ສຶກສາ-ວັດທະນະທຳ
 

 

​ຫລິ້ນບຸນ​ກິນ​ຈຽງ​ໃໝ່

*ບຸນ​ກິນ​ຈຽງປີຜ່ານ​ມາ ໄດ້​ສະຫລຸບ ​ແລະ ອັດ​ລົງຢ່າງ​​ເບີກ​ບານ​ມ່ວນ​ຊື່ນແລ້ວ ​​ແລະ ​ແຕ່​ນີ້ຕໍ່​ໄປ ກໍຈະ ​ເປັນ ໄລຍະ​​ແຫ່ງ​ສ້າງສາ​ເສດຖະກິດ​ຂອງ​ຄອບຄົວ, ທຳ​ມາ​ ຫາກິນ​ຂອງ​ຊົນ​ເຜົ່າມົ້ງ ລວມທັງການ​ຕັ້ງໜ້າ​ຕັ້ງຕາ ​ປົກ ​ປັກ​ຮັກສາ​ປະ​ເທດ​ຊາດ​ເພື່ອ​ຄວາມ​ສະຫງົບ​ສຸກ ​ແລະ ປອດ​ໄພ​ ​ແລະຂະນະ​ດຽວ​ກັນ​ກໍ​ເພື່ອ​ເປັນ​ການ ກະ ກຽມ ທຸກ​ສິ່ງ​ທຸກ​ຢ່າງ​ຖ້າ​ມ່ວນ​ຖ້າຊື່ນຫລິ້ນບຸນ​ປະ​ເພນີ​ຂອງ​ຊາດ​ລວມທັງ​ບຸນກິນ​ຈຽງ​ໃໝ່ອີກ​ ​ເຊິ່ງເຄື່ອງນຸ່ງ​ ຖື​ເອ້​ ຢ້ອງ ຕ່າງໆ ແລະ ​ອາຫານ​ການ​ກິນ ຄື​ປັດ​ ໄຈທີ່​ ຂາດ​ບໍ່​ໄດ້ຕ້ອງ​ໄດ້​ຊອກ​ຫາ,​ແຕ່​ກໍ​ຂຶ້ນກັບ​ການ ​ສ້າງ​​ເສດຖະກິດ ຜະລິດ​ເປັນ​ສິນຄ້າ​ຈຶ່ງ​ຈະ​​ໄດ້​ເງິນ​ມາ​​ໃຊ້​ຈ່າຍ​ຊື້​ເຄື່ອງ​ນຸ່ງ​ກໍ​ຄື​ອາຫານ​ການ​ກິນ​ຕ່າງໆ.
ເປັນ​ທີ່ຮູ້ນຳ​ກັນ​ແລ້ວ​ວ່າ ​ໃນ​​ເດືອນ​ທັນວາ​ແຮມ 14 ຄ່ຳ​ ເດືອນ 1 ລາວ​ແຕ່ລະ​ປີກໍແມ່ນ​ບຸນກິນ​ຈຽງ ຂອງ​ ຊົນ​ເຜົ່າ​ມົ້ງລາວ ​ເຊິ່ງນັບ​ວ່າ ເປັນບຸນ​ປະ​ເພນີ​ອັນ​ດີງາ​ມ ປະຈຳ​ເຜົ່າ​ທີ່​ໄດ້​ສືບ​ທອດ​ກັນ​ມາ ແຕ່​ສະ​ໄໝບູຮານນະ​ ການ ຄືກັບ​ເຜົ່າ​ອື່ນໆ ແລະ ໃນຮອບປີໜຶ່ງ​ບໍ່ວ່າຈະຢູ່ໃນ ສປປ ລາວ​ ເຮົາ ຫລື ຢູ່​ຕ່າງປະ​​ເທດ​ກໍ​ຕາມ, ເຂົາ ​ເຈົ້າ ຕ້ອງ​ໄດ້​ສະ​ເຫລີ​ມ ສະ​ຫລອງ​ຢ່າງ​ເບີກບານ​ມ່ວນຊື່ນ ແລະ ກໍ​ເປັນເຫດການອັນໜຶ່ງ​​ເພື່ອ​ເປັນການ ​ສົ່ງ​ທ້າຍ​ ປີ​ເກົ່າ​ຕ້ອນຮັບ ປີ​ໃໝ່, ສຳລັບ​ປີຜ່ານ​ມາ ໄດ້​ຈັດ ​ຂຶ້ນ ຢ່າງ​ຄຶກຄື້ນ​ແຕ່​ວັນ​ທີ 16 ທັນວາ 2009 ແລະ ກໍສຳ​ເລັດ​​ເສັດສິ້ນ​ໂດຍ​ດີໃນວັນ​ທີ 3 ມັງກອນ ປີ 2010​ ນີີ້​. ​ເມື່ອ​ການ​ຫລິ້ນການ​ມ່ວນ​ຊື່ນ​ສິ້ນສຸ​ດລົງ, ປະຊາ ຊົນ​ລາວ​ເຜົ່າ​ມົ້ງ ກໍ​ໄດ້​ຕັ້ງໜ້າ​ຕັ້ງຕາ​ລົງ​ສູ່​ການທຳ​ມາ​ຫາ​ກິນກໍ​ຄື​ສ້າງ​ເສດຖະກິດ​ຄອບຄົວການ​ຄ້າ​ຂາຍ ​ແລະ ກະກຽມອຸປະກອນ​ຕ່າງ​ໆ ເພື່ອ​ຜະລິດ​ກະສິກຳ​ ທັງລະ ດູຝົນ ​ແລະ​ລະດູຸ​ແລ້ງ​.
ແນວ​ໃດ​ກໍ​ດີ​ສຳ​ລັບບຸນ​ກິນຈຽງ​ ປະ​ເພນີ​ປີຜ່ານ​ມາ, ຕາມ​ທີ່ໄດ້​ ໄປ​ເຫັນ​ຢູ່​ບາງ​ທ້ອງ​ຖິ່ນເຊິ່ງນອກຈາກ ພໍ່​ແມ່​ ພີ່ນ້ອງ​ລາວເຜົ່າ​ມົ້ງ ໄດ້​ພ້ອມ​ກັນ​ເບີ​ກບານມ່ວນ​ຊື່ນ ໃນ ​ປະ​ເພນີ​ບຸນ​ກິນ​ຈຽງ ຢ່າງ​ເປັນ​ຂະ​ບວນ​ຄຶກຄື້ນ ໂດຍ​ ສະ​ເພາະ​ຢູ່​ບ້ານ​ເວີນ​ຄຳ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງຈັນ​ແລ້ວ, ມັນ​ມີສິ່ງ​ທີ່​ໜ້າ​ພາ​ກ ພູ​ມ​ ໃຈ​ຫລາຍ ​ເມື່ອ​ ຜູ້​ ຂຽນ​ໄດ້​ກວາດ​ສາຍຕາ​ໄປມາ ​ໂດຍ​ໄດ້ປະກົດເຫັນ ທັງ​ໄວ​ໜຸ່ມ​ຍິງຊາຍ ທັງ​ຊຸມ​ຜູ້ເຖົ້າ ເຜົ່າ​ອື່ນ​ ຕ່າງ​ກໍ​ ໄດ້ເຂົ້າຮ່ວມ ​ແລະ​ພ້ອມ​ພາກັນມ່ວນ​ຊື່​ນ ເຊິ່ງ​ນີ້ໄດ້ສະ ​ແດງ​ ໃຫ້​ເຫັນເຖິງຈຸດ​ສຸດ ຍອດ​ແຫ່ງ​ຄວາມ​ ສາມັກຄີ ຂອງປະຊາຊົນ​ບັນ ດາ​ເຜົ່າ​​ບໍ່​ວ່າ​ຈະ​ຢູ່ໃນ​ໄລຍະການ ​ຕໍ່ສູ້​ຕ້ານ​ພວກ​ຈັກກະພັດ​ຕ່າງ​ດ້າວ​ກໍ​ຄື​ໃນ​ໄລຍະ​ ແຫ່ງ​ ການ ​ປົກ​ ປັກ​ຮັກ ສາ ​ແລະ ສ້າງສາ​ພັດທະນາ​ປະ ​ເທດ​ຊາດ​ລາວຕະຫລອດ​ໄລຍະ 35 ປີ ແລະ ກໍ​ເປັນ​ຮູບ​ພາບ ​ແຫ່ງການ ດຳລົງ​ຊີວິດ​ຢູ່ຮ່ວມກັນ ໃນ​ດິນ​ແດນ​ລ້ານ ​ຊ້າງ​ ທີ່​ແສນຮັກ ຂອງ​ເຮົາ​.
​ ແນວ​ໃດ​ກໍ​ຕາມ ​ເຖິງ​ວ່າ​ບຸນ​ກິນ​ຈຽງໄດ​້ພົ້ນຜ່ານ​ໄປ​​ ​ແລະ ​ໃຜ​ບໍ່​ໄດ້​ໄປ​ເຫັນ​ໄປ​ຮ່ວມ​​ມ່ວນ​ຊື່ນ ກໍ​ຕາມ​ແຕ່​ ກໍ​ລໍ​ຖ້າ​ ເບິ່ງ​ໃນ​ປີນີ້​ໂດຍ​ຈະ​ເລີ່​ມ​ແຕ່​​​ເດືອນ ​ທັນວາ​ເປັນ ຕົ້ນ​ໄປ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446