ ຖິ່ນຕ່າງໆ. ສ່ວນວັດທະນະທຳການກິນ ກໍມີຫລາກຫລາຍ ມີຈຸດພິເສດ ຂອງແຕ່ລະທ້ອງຖິ່ນເປັນຕົ້ນ: ແຈ່ວບອງ ຫລວງພະບາງ, ຢູ່ ແຂວງ ຫົວພັນກໍມີແຈ່ວ ແຕ່ໃສ່ຫມາກແຄ່ນ...”. ຖາມ: ມີທິດທາງເພື່ອປຸກລະດົມສົ່ງເສີມ ແລະ ອະນຸລັກວັດທະນະທຳອັນດີງາມຂອງຊາດລາວ ເປັນຕົ້ນ: ຂະນົບທຳນຽມ, ການນຸ່ງ ຖື ແລະ ບຸນສິນກິນ ທານແນວ ໃດ ? “ໂດຍໄດ້ຮັບທິດຊີ້ນຳຂອງພັກ-ລັດຖະບານ ປະຈຸບັນໄດ້ຫັນເອົາແນວຄິດວັດທະນະທຳທົ່ວປວງຊົນ, ລົບລ້າງໄດ້ປະກົດການຫຍໍ້ທໍ້ຄວາມເຊື່ອຖືງົມງວາຍເຊິ່ງ ເປັນ ຈຸດດ້ອຍຂອງເສດຖະກິດ. ໂດຍຕິດພັນກັບວຽກງານສ້າງຄອບຄົວວັດທະນະທຳ ກໍໄດ້ເອົາການຮັກສາຂະນົບທຳ ນຽມປະເພນີເຂົ້າໃນວຽກງານນີ້ ລົງເຜີຍ ແຜ່ ທົ່ວ ປະເທດ. ວິຖີຊີວິດຂອງຄົນລາວແຕ່ໃດໆມາແມ່ນຕິດພັນກັບວັດທະນະທຳ ເຮັດ ໃຫ້ການດຳລົງຊີວິດເປັນໄປແບບນີ້ມນວນ ໂດຍຕິດພັນກັບສາສະໜາ. ສະເພາະ ບຸນສິນກິນທານ ພັກ-ລັດ ບໍ່ໄດ້ລົບລ້າງ ເພາະຮີດ 12 ຄອງ 14 ໄດ້ຮັບການປັບປຸງໄປໃນທາງທີ່ດີ, ປະຊາຊົນລາວມີອິດສະລະໃນການ ປະກອບສ່ວນໃສ່ງານ ບຸນສິນກິນທານ ແຕ່ບໍ່ໄດ້ປະກາດ ໃຫ້ພັກ ວຽກ ຫລື ພັກໂຮງຮຽນໃນໄລຍະງານບຸນນັ້ນໆ ຍົກເວັ້ນແຕ່ ບຸນປີໃຫມ່ລາວ ເພາະງານບຸນ ກໍແມ່ນປະເພນີທີ່ດີງາມ ຢ່າງໜຶ່ງ ຂອງລາວ. ການນຸ່ງຖື ພວກເຮົາພະຍາຍາມສົ່ງເສີມໃຫ້ແມ່ຍິງນຸ່ງສິ້ນ ໂດຍໄດ້ຮັບການຍ້ອງຍໍຈາກສາກົນທົ່ວໂລກ ດຽວນີ້ ປຸກລະດົມ ຕ້ານປະກົດ ການ ຫຍໍ້ທໍ້ຈາກວັດທະນະທຳຕ່າງປະເທດເຂົ້າມາ ໂດຍມີສູນກາງສະຫະພັນແມ່ຍິງ, ອົງການຈັດຕັ້ງ ປຸກລະດົມ ໂຄສະນາ ຊ່ວຍ ທັງແຈ້ງການ ອອກຂ່າວທາງໜັງສືພິມ ໂທລະພາບ ແລະ ສື່ວິທະຍຸ ໂດຍໂຄສະນາເຜີຍແຜ່ນັບແຕ່ສູນກາງ ລົງຫາທ້ອງຖິ່ນ... ອີກ ມໍ່ໆນີ້ ກໍຈະມີກອງປະຊຸມເພື່ອກຳນົດການ ໃສ່ສິ້ນໃຫ້ຖືກຕ້ອງການ ຮີດ ຄອງຄື: ມີຫົວ, ຜືນ ແລະ ຕີນສິ້ນ ສ່ວນການນຸ່ງແມ່ນກາຍ ຫົວເຂົ່າ ລົງໄປໜ້ອຍໜຶ່ງ”./.
ກັບສາລະບານ