ຜູ້ນຳລາວ ຊົມເຊີຍວັນຊາດສີລັງກາ
(02/02/2012)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງພະນະທ່ານ ມາຮິນດາ ຣາຊາປັກຊາ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງ ກາ ໃນໂອກາດວັນຊາດຂອງປະເທດດັ່ງກ່າວ ຄົບຮອບ 64 ປີ ຊຶ່ງມີເນື້ອຄວາມສຳຄັນວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ມີຄວາມຍິນດີ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນ ສີລັງກາ ເພື່ອນມິດທຸກຖ້ວນໜ້າ.
ສປປ ລາວ ແລະ ສີລັງກາ ມີການພົວພັນອັນອົບອຸ່ນ ແລະ ເປັນເພື່ອນມິດທີ່ດີ ມາເປັນເວລາຫລາຍປີ ຂ້າພະເຈົ້າ ເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບດັ່ງກ່າວ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍໃນທຸກໆດ້ານ ໃນອະນາຄົດ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
ສ່ວນເນື້ອໃນໂທລະເລກ ຂອງພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ສົ່ງເຖິງພະນະທ່ານ ຈາຢາຣາດເນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ຂຽນວ່າ: ຂ້າພະເຈົ້າ ເຊື້ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ພວກເຮົາ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມື ເພື່ອພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ໂອກາດດຽວກັນນີ້ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງໂທ ລະເລກອວຍພອນ ເຖິງພະນະທ່ານ ສຈ. ກາມິນິ ລັກ ສະແມນ ເປີຣິສ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິ ປະໄຕ ສີລັງກາ ເຊັ່ນດຽວກັນ./.
ຄະນະບໍລິຫານງານສູນກາງພັກ ປປ ລາວສົ່ງໂທລະເລກອວຍພອນວັນ ສາ້ງຕັ້ງພັກກອມມູນິດຫວຽດນາມຄົບຮອບ 82ປີ
(02/02/2012)
*(ຂປລ)ເນື່ອງໃນໂອກາດຄົບຮອບ 82 ປີ ວັນສ້າງຕັ້ງພັກກອມມູນິດຫວຽດນາມ (ວັນທີ 3/2 1930-3/2/2012) ໃນນາມຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ພວກຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດ ແລະ ໄມຕິຈິດ ມິດຕະພາບຖານສະຫາຍ ອ້າຍນ້ອງ ອັນສະໜິດສະໜົມ ມາຍັງຄະນະບໍລິຫານງານ ສູນກາງພັກ ກອມມູນິດຫວຽດນາມ, ສະມາຊິພັກ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ.
ການກຳເນີດເກີດຂື້ນ ຂອງພັກກອມມູນິດ ຫວຽດນາມ ໂດຍແມ່ນປະທານໂຮ່ຈິມິນ ຜູ້ຍີ່ງໃຫຍ່ເປັນຜູ້ສ້າງຕັ້ງ ແລະ ຝືກຝົນຫລໍ່ຫລອມນັ້ນ ແມ່ນບາດລ້ຽວປະ ຫວັດສາດ ທີ່ສຳຄັນຂອງການປະຕິວັດຫວຽດນາມ, ນັບແຕ່ມື້ສ້າງຕັ້ງ ເປັນຕົ້ນມາ, ພັກກອມມູນິດຫວຽດນາມ ໄດ້ເປັນຜູ້ນຳພາ ແລະ ຈັດຕັ້ງທຸກໄຊຊະນະ ຂອງການປະຕິວັດຫວຽດນາມ ດ້ວຍການວາງແນວທາງທີ່ຖືກຕ້ອງສ່ອງໃສ່ ແລະ ນຳພາປະຊາຊົນຫວຽດນາມອ້າຍນ້ອງ ດຳເນີນພາລະກິດຕໍ່ສູ້ເພື່ອປົດປ່ອຍ ປະເທດ, ທ້ອນໂຮມປະເທດຊາດໃນປີ 1975 ກ້າວຂື້ນຍາດ ເອົາໄຊຊະນະ ແລະ ຜົນສຳເລັດອັນສະຫງ່າງາມໃນພາລະກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດຕາມທິດສັງຄົມນິຍົມ, ໂດຍສະເພາແມ່ນໄລຍະ 26 ປີ ແຫ່ງການປະຕິບັດແນວທາງການປ່ຽນແປງໃໝ່ທ່ີພັກກອມມູນິດຫວຽດນາມ ໄດ້ເປັນຜູ້ລິລື່ມ ມານັ້ນໄດ້ເຮັດໃຫ້ປະເທດຊາດຫວຽດນາມ ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການພັດທະນາ ຢ່າງວ່ອງໄວ, ໜັ້ນທ່ຽງດ້ວຍຈັງຫວະສູງຢ່າງຕໍ່ເນື່ອງ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການ ຍົກສູງຂື້ນເດັ່ນຊັດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີຄວາມໜັ້ນຄົງ ແລະ ເຂັ້ມແຂງ, ການພົວພັນຕ່າງປະເທດໄດ້ຮັບການເປີດກວ້າງ, ບົດບາດ ແລະ ອິດທິພົນຂອງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ນັບມື້ນັບພົ້ນເດັ່ນ ແລະ ສູງຂື້ນໃນເວທີພາກພື້ນ ແລະ ສາກົນ.
ພັກປະຊາຊົນປະຕິວັດລາວແລະປະຊາຊົນລາວ ບັນດາເຜົ່າ ຂໍສະແດງຄວາມອວຍພອນ ແລະ ຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຜົນສຳເລັດ ແລະ ໄຊຊະນະອັນ ໃຫຍ່ຫລວງທີ່ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງຍາດມາໄດ້ ແລະ ຖືສິ່ງນີ້ເປັນຄືຂອງຕົວເອງ ແລະ ທັງເປັນກຳລັງໃຈອັນ ແຮງກ້າໃຫ້ແກ່ພວກຂ້າພະເຈົ້າໃນພະລະກິດປົກປັກຮັກສາ ແລະ ພັດທະນະປະເທດຊາດຂອງຕົນ. ພວກຂ້າພະເຈົ້າເຊື້ອໜັ້ນຢ່າງໜັກແໜ້ນວ່າ, ພາຍໃຕ້ການ ນຳພາອັນ ສະຫລາດສ່ອງໃສ່ ຂອງພັກກອມມູນິດຫວຽດນາມ ອັນມີສະຫາຍ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ເປັນຜູ້ນຳໜ້ານັ້ນ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ໄຊຊະນະ ແລະ ຜົນສຳເລັດໃໝ່, ໃຫຍ່ຫລວງກວ່າເກົ່າ ໃນການປະຕິບັດບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກອມມູນິດ ຫວຽດນາມວາງອອກ, ບັນລຸເປົ້າໝາຍໃນການສ້າງປະເທດຊາດຫວຽດນາມ ໃຫ້ກາຍເປັນປະເທດອຸດສະຫະກຳຕາມທິດທີ່ທັນສະໄໝໂດຍພື້ນຖານໃນປີ 2020, ບັນລຸ ຈຸດໝາຍເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ,ຍຸດຕິທຳ ແລະ ສີວິໄລ.
ພວກຂ້າພະເຈົ້າມີຄວາມພາກພູມໃຈເປັນຍິ່ງທີ່ເຫັນວ່າໃນຕະຫລອດໄລຍະເວລາ ຜ່ານມາສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງລາວ-ຫວຽດນາມ ທີ່ປະທານໂຮ່ຈິມິນຜູ້ຍິ່ງໃຫຍ່, ປະທານ ໄກສອນພົມວິຫານ ແລະ ປະທານສຸພານຸວົງ ເປັນຜູ້ກໍ່ຕັ້ງ ແລະ ຝືກຝົນຫລໍ່ຫລອມບົນແປວໄຟປະຕິວັດ ແລະ ໄດ້ຜ່ານຜ່າການທອດສອບນາໆປະການມານັ້ນ ມາປະຈຸບັນໄດ້ກາຍ ເປັນມໍລະດົກອັນລ້ຳຄ່າ, ເປັນກົດແກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ, ເປັນປັດໃຈຕັດສິນໄຊຊະນະຂອງແຕ່ລະປະເທດ ແລະ ພວມໄດ້ຮັບ ການເພີ່ມທະວີ ແລະ ຂະຫຍາຍທາງກວ້າງ ແລະ ທາງເລິກໃນທຸກຂົງເຂດ ແລະ ແຕກດອກອອກຜົນຂື້ນຢ່າງບໍ່ຢຸດຢັ້ງ, ນຳເອົາຜົນປະໂຫຽດອັນແທ້ຈິງ ມາໃຫ້ແກ່ປະຊາຊົນສອງຊາດພວກເຮົາ. ພັກ-ລັດ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຈະເຮັດສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນດັ່ງກ່າວໃຫ້ແຕກດອກອອກຜົນຂື້ນໄປເລື້ອຍໆ ເພື່ອຜົນປະໂຫຽດ ຂອງ ສອງປະເທດກໍຄືຜົນປະໂຫຍດຂອງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄູນຢ່າງເລິກເຊິ່ງ ແລະ ຄວາມຂອບໃຈຢ່າງຈິງໃຈມາຍັງພັກ-ລັດ ແລະ ປະຊາຊົນ ອ້າຍນ້ອງຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລ້ຳຄ່າ, ໃຫຍ່ຫລວງ ແລະ ມີປະສິດທິຜົນບົນຈິດໃຈອ້າຍນ້ອງບໍລິສຸດຜຸດຜ່ອງ ແກ່ພາລະກິດການ ປະຕິວັດ ລາວຕະຫລອດມາ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ຈົ່ງໜັ້ນຄົງທະນົງແກ່ນ ແລະ ຂຽວສົດງົດງາມ ຕະຫລອດໄປ.
ຜູ້ນຳລາວຮັບສານອວຍພອນວັນຊາດຈາກສ.ສະຫະພັນ ບຣາຊິນ
(23/01/2012)
*(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ ປະທານເທດ ແຫ່ງສປປ ລາວ ແລະ ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ່າງ ກໍໄດ້ຮັບໂທລະເລກ ອວຍພອນຈາກ ພະນະທ່ານ ນາງ ດີມມາລູເຊບຟ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິນ .
ສານອວຍພອນໄດ້ກ່າວວ່າ: ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນນາມຕາງໜ້າລັດຖະບານ, ປະຊາຊົນບຣາຊິນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຂໍໃຫ້ຄວາມສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງຈົ່ງເກີດມີແກ່ປະເທດຂອງພະນະທ່ານ.
ຂໍອວຍພອນໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ ອັນສູງຂອງພະນະທ່ານ.
ຜູ້ນຳລາວສົ່ງໂທລະເລກອວຍພອນເຖິງຄູ່ຮ່ວມຕຳແໜ່ງ ແຫ່ງປະເທດ ໂມຣົກໂກ
(19/01/2012)
*(ຂປລ) ພະນະທ່ານ ທອງສິງທຳມະວົງ ນາຍົກລັດຖະມົນຕີ, ພະນະທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງສ ປປ ລາວໄດ້ສົ່ງ ໂທລະເລກອວຍພອນເຖິງພະນະທ່ານ ອາບເດລີລາ ເບນກີລາເນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ໂມຣົກໂກ ແລະ ພະນະທ່ານຊາດ ເອດີເນ ແອນ ອົດມານີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ຣາຊະອານາຈັກ ໂມຣົກໂກໃນໂອກາດໄດ້ຮັບຕຳ ແໜ່ງໃໝ່ ເປັນນາຍົກລັດ ຖະມົນ ຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ການຮ່ວມມື.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງສປປ ລາວແລະໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມຍິນດີເປັນຢ່າງສູງ ສົ່ງຄຳຊົມເຊີຍ ອັນອົບອຸ່ນມາຍັງ ພະນະ ທ່ານທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ຣາຊະອານາຈັກ ໂມຣົກໂກ.
ຂ້າພະເຈົ້າ ຫວັງວ່າຈະໄດ້ຮ່ວມເຮັດວຽກກັບພະນະທ່ານ ໃນຂອບເຂດສອງຝ່າຍ, ໃນເວທີພາກພື້ນ ແລະ ສາກົນ ເພື່ອສືບຕໍ່ສົ່ງເສີມມິດຕະພາບ, ຄວາມເຂົ້າ ອົກເຂົ້າໃຈກັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ພວກເຮົາ ໃຫ້ມີ ຄວາມໜັ້ນຄົງຂະນົງແກ່ນຕໍ່ໄປ ເພື່ອຜົນປະໂຫຽດຂອງສອງປະເທດ ແລະ ປະຊາຊົນ ສອງຊາດກໍຄືສັນຕິພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າຂໍຖືໂອກາດນີ້ສົ່ງຄຳອວຍພອນ ອັນປະເສີດ ໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນຈົບງາມ ໃນການປະ ຕິບັດໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງພະນະທ່ານ. ພ້ອມດຽວກັນ; ຂໍໃຫ້ປະຊາຊົນ ໂມຣົກໂກ ຈົ່ງມີສັນຕິພາບ, ຄວາມກ້າວໜ້າ ແລະ ວັດທະນາຖາວອນ.
ທ່ານປະທານປະເທດ ສົ່ງສານຊົມເຊີຍເຖິງທ່ານ ນາງ ຄວຽນຕິນ ບຣາຍ
ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບອົສຕຣາລີ
(18/01/2012)
(ຂປລ): ພະນະ ທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປລາວໄດ້ສົ່ງສານຊົມເຊີຍ ເຖິງ ພະນະ ທ່ານ ນາງ ຄວຽນຕິນ ບຣາຍ ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບອົສຕຣາລີ, ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປ ປລາວ ແລະ ອົສຕຣາລີ ຄົບຮອບ 60 ປີ, ເຊິ່ງມີເນື້ອໃນວ່າ: ໃນນາມລັດຖະບານ, ປະຊາຊົນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ປະຊາຊົນອົສຕຣາລີ ທຸກຖ້ວນໜ້າ, ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າຕະຫລອດໄລຍະ 60 ປີຜ່ານມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີມາຍາວນານລະຫວ່າງສອງປະເທດພວກເຮົາ ໃນຫລາຍຂະແໜງການ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍສະເພາະແມ່ນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນຕ່າງໆ ແລະ ການຮ່ວມມືໃນບັນດາໂຄງການຊ່ວຍເຫືຼອ ເພື່ອ ການພັດທະນາ.
ລັດຖະບານ ແຫ່ງ ສປປລາວ ຂໍສະແດງຄວາມຂອບໃຈເປັນຢ່າງຍິງຕໍ່ລັດຖະບານ ແລະ ປະຊາຊົນ ອົດສຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວໃນບັນດາຂະແໜງການທີ່ມີຜົນປະໂຫຍດເປັນຢ່າງຍິ່ງໃນການພັດທະນາເສດຖະກິດ-ສັງຄົມ ລວມທັງການລົງທຶນຢູ່ ສປປ ລາວ, ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດພວກເຮົາຈະສືບຕໍ່ແຕກດອກອອກຜົນ ແລະ ຂະຫຍາຍຂຶ້ນໄປເລື້ອຍໆໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດພວກເຮົາ./.
ໂທລະເລກຊົມເຊີຍ
(09/01/2012)
*(ຂປລ) ສະຫາຍ ເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ປະທານ ປະເທດແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກຊົມເຊີຍ ເຖີງສະຫາຍ ກິມ ຈົງ ອຸນ ຜູ້ບັນຊາການ ສູງສຸດກອງທັບປະຊາຊົນເກົາຫລີ, ຮອງປະທານຄະນະກຳມະທິການທະຫານສູນກາງພັກແຮງງານເກົາຫລີ. ເນື່ອງໃນໂອກາດທີ່ສະຫາຍ ໄດ້ຮັບການແຕ່ງຕັ້ງເປັນ ຜູ້ບັນຊາການທະຫານສູງສຸດ ຂອງກອງທັບປະຊາຊົນເກົາຫລີ ແລະ ວັນເກີດຂອງ ສະຫາຍຄົບຮອບ29ປີ(8/1/1983-8/1/2012) ໃນນາມຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດ ລາວແລະໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ, ຂໍອວຍພອນໃຫ້ ສະຫາຍຈົ່ງມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ໄດ້ຮັບຜົນສຳເລັດໃນ ພາລະກິດອັນມີກຽດ ແລະ ສຸງສົ່ງ.
ການທີ່ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງສຸງສຸດ ຂອງກອງທັບປະຊາຊົນເກົາຫລີ ໃນຄັ້ງນີ້ເປັນການສະແດງເຖີງນ້ຳໃຈອັນເຕັມປ່ຽມ ຂອງທົ່ວກອງທັບ ແລະ ທົ່ວປວງຊົນເກົາຫລີ ອ້າຍນ້ອງທີ່ມີຕໍ່ສະຫາຍ. ຂ້າພະເຈົ້າເຊື້ອໝັ້ນວ່າພາບການນຳພາອັນສະຫລາດສ່ອງໃສ ຂອງພັກແຮງງານເກົາຫລີ ອັນສະຫາຍເປັນ ຜູ້ນຳໜ້ານັ້ນ ພັກ, ລັດ, ປະຊາຊົນ ແລະ ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງຈົ່ງສືບ ຕໍ່ຍາດໄດ້ຜົນສຳເລັດໃໝ່ ໃຫຍ່ກວ່າເກົ່າໃນການປົກປັກຮັກສາ ແລະ ສ້າງ ສາປະເທດ ສປປ ເກົາຫລີ ໃຫ້ສັງຄົມນິຍົມ ໃຫ້ຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງ ເຮັດໃຫ້ປະຊາຊົນ ສປປ ເກົາຫລີ ມີຄວາມສົມບູນພູນສຸກ ແລະ ປະກອບສ່ວນ ເຂົ້າໃນພາລະກິດ ສັນຕິພາບ ມິດຕະພາບ ແລະ ການຮ່ວມມື ຢູ້ໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ສປປ ເກົາຫລີ ຈົ່ງໄດ້ຮັບການສືບຕໍ່ຮັດ ແໜ້ນ ແລະ ເພີ່ມທະວີຍິ່ງໆຂຶ້ນ./.
ໂທລະເລກຊົມເຊີຍ ເຖິງຜູ້ນຳແອັດສະປາຍ
(06/01/2012)
(ຂປລ): ພະນະທ່ານ ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປລາວ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງພະນະທ່ານ ໂຈເຊ ມານຸຍແອນ ກາຊີອາ ມາກາໂລ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ຣາຊະອານາຈັກແອັດສະປາຍ, ທີ່ ນະຄອນຫລວງມາດຣິດ, ເຊິ່ງມີເນື້ອໃນວ່າ:
ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແຫນ່ງ ເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກແອັດສະປາຍ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍ ຢ່າງຈິງໃຈ ມາຍັງພະນະທ່ານ ແລະ ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີພາລະນະໄມສົມບູນ ແລະ ປະສົບຜົນສຳເລັດໃນຫນ້າທີ່ອັນມີ ກຽດຂອງພະນະທ່ານ.
ຂ້າພະເຈົ້າ ເຊື່ອຫມັ້ນວ່າ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍ ຍິ່ງໆຂຶ້ນ ເພື່ອຜົນປະ ໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍຄືການຮ່ວມມື ເພື່ອພັດທະນາໃນພາກພື້ນ ແລະ ໃນທົ່ວໂລກ.
ໂທລະເລກອວຍພອນ
(05/01/2012)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບຄຳ ຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະເລກ ຈາກພະນະທ່ານ ຈາດຣັງກາ ໂກຊໍ, ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ໂກຣເອເຊຍ ໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 36 ປີ.
ເນື້ອໃນໂທລະເລກ ລະບຸວ່າ: ຕາງໜ້າໃຫ້ລັດຖະບານ ໂກຣເອເຊ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະ ຍິນດີ ສະແດງຄວາມຊົມເຊີຍ ຢ່າງຈິງໃຈ ມາຍັງພະນະທ່ານ ແລະ ປະຊາຊົນລາວ, ຂໍອວຍພອນໄຊອັນປະເສີດ ຂໍໃຫ້ປະເທດລາວ ແລະ ພົນລະເມືອງຂອງພະນະທ່ານ ຈົ່ງມີຄວາມວັດທະນາຖາ ວອນ. ພ້ອມທັງເຊື່ອໝັ້ນວ່າ: ການພົວພັນສອງຝ່າຍ ລະຫວ່າງ ສອງປະເທດຂອງພວກເຮົາ ຈະໄດ້ຮັບການຮັດ ແໜ້ນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ./.
ຜູ້ນຳລາວອວຍພອນວັນຊາດກູບາ
(03/01/2012)
*(ຂປລ): ບັນດາທ່ານຜູ້ນຳລາວ ຊຶ່ງມີ ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິ ຫານ ງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ທອງສິງ ທຳມະວົງ, ນາຍົກລັດ ຖະມົນຕີ ແລະ ສະຫາຍ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານ ທາງໂທລະເລກ ເຖິງສະຫາຍ ຣາອູລ ກາສໂຕ ຣຸດສ໌, ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ກູບາ ແລະ ສະ ຫາຍ ບຣູຖນ ໂຣດຣີເກັສ ປາລຣີຢາ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ.
ເນື້ອໃນໂທລະເລກ ລະບຸວ່າ: ໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ກູບາ ຄົບຮອບ 53 ປີ, ໃນນາມ ພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ ພວກຂ້າພະເຈົ້າ ຂໍສະແດງຄວາມນັບຖື ແລະ ສົ່ງຄຳຊົມເຊີຍອັນອົບອຸ່ນ ພ້ອມດ້ວຍ ພອນໄຊ ອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງ ພັກກອມມູນິດ ກູບາ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງທຸກຖ້ວນໜ້າ.
ພວກຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການນຳພາອັນ ສະຫລາດສ່ອງໄສ ຂອງພັກກອມມູນິດ ກູບາ ອັນມີສະຫາຍ ຣາອູລ ກາສໂຕ ຣຸດສ໌ ເປັນຜູ້ນຳໜ້ານັ້ນ, ສາທາລະ ນະລັດ ກູບາ ຈະປະສົບຜົນສຳເລັດໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ຕາມແນວທາງຍະໂຍບາຍປະຕິຮູບຮອບດ້ານ ແລະ ຫວັງວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ສອງພັກ-ສອງ ລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ກູບາ ຂອພວກເຮົາ ຈະສືບຕໍ່ຮັດແໜ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະເທດລາວ ແລະ ກູບາ ກໍຄື ເພື່ອຜົນປະໂຫຍດ ຂອງພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດທຸກປະ ການ ໃນໜ້າທີ່ອັນມີກຽດສູງສົ່ງຂອງຕົນ./.
ໂທລະເລກອວຍພອນ
(30/12/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຄຳອວຍພອນ ຜ່ານທາງໂທລະເລກ ຈາກອົງມົງກຸດຣາຊະກຸມມານ ແຫ່ງ ກູເວດ ເຊັກ ນາວາຟ ອານ-ອາເມັດ ອານ-ຈາເບີ ອານບາຊາ ໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 36 ປີ.
ເນື້ອໃນໂທລະເລກ ລະບຸວ່າ: ໃນໂອກາດສະເຫລີມສະຫລອງວັນຊາດລາວ ຂ້າພະເຈົ້າ ຂໍສົ່ງຄຳຊົມ ເຊີຍອັນອົບອຸ່ນ ມາຍັງພະນະທ່ານ ແລະ ອວຍພອນ ໃຫ້ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະຊາຊົນລາວ ມີຄວາມກ້າວໜ້າ ແລະ ວັດທະນາຖາວອນ./.
ຜູ້ນຳລາວ ອວຍພອນວັນເອກະລາດ ມຽນມາ
(29/12/2011)
*(ຂປລ): ບັນດາທ່ານຜູ້ນຳລາວ ຊຶ່ງມີ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ, ພະນະ ທ່ານ ບຸນຍັງ ວໍລະຈິດ, ຮອງປະທານປະເທດ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍ ໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງພະນະທ່ານ ອູ ເທນ ເຊນ, ປະທານາທິບໍດີ, ພະນະທ່ານ ທີຮາ ທູຣາ ອູ ຕິນ ອອງ ມິນ ໂອ, ພະນະທ່ານ ອູວິນນາ ມອງ ລິນ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ.
ເນື້ອໃນໂທລະເລກ ລະບຸວ່າ: ໃນໂອກາດແຫ່ງວັນເອກະລາດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຄົບຮອບ 64 ປີ ພວກຂ້າພະເຈົ້າຂໍສົ່ງຄຳຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດ ໃນການປະຕິບັດ ໜ້າທີ່ວຽກງານ ອັນມີກຽດສູງສົ່ງ ຂອງພະນະທ່ານ. ພ້ອມທັງສະແດງຄວາມພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມ ມືອັນໃກ້ຊິດ ລະຫວ່າງ ສອງປະເທດ ລາວ-ມຽນມາ ໄດ້ສືບຕໍ່ຂະຫຍາຍຕົວ ແລະ ກ້ວາງຂວາງຍິ່ງໆຂຶ້ນ ໃນໄລຍະ ຜ່ານມາ ແລະ ຫວັງວ່າຈະໄດ້ຮັບການຮ່ວມມືອັນໃກ້ຊິດ ຮ່ວມກັບພະນະທ່ານ ເພື່ອສືບຕໍ່ຮັດແໜ້ນ ແລະ ພັດທະນາ ການພົວພັນ ແລະ ຮ່ວມມືດັ່ງກ່າວ ໃຫ້ກ້າວຂຶ້ນສູ່ຈຸດສູງໃໝ່ ຢ່າງບໍ່ຢຸດຢັ້ງ./.
ທ່ານນາຍົກລັດຖະມົນຕີຊົມເຊີຍ ຄູ່ຮ່ວມຕຳແໜ່ງ ທີ່ ແອັສປາຍ
(27/12/2011)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງພະນະທ່ານ ມາເຣຍໂນ ຣາຈອຍ ໃນໂອກາດທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກ ແອັສປາຍ ຊຶ່ງເນື້ອໃນຂອງສານຊົມເຊີຍໄດ້ລະບຸວ່າ:
ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ແອັສປາຍ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ໄດ້ຮັບຜົນສຳເລັດທຸກປະການ ໃນການປະຕິບັດ ໜ້າທີ່ ວຽກງານອັນສູງສົ່ງຂອງຕົນ.
ຂ້າພະເຈົ້າຫວັງວ່າ: ຈະໄດ້ເຮັດວຽກງານຮ່ວມກັບພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ພວກເຮົາ ໃຫ້ນັບມື້ກວ້າງຂວາງ ແລະ ເກີດດອກອອກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ອັນເປັນການປະກອບສ່ວນເຂົ້າໃນພາ ລະກິດເສີມສ້າງສັນຕິພາບ ແລະ ການຮ່ວມມື ເພື່ອພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ./.
ໂທລະເລກຕອບຂອບໃຈ
(27/12/2011)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນີວ່າການກະຊວງ ການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໄດ້ຮັບຄຳຂອບໃຈຜ່ານທາງໂທລະເລກ ຈາກພະນະທ່ານ ອາເມັດ ອູຢາເຮຍ, ນາຍົກ ລັດຖະມົນຕີ ແລະ ພະນະທ່ານ ມູຣັດເມເດນຊີ, ລັດຖະມົນຕີວ່າກາກະຊວງການຕ່າງປະເທດ ແຫ່ງ ສປປ ອານເຊຣີ.
ເນື້ອໃນໂທລະເລກ ລະບຸວ່າ: ພວກຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ຮັບສານອວຍພອນຂອງພະນະທ່ານ ສົ່ງເຖິງພວກຂ້າພະເຈົ້າ ເນື່ອງໃນໂອກາດ ການສະເຫລີມສະຫລອງວັນຊາດ ອານເຊຣີ ຄົບຮອບ 57 ປີ, ວັນທີ 1 ພະຈິກ 1954. ຂ້າພະເຈົ້າ ຂໍຂອໃຈຢ່າງຈິງໃຈອີກເທື່ອໜຶ່ງຕໍ່ພະນະທ່ານ, ຂ້າພະເຈົ້າ ເຊື່ອໝັ້ນວ່າ: ພາຍໃຕ້ຄວາມອົດສາພະຍາຍາມການພົວພັນ ແລະ ຮ່ວມມືທີ່ມີມາແລ້ວ ຈະສືບຕໍ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດ ແລະ ເພື່ອປະຊາຊົນ ສອງຊາດພວກເຮົາ.
ພວກຂ້າພະເຈົ້າ ຂໍຖືໂອກາດນີ້ຂໍອວຍພອນໄຊອັນປະເສີດ ຂໍໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີພາລະນາໄມສົມບູນ ປະຊາຊົນລາວ ເພື່ອນມິດ ສະຫາຍສົ່ງມີຄວາມກ້າວໜ້າ ແລະ ຄວາມວັດທະນາຖາວອນ./.
ຜູ້ນຳປະເທດເພື່ອນມິດ ສືບຕໍ່ອວຍພອນວັນຊາດລາວ
(27/12/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ຮັບຄຳອວຍພອນຜ່ານ ທາງໂທລະເລກ ຈາກພະນະທ່ານ ໂມຮຳເມັດ VI ເຈົ້າຊີງິດ ແຫ່ງ ໂມໂຣໂກ ແລະ ພະນະທ່ານ ໂປນ ບິຢາ, ປະທາ ນາທິບໍດີ ແຫ່ງ ສ.ກາເມຣູນ ໃນໂອກາດວັນຊາດ ສປປ ລາວ ຄົບຮອບ 36 ປີ.
ເນື້ອໃນໂທລະເລກ ລະບຸວ່າ: ໃນໂອກາດທີ່ ສປປ ລາວ ສະເຫລີມສະຫລອງວັນຊາດ ຄຕົບຮອບ 36 ປີ ຂ້າ ພະເຈົ້າມີຄວາມຍິນດີເປັນຢາງຍິ່ງ ສົ່ງຄຳຊົມ ເຊີຍຢ່າງຈິງໃຈທີ່ສຸດ ມາຍັງພະນະທ່ານ ຂໍອວຍພອນໄຊໃຫ້ພະນະ ທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ມີຄວາມຜາສຸກ ຂໍໃຫ້ປະຊາຊົນລາວ ຈົ່ງສືບຕໍ່ກ້າວໜ້າ ແລະ ມີຄວາມວັດທະ ນາຖາວອນ./.
ໂທລະເລກຊົມເຊີຍ
(23/12/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ ສະແດງຄວາມຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານໂທ ລະເລກເຖິງ ພະນະທ່ານ TSAKHIAGIIN ELBEGDORJ, ປະທານາທິບໍດີ ແຫ່ງ ມົງໂກນ ໃນໂອກາດວັນແຫ່ງການປະຕິວັດອິດສະຫລະພາບແຫ່ງຊາດ ມົງໂກນ ຊຶ່ງມີເນື້ອຄວາມສຳຄັນ ລະບຸວ່າ: ໃນທ່າມກາງບັນຍາກາດທີ່ລັດຖະບານ ແລະ ປະຊາຊົນ ມົງໂກນ ພວມສະເຫລີມສະຫລອງ ວັນແຫ່ງການປະຕິວັດ ອິດສະ ຫລະພາບແຫ່ງຊາດ ມົງໂກນ ຄົບຮອບ 100 ປີ, ຂ້າພະ ເຈົ້າ ຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂໍສະແດງຄວາມປິຕິຊົມຊື່ນ ຍິນດີ ແລະ ສົ່ງພອນໄຊອັນປະເສີດ ມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນ ມົງໂກນ ທຸກທົ່ວໜ້າ.
ວັນແຫ່ງການປະຕິວັດອິດສະຫລະພາບແຫ່ງຊາດມົງໂກນ ໃນປີ 1911 ເປັນການມ້ວນທ້າຍແອກແຫ່ງ ການຄອບຄອງຂອງຕ່າງປະເທດ ທີ່ໄດ້ແກ່ຍາວມາ ເປັນເວລາ 200 ປີ ໃນປະຫວັດສາດຂອງປະເທດມົງໂກນ, ເປັນການຟື້ນຟູ ສະຖາປະນາລັດມົງໂກນ ແລະ ວາງພື້ນຖານໃນການຟື້ນຕົວຂອງຊາວມົງໂກນ ທີ່ມີມູນເຊື້ອ ການປົກຄອງມາແຕ່ບູຮານນະການ. ເຫດການທາງປະຫວັດສາດທີ່ສຳຄັນດັ່ງກ່າວ ແມ່ນໝາກຜົນຂອງການ ຕໍ່ສູ້ຢ່າງອົງອາດກ້າຫານ ເປັນເວລາ ຫລາຍສິບປີ ເພື່ອເອກະລາດແຫ່ງຊາດຂອງຊາວມົງໂກນ, ແມ່ນການ ເລີ່ມຕົ້ນຂອງການຟື້ນຟູຊາດ ທັງເປັນເງື່ອນໄຂອັນສຸກງອມ ໃຫ່ແກ່ການປະຕິວັດ ປະຊາ ຊົນມົງໂກນ ໃນປີ 1921. ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ, ສືບຕໍ່ປະສົບຜົນສຳເລັດໃນໜ້າທີ່ວຽກງານ ອັນ ສູງສົ່ງ ຂອງພະນະທ່ານ. ປະເທດ ມົງໂກນ ຈົ່ງມີຄວາມວັດທະນາຖາວອນ ຕະຫລອດໄປ.
ໃນໂອກາດດຽວກັນນີ້ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສະ ແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ເຖິງພະນະທ່ານ GOMBOJAV ZANDANSHATAR, ລັດຖະມົນຕີວ່າການກະຊວງການຕ່າງ ປະເທດ ແລະ ການຄ້າ ແຫ່ງ ມົງໂກນ ເຊັ່ນດຽວກັນ./.
ໂທລະເລກອວຍພອນວັນຊາດ
(22/12/2011)
*(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກອວຍພອນຈາກ ພະລາຊິນີ ເບອຕຣິກສ ວິນເຮມມີນາ ອາມກາດ ແຫ່ງລາຊະອານາຈັກໂຮນລັງ, ແລະ ພະນະທ່ານ ອີໂວ ໂຈຊີໂປວິຈ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂກເອເຊຍ. ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 36 ປີ.
ເນື້ອໃນຂອງໂທລະເລກໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງພະນະທ່ານ ແລະ ປະຊາຊົນລາວທຸກທົ່ວໜ້າ ແລະ ຂໍອວຍພອນໄຊອັນປະເສີດ ໃຫ້ປະທານປະເທດ ແລະ ພົນລະເມືອງຂອງພະນະທ່ານ ຈົ່ງມີຄວາມວັດທະນາຖາວອນ./.
ຜູ້ນຳລາວ ອວຍພອນ ສົມເດັດເຈົ້າຈັກກະພັດອາກີຮີໂຕະ ແຫ່ງຍີ່ປຸ່ນ
(22/12/2011)
(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປລາວ, ພະນະ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພະນະ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ
ໄດ້ສົ່ງໂທລະເລກອວຍພອນ ເຖິງສົມເດັດ ອາກີຮີໂຕະ ເຈົ້າຈັກກະພັດ ແຫ່ງຍີ່ປຸ່ນ, ພະນະທ່ານ ໂຢຊິຮິໂກະ ໂນດະ ນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ, ພະນະ ທ່ານ ໂຄອິຈິໂຣະ ເຫງມບະ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງຍີ່ປຸ່ນ, ເນື່ອງໃນໂອກາດ ອັນເປັນສິລິມຸງຄຸນແຫ່ງວັນພະຣາຊະສົມພົບ ຄົບຮອບ 78 ພັນສາ, ເນື້ອໃນໂທລະເລກລະບຸວ່າ: ພວກຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ແລະ ຄຳຊົມເຊີຍອັນອົບອຸ່ນ ມາຍັງສົມເດັດ ຈົ່ງມີພະລານາໄມສົມບູນ ແລະ ຊົງມີພະກະເສີມສຳລານຍິ່ງຍືນນານ, ພວກຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປລາວ ແລະ ຍີ່ປຸ່ນ ໄດ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ຫວັງຢ່າງຍິ່ງວ່າບົນພື້ນຖານ ແຫ່ງຄູ່ຮ່ວມມືຮອບດ້ານນັ້ນ ຈະຕອບສະໜອງໄດ້ຄວາມມຸ້ງມາດປາຖະໜາອັນຍືນຍົງຂອງ ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ, ເພື່ອນຳເອົາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ພາກພື້ນ ແລະ ໃນໂລກ,
ບັນດາຜູ້ນຳປະເທດອູກຣາອິນອວຍພອນຜູ້ນຳລາວໃນໂອກາດວັນຊາດ
(21/12/2011)
(ຂປລ):ທ່ານ ວິກຕໍ ຢານູໂກວິດຈ໌ ປະທານາທິບໍດີແຫ່ງປະເທດອູກຣາອິນ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເນື້ອໃນໂທລະເລກຂຽນວ່າ: ໃນນາມປະຊາຊົນອູກຣາອິນ ແລະ ໃນນາມສ່ວນ ຕົວຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງທ່ານ ພ້ອມທັງເຊື່ອໝັ້ນວ່າສາຍພົວພັນມິດຕະພາບລະຫວ່າງ ອຸກຣາອິນ ແລະ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຈະໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ, ຂໍອວຍພອນໃຫ້ທ່ານ ຈົ່ງມີພະລານາໄມທີ່ເຂັ້ມແຂງ ແລະ ປະສົບຜົນສຳເລັດ ໃນການເຄື່ອນໄຫວລັດຖະກິດຂອງຕົນ ແລະ ຂໍໃຫ້ປະຊາຊົນລາວຈົ່ງມີສັນຕິສຸກ, ຄວາມສາມັກຄີປອງດອງ ແລະ ຄວາມຈະເລີນວັດທະນາ.
ທ່ານ ມີໂກລາ ອາຊາຣົບ ນາຍົກລັດຖະມົນຕີແຫ່ງ ອູກຣາອິນ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດວັນຊາດ-ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື້ອໃນໂທລະເລກລະບຸວ່າ: ຂໍສະແດງຄວາມຊົມເຊີຍຢ່າງຈິງ ໃຈມາຍັງທ່ານ, ຂ້າພະເຈົ້າໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ໃນການເສີມຂະຫຍາຍການຮ່ວມມືຢ່າງມີໝາກຜົນລະຫວ່າງສອງລັດພວກເຮົາ, ຂໍຢືນຢັນເຖິງຄວາມ ພະຍາຍາມຂອງລັດຖະບານອູກຣາອິນ ທີ່ຈະເສີມສ້າງການຮ່ວມມືອັນໃກ້ສິດກັບລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນສອງຊາດພວກເຮົາ, ຂໍອວຍພອນໃຫ້ທ່ານ ຈົ່ງມີພະລານາໄມເຂັ້ມແຂງ ແລະ ປະສົບຜົນສຳເລັດອັນໃຫຍ່ຫລວງໃນໜ້າທີ່ຮັບ ຜິດຊອບຂອງຕົນ ແລະ ປະຊາຊົນລາວ ຈົ່ງມີຄວາມວັດທະນາຖາວອນ, ສະຖຽນລະພາບ ແລະ ຄວາມສະຫງົບສຸກ./.
ໂທລະເລກເສົ້າສະຫລົດໃຈ
(20/12/2011)
(ຂປລ): ສະຫາຍ ຈູມມາລີ ໄຊຍະສອນ , ປະທານປະເທດ ແຫ່ງ ສປປລາວ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ເຖິງ ສະຫາຍ ກິມ ເຈິງ ອຸນ, ວ່າການປະທານ ຄະນະກຳມາທິການປ້ອງກັນຊາດ ແຫ່ງ ສປປ ເກົາຫລີ, ກ່ຽວກັບການມໍລະນະກຳ ຂອງສະຫາຍ ກິມ ເຈິງ ອິນ, ອາດີດເລຂາທິການໃຫຍ່ ພັກແຮງງານ ສປປ ເກົາຫລີ, ທີ່ນະຄອນຫລວງພຽງຢາງ, ເຊິ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຮູ້ສຶກເສົ້າສະຫລົດໃຈ ເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ ສະຫາຍ ກິມ ເຈິງ ອິນ, ອາດີດເລຂາ ທິການໃຫຍ່ ພັກແຮງງານເກົາຫລີ, ປະທານຄະນະກຳມາທິການປ້ອງກັນຊາດ ແຫ່ງ ສປປ ເກົາຫລີ, ຜູ້ນຳທີ່ຍິ່ງໃຫຍ່ ຂອງ ສປປ ເກົາຫລີ ໄດ້ເຖິງແກ່ມໍລະນະກຳ ຢ່າງກະທັນຫັນ ດ້ວຍພະຍາດຫົວໃຈ ໃນວັນທີ 17 ທັນວາ 2011.
ການຈາກໄປ ຂອງສະຫາຍ ກິມ ເຈິງ ອິນ ເປັນການສູນເສັຍອັນໃຫຍ່ຫລວງ ຂອງພັກ, ລັດ ແລະ ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງ, ສູນເສັຍຜູ້ນຳທີ່ຍິ່ງໃຫຍ່ ແລະ ເຄົາລົບຮັກ, ຜູ້ເຊິ່ງ ທີ່ຕະຫລອດຊີວິດ ຂອງຕົນ ໄດ້ອຸທິດສະຕິປັນຍາ ເພື່ອພາລະກິດ ສ້າງສາປະເທດຊາດ ສັງຄົມນິຍົມ ໃຫ້ນັບມື້ນັບເຂັ້ມແຂງ,ພ້ອມນັ້ນ ຍັງເປັນການສູນເສັຍເພື່ອນມິດສະຫາຍ ທີ່ສະຫນິດສະຫນົມ ຂອງພັກ, ລັດ ແລະ ປະຊາຊົນລາວ, ຜູ້ເຊິ່ງໄດ້ປະກອບສ່ວນຢ່າງຫລວງຫລາຍ ເຂົ້າໃນການເພີ່ມພູນ ຄູນສ້າງສາຍພົວພັນ ມິດຕະພາບ ທີ່ມີມູນເຊື້ອ ລະຫວ່າງສອງຊາດ ລາວ-ສປປ ເກົາຫລີ ໃນຕະຫລອດໄລຍະທີ່ຜ່ານມາ.
ໃນວາລະເສົ້າສະຫລົດໃຈນີ້, ຂ້າພະເຈົ້າ ຂໍແບ່ງປັນຄວາມໂສກເສົ້າໄຫວ້ອາໄລຢ່າງສຸດຊຶ້ງ ມາຍັງພັກ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງ ຕະຫລອດຮອດຄອບຄົວ ແລະ ຍາດຕິພີ່ນ້ອງ ຂອງສະຫາຍ ກິມ ເຈິງ ອິນ ມານະໂອກາດນີ້ດ້ວຍ.
ໂທລະເລກສະແດງຄວາມເຫັນໃຈ
(19/12/2011)
(ຂປລ) ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງ ພະນະ ທ່ານ ເບນິກໂນ ເອສ.ອາຄິໂນ III, ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ.
ເນື້ອໃນໂທລະເລກຂຽນວ່າ:ຂ້າພະເຈົ້າຮູ້ສຶກເສົ້າໃຈທີ່ໄດ້ຮັບຊາບຂ່າວວ່າ ລົມພາຍຸເຂດຮ້ອນ (ວາຊິ) ໄດ້ພັດເຂົ້າທາງພາກໃຕ້ຂອງດອນມິນດານາວ ແຫ່ງສາທາ ລະນະລັດ ຟີລິບປິນ ໃນມື້ວັນສຸກທີ 17 ທັນວາ 2011ຜ່ານມານີ້, ອັນໄດ້ກໍ່ໃຫ້ເກີດນ້ຳຖ້ວມ ແລະ ດິນຖະຫລົ່ມຢ່າງຮ້າຍແຮງ, ຊຶ່ງໄດ້ທຳລາຍຊີວິດ ແລະ ສ້າງ ຄວາມເສຍຫາຍທາງດ້ານຊັບສິນອັນໃຫຍ່ຫລວງໃຫ້ແກ່ປະຊາຊົນຟີລິບປິນ.
ໃນນາມລັດຖະບານ , ແລະ ປະຊາຊົນ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະ ທ່ານ ເບນິກໂນ ເອສ.ອາຄິໂນ III, ປະທານາທິບໍດີ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ຟີລິບປິນ ກໍຄືສະມາຊິກຄອບຄົວ ຂອງຜູ້ປະສົບເຄາະຮ້າຍຈາກ ໄພພິບັດ ທາງທຳມະຊາດຄັ້ງຮ້າຍແຮງດັ່ງກ່າວ.
ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮ່ວມແຮງຮ່ວມໃຈ ຂອງລັດຖະບານ ແລະ ປະຊາຊົນຟີລິບປິນ, ບັນຫາສະພາບຄວາມຫຍຸ້ງຍາກຈາກໄພທຳມະ ຊາດໃນຄັ້ງນີ້ ຈະໄດ້ຮັບການແກ້ໄຂໃຫ້ກັບຄືນສູ່ຄວາມເປັນປົກກະຕິໂດຍໄວ./
ບັນດາຜູ້ນຳລາວອວຍພອນວັນຊາດກາຊັກສະຖານ
(19/12/2011)
(ຂປລ) ບັນດາຜູ້ນຳລາວ ຊຶ່ງມີພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ, ພະນະ ທ່ານ ສິງທອງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະ ທ່ານ ດຣ .ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ສົ່ງໂທລະເລກອວຍພອນ ເຖິງ ພະນະ ທ່ານ ນູຊູນຕາມ ນາຊາຣບາຢຽບ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ, ພະນະທ່ານ ກາຣີມ ມາຊິມົບ, ນາຍົກລັດຖະມົນຕີ, ພະນະ ທ່ານ ມາຣັດ ຕາຊິນ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ເນື່ອງໃນໂອກາດວັນຊາດ ກາຊັກສະຖານ.
ເນື້ອໃນໂທລະເລກຂຽນວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, , ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະ ທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ກາຊັກສະຖານ ເພື່ອນມິດທຸກຖ້ວນໜ້າ.ຂ້າພະເຈົ້າຫວັງວ່າ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນ ເຊື້ອລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ກາຊັກສະຖານ ຈະສືບຕໍ່ໄດ້ຮັບການຂະຫຍາຍຕົວໃຫ້ເລິກເຊິ່ງຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງ ຊາດພວກເຮົາ ກໍຄືເພື່ອສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ./
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ຊົມເຊີຍຄູ່ຮ່ວມຕຳແໜ່ງ ປະເທດ ແບນຊິກ
(19/12/2011)
(ຂປລ) ພະນະ ທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກຊົມ ເຊີຍເຖິງ ພະນະ ທ່ານ ດິເດຍ ເຣນເດີສ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ການຄ້າຕ່າງປະເທດ ແລະ ວຽກງານ ສະຫະພາບເອີຮົບ ແຫ່ງ ລາຊະອານາຈັກແບນຊິກ, ເນື່ອງໃນໂອກາດໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃຫມ່.
ເນື້ອໃນໂທລະເລກຂຽນວ່າ: ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ໄດ້ຮັບຜົນສຳເລັດທຸກປະການໃນໜ້າທີ່ວຽກງານອັນສູງສົ່ງຂອງຕົນ. ແລະ ຫວັງວ່າຈະໄດ້ເຮັດວຽກງານຮ່ວມກັບທ່ານ ເພື່ອເສີ່ມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດລະຫວ່າງລາວ-ແບນຊິກ, ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ອັນເປັນການປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ./
ບັນດາຜູ້ນຳລາວໄດ້ຮັບ ໂທລະເລກອວຍພອນວັນຊາດ
(16/12/2011)
*(ຂປລ) ພະນະທ່ານ ມິຄາອິນ ຊາອາກາສວິລີ, ປະທານາທິບໍດີ ແຫ່ງ ຈໍເຈຍ, ພະນະທ່ານ ວາຄຣາບ ໂຄຣດ, ປະທານາທິບໍດີ ແຫ່ງ ສາທາລະນະເຊັກ, ພະນະທ່ານ ປານ ສະມິດ, ປະທານາທິບໍດີແຫ່ງ ສາທາລະນະລັດຮົງກາລີ ໄດ້ພ້ອມກັນສົ່ງໂທລະເລກ ອວຍພອນວັນຊາດ ຄົບຮອບ 36 ປີ ເຖິງພະນະທ່ານ ຈູມມາລີ ໄຊຍະ ສອນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຊຶ່ງເນື້ອໃນຂອງໂທລະເລກມີດັ່ງນີ້: ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງພະນະທ່ານ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ, ພວກຂ້າພະເຈົ້າຂໍຖືໂອກາດນີ້ ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ລະຫວ່າງປະເທດ ພວກເຮົາຈະສືບຕໍ່ເສີມຂະຫຍາຍໃນທຸກຂົງເຂດທີ່ມີຄວາມສົນໃຈຮ່ວມກັນ, ຂໍອອວຍພອນມາຍັງພະນະທ່ານ ແລະ ປະຊາຊົນລາວທຸກທົ່ວໜ້າ ຈົງປະສົບຜົນສຳເລັດອັນໃຫຍ່ຫລວງທຸກປະປະການ.
ໂອກາດດຽວກັນ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ, ກໍໄດ້ຮັບໂທລະເລກອວຍ ພອນ ຈາກພະນະທ່ານ ເປທ໌ ນີກາສ, ນາຍົກລັດຖະມົນຕີແຫ່ງ ສາທາລະນະ ເຊັກ ແລະ ພະນະທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈາກ ພະນະ ທ່ານ ກາເຮວ ສະວັດເຊັນເບີກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະເຊັກ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ເຊັ່ນດຽວກັນ./.
ໂທລະເລກອວຍພອນ
(15/12/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍ ພອນເຖິງ ສົມເດັດ ຕວນກູ ອານຮ າ ຈິ ອັບດູນ ຮາລີມ ມຸ ອາຊາມຊາ, ຣາຊາທິບໍດີ ອົງທີ XIV ແຫ່ງ ມາເລເຊຍ. ເນື່ອງໃນໂອກາດທີ່ ສົມເດັດໄດ້ຖືກເລືອກຕັ້ງເປັນຣາຊາທິບໍດີ ອົງ 14 ແຫ່ງ ມາເລເຊຍ. ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ. ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສົມເດັດ ຈົ່ງໄດ້ຮັບຜົນສຳເລັດອັນສະຫງ່າງາມ ໃນການປະຕິບັດໜ້າທີ່ອັນສູງສົ່ງ ເພື່ອຄວາມວັດທະນາຖາວອນຂອງປະຊາຊົນ ແລະ ປະເທດມາເລເຊຍ.
ຂ້າພະເຈົ້າ ມີຄວາມເຊື່ອໜັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປລາວ ແລະ ມາເລເຊຍ ຈະສືບຕໍ່ຂະຫຍາຍຕົວຍິ່ງຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດ ລາວ-ມາເລເຊຍ.
ໃນໂອກາດອັນສະຫງ່າລາສີນີ້, ອີກເທື່ອໜຶ່ງ ຂ້າພະເຈົ້າຂໍອວຍພອນອັນປະເສີດ ມາຍັງສົມເດັດ ຈົ່ງມີພະລານາໄມ ສົມບູນ ແລະ ຂໍອວຍພອນໃຫ້ປະເທດມາເລເຊຍ ຈົ່ງມີແຕ່ຄວາມຮຸ່ງເຮືອງຕະຫລອດໄປ./.
ໂທລະເລກສະແດງຄວາມຂອບໃຈ
(15/12/2011)
(ຂປລ): ພະນະທ່ານ ເດເມຕຣິສ ຄຣິດສໂຕເຟຍສ, ປະທານາທິບໍດີແຫ່ງ ສາທາລະນະລັດໄຊປຣັດ ໄດ້ສົ່ງໂທລະເລກສະແດງຄວາມຂອບໃຈ ເຖິງພະນະທ່ານ ທອງ ສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນຊາດ ຂອງສາທາລະນະລັດ ໄຊປຣັດ, ເຊິ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຂໍສະແດງຄວາມ ຂອບໃຈຢ່າງຈິງໃຈ ສຳລັບຈົດຫມາຍອວຍພອນ ທີ່ພະນະທ່ານ ໄດ້ສົ່ງໃຫ້ຂ້າພະເຈົ້າ ເນື່ອງໃນໂອກາດວັນຊາດ ຂອງ ສ.ໄຊປຣັດ ຄົບຮອບ 51 ປີ.
ຂ້າພະເຈົ້າ ຫວັງວ່າ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ທີ່ດີ ລະຫວ່າງ ສອງປະເທດ ຂອງພວກເຮົາ ຈະໄດ້ຮັບການເສີມຂະຫຍາຍຍິ່ງໆໃນປີທີ່ຈະມາເຖິງນີ້. ຂ້າພະເຈົ້າ ຂໍສະແດງຄວາມນັບຖືຢ່າງສູງມາຍັງພະນະທ່ານ ມານະໂອກາດນີ້ດ້ວຍ.
ຜູ້ນຳປະເທດເພື່ອນມິດ ອວຍພອນວັນຊາດລາວ
(13/12/2011)
*(ຂປລ): ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ພະນະທ່ານ ນິໂກລາ ຊາໂກຊີ, ປະທານາທິບໍດີ ແຫ່ງ ຝຣັ່ງ ໄດ້ສົ່ງໂທລະເລກອວຍພອນ ເຖິງ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ. ໃນໂທລະເລກ ປະທານາທິບໍດີ ແຫ່ງ ຝຣັ່ງ ໄດ້ສະແດງຄວາມຊົມເຊີຍທີ່ເຫັນວ່າ ສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ລາວ-ຝຣັ່ງນັບມື້ຂະຫຍາຍຕົວ ຊຶ່ງໄດ້ປະກອບສ່ວນເຮັດໃຫ້ການ ຮ່ວມມືລະຫວ່າງ ສອງປະເທດໃນຂະແໜງການຕ່າງໆ ນັບມື້ແຕກດອກ ອອກຜົນ. ພ້ອມນີ້ທ່ານຍັງສະແດງຄວາມເຊື່ອໝັ້ນ ວ່າ ສາຍພົວພັນດັ່ງກ່າວຍິ່ງຈະຂະຫຍາຍຕົວຢ່າງເລິກເຊິ່ງ ./.
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊົມເຊີຍຄູ່ຮ່ວມຕຳແໜ່ງ ແຫ່ງ ລັດ ກູເວດ
(12/12/2011)
*(ຂປລ):ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ, ພະນະທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍ ພອນເຖິງ ສົມເດັດ ເຊັກ ຈາເບີ ອານ-ມູບາຣັກ ອານ-ຮາມັດ ອານ-ຊາບາ ນາຍົກລັດຖະມົນຕີ ແຫ່ງ ລັດ ກູເວດ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ. ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນຈິງໃຈ ມາຍັງສົມເດັດ ທີ່ໄດ້ຮັບການແຕ່ງ ຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ລັດ ກູເວດ.
ຂ້າພະເຈົ້າຫວັງວ່າ ຈະໄດ້ຮ່ວມເຮັດວຽກຮ່ວມກັບສົມເດັດ ໃນຊຸມປີຂ້າງໜ້າ ເພື່ອສືບຕໍ່ເສີມຂະຫຍາຍຮັດແໜ້ນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ແລະ ການຮ່ວມມື ໃນຂະແໜ່ງການຕ່າງໆ ລະຫວ່າງສອງປະເທດພວກເຮົາ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະຊາຊົນສອງຊາດກໍຄືເພື່ອ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງຄຳອວຍພອນອັນປະເສີດໃຫ້ສົມເດັດ ແລະ ປະຊາຊົນ ຈົ່ງມີສຸພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນຈົບງາມ ໃນການປະຕິບັດໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງສົມເດັດ. ພ້ອມດຽວກັນ ຂໍໃຫ້ປະຊາຊົນ ກູເວດ ຈົ່ງມີສັນຕິພາບ, ຄວາມກ້າວໜ້າ ແລະ ວັດທະນາຖາວອນ./.
ບັນດາຜູ້ນຳປະເທດເພື່ອນມິດສືບຕໍ່ອວຍພອນວັນຊາດລາວ
(08/12/2011)
*(ຂປລ): ບັນດາຜູ້ນຳລາວ ຊຶ່ງມີ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ, ພະນະທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາ ແຫ່ງຊາດ, ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ຮັບຄຳອວຍພອນ ເນື່ອງໃນໂອກາດວັນຊາດຄົບຮອບ 36 ປີ ໂດຍຜ່ານ ໂທລະເລກ ຈາກບັນດາຜູ້ນຳປະເທດເພື່ອນມິດ ເຊັ່ນ: ພະນະທ່ານ ເດິມີຕຣີ ເມັດເວເດັບ, ປະທານປະເທດ ແຫ່ງ ສ.ຣັດເຊຍ, ພະນະທ່ານ ວ.ມັດວີເຢັນໂກ, ປະທານສະພາ ສະຫະພັນ ແຫ່ງ ລັດຖະສະພາ ສະຫະພັນ ຣັດເຊຍ; ພະນະທ່ານ ວະລາດີເມຍ ປູຕິນ ນາຍົກລັດຖະມົນຕີ; ທ່ານ ເຊຣເກ ລາວາຣົບ, ຮອງນາຍົກລັດຖະມົນຕີ; ສົມ ເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ເຈົ້າຊາຍ ໂມຮາເມັດ ໂບນເກຍ, ລັດ ຖະມົນຕີວ່າການ ກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງບຣູໄນ ດາຣູຊາລາມ; ພະນະທ່ານ ນາງ ປຣາ ຕິບາ ເດວີຊິງປາ ຕີນ, ປະທານປະເທດ ແຫ່ງ ສ.ອິນເດຍ; ພະນະທ່ານ ນາງ ຄວຽນຕິນ ບຣາຍສ, ຜູ້ສຳເລັດລາ ຊະການ ແຫ່ງ ເຄືອຈັກກະພັດອົດສະຕຣາລີ; ພະນະທ່ານ ເບນິກ ໂນ ເອສ ອາຄີໂນ III, ປະທານາທິບໍດີ ແຫ່ງ ສ. ຟິລິບປິນ.
ເນື້ອໃນໂທລະເລກອວຍພອນ ຂອງບັນດາຜູ້ນຳປະເທດເພື່ອນມິດ ຕ່າງກໍສົ່ງຄຳຊົມເຊີຍ ແລະ ອວຍ ພອນໄຊອັນປະເສີດ ມາຍັງບັນດາຜູ້ນຳ ພັກ-ລັດ ແລະ ປະຊາຊົນລາວ ຈົ່ງບັນລຸເປົ້າໝາຍແຫ່ງການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ບັນດາປະເທດເພື່ອນມິດ ໃນຂົງເຂດພາກພື້ນ ແລະ ໃນໂລກ ຈະນັບມື້ ເຕີບ ໃຫຍ່ຂະຫຍາຍຕົວ ບົນພື້ນຖານ ການຮ່ວມມືສອງຝ່າຍ ./.
ບັນດາຜູ້ນຳປະເທດເພື່ອນມິດສືບຕໍ່ອວຍພອນວັນຊາດລາວ
(07/12/2011)
*(ຂປລ): ບັນດາຜູ້ນຳລາວ ຊຶ່ງມີ ພະນະທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິ ຫານງານ ສູນຫກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ, ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ຕ່າງກໍໄດ້ຮັບຄຳອວຍພອນ ເນື່ອງໃນໂອກາດວັນ ຊາດ ຄົບຮອບ 36 ປີ ໂດຍຜ່ານໂທລະເລກ ຈາກບັນດາຜູ້ນຳປະເທດເພື່ອນມິດ ເຊັ່ນ: ຄະນະບໍລິຫານງານສູນກາງພັກ ປະຊາຊົນ ກຳປູເຈຍ; ພະນະທ່ານ ຣາອູນ ກາສໂຕ ຣຸດສ, ເລຂາທິການຜູ້ທີໜຶ່ງ ຄະນະບໍລິ ຫານງານສູນກາງພັກ ກອມມູນິດກູບາ, ປະທານສະພາ ແຫ່ງຊາດ ແຫ່ງ ສ. ກູບາ, ພະນະທ່ານ ບຣູໂນ ຣໍດຣີ ເກສ ປາຣີຢາ, ລັດຖະມົນຕີວ່າການກະຊວງການຕ່າງປະ ເທດ ແຫ່ງ ສ. ກູບາ; ຣາຊາທິບໍດີ ຕວນກູ ມີຊານ ໄຊ ນານ ອັບບີດິນ ຊຸນຕານ ມາມຸດ ບິນລາ ຊາ ແຫ່ງ ປະເທດ ມາເລເຊຍ; ພະນະທ່ານ TSAKHIAGIIN ELBEG DORJ, ປະທານາທິບໍດີ, ພະນະທ່ານ SUKHBAATARYN BATBOLD, ນາຍົກລັດຖະມົນຕີ, ພະນະທ່ານ GOMBOJAVYN ZANDANSHA TAR, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ມົງໂກລີ; ພະນະທ່ານ ລີ ມຽງ ບັກ, ປະທານາທິບໍດີ ແຫ່ງ ສ ເກົາຫລີ; ພະນະທ່ານ ທາຈາ ຣາໂລເນັນ, ປະທານາທິບໍດີ, ພະນະທ່ານ ຈີກີ ຄາຕາຍເນນ, ນາຍົກລັດ ຖະມົນຕີ, ພະນະທ່ານ ແອກກີ ຕູໂອມີໂອຈາ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສ ແຟັງລັງ; ພະນະທ່ານ ມາຮິນດາ ຣາຈາປັກຊາ, ປະທານາທິບໍດີ, ພະນະທ່ານ ດີເມັມ ຈາຢາຣັດເນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ສຈ. ຈີ ແອນ ເປຣິສ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ.
ເນື້ອໃນໂທລະເລກອວຍພອນ ຂອງບັນດາຜູ້ນຳປະເທດເພື່ອນມິດ ຕ່າງກໍສົ່ງຄຳຊົມເຊີຍ ແລະ ອວຍ ພອນໄຊອັນປະເສີດ ມາຍັງບັນດາຜູ້ນຳ ພັກ-ລັດ ແລະ ປະຊາຊົນລາວ ຈົ່ງບັນລຸເປົ້າໝາຍແຫ່ງການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ລະຫວ່າງ ສປປ ລາວ ແລະ ບັນດາປະເທດເພື່ອນມິດ ໃນຂົງເຂດພາກພື້ນ ແລະ ໃນໂລກ ຈະນັບມື້ ເຕີບ ໃຫຍ່ຂະຫຍາຍຕົວ ບົນພື້ນຖານ ການຮ່ວມມືສອງຝ່າຍ ./.
ບັນດາຜູ້ນຳປະເທດເພື່ອນມິດ ສືບຕໍ່ ອວຍພອນວັນຊາດລາວ
(06/12/2011)
*(ຂປລ): ບັນດາຜູ້ນຳລາວ ຊຶ່ງມີ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ, ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ຕ່າງກໍໄດ້ຮັບຄຳອວຍພອນ ເນື່ອງໃນໂອກາດວັນ ຊາດ ຄົບຮອບ 36 ປີ ໂດຍຜ່ານໂທລະເລກ ຈາກບັນດາຜູ້ນຳປະເທດເພື່ອນມິດ ເຊັ່ນ: ເຈົ້າຈັກກະພັດ ອາກິຮີໂຕະ ແຫ່ງປະເທດ ຍີ່ປຸ່ນ; ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ມະຫາຣາດ ແຫ່ງ ຣາຊະອານາຈັກໄທ, ພະນະທ່ານນາງ ຍິ່ງລັກ ຊິນນະວັດ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ສຸຣະພົງ ໂຕວິຈັກໄຊ ກຸນ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາ ຈັກໄທ; ສົມເດັດ ອັກຄະມະຫາເສນາ ບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອນານຈັກ ກຳປູເຈຍ, ພະນະທ່ານ ຮໍ ນຳຮົງ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ຣາຊະອານາຈັກກຳ ປູເຈຍ; ພະນະທ່ານ ບັນ ກີມູນ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ; ພະນະທ່ານ ຄຣິສຕຽນ ວູລຟ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ; ພະນະທ່ານ ໂທນີ ຕັນ ເກັງ ຢຳ, ປະທານາທິບໍ ດີ, ພະນະທ່ານ ລີ ຊຽນ ລຸງ, ນາຍົກລັດຖະມົນຕີ ແລະ ພະຍະທ່ານ ເູ ຊານມູການ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ສິງກະໂປ; ພະນະທ່ານ ອັນເບີດ ເອຟ ເດລ ໂຣຊາຣິໂອ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ ຟີລິບປິນ; ພະນະທ່ານ ອາລີ ອັກບາ ສາເລຮີ, ລັດຖະມົນຕີຕ່າງປະເທດ ອີຣານ.
ເນື້ອໃນໂທລະເລກອວຍພອນ ຂອງບັນດາຜູ້ນຳປະເທດເພື່ອນມິດ ຕ່າງກໍສົ່ງຄຳຊົມເຊີຍ ແລະ ອວຍ ພອນໄຊອັນປະເສີດ ມາຍັງບັນດາຜູ້ນຳ ພັກ-ລັດ ແລະ ປະຊາ ຊົນລາວ ຈົ່ງບັນລຸເປົ້າໝາຍແຫ່ງການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ລະຫວ່າງ ສປປ ລາວ ແລະ ບັນດາປະເທດເພື່ອນມິດ ໃນຂົງເຂດພາກພື້ນ ແລະ ໃນໂລກ ຈະນັບມື້ ເຕີບ ໃຫຍ່ຂະຫຍາຍຕົວ ບົນພື້ນຖານການ ຮ່ວມມືສອງຝ່າຍ ./.
ຜູ້ນຳລາວ ອວຍພອນ ວັນຄ້າຍວັນເກີດ ເຈົ້າຊີວິດ ແຫ່ງ ຣາຊາອານາຈັກໄທ ຄົບຮອບ 84 ປີ
(05/12/2011)
*(ຂປລ): ບັນດາຜູ້ນຳລາວ ຊຶ່ງລວມມີ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ໄດ້ສົ່ງໂທລະເລກອວຍພອນເຖິງ ພະບາດສົມເດັດ ພະເຈົາມະຫາຊີວິດ ພູມີພົນ ອະດຸນຍະເດດ ມະຫາຣາດ ແຫ່ງ ຣາ ຊະອານາຈັກໄທ ເນື່ອງໃນໂອກາດ ວັນພະຣາຊະສົມພົບຂອງພະອົງຄົບຮອບ 84 ພັນສາ.
ເນື້ອໃນໂທລະເລກລະບຸວ່າ: ໃນນາມປະຊາຊົນ ແຫ່ງ ສປປ ລາວ ກໍຄື ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍ ຖືເປັນກຽດຢ່າງສູງ ຖວາຍພອນໄຊອັນປະເສີດມາຍັງພະອົງ, ພະຣາຊີນີ ແລະ ພະບໍຣົມວົງສານຸວົງ ທຸກພະອົງ.
ຂ້າພະເຈົ້າມີຄວາມປິຕິຍິນດີ ທີ່ເຫັນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງ ແລະ ເປັນຍາດສະໜິດຕິດແໜ້ນກັນມາແຕ່ ບູຮານນະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໄດ້ຮັບການພັດທະນາໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເພື່ອນຳຜົນປະໂຫຍດມາສູ່ປະຊາຊົນ ສອງຊາດ ລາວ-ໄທ ໃຫ້ນັບມື້ສູງຂຶ້ນ. ພ້ອມທັງ ເຊື່ອໝັ້ນວ່າ: ພາຍໃຕ້ພະບໍຣົມໂພທິສົມພານ ຂອງພະອົງ ຣາຊະອານາຈັກໄທ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ ແລະ ຈະເລີນວັດທະນາຍິ່ງໆຂຶ້ນ ແລະ ອວຍພອນພະບາດສົມເດັດ ຊົງມີພະ ລານາໄມສົມບູນ, ມີພະກະເສມສຳລານ ແລະ ພະຊົນຍືນຍາວນານ.
ໃນໂອກາດດຽວກັນນີ້ ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງການຕ່າງປະເທດ ຕ່າງກໍໄດ້ ສະແດງ ຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດ ເຖິງ ພະນະທ່ານ ນາງ ຍິ່ງລັກ ຊິນນະວັດ, ນາຍົກ ລັດຖະມົນຕີ ແລະ ພະນະທ່ານ ສຸຣະພົງ ໂຕວິຈັກໄຊກຸນ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາ ຈັກໄທ ເຊັ່ນດຽວກັນ./.
ບັນດາຜູ້ນຳປະເທດເພື່ອນມິດ ອວຍພອນວັນຊາດລາວ
(05/12/2011)
*(ຂປລ): ບັນດາຜູ້ນຳລາວ ຊຶ່ງລວມມີ ພະນະທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະບໍລິ ຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ, ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະ ເທດ ຕ່າງກໍໄດ້ຮັບຄຳອວຍພອນ ເນື່ອງໃນໂອກາດວັນຊາດ ຄົບຮອບ 36 ປີ ໂດຍຜ່ານໂທລະເລກ ຈາກບັນດາຜູ້ ນຳປະເທດເພື່ອນມິດ ເຊັ່ນ: ປະເທດ ສປປ ເກົາຫລີ ຊຶ່ງມີ ພະນະທ່ານ ກິມ ເຈິງ ອິນ, ເລຂາທິການໃຫຍ່ ພັກແຮງ ງານເກົາຫລີ, ປະທານຄະນະກຳມາທິການປ້ອງກັນຊາດ, ພະນະທ່ານ ກິມ ຢົງ ນຳ, ປະທານຄະນະ ປະທານສະ ພາປະຊາຊົນສູງສຸດ, ພະນະທ່ານ ຈອຍ ຢົງ ລິມ, ນາຍົກລັດຖະມົນຕີ, ພະນະທ່ານ ປັກ ອຸຍ ຈຸນ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ; ປະເທດ ສສ ຫວຽດນາມ ພະນະທ່ານ ຮ່ວາງບິງກວັນ, ກຳມະການສູນກາງ ພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ; ປະເທດ ສສ ມຽນມາ ມີ ພະນະ ທ່ານ ອູ ເທນ ເຊນ, ປະທານາທິບໍດີ, ພະນະທ່ານ ທີຮາ ທູຣາ ອູ ຕິນ ອອງ ມິນ ໂອ, ຮອງປະທານາທິບໍດີ ພະນະ ທ່ານ ດຣ. ໄຊ ມົກຄຳ, ຮອງປະທານາທິບໍດີ, ພະນະທ່ານ ອູ ວູນນາ ມອງ ລີນ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ; ປະເທດຣາຊາອານາຈັກກຳປູເຈຍ ໄດ້ແກ່ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີ ຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊາອານາຈັກກຳປູເຈຍ; ພະນະທ່ານ ມາມຸດ ອາບາສ, ປະທານປະເທດ ແຫ່ງລັດປາ ແລັດສະຕີນ; ພະນະທ່ານ ດາໂຕ ສຣິ ໂມດ ນາຈິບດ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.
ໃນໂທລະເລກອວຍພອນ ບັນດາຜູ້ນຳປະເທດເພື່ອນມິດ ຕ່າງກໍສົ່ງຄຳຊົມເຊີຍ ແລະ ອວຍພອນໄຊອັນ ປະເສີດ ມາຍັງບັນດາຜູ້ນຳ ພັກ-ລັດ ແລະ ປະຊາຊົນລາວ ຈົ່ງບັນລຸເປົ້າໝາຍແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ລະຫວ່າງ ສປປ ລາວ ແລະ ບັນດາປະເທດເພື່ອນມິດ ໃນຂົງເຂດພາກພື້ນ ແລະ ໃນໂລກ ຈະນັບມື້ ເຕີບ ໃຫຍ່ຂະຫຍາຍຕົວ ບົນພື້ນຖານການ ຮ່ວມມືສອງຝ່າຍ ./.
ໂທລະເລກຊົມເຊີຍຜູ້ນຳລາວເຮົາ
(30/11/2011)
(ຂປລ): ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 36 ປີ, ບັນດາຜູ້ນຳແຫ່ງ ສາທາລະນະລັດ ປະຊາຊົນຈີນ ໄດ້ສົ່ງໂທລະເລກຊົມເຊີຍເຖິງບັນດາຜູ້ນຳລາວເຮົາ ໂດຍມີສະຫາຍ ຫູຈິນທາວ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຈີນ, ປະທານປະ ເທດ ແຫ່ງ ສປ ຈີນ, ສະຫາຍ ອູປາງກົວ, ປະທານຄະນະປະຈຳສະພາປະຊາຊົນ ທົ່ວປະເທດ ແຫ່ງ ສປ ຈີນ, ສະຫາຍ ເວີນເຈຍປາວ, ນາຍົກລັດຖະມົນຕີແຫ່ງ ສປຈີນ ໄດ້ສົ່ງເຖິງ ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ສປປລາວ, ສະຫາຍທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປລາວ, ທີ່ນະຄອນຫລວງວຽງຈັນ, ເຊິ່ງມີ ເນື້ອຄວາມວ່າ:
ເນື່ອງໃນໂອກາດວັນສະຖາປະນາ ສປປລາວ ຄົບຮອບ 36 ປີ ພວກຂ້າພະເຈົ້າ ຕາງຫນ້າພັກກອມມິນູດຈີນ ສະພາຜູ້ແທນປະຊາຊົນທົ່ວປະເທດ ລັດຖະບານ ແລະ ປະຊາຊົນຈີນ ຂໍສະແດງຄວາມຊົມເຊີຍຢ່າງຄຶກຄື້ນ ແລະ ສົ່ງພອນໄຊອັນປະເສີດ ມາຍັງບັນດາສະຫາຍ ແລະ ໂດຍຜ່ານບັນດາສະຫາຍ ໄປຍັງພັກປະຊາຊົນ ປະຕິວັດລາວ ສະພາແຫ່ງຊາດ ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ບັນດາເຜົ່າດ້ວຍ.
ປະຈຸບັນນີ້, ປະເທດລາວ ມີຄວາມຫມັ້ນຄົງດ້ານການເມືອງ, ມີຄວາມປອງດອງດ້ານສັງຄົມ, ມີການພັດທະນາດ້ານເສດຖະກິດ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບດີຂຶ້ນ, ແລະ ໄດ້ເສີມຂະຫຍາຍ ບົດບາດອັນຕັ້ງຫນ້າ ໃນກິດຈະກຳພາກພື້ນ ແລະ ສາກົນ, ພາລະກິດປ່ຽນແປງໃຫມ່ ໄດ້ຂະຫຍາຍຕົວຢ່າງຫມັ້ນຄົງ ແລະ ໄດ້ຮັບຫມາກຜົນຢ່າງອຸດົມສົມບູນ. ພວກຂ້າພະເຈົ້າ ເຊື່ອຫມັ້ນວ່າ: ພາຍໃຕ້ການນຳພາຢ່າງຖືກຕ້ອງ ຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະບັນ ລຸເປົ້າຫມາຍສູ້ຊົນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັງທີ IX ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ກຳນົດໄວ້ຢ່າງແນ່ນອນ, ແລະ ຈະປະສົບຜົນສຳ ເລັດອັນໃຫມ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດສ້າງສາ ການຫັນເປັນທັນສະໄຫມຢ່າງບໍ່ຢຸດຢັ້ງ.
ໃນໄລຍະທີ່ສອງຊາດ ຈີນ-ລາວ ໄດ້ສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີທີ່ຜ່ານມາ, ສາຍພົວພັນຮ່ວມມືມິດຕະພາບ ຖານບ້ານໃກ້ເຮືອນຄຽງລະ ຫວ່າງສອງປະເທດ ໄດ້ຮັບການຂະຫຍາຍຕົວ ຢ່າງໃຫຍ່ຫລວງ. ຜູ້ນຳຂັ້ນສູງຂອງສອງປະເທດ ມີການໄປມາຫາສູ່ກັນຢ່າງແຫນ້ນແຟ້ນ, ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ໄດ້ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ, ການຮ່ວມມືໃນຂະແຫນງການຕ່າງໆ ໄດ້ປະສົບຜົນສຳເລັດຢ່າງຊັດແຈ້ງ, ເຊິ່ງໄດ້ສ້າງຜົນປະໂຫຍດຕົວຈິງ ໃຫ້ແກ່ປະຊາຊົນທັງສອງປະເທດ. ປີນີ້ ແມ່ນການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຈີນ-ລາວ ຄົບຮອບ 50 ປີ, ສອງຝ່າຍໄດ້ຈັດການເຄື່ອນໄຫວ ທີ່ມີສີສັນເປັນຈຳນວນຫລາຍ, ແລະ ໄດ້ຊຸກຍູ້ການຂະຫຍາຍຕົວຂອງສາຍພົວພັນ ທັງສອງປະເທດ. ພັກ, ລັດ ແລະ ປະຊາຊົນຈີນ ໄດ້ຖະນຸຖະຫນອມໄມຕີຈິດມິດ ຕະພາບ ຈີນ-ລາວ ເປັນຢ່າງຍິ່ງ, ຍິນດີຮ່ວມກັບຝ່າຍລາວ, ເພື່ອເພີ່ມທະວີການໄປມາຫາສູ່ກັນເປັນສັນຖະວະໄມຕີ, ເປີດກວ້າງການຮ່ວມມືກັນ ທີ່ຕ່າງຝ່າຍຕ່າງ ໄດ້ຜົນປະໂຫຍດ, ຊຸກຍູ້ໃຫ້ການຮ່ວມມື ຍຸດທະສາດ ຮອບດ້ານ ລະຫວ່າງ ຈີນ-ລາວ ປະສົບຜົນສຳເລັດ ຢ່າງອຸດົມສົມບູນ ກວ່າເກົ່າ, ເພື່ອເຮັດໃຫ້ທັງສອງຊາດເຮົາ ເປັນບ້ານໃກ້ເຮືອນຄຽງທີ່ດີ ເພື່ອນມິດທີ່ດີ ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ຢ່າງຍືນຍົງຕະຫລອດກາລະນານ.
ຂໍອວຍພອນໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງຈະເລີນຮຸ່ງເຮືອງ ປະຊາຊົນລາວ ຈົ່ງມີຄວາມຜາສຸກ.
ໃນໂອກາດດຽວກັນ, ສະຫາຍ ຢາງ ເຈີ ເສີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ກໍໄດ້ສົ່ງໂທລະເລກຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປລາວ.
ບັນດາຜູ້ນຳແຫ່ງ ສສ ຫວຽດນາມ ອວຍພອນວັນຊາດ ຜູ້ນຳລາວເຮົາ
(30/11/2011)
(ຂປລ): ໃນວັນທີ 30 ພະຈິກນີ້, ບັນດາຜູ້ນຳແຫ່ງ ສສ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງບັນດາຜູ້ນຳລາວເຮົາ ລວມມີ ສະຫາຍ ຫງວຽນ ຝູ ຈ໋ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ສະຫາຍເຈື່ອງ ເຕີນ ຊາງ, ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ຫງວຽນ ເຕີນ ຢຸງ, ນາຍົກລັດຖະມົນຕີແຫ່ງ ສສຫວຽດນາມ, ສະຫາຍ ຫງວຽນ ຊິງ ຮຸ່ງ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປລາວ, ສະຫາຍ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ, ທີ່ນະຄອນຫລວງວຽງຈັນ ເຊິ່ງມີເນື້ອໃນວ່າ:
ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 36 ປີ, ຕາງຫນ້າຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ, ລັດ, ສະພາແຫ່ງຊາດ, ລັດຖະບານ, ປະຊາຊົນຫວຽດນາມ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າຂໍສົ່ງຄຳອວຍພອນໄຊ ອັນປະເສີດຍິ່ງ ມາຍັງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ລັດ, ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ປະຊາຊົນລາວ ອ້າຍນ້ອງ ທຸກຖ້ວນຫນ້າ.
ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າຕະຫລອດໄລຍະ 36 ປີ ທີ່ຜ່ານມາ, ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດລາວ,ດ້ວຍນ້ຳໃຈຮັກຊາດ ແລະ ມູນເຊື້ອການປະຕິວັດທີ່ອົງອາດກ້າແກ່ນ, ປະຊາຊົນລາວ ອ້າຍນ້ອງ ສາມາດຍາດມາໄດ້ໄຊຊະນະ ອັນໃຫຍ່ຫລວງຫລາຍ ປະການ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ວຽກງານປ້ອງກັນ ຄວາມສະຫງົບ ການເມືອງ ມີຄວາມຫນັກແຫນ້ນ, ເສດຖະກິດຂະຫຍາຍຕົວ ໃນລະດັບສູງຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ອິດທິພົນ ແລະ ບົດບາດຂອງ ສປປລາວ ໄດ້ຮັບການເຊີດຊູສູງຂຶ້ນຢ່າງບໍ່ຢຸດຢັ້ງ ໃນເວທີພາກພື້ນ ແລະ ສາກົນ.
ພວກຂ້າພະເຈົ້າ ຂໍອວຍພອນຢ່າງຈິງໃຈ ໃຫ້ປະຊາຊົນລາວອ້າຍນ້ອງ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກ ປະຊາຊົນ ປະຕິວັດລາວ ອັນມີສະຫາຍເລຂາ ທິການໃຫຍ່ ຈູມມາລີ ໄຊຍະສອນ ເປັນຜູ້ນຳຫນ້ານັ້ນ, ຈົ່ງສືບຕໍ່ຍາດໄດ້ໄຊຊະນະໃຫມ່ໃຫຍ່ຫລວງກວ່າເກົ່າ ໃນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 7 ໄລຍະປີ 2011-2015 ຢ່າງມີໄຊ, ແນໃສ່ສ້າງປະເທດລາວ ໃຫ້ເປັນປະເທດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ.
ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະ ມີຄວາມເພີ່ງພໍໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ຄວາມ ຊື່ສັດບໍລິສຸດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ທີ່ປະທານໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ພ້ອມດ້ວຍບັນດາ ສະຫາຍການນຳຮູ້ນສືບທອດຂອງທັງສອງປະເທດ ໄດ້ອອກເຫື່ອເທແຮງ ເພີ່ມພູນຄູນສ້າງ ແລະ ໄດ້ຮັບການພັດທະນາ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງຈົນກາຍມາເປັນມູນມໍລະດົກອັນລ້ຳຄ່າ ໃຫ້ຮຸ້ນລູກຫລານຂອງປະຊາຊົນ ທັງສອງປະເທດ. ພ້ອມດຽວກັນນັ້ນ, ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງຊາດໄດ້ມີບາດກ້າວຂະຫຍາຍຕົວຢ່າງວ່ອງໄວ ແລະ ມີຫມາກຜົນຕົວຈິງ, ເຊິ່ງເປັນປັດໄຈທີ່ສຳຄັນໃຫ້ແກ່ການພັດທະນາສາຍພົວພັນ ທີ່ສະຫນິດແຫນ້ນ ລະຫວ່າງສອງປະເທດ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຍຶດຫມັ້ນຢ່າງສະເຫມີຕົ້ນສະເຫມີປາຍ ແລະ ຕັດສິນໃຈຫມັ້ນຫມາຍຮ່ວມກັບພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ນຳເອົາສາຍພົວພັນນັ້ນ ກ້າວ ຂຶ້ນສູ່ລະດັບສູງໃຫມ່ ແລະມີປະສິດທິຜົນຕົວຈິງ, ຕອບສະຫນອງໄດ້ຕາມຄວາມມຸ່ງມາດປາຖະຫນາ ແລະ ຜົນປະໂຫຍດອັນແທ້ຈິງຂອງປະຊາຊົນ ທັງສອງຊາດ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ໃນໂອກາດອັນສະຫງ່າລາສີນີ້, ຕາງຫນ້າພັກ,ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ແລະ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງພັກ, ລັດ,ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວ ອ້າຍນ້ອງ ທີ່ໄດ້ໃຫ້ ການສະຫນັບສະຫນູນ ແລະ ຊ່ວຍເຫລືອອັນລ້ຳຄ່າ ແກ່ປະຊາຊົນຫວຽດນາມ ໃນພາລະກິດ ຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ໃນປະຈຸບັນ. ອວຍພອນໃຫ້ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຈົ່ງຂຽວສົດງົດງາມ ແລະ ຫມັ້ນຄົງຄະນົງແກ່ນ ຕະຫລອດໄປ.
ອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບພະລານາໄມເຂັ້ມແຂງ ແລະ ປະສົບຜົນສຳເລັດໃຫມ່ຍິ່ງໃຫຍ່ກວ່າເກົ່າ ໃນຫນ້າທີ່ອັນສູງສົ່ງຂອງຕົນ.
ໃນໂອກາດດຽວກັນ ສະຫາຍຟາມ ບິ່ງ ມິງ, ກຳມະການຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ກໍໄດ້ສົ່ງສານອວຍພອນເຖິງສະຫາຍ ດຣ ທອງລຸນ ສີສຸລິດ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສປປລາວ.
ທູດລາວ ຍື່ນສານຕາຕັງຕໍ່ປະທານາທິບໍດີ ແຫ່ງ ສ.ສິງກະໂປ
(25/11/2011)
*(ຂປລ) : ໃນວັນທີ 24 ພະຈິກ 2011 ທີ່ທຳນຽບປະທານາທິບໍດີ ອິສຕານາ, ທ່ານນາງ ວຽງສະຫວັນ ສີປະເສີດໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Dr Tony Tan Keng yam, ປະທານາທິບໍດີ ແຫ່ງ ສາທາລະນະລັດສິງກະໂປ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດດັ່ງ ກ່າວ.
ພາຍຫລັງພິທີຍື່ນສານຕາຕັ້ງໄດ້ສຳເລັດລົງ, ພະນະທ່ານປະທານາທິບໍດີ ສິງກະໂປ ໄດ້ໂອ້ລົມກັບ ທ່ານເອກອັກຄະລັດຖະທູດລາວ ດ້ວຍບັນຍາກາດອັນ ສະໜິດ ສະໜົມ, ພ້ອມທັງກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການດຳລົງຕຳແໜ່ງ ຂອງ ທ່ານເອກອັກຄະລັດຖະທູດລາວ ປະຈຳສາທາລະນະລັດ ສິງກະໂປ ໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ທ່ານທູດຈະປະກອບສ່ວນຢ່າງຕັ້ງໜ້າ ໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ ຢ່າງມີປະ ສິດທິຜົນ. ໃນໂອກາດນີ້ ທ່ານທູດລາວ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ຄຳອວຍພອນໄຊອັນປະເສີດ ຈາກພະນະທ່ານ ຈູມມາລີ ໄຊຍະສອນ, ປະທານ ປະເທດ ແຫ່ງ ສປປ ລາວ ສົ່ງໄປຍັງ ພະ ນະທ່ານ ປະທານາທິບໍດີ ແຫ່ງ ສິງກະໂປ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນສິງກະໂປທຸກຖ້ວນໜ້າ, ພ້ອມນີ້ ທ່ານທູດ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ລັດຖະບານສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫລືອລັດຖະບານລາວໃນຫລາຍດ້ານ ໂດຍສະ ເພາະແມ່ນການພັດທະນາຊັບພະຍາກອນມະນຸດ ພ້ອມນີ້ທ່ານທູດ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະໃຊ້ທຸກຄວາມສາມາດ ຂອງຕົນປະກອບສ່ວນເຮັດໃຫ້ການ ພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ສິງກະໂປ ໃຫ້ນັບມື້ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ ./.
ນາຍົກລັດຖະມົນຕີ ຊົມເຊີຍຄູ່ຮ່ວມຕຳແໜ່ງ ສ.ອີຕາລີ
(23/11/2011)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມ ຊົມເຊີຍຜ່ານທາງໂທລະເລກ ເຖິງພະນະທ່ານ ມາຣິໂອ ມອນຕິ, ນາຍົກລັດຖະມົນຕີ ແຫ່ງ ສ.ອີຕາລີ ເນື່ອງໃນໂອ ກາດທີ່ ພະນະ ທ່ານ ໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອີຕາລີ, ຂ້າພະເຈົ້າຂໍສົ່ງຊຳເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະໄດ້ຮັບຜົນສຳເລັດ ທຸກປະການ ໃນໜ້າ ທີ່ວຽກງານອັນສູງ ສົ່ງຂອງຕົນ.
ຂ້າພະເຈົ້າຫວັງວ່າ ຈະໄດ້ເຮັດວຽກງານຮ່ວມກັບ ພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດຂອງ ພວກເຮົາ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ອິຕາລີ, ອັນເປັນການປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ ສະຖຽນລະພາບອັນໜັ້ນ ຄົງ ແລະ ການ ຮ່ວມມື ເພື່ອການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ./.
ທ່ານປະທານປະເທດສະແດງຄວາມຊົມເຊີຍເຖິງທ່ານ ໄມເຄິນ ດີຮີກິນ ສ ໌
ທີ່ໄດ້ໄດ້ຖືກເລືອກເປັນປະທານາທິບໍດີແຫ່ງປະເທດອຽກລັງ
(22/11/2011)
*(ຂປລ): ພະນະ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ພະນະທ່ານ ໄມເຄີນດີ ຮີກິນສ໌, ປະທານນາທິບໍດີແຫ່ງສາທາລະນະລັດອຽກລັງດູບລິນ ເນື່ອງໃນໂອກາດທີ່ທ່ານໄດ້ຖືກເລືອກຕັ້ງ ໃຫ້ດຳລົງດຳແໜ່ງເປັນ ປະທານາທິບໍດີແຫ່ງປະເທດອຽກລັງ ໂດຍມີເນື້ອໃນວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊ ໃຫ້ພະນະທ່ານ ຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສຳເລັດທຸກປະການໃນການປະຕິບັດໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງຕົນ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າພາຍໃຕ້ການ ນຳພາຂອງພະນະທ່ານ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດພວກເຮົາຈະໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ເກີດດອກອອກຜົນຍິ່ງຂຶ້ນເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນເພື່ອການພັດທະນາ./.
ປະທານປະເທດແຫ່ງສປປ ລາວສົ່ງສານອວຍພອນ ປະທານາທິບໍດີແຫ່ງ ສ.ອັກຊັງຕິນ
(15/11/2011)
*(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວໄດ້ສົ່ງສານ ອວຍພອນ ເຖິງ ພະນະທ່ານ ນາງກຣິດຕີນາ ເຟີນານເດສ ເດີ ກິຣ ເນີ ປະທານາທິບໍດີ ແຫ່ງສາທາລະນະລັດ ອັກຊັງຕິນ .
ເນື້ອໃນໄດ້ລະບຸວ່າໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ອັກຊັງຕິນຕື່ມອິກສະໄໝໜື່ງ.
ຂ້າພະເຈົ້າຫວັງວ່າ ພາຍໃຕ້ການນຳພາຂອງພະນະທ່ານ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ. ອັກຊັງຕິນ ຈະໄດຮັບ ການເສີມຂະຫຍາຍຍິ່ງໆຂື້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄືສັນຕິພາບໂລກ ແລະ ການຮ່ວມມືສາກົນ.
ນາຍົກລັດຖະມົນຕີແຫ່ງສປປ ລາວ ຊົມເຊີຍຄູ່ຮ່ວມຕຳແໜ່ງປະເທດເກລັກ
(15/11/2011)
*(ຂປລ)ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງ ພະນະທ່ານ ລູກັສ ປາປາເດມົສ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ເກລັກ.
ເນື້ອໃນສານຊົມເຊີຍໄດ້ຂຽນວ່າ ເນື່ອງໃນໂອກາດທີ່ ພະນະທ່ານໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກລັກ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ໄດ້ຮັບຜົນສຳເລັດທຸກປະກັນ ໃນໜ້າທີ່ວຽກງານອັນສູງສົ່ງຂອງຕົນ.
ຂ້າພະເຈົ້າຫວັງວ່າ ຈະໄດ້ເຮັດວຽກຮ່ວມກັບພະນະທ່ານ ເພື່ອສຶບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ດີລະຫວ່າງສອງປະເທດພວກເຮົາ ໃຫ້ນັບມືນັບກວ້າງຂວາງ ແລະ ເກີດດອກອອກຜົນຍິ່ງໆຂື້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ອັນເປັນການປະກອບສ່ວນເຂົ້າໃນພາລະກິດ ເສີມສ້າງ ສັນຕິພາບໃຫ້ໜັ້ນຄົງ ແລະ ການຮ່ວມມືເພື່ອພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.
ບັນດາຜູ້ນຳລາວ ອວຍພອນວັນປະກາດເອກະລາດ ແຫ່ງ ຣາຊະອານາຈັກກຳປູເຈຍ
(08/11/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ, ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຄຳອວຍພອນຜ່ານທາງໂທລະເລກເຖິງ ພະບາດສົມເດັດ ພະບໍ ລົມມະນຽດ ໂນໂລດົມ ສີຫາໂມນີ ພະມະຫາກະສັດ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແລະ ພະນະທ່ານ ຮໍ ນຳຮົງ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກຳປູເຈຍ.
ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງ ວັນປະກາດເອກະລາດ ແຫ່ງ ຣາຊະອານາຈັກກຳປູເຈຍ ຄົບຮອບ 58 ປີ, ໃນນາມປະຊາຊົນ ແຫ່ງ ສປປ ລາວ ແລະ ໃນ ນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງພະບາດສົມເດັດ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກກຳປູເຈຍ ທຸກຖ້ວ ນໜ້າ. ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນມິດຕະພາບ ຄວາມສາມັກຄີຮັກແພງ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງ ທີ່ເປັນມູນ ເຊື້ອອັນດີງາມມາແຕ່ບູຮານນະການ ລະຫວ່າງສອງປະເທດພວກເຮົາ ໄດ້ຮັບການເພີ່ມທະວີເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງຕະ ຫລອດມາ. ກໍຄືການໄປມາຫາສູ່ ລະຫວ່າງປະຊາຊົນ ລາວ-ກຳປູເຈຍ. ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ຂອງພວກເຮົາ ທີ່ເປັນໜ້າເພີງພໍໃຈ.
ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ພະບໍຣົມໂພທິສົມພານ ຂອງພະບາດສົມເດັດ, ຣາຊະອານາຈັກ ກຳປູເຈຍ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ ແລະ ຈະເລີນວັດທະ ນາຍິ່ງໆຂຶ້ນໄປ ຂໍຖວາຍແດ່ ພະບາດສົມເດັດ ຊົງມີພະລາ ນາໄມສົມສູນ ມີຄວາມຜາສຸກ ແລະ ມີພະຊົນຍືນຍາວນານ ເປັນຮົ່ມໂພຮົ່ມໄຊ ໃຫ້ແກ່ປະຊາຊົນກຳ ປູເຈຍຕະຫລອດໄປ./.
ບັນດາຜູ້ນຳ ແຫ່ງ ສປປ ລາວ ອວຍພອນວັນຊາດ ແຫ່ງ ສ.ເຊັກ
(03/11/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ, ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຄຳອວຍພອນຜ່ານທາງໂທລະເລກເຖິງ ພະນະທ່ານ ວາຄຣາບ ຄອສ ປະທານາທິບໍດີ, ພະນະທ່ານ ເພທ ນີກັສ ນາຍົກລັດຖະມົນຕີ ແລະ ພະນະທ່ານ ຄາເຣລ ຊະຄະວາດເຊັນເບີກ ລັດຖະມົນຕີວ່າ ການຕ່າງປະເທດ ແຫ່ງ ສ.ເຊັກ
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເຊັກ, ຕາງໜ້າໃຫ້ປະຊາຊົນ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນ ປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງ ປະຊາຊົນເຊັກທຸກຖ້ວນໜ້າ ແລະ ຂ້າພະເຈົ້າເຊື່ອໜັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມ ມືລະຫວ່າງສອງ ປະເທດພວກເຮົາຈະໄດ້ຮັບການຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດເພື່ອຜົນປະໂຫຍດຂອງ ປະຊາຊົນ ສອງຊາດຂອງ ພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ການຮ່ວມມືເພື່ອ ການພັດທະນາ./.
ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສະແດງ ຄວາມເຫັນໃຈຕໍ່ປະທານາທິບໍດີ ແຫ່ງ ສສ.ມຽນມາ
(02/11/2011)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໄດ້ສະແດງ ຄວາມເຫັນໃຈຜ່ານທາງໂທລະເລກ ເຖິງພະນະທ່ານ ເທນ ເຊນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາຕໍ່ໄພນ້ຳຖ້ວມ.
ຂ້າພະເຈົ້າຮູ້ສຶກເສົ້າໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າເກີດເຫດການຝົນຕົກໜັກ ໃນວັນທີ 19-20 ຕຸລາ 2011 ຜ່ານມາເຮັດໃຫ້ເກີດມີໄພນ້ຳຖ້ວມຢ່າງກະທັນຫັນ ຢູ່ເມືອງປະກ໊ອກກູອັນໄດ້ສ້າງຄວາມເສຍຫາຍໃຫຍ່ຫລວງຕໍ່ຊີວິດ ແລະ ຊັບ ສິນຂອງປະຊາຊົນມຽນມາ.
ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງ ຄວາມເຫັນໃຈຢ່າງສຸດຊຶ້ງ ມາຍັງພະນະທ່ານປະທານາທິບໍດີ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສສ.ມຽນມາ ກໍຄືຄອບ ຄົວຂອງຜູ້ປະສົບໄພທຳມນຊາດດັ່ງກ່າວ.
ຂ້າພະເຈົ້າມີຄວາມເຊື້ອໝັ້ນວ່າ ພາຍໃຕ້ການນຳພາຂອງພະນະທ່ານ ປະທານາທິບໍດີ, ລັດຖະບານມຽນມາ ຈະສາມາດຜ່ານຜ່າຄວາມຫຍຸ່ງຍາກ ຈາກໄພທຳມະ ຊາດນີ້ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊຊົນມຽນມາ ກັບຄືນສູ່ປົກກະຕິໂດຍໄວ./.
ບັນດາຜູ້ນຳລາວ ອວຍພອນວັນຊາດ ຕວັກກີ
(31/10/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ວະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນ ໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງພະນະທ່ານ ອັບດູນລາ ກູລ, ປະທານາທິບໍດີ, ພະນະທ່ານ ເຣີເຊັບ ໄຕ ຢິບ ແອກໂດການ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ອາເມດ ດາວູໂຕກູ, ລັດຖະມົນຕີວ່າການກະຊວງ ຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ຊຶ່ງມີເນື້ອໃນລະບຸວ່າ:
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ຕວັກກີ, ໃນນາມລັດຖະບານ, ປະຊາຊົນ ແລະ ໃນ ນາມສ່ວນຕົວ ພວກຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ຕວັກກີ ທຸກຖ້ວນໜ້າ. ພ້ອມທັງ ເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ພວກເຮົາ ກໍຄື ເພື່ອສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ./.
ລັດຖະມົນຕີການຕ່າງປະເທດ ຊົມເຊີຍຄູ່ຮ່ວມຕຳແໜ່ງ ທີ່ກູເວດ
(31/10/2011)
*(ຂປລ): ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງພະນະທ່ານ ເຊັກ ຊາບາ ອານ ຄາເລັດ ອານ ຊາບາ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ລັດກູເວດ ຊຶ່ງມີເນື້ອໃນລະບຸວ່າ:
ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ໃນໂອກາດທີ່ພະນະທ່ານ ໄດ້ຮັບການເລືອກຕັ້ງໃຫ້ ດຳລົງຕຳແໜ່ງ ເປັນຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີຕ່າງປະເທດ ແຫ່ງ ລັດກູເວດ. ພ້ອມທັງຫວັງວ່າ: ຈະໄດ້ເຮັດວຽກຮ່ວມກັບພະນະທ່ານ ໃນການສືບຕໍ່ຮັດ ແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືສອງຝ່າຍ ແລະ ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອ ຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ ແລະ ການ ຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນ ການປະຕິບັດໜ້າທີ່ອັນສູງສົ່ງ ຂອງພະນະທ່ານ./.
ປະທານປະເທດ ແຫ່ງ ສປປ ລາວ ຊົມເຊີຍຄູ່ຮ່ວມຕຳແໜ່ງ ແຫ່ງ ສ.ຊຳບີ
(28/10/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແລະ ພະນະທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ ສະແດງຄວາມຊົມເຊີຍຜ່ານທາງໂທລະເລກເຖິງພະນະທ່ານ ໄມເຄີນ ຈິລູຟີຢາ ຊາຕະ ປະທານາທິບໍດີ ແລະ ພະນະທ່ານ ຄຣິດຊິມບາ ກັມວີລີ ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ຊຳບີ. ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີ ແລະ ດຳລົງຕຳແໜ່ງເປັນ ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ຊຳບີ. ໃນນາມລັດຖະບານ ແລະ ປະຊາຊົນ ກໍຄືໃນນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງ ຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ
ຂ້າພະເຈົ້າຫວັງວ່າຈະໄດ້ຮ່ວມກັບພະນະທ່ານ ໃນການສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ຊຳບີ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ຂອງພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ການຮ່ວມ ມືເພື່ອ ການພັດທະນາ ໃນພາກພື້ນ ແລະ ໃນໂລກ
ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນໃຫ້ພະນະທ່ານຈົ່ງມີພະລານາໄມສົມບູນ ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າອັນມີກຽດຂອງພະນະທ່ານ./.
ປະທານປະເທດ ແຫ່ງ ສປປ ລາວ ສະແດງຄວາມເຫັນໃຈຕໍ່ເຈົ້າຊີວິດ ແຫ່ງ ລາຊະອານາຈັກ ຊາອຸດີ ອາຣາເບຍ
(28/10/2011)
*(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດແຫ່ງ ສປປ ລາວ ໄດ້ ສະແດງຄວາມເສົ້າສະຫລົດໃຈ ຜ່ານທາງໂທລະເລກ ເຖິງພະບາດສົມເດັດ ພະເຈົ້າຊີວິດ ອັບດຸນລາບິນ ອັບດຸນ-ອາຊີຊ ອາລຊາດ, ເຈົ້າຊີວິດ ແຫ່ງ ລາຊະອານາຈັກ ຊາອຸດີ ອາຣາເບຍ. ເນື້ອໃນຂອງສານຂຽນວ່າ: ຂ້າພະເຈົ້າໄດ້ຊາບ ຂ່າວດ້ວຍຄວາມເສົ້າສະຫລົດໃຈ ກ່ຽວກັບການສະຫວັນນະຄົດຂອງ ເຈົ້າ ຊາຍອົງມົງກຸດ ສຸນຕານ ບິນ ອັບດຸນ-ອາຊີຊ ອາລຊາດ, ໃນວັນທີ 21 ຕຸລາ 2011.
ໃນນາມລັດຖະບານ ແລະ ປະຊາຊົນແຫ່ງ ສປປ ລາວ ແລະ ໃນນາມສ່ວຍຕົວ, ຂ້າພະເຈົ້າຂໍສະແດງຄວາມເສຍໃຈ ຢ່າງສຸດຊຶ້ງ ມາຍັງພະບາດສົມເດັດ ແລະ ຜ່ານພະບາດສົມເດັດ ໄປຍັງຄອບຄົວຂອງເຈົ້າຊາຍອົງມົງກຸດສຸນຕານ ບິນ ອັບ ດຸນ-ອາຊີຊ ອາລຊາດ./.
ບັນດາການລາວສະແດງຄວາມຂອບໃຈຄູ່ຮ່ວມຕຳແໜ່ງ ປະເທດຍີ່ປຸ່ນ
(27/10/2011)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຄວາມຂອບໃຈຜ່ານທາງໂທລະເລກເຖິງ ພະນະທ່ານ ໂຢຊິຮິໂກະ ໂນດະ ນາຍົກລັດຖະມົນຕີ ແລະ ພະນະທ່ານ ໂກອິ ຈິໂຣະ ເຫງມບາ ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ. ສານດັ່ງກ່າວ ໄດ້ເປັນກຳລັງໃຈ ໃຫ້ລັດຖະບານ ແລະ ປະຊາຊົນລາວ ຜ່ານຜ່າສະ ພາບຄວາມຫຍຸ້ງຍາກ ຈາກລົມພາຍຸໄຮມາ ແລະ ພາຍຸນົກເຕັນ ອັນໄດ້ທຳລາຍຊີວິດ ຊັບສິນ ພື້ນຖານການຜະລິດກະສິກຳ ແລະ ພື້ນຖານໂຄງລ່າງ ຈຳນວນ ຫລວງຫລາຍ.
ຂ້າພະເຈົ້າເຊື່ອໜັ້ນວ່າໂດຍການຕອບສະໜອງທາງດ້ານວັດຖຸ ແລະ ຈິດໃຈ ຈາກວົງຄະນະຍາດສາກົນ ໂດຍສະເພາະ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຈະເຮັດ ໃຫ້ເຂດທີ່ປະສົບເຄາະຮ້າຍກັບຄືນສູ່ ສະພາບປົກກະຕິໄວຂຶ້ນ. ໃນຊຸມປີຜ່ານມານີ້ເຫັນວ່າໄພທຳມະຊາດໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ມີລັກສະນະຮຸນ ແຮງເພີ່ມ ຂຶ້ນຕໍ່ສິ່ງທ້າທາຍດັ່່ງກ່າວ ສປປ ລາວ ຈະປະກອບສ່ວນຊ່ວຍເຫລືອຢ່າງຕັ້ງໜ້າ ໃນການຮ່ວມມືກັບປະຊາຄົມໂລກ ໂດຍສະເພາະແມ່ນກັບປະເທດຍີ່ປຸ່ນເພື່ອ ປົກປ້ອງໄພທຳມະຊາດທີ່ຈະເກີດຂຶ້ນໃນຊຸມປີຕໍ່ໜ້າ
ອີກເທື່ອໜຶ່ງຂ້າພະເຈົ້າຂໍສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຍາມໃດ ກໍໄດ້ເອົາໃຈໃສ່ຕິດຕາມ ແລະ ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ຕໍ່ເຫດການທາງທຳມະຊາດມາໂດຍ ຕະຫລອດ ແລະ ຂໍອວຍພອນໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ ປະສົບຜົນສຳເລັດໃນໜ້າ ທີ່ອັນ ສູງສົ່ງ ຂອງ ພະນະທ່ານ./.
ຜູ້ນຳພັກ-ລັດ ແຫ່ງ ສປປ ລາວ ອວຍພອນວັນຊາດ ແຫ່ງ ສ.ໂອຕຣິສ
(27/10/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ, ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົົນຕີ ແລະ ພະນະທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຄຳອວຍພອນຜ່ານທາງໂທລະເລກເຖິງ ພະນະທ່ານ ໄຮ ຟີເຊີ ປະທານາທິບໍດີ, ພະນະທ່ານ ແວກເນີ ໄຟມັນ ນາຍົກລັດຖະມົນຕີ ແລະ ພະນະທ່ານ ມີຄາແອນ ຊະປິນແດນເລກເກີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກິດຈະກຳເອີຣົບ ແລະ ການຕ່າງປະເທດ ແຫ່ງ ສ.ໂດຕຣິສ.
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ໂອຕຣິສ, ໃນນາມປະຊາຊົນ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊ ອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງ ປະຊາຊົນ ໂອຕຣິສທຸກຖ້ວນໜ້າ ແລະ ຂ້າພະເຈົ້າເຊື່ອໜັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດພວກເຮົາຈະໄດ້ຮັບການຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆ ຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດຂອງພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ການຮ່ວມ ມືເພື່ອ ການພັດທະນາ ໃນພາກພື້ນ ແລະ ໃນໂລກ./.
ຜູ້ນຳລາວ ໄດ້ຮັບສານສະແດງຄວາມເຫັນໃຈຈາກຜູ້ນຳຍີ່ປຸ່ນ
(19/10/2011)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບສານສະແດງ ຄວາມເຫັນໃຈ ຈາກພະນະທ່ານ ໂຢຊິຮີໂກະ ໂນດະ, ນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸນ ຊຶ່ງມີເນື້ອຄວາມ ສຳຄັນ ຂຽນວ່າ: ຂ້າພະເຈົ້າ ໄດ້ຮັບຊາບຂ່າວກ່ຽວກັບໄພນ້ຳຖ້ວມຄັ້ງຮ້າຍແຮງ ຊຶ່ງໄດ້ສ້າງຄວາມເສຍຫາຍ ແກ່ຊີວິດ, ຊັບສິນ ແລະ ພື້ນຖານໂຄງລ່າງຈຳນວນຫລວງຫລາຍ. ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ຢ່າງ ເລິກເຊິ່ງ ມາຍັງພະນະທ່ານ ແລະ ປະຊາຊົນລາວ ໂດຍສະເພາະ ຕໍ່ຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດ ການດັ່ງກ່າວ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ: ພາຍໃຕ້ການຊີ້ນຳຂອງພະນະທ່ານ ສະພາບການ ແລະ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົນກະທົບຈາກເຫດການໃນຄັ້ງນີ້ ຈະກັບຄືນສູ່ຄວາມ ເປັນ ປົກກະຕິໂດຍໄວ.
ໃນໂອກາດດຽວກັນນີ້ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ຮັບ ສານສະແດງຄວາມເຫັນໃຈ ຈາກພະນະທ່ານ ໂກອິ ຊິໂຣ ເຫງມບະ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຍີ່ປຸ່ນ ເຊັ່ນດຽວກັນ /.
ສານຊົມເຊີຍ
(12/10/2011)
(ຂປລ): ທ່ານ ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປລາວ ໄດ້ສົ່ງສານຊົມເຊີຍ ເຖິງທ່ານ ວີລີໂຊເວິນດານ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກເດັນມາກ, ທີ່ໂກເປັນຮາກ,ສານມີເນື້ອໃນວ່າ:
ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແຫນ່ງ ເປັນລັດຖະມົນຕີ ວ່າການກະຊວງ ການຕ່າງປະເທດ ແຫ່ງຣາຊະອານາຈັກເດັນມາກ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນ ປະເສີດ ມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ມີພະລານາໄມສົມບູນ ແລະ ໄດ້ຮັບຜົນສຳເລັດ ອັນຍິ່ງ ໃຫຍ່ ໃນຫນ້າທີ່ວຽກງານອັນສູງສົ່ງຂອງຕົນ.
ຂ້າພະເຈົ້າ ຫວັງວ່າ ຈະໄດ້ຮ່ວມເຮັດວຽກກັບພະນະທ່ານ ເພື່ອສືບຕໍ່ຮັດແຫນ້ນ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ພວກເຮົາ ໃຫ້ຈະເລີນງອກງາມ ຍິ່ງໆຂຶ້ນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ.
ສານຊົມເຊີຍວັນຊາດ ສ.ໄຊປຣັສ
(12/10/2011)
(ຂປລ): ບັນດາຜູ້ນຳລາວ ລວມມີ ທ່ານຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປລາວ, ທ່ານ ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປລາວ, ໄດ້ສົ່ງສານຊົມເຊີຍວັນຊາດແຫ່ງສາທາລະນະລັດ ໄຊປຣັສ ເຖິງທ່ານ ເດເມຕຣິສ ຄຣິດສໂຕເຟຍ, ປະທານາທິບໍດີແຫ່ງ ສາທາລະນະລັດ ໄຊປຣັສ, ແລະ ທ່ານ ດຣ ເອຣາໂຕ ໂກຊາກູ ມາກູລິສ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ໄຊປຣັສ, ທີ່ນີໂກເຊຍ. ເນື້ອໃນຂອງສານຂຽນວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ໄຊປຣັສ ພວກຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງບັນດາທ່ານ ແລະ ຜ່ານບັນດາທ່ານໄປຍັງປະຊາຊົນໄຊປຣັສ ທຸກຖ້ວນຫນ້າ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຄວາມຈະເລີນກ້າວຫນ້າ. ພວກຂ້າພະເຈົ້າ ຫວັງວ່າ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປລາວ ແລະ ສ.ໄຊປຣັສ ຈະໄດ້ຮັບການ ສືບຕໍ່ຮັດແຫນ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄືສັນຕິພາບໂລກ ແລະ ການຮ່ວມມືສາກົນ ເພື່ອການພັດທະນາ.
ບັນດາຜູ້ນຳເຮົາ ສົ່ງສານອວຍພອນວັນຊາດສະເປນ
(11/10/2011)
(ຂປລ): ບັນດາຜູ້ນຳລາວ ປະກອບມີ ພະນະທ່ານຈູມມາລີ ໄຊຍະສອນ, ປະທານປະເທດ, ພະນະທ່ານທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປລາວ ຕ່າງກໍໄດ້ສົ່ງສານອວຍພອນ ໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກສະເປນ ເຖິງ ສົມເດັດ ຈວນ ກາກ ໂລສ, ເຈົ້າຊີວິດ, ທ່ານໂຈເຊ ລຸຍ ໂຣ ດຣີແກສ ຊາປາ ເຕໂຣ, ນາຍົກລັດຖະມົນຕີ ແລະ ທ່ານ ມີແກນ ອັງແຊນ ໂມຣາ ຕີໂນສ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກສະເປນ, ເຊິ່ງມີເນື້ອໃນວ່າ:
ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກສະເປນ, ພວກຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສົມເດັດ ແລະ ປະຊາຊົນສະເປນ ທຸກຖ້ວນຫນ້າ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ວັດທະນາຖາວອນ.
ພວກຂ້າພະເຈົ້າ ເຊື່ອຫມັ້ນວ່າ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດພວກ ເຮົາຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະ ໂຫຍດ ຂອງປະຊາຊົນສອງຊາດພວກເຮົາ.
ໂທລະເລກອວຍພອນ
(07/10/2011)
* (ຂປລ): ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ກິມ ເຈິງ ອິນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກ ແຮງງານເກົາຫລີ, ທີ່ນະຄອນຫລວງພຽງຢາງ, ໃນໂອກາດວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 66 ປີ (10/10/1945-10/10/2011) ຊຶ່ງມີເນື້ອໃນວ່າ:
ໃນນາມຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະມາຊິກພັກ ແລະ ປະຊາຊົນ ລາວບັນດາເຜົ່າ ໃນທົ່ວປະເທດ, ຂ້າພະເຈົ້າຂໍສົ່ງຄວາມອວຍ ພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສະຫາຍ ພ້ອມດ້ວຍບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ແຮງງານເກົາຫລີ, ສະມາຊິກພັກ ແລະ ປະຊາຊົນ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ອ້າຍນ້ອງ ທຸກຖ້ວນຫນ້າ.
ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫລອດໄລຍະ 66 ປີທີ່ຜ່ານມາ ພາຍໃຕ້ ການນຳພາອັນສະຫລາດສ່ອງໃສ ແລະ ເດັດດ່ຽວຫນຽວແຫນ້ນ ຂອງພັກ ແຮງງານເກົາຫລີ ອັນມີປະທານ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ ແລະ ຕໍ່ມາ ແມ່ນສະຫາຍກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນເກົາຫລີ ເປັນຜູ້ນຳ ຫນ້ານັ້ນ, ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງ ສາມາດຍາດໄດ້ຜົນສຳເລັດໃຫຍ່ຫລວງ ແລະ ຮອບ ດ້ານໃນການປົກປັກຮັກສາ ແລະ ພັດທະນາປະເທດ ຊາດສັງ ຄົມນິຍົມ ຕາມແນວຄິດຈຸດເຊ ແລະ ທິດສະດີຊົງ ກຸນ ຊຶ່ງໄດ້ເຮັດໃຫ້ປະເທດຊາດ ມີຄວາມເຂັ້ມແຂງ, ຊີວິດການເປັນຢູ່ປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ ເປັນ ຂັ້ນໆມາ,ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງ ມີຄວາມເຊື່ອຫມັ້ນຕໍ່ອະນາຄົດຂອງປະເທດຊາດ ແລະ ຢູ່ອ້ອມ ຂ້າງສູນກາງພັກ ສະເຫມີມາ.
ໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າ ຂໍອວຍພອນໃຫ້ພັກແຮງງານເກົາຫລີ ແລະ ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງ ຈົ່ງຍາດໄດ້ຜົນສຳເລັດໃຫມ່ຍິ່ງ ໃຫຍ່ກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງ ສປປ ເກົາຫລີ ສັງຄົມນິຍົມ ທີ່ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ, ບັນລຸການທ້ອນໂຮມປະເທດຊາດ ໂດຍ ສັນຕິວິທີ, ຕອບສະຫນອງໄດ້ ຄວາມມຸ້ງຫວັງອັນແຮງກ້າຂອງປະຊາຊົນ ສປປ ເກົາຫລີ.
ຂໍອວຍພອນໃຫ້ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ສປປ ເກົາຫລີ ຈົ່ງສືບຕໍ່ໄດ້ຮັບການເສີມ ຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ປະຊາຊົນ ສອງຊາດ ສປປ ລາວ-ສປປ ເກົາຫລີ ແລະ ເພື່ອພາລະກິດສັນຕິພາບ ມິດຕະພາບ ແລະ ການຮ່ວມມື ໃນພາກ ພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ ມີຄວາມຜາສຸກ ແລະ ມີຜົນສຳເລັດອັນຍິ່ງໃຫຍ່ໃນ ຫນ້າທີ່ອັນສູງສົ່ງຂອງຕົນ./.
ໂທລະເລກສະແດງຄວາມເຫັນໃຈ
(05/10/2011)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກ ສະແດງຄວາມເຫັນໃຈເຖິງທ່ານນາງ ຍິ່ງລັກ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໂທລະເລກຂຽນວ່າ:
ຂ້າພະເຈົ້າມີຄວາມເປັນຫວ່ງ ເປັນໄຍ ແລະ ເສົ້າໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຊາບຂ່າວຢ່າງຕໍ່ເນື່ອງວ່າ: ໄດ້ເກີດມີຝົນຕົກໜັກກະແຈກກະຈາຍໄປທົ່ວ ທຸກພາກຂອງ ປະເທດໄທຢ່າງຕໍ່ເນື່ອງ ແລະ ລຽນຕິດ ຊຶ່ງເປັນ ເຫດໃຫ້ມີນ້ຳຖ້ວມຂະຫຍາຍເປັນບໍລິເວນກວ້າງ ແລະ ແກ່ຍາວເປັນເວລາດົນນານ ໃນຫລາຍຈັງຫວັດ ອັນໄດ້ ສ້າງຄວາມເສຍຫາຍອັນໃຫຍ່ຫລວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ເນື້ອທີ່ກະສິກຳ, ໂຄງສ້າງພື້ນຖານ ວັດວາອາຮາມ ແລະ ສະຖານທີ່ບູຮານຢູ່ໃນຫລາຍ ຈັງຫວັດ ໄດ້ຮັບກະທົບຢ່າງຮ້າຍແຮງ.
ໃນນາມ ລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວຍຕົວ, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍສະແດງ ຄວາມເຫັນໃຈ ຢ່າງຊຸດຊື້ງ ມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກໄທ ໂດຍສະເພາະ ຄອບ ຄົວຜູ້ປະສົບ ເຄາະຮ້າຍຈາກໄພນ້ຳຖ້ວມ ໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ : ດ້ວຍການນຳພາ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ກໍຄືຄວາມຮ່ວມແຮງຮ່ວມໃຈກັນ ຂອງ ປະຊາຊົນໄທທົ່ວປະເທດ, ສະພາບຄວາມຫຍຸ້ງຍາກ ຈາກອຸທົກກະໄພໃນຄັ້ງນີ້ ຈະໄດ້ຮັບການແກ້ໄຂ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບ ການຟີ້ື້ນ ຄື້ນສູ່ຄວາມ ເປັນປົກກະຕິໂດຍໄວ./.
ໂທລະເລກສະແດງຄວາມເສຍໃຈ
(04/10/2011)
*(ຂປລ) : ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກ ສະແດງຄວາມເຫັນໃຈ ເຖິງສົມເດັດ ອັກຄະມະຫາບໍດີ ເຕໂຈ ຮຸນເຊນ, ນາຍົກລັດຖະມົນຕີີ ແຫ່ງ ຣາຊະອານາ ຈັກ ກຳປູເຈຍ.
ເນື້ອໃນໂທລະເລກໄດ້ລະບຸວ່າ: ຂ້າພະເຈົ້າ ມີຄວາມເສົ້າໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວການເກີດມີໄພນ້ຳຖ້ວມ ຢູ່ຫລາຍແຂວງທີ່ປະເທດຂອງສົມເດັດ ຊຶ່ງເປັນເຫດ ທີ່ພາໃຫ້ປະຊາຊົນເສຍຊີວິດນັບຫລາຍຮ້ອຍຄົນ, ຊັບສິນຖືກເສຍຫາຍຢ່າງຫລວງຫລາຍ, ພື້ນທີ່ການຜະລິດກະສິກຳຖືກນ້ຳຖ້ວມເສຍຫາຍ ອັນໄດ້ສ້າງຄວາມ ເດືອດຮ້ອນຢ່າງໃຫຍ່ຫລວງ ແກ່ປະຊາຊົນໃນຂົງເຂດທີ່ຖືກອຸທົກກະໄພດັ່ງກ່າວ.
ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈຢ່າງຈິງໃຈ ແລະ ຄວາມເສົ້າໂສກເສຍໃຈ ມາຍັງສົມເດັດ, ລັດ ຖະບານ ແລະ ຜ່ານສົມເດັດ ໄປຍັງປະຊາຊົນ ກຳປູເຈຍ ໂດຍສະເພາະ ຕໍ່ຄອບຄົວຂອງຜູ້ປະສົບເຄາະຮ້າຍ ແລະ ສູນເສຍສະມາຊິກຄອບຄົວທີ່ແສນຮັກຂອງຕົນ ແລະ ດ້ວຍຄວາມຮ່ວມແຮງຮ່ວມໃຈກັນ ຂອງປະຊາຊົນກຳປູເຈຍອ້າຍນ້ອງ ໃນທົ່ວປະເທດ, ສະພາບຄວາມ ຫຍຸ້ງຍາກ ຈາກໄພນ້ຳຖ້ວມຄັ້ງນີ້ ຈະໄດ້ຮັບການແກ້ໄຂ ເພື່ອເຮັດໃຫ່ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບ ການຟື້ນຟູ ໃຫ້ຄືນສູ່ຄວາມເປັນປົກະຕິໂດຍໄວ./.
ທ່ານນາຍົກລັດຖະມົນຕີ ຊົມເຊີຍຄູ່ຮ່ວມຕຳແໜ່ງ ທີ່ເດັນມາກ
(03/10/2011)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງພະ ນະທ່ານ ເຮວເລ ທໍນິງ ສມິດທ໌, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ເດັນມາກ ຊຶ່ງມີເນື້ອໃນລະບຸວ່າ:
ໃນໂອກາດທີ່ພະນະທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ເດັນມາກ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ ໃນໜ້າທີ່ວຽກງານອັນສູງສົ່ງຂອງຕົນ ເພື່ອນຳພາປະເທດຊາດ ໄປສູ່ຄວາມກ້າວໜ້າ ແລະ ຄວາມວັດທະນາຖາວອນຢ່າງບໍ່ຢຸດຢັ້ງ. ພ້ອມທັງຫວັງວ່າ: ຈະໄດ້ເຮັດວຽກຮ່ວມກັບພະນະທ່ານຢ່າງໃກ້ຊິດ ເພື່ອ ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດຂອງພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອ ຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ./.
ຜູ້ນຳລາວ ອວຍພອນວັນຊາດ ເຢຍລະມັນ
(03/10/2011)
*(ຂປລ): ບັນດາທ່ານຜູ້ນຳລາວ ຊຶ່ງມີ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍ ຜ່ານທາງໂທລະເລກ ເຖິງພະນະທ່ານ ຄຣິດສຕຽນ ວູນເຟິ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍ ລະມັນ; ພະນະທ່ານ ອັງແກນລາ ແມກແກນ, ນາຍົກ ລັດຖະມົນຕີ ແລະ ພະນະທ່ານ ກີໂດ ແວັສເຕີແວນເລິ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ໃນໂອກາດວັນຊາດ ຂອງ ປະເທດດັ່ງກ່າວ.
ເນື້ອໃນຂອງໂທລະເລກໄດ້ລະບຸວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ສະຫະພັນ ເຢຍລະມັນ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ ພວກຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະ ນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນເຢຍລະມັນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຄວາມຈະ ເລີນກ້າວໜ້າ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ຈະໄດ້ ຮັບການສືບຕໍ່ຮັດແໜ້ນ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດຂອງປະຊາຊົນມັງສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະເຖຍ ລະ ພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນຂອງພວກເຮົາ ແລະ ໃນທົ່ວໂລກ./.
ໂທລະເລກສະແດງຄວາມເສຍໃຈ
(03/10/2011)
*(ຂປລ) : ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກ ສະແດງຄວາມເຫັນໃຈ ເຖິງພະນະທ່ານ ເບນິກໂນ ເອສ. ອາຄິໂນ III, ປະທານາທິບໍດີ ແຫ່ງ ສາທາລະນະນລັດ ຟີລິບປິນ .
ເນື້ອໃນໂທລະເລກໄດ້ລະບຸວ່າ: ຂ້າພະເຈົ້າຮູ້ສຶກເສົ້າໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ ລົມພະຍຸເຂດຮ້ອນໄດ້ພັດເຂົ້າປະເທດ ຟີລິບປິນ ຢ່າງລຽນຕິດ ໂດຍສະເພາະ ພະຍຸໄຕ້ຝຸ່ນເນສາດ ແລະ ນັນແກ ທີ່ພັດເຂົ້າເກາະລູຊອນ ໃນວັນທີ 27 ກັນຍາ ແລະ 01 ຕຸລາ 2011 ຜ່ານມາ, ອັນກໍ່ໃຫ້ເກີດນ້ຳຖ້ວມ, ທີ່ພັກອາໄສຂອງປະຊາຊົນ ຖືກທຳລາຍ ແລະ ສ້າງຄວາມເສຍຫາຍ ອັນໃຫຍ່ຫລວງຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຟີລິບປິນ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈຢ່າງສຸດຊື້ງມາຍັງພະນະທ່ານ ປະທານາທິບໍດີ, ລັດ ຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ຟີລິບປີນ ກໍຄື ສະມາຊິກຄອບຄົວຂອງຜູ້ປະສົບເຄາະຮ້າຍ ຈາກໄພທຳມະຊາດດັ່ງກ່າວ.
ຂ້າພະເຈົ້າເຊື່ອໝັ້ນວ່າ: ພາຍໃຕ້ການນຳພາ ຂອງພະນະທ່ານປະທານາທິບໍດີ, ລັດຖະບານຟີລິບປິນ ຈະສາມາດຜ່ານຜ່າສະພາບຄວາມຫຍຸ້ງຍາກ ຈາກໄພທຳມະ ຊາດນີ້ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນຟີລິບປິນ ກັບຄືນສູ່ຄວາມເປັນປົກຄະຕິໂດຍໄວ./.
ຜູ້ນຳລາວ ອວຍພອນວັນຊາດ ສ ເກົາຫລີ
(30/09/2011)
*(ຂປລ): ບັນດາທ່ານຜູ້ນຳລາວ ຊຶ່ງມີ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍ ຜ່ານທາງໂທລະເລກ ເຖິງພະນະທ່ານ ລີ ມຽງ ບັກ, ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ; ພະນະທ່ານ ຄິມ ຮວາງ ຊິກ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ຄິມ ຊອງ ຮວານ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສ. ເກາຫລີ ໃນໂອກາດວັນຊາດ ຂອງ ປະເທດດັ່ງກ່າວ.
ເນື້ອໃນຂອງໂທລະເລກໄດ້ລະບຸວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ເກົາຫລີ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພວກຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາ ສຸກ, ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງພະນະທ່ານ. ພ້ອມດຽວກັນ ກໍຂໍອວຍພອນໃຫ້ລັດຖະບານ ແລະ ປະຊາຊົນ ສ ເກົາຫລີ ຈົ່ງປະສົບ ຜົນສຳເລັດອັນໃຫຍ່ຫລວງກວ່າເກົ່າ ໃນພາລະກິດພັດທະນາປະ ເທດ, ສືບຕໍ່ມີຄວາມຜາສຸກ ແລະ ວັດທະນາຖາວອນ.
ພວກຂ້າພະເຈົ້າ ມີຄວາມຍິນດີ ທີ່ເຫັນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໄດ້ມີບາດກ້າວຂະຫຍາຍຕົວ ແລະ ກຳລັງແຕກດອກອອກຜົນໃນຫລາຍຂົງເຂດ ແລະ ຫວັງຢ່າງຍິ່ງວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີນີ້ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ນັບມື້ ນັບສູງຂຶ້ນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເພື່ອສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ./.
ຜູ້ນຳລາວອວຍພອນວັນຊາດຈີນ ຄົບຮອບ 62 ປີ
(29/09/2011)
*(ຂປລ): ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາ ຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ນາງ ປານີ ຢາທໍ່ຕູ້, ປະທານສະພາ ແຫ່ງ ສປປ ລາວ ຕ່າງກໍໄດ້ອວຍພອນວັນຊາດ ແຫ່ງ ສປ ຈີນ ຄົບຮອບ 62 ປີ ຜ່ານທາງໂທລະເລກ ເຖິງສະຫາຍ ຮູ ຈິນ ທາວ, ເລຂາທິການໃຫຍ່ ຄະນະກຳ ມະການສູນກາງພັກ ກອມມູນິດຈີນ, ປະທານປະທານ ແຫ່ງ ສປ ຈີນ; ສະຫາຍ ເວິນ ເຈຍ ປາວ, ນາຍົກລັດຖະ ມົນຕີ ແຫ່ງ ປສ ຈີນ ແລະ ສະຫາຍ ອູ ປາງກົວ, ປະທານຄະນປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 62 ປີ ຊຶ່ງມີເນື້ອຄວາມສຳ ຄັນວ່າ: ໃນນາມຄະນະບໍລິຫານ ງານສູນ ກາງພັກ ປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ປະຊາຊົນບັນດາເຜົ່າ ກໍຄື ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນ ຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງບັນດາສະຫາຍ ແລະ ໂດຍຜ່ານບັນດາສະ ຫາຍ ໄປຍັງຄະນະ ກຳມະການສູນກາງພັກ ກອມມູນິດຈີນ, ລັດຖະບານ, ສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.
ຕະຫລອດໄລຍະ 62 ປີ ແລະ ໂດຍສະເພາະໄລຍະ 30 ກວ່າປີ ແຫ່ງການດຳເນີນນະໂຍບາຍປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ປະຊາຊົນຈີນອ້າຍນ້ອງ ປະສົບຜົນສຳເລັດຢ່າງໃຫຍ່ຫລວງຮອບດ້ານ ໃນພາລະ ກິດສ້າງສາພັດທະນາປະເທດຊາດ ສັງນິຍົມຕາມສີສັນຂອງຈີນ ຊຶ່ງສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງລັກ ສະນະດີເລີດ ແລະ ຄວາມມີຊີວິດຊີວາຂອງສັງຄົມນິຍົມ ອັນໄດ້ເຮັດໃຫ້ເສດຖະກິດຂອງ ສປ ຈີນ ມີຄວາມຈະເລີນ ຮຸ່ງເຮືອງ, ເຂັ້ມແຂງ, ຊີວິດການເປັນຢູ່ຂອງ ປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ. ບົດບາດ, ອິດທິພົນ ຂອງ ສປ ຈີນ ໃນເວທີພາກພື້ນ ແລະ ສາກົນ ນັບມື້ນັບສູງຂຶ້ນ.
ພວກຂ້າພະເຈົ້າ ມີຄວາມເພິ່ງພໍໃຈທີ່ເຫັນວ່າ: ຕະຫລອດໄລຍະເວລາຫລາຍສິບປີຜ່ານມາ, ການພົວ ພັນຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ 2 ພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໄດ້ຮັບການເສີມ ຂະຫຍາຍມາໂດຍຕະຫລອດ. ພິເສດໃນໂອກາດສະເຫລີມສະຫລອງ 50 ປີ ແຫ່ງການສ້າງຕັ້ງສ່ນພົວພັນທາງ ການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ. ສອງປະທດພວກເຮົາ ກໍໄດ້ຈັດຕັ້ງການສະເຫລີມສະຫລອງ ວັນ ສຳຄັນທາງປະຫວັດສາດດັ່ງກ່າວ ຢ່າງຄຶກຄື້ນ ແລະ ມີຄວາມໝາຍເລິກເຊິ່ງ.
ພວກຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງພັກ-ລັດ ແລະ ປະຊາຊົນ ຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າ ແກ່ ປະຊາຊົນລາວພວກຂ້າພະເຈົ້າ ໂດຍຕະຫລອດມາ. ພວກຂ້າພະເຈົ້າ ພ້ອມແລ້ວຈະສືບຕໍ່ຮ່ວມມືກັບບັນດາສະຫາຍ ໃນການຊຸກຍູ້ສາຍພົວພັນແບບຄູ່ຮ່ວມ ມືຍຸດທະສາດຮອບດ້ານ ທີ່ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ-ສປ ຈີນ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ທັງທາງກວ້າງ ແລະ ທາງເລິກ ຢ່າງໜັກແໜ້ນ ແລະ ຕໍ່ເນື່ອງ. ເພື່ອຜົນປະໂຫຍດອັນຍາວນານ ຂອງປະຊາຊົນສອງຊາດ ພວກເຮົາ ທັງເປັນການປະກອບສ່ວນຕໍ່ພາລະກິດ ເສີມສ້າງສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມື ເພື່ອ ການພັດທະນາຂອງພາກພື້ນ ແລະ ຂອງໂລກ ອີກດ້ວຍ.
ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສຳຄັນນີ້, ພວກຂ້າພະເຈົ້າ ຂໍອວຍ ພອນໄຊອັນປະ ເສີດ ມາຍັງ ພັກ-ລັດຖະບານ, ສະພາຜູ້ແທນປະຊາຊົນ ແລະ ປະຊານຈີນອ້າຍນ້ອງ ພາຍໃຕ້ການນຳພາອັນປີ ຊາສາມາດ ແລະ ສະຫລາດສ່ອງໃສ ຂອງພັກກອມມູນິດຈີນ, ອັນມີສະຫາຍເລຂາທິການໃຫຍ່ ຮູ ຈິນ ທາວ ເປັນ ຜູ້ນຳໜ້ານັ້ນ, ຈົ່ງປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດສ້າງສາສັງຄົມນິຍົມແບບສີສັນ ຂອງຈີນ ໃຫ້ຈະເລີນ ຮຸ່ງເຮືອງ ແລະ ວັດທະນາຖາວອນ ຍິ່ງໆຂຶ້ນໄປ.
ຂໍອວຍພອນ ໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ລາວ-ຈີນ ຈົ່ງໜັ້ນຄົງທະນົງແກ່ນ ຕະຫລອດກາລະນານ. ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບ ພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນການປະຕິບັດໜ້າທີ່ອັນມີກຽດສະຫງ່າ ຂອງພວກສະ ຫາຍ.
ໃນໂອກາດດຽວກັນນີ້ ສະຫາຍ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງໂທລະ ເລກອວຍພອນວັນຊາດຊາດ ສປ ຈີນ ເຖິງສະຫາຍ ຢາງ ເຈຍ ສື, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສປ ຈີນ ເຊັ່ນດຽວກັນ./.
ໂທລະເລກສະແດງຄວາມເຫັນໃຈ
(27/09/2011)
*(ຂປລ): ສະຫາຍ ຈູມມລີໄຊຍະສອນ ເລຂາທິການໃຫຍ່, ປະທານປະເທດ ແລະ ສະຫາຍ ທອງສິງ ທຳມະວົງ, ນາຍັກລັດຖະມົນຕີ ແຫ່ງ ສາທາລະນະລັດລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຕ່າງກໍໄດ້ສົ່ງໂທລະເລກ ສະແດງຄວາມເຫັນໃຈເຖິງ ສະຫາຍ ຮູ ຈິນ ທາວ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ, ສະຫາຍ ເວີນ ເຈຍ ປາວ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ຕໍ່ເຫດການໄພນ້ຳຖ້ວມ ຢູ່ ສປ ຈີນ.
ເນື້ອໃນໂທລະເລກ ລະບຸວ່າ: ພວກຂ້າພະເຈົ້າ ມີຄວາມເຫັນອົກ ເຫັນໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ: ໄດ້ເກີດມີຝົນຕົກໜັກລຽນຕິດຢູ່ 6 ແຂວງພາກເໜືອ ແລະ 1 ນະຄອນ ຂອງ ສປ ຈີນ ຄື: ແຂວງເສສວນ, ແຂວງສານຊີ, ແຂວງເຫີໜານ, ແຂວງເຫີປາຍ, ແຂວງຫູເປີ, ແຂວງຊານຊີ ແລະ ນະຄອນສົງຊິງ ອັນໄດ້ສ້າງຄວາມເສຍ ຫາຍ ທາງດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນໃນເຂດດັ່ງກ່າວ ຢ່າງຫລວງຫລາຍ ແລະ ໜັກໜ່ວງ.
ໃນນາມພັກ, ລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງພວກສະຫາຍ ແລະ ໂດຍຜ່ານພວກສະຫາຍ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະ ໄປຍັງຄອບຄົວຂອງຜູ້ປະສົບເຄາະຮ້າຍ ໃນເຂດດັ່ງກ່າວ ໃນຄັ້ງນີ້ດ້ວຍນີ້.
ພວກຂ້າພະເຈົ້າ ເຊື່ອໜັ້ນວ່າ: ດ້ວຍຄວາມເອົາໃຈໃສ່ຊ່ວຍເຫລືອຂອງພັກ, ລັດຖະບານ ແລະ ປະຊາ ຊົນຈີນ ຄວາມເສຍດັ່ງກ່າວ ຈະໄດ້ຮັບການປົວແປງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດດັ່ງກ່າວ ຈະກັບຄືນສູ່ສະພາບປົກຄະຕິໂດຍໄວ./.
ນາຍົກລັດຖະມົນຕີ ສະແດງຄວາມເຫັນໃຈ ຕໍ່ໄພນຳຖ້ວມພາກໃຕ້ ປາກິດສະຖານ
(22/09/2011)
*(ຂປລ): ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທອງສິງ ທຳມະວົງ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງທ່ານ ຢູຊັບ ຣາຊາ ກິລານີ, ນາຍົກລັດ ຖະມົນຕີ ແຫ່ງ ປາກິດສະຖານ ຕໍ່ເຫດການໄພນ້ຳ ຖ້ວມຢ່າງຮຸນແຮງ ໃນເຂດພາກໃຕ້ຂອງປະເທດປາກິດສະຖານ ອັນໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ເປັນຈຳນວນຫລວງຫລາຍ.
ເນື້ອໃນຂອງໂທລະເລກ ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມເຫັນອົກເຫັນ ໃຈ ຕໍ່ລັດຖະບານ ແລະ ປະຊາຊົນປາກິດສະຖານ ໂດຍສະເພາະແມ່ນຄອບຄົວ ຂອງຜູ້ໄດ້ຮັບເຄາະຮ້າຍຈາກໄພທຳມະຊາດຄັ້ງນີ້. ພ້ອມທັງສະແດງຄວາມ ເຊື່ອໝັ້ນ ວ່າ: ພາຍໃຕ້ການນຳພາ ຂອງລັດຖະບານປາກິດສະຖານ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ແລະ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດທີ່ຖືກເສຍຫາຍ ຈາກໄພພິບັດຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ./.
ທ່ານນາຍົກລັດຖະມົນຕີ ສະແດງຄວາມເຫັນໃຈຕໍ່ເຫດການນ້ຳຖ້ວມທີ່ປະເທດໄທ
(15/09/2011)
*(ຂປລ): ພະນະ ທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງ ໂທລະເລກສະແດງຄວາມເຫັນໃຈ ເຖິງພະນະ ທ່ານນາງ ຍິ່ງລັກ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຊຶ່ງມີເນື້ອຄວາມວ່າ: ຂ້າພະເຈົ້າ ມີຄວາມເປັນຫ່ວງເປັນໄຍ ແລະ ເສົ້າໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ: ໄດ້ເກີດ ມີຝົນຕົກຫນັກ ຢູ່ພາກເຫນືອຂອງປະເທດໄທ ອັນເຮັດໃຫ້ມີນ້ຳຖ້ວມ ເປັນບໍລິເວນກວ້າງ ແລະ ເກີດມີ ດິນເຊາະເຈື່ອນ, ບ້ານເຮືອນປະຊາຊົນຖືກທຳລາຍ, ຖະຫນົນ ຫົນທາງຫລາຍສາຍ ຖືກຕັດຂາດຊຶ່ງໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫລວງ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ຫລາຍຈັງຫວັດ ແລະ ຫລ້າສຸດມີດິນຖະຫລົ່ມ ທີ່ຈັງຫວັດອຸດຕະລະ ດິດ ເຮັດໃຫ້ມີເຮືອນຊານເສຍຫາຍຫລາຍຫລັງ ແລະ ປະຊົນເສຍຊີວິດ.
ຕາງຫນ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະ ແດງຄວາມເຫັນໃຈຢ່າງສຸດຊື້ງ ມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ຣາ ຊະອານາຈັກໄທ ແລະ ຄອບຄົວຜູ້ປະສົບເຄາະຮ້າຍ ຈາກອຸທົກກະໄພ ແລະ ດິນເຊາະເຈື່ອນ ໃນຄັ້ງນີ້ .
ຂ້າພະເຈົ້າ ມີຄວາມເຊື່ອຫມັ້ນວ່າ : ດ້ວຍການນຳພາ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດ ຂອງລັດຖະບານຂອງໄທ ກໍຄື ຄວາມຮ່ວມແຮງຮ່ວມໃຈກັນ ຂອງປະຊາຊົນ ໄທໃນທົ່ວປະເທດ, ສະພາບຄວາມຫຍຸ້ງຍາກ ຈາກອຸທົກກະໄພໃນຄັ້ງນີ້ ຈະໄດ້ຮັບການແກ້ໄຂ ເພື່ອເຮັດໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນ ໄດ້ຮັບການຟື້ນຟູ ຄືນສູ່ປົກກະຕິໂດຍໄວ./.
ໂທລະເລກສະແດງຄວາມຊົມເຊີຍ
(08/09/2011)
*(ຂປລ): ພະນະທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ, ແຫ່ງ ສປປ ລາວ ໄດ້ ສະແດງຄວາມຊົມເຊີຍ ຜ່ານທາງໂທລະເລກ ເຖິງທ່ານ Peter Oneil ນາຍົກລັດຖະມົນຕີຄົນໃໝ່ ແຫ່ງ ປາປົວນິວ ກີນີ. ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິ ຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົມອຸ່ນມາຍັງພະນະທ່ານ ທີ່ໄດ້ຖຶກເລືອກຕັ້ງ ໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງປາປົວນິວ ກີນີ.
ຂ້າພະເຈົ້າຫວັງວ່າຈະໄດ້ເຮັດວຽກຮ່ວມກັບພະນະທ່ານໃນຂອບສອງຝ່າຍ, ໃນເວທີພາກພື້ນ ແລະ ສາກົນ ເພື່ອສືບຕໍ່ສົ່ງເສີມມິດຕະພາບ, ຄວາມເຂົ້າອົກເຂົ້າໃຈກັນ ແລະ ການຮ່ວມມື ລະຫວ່າງສອງປະເທດຂອງພວດເຮົາໃຫ້ມີຄວາມໜັ້ນຄົງຄະນົງແກ່ນຕໍ່ໄປ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງຄຳອວຍພອນອັນປະເສີດໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນຈົບງາມໃນການ ປະຕິບັດໜ້າອັນມີກຽດ ແລະ ສູງສົ່ງຂອງພະນະທ່ານ. ພ້ອມດຽວກັນ ຂໍໃຫ້ປະຊາຊົນ ປາປົວ ນິວ ກີນີ ຈົ່ງມີສັນຕິພາບ, ຄວາມກ້າວໜ້າ ແລະ ວັດທະນາຖາວອນ./.
ນາຍົກລັດຖະມົນຕີຄວາມເຫັນໃຈຜູ້ປະສົບ ເຄາະຮ້າຍໃຕ້ຝຸ່ນທາລາ ທີ່ປະເທດຍີ່ປຸ່ນ
(07/09/2011)
*(ຂປລ) ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງ ທ່ານ ໂຢຊຮິໂກະ ໂນດະ ນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ແລະ ປະຊາຊົນຊາວຍີ່ປຸ່ນທີ່ໄດ້ຮັບເຄາະຮ້າຍຈາກພາຍຸໃຕ້ຝຸ່ນ Talas ທີ່ໄດ້ພັດຜ່ານພາກກາງ ແລະ ພາກໃຕ້ຂອງຍີ່ປຸ່ນເຊຶ່ງເຮັດໃຫ້ເກີດ ນ້ຳຖ້ວມ ແລະ ດິນເຈື່ອນຢ່າງກະທັນຫັນໃນຫລາຍພື້ນທີ່ໂດຍສະເພາະໃນເຂດພາກກາງຂອງຍີ່ປຸ່ນໃນວັນທີ 3-4 ກັນຍາ 2011 ທີ່ຜ່ານມາເຊິ່ງໄດ້ສ້າງຄວາມ ເສຍຫາຍຢ່າງໃຫຍ່ຫລວງຫລາຍຊີວິດ, ຊັບສິນ ແລະ ພື້ນຖານໂຄງລ່າງຢູ່ໃນເຂດດັ່ງກ່າວ,
ຂ້າພະເຈົ້າໃນນາມລັດຖະບານລາວ ແລະ ປະຊາຊົນແຫ່ງສາທາລະນະລັດປະຊາທີປະໄຕປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງ ຄວາມເຫັນໃຈຢ່າງເລິກເຊິ່ງມາຍັງທ່ານ ແລະ ປະຊາຊົນຍີ່ປຸ່ນໂດຍສະເພາະຕໍ່ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍຈາກເຫດການດັ່ງກ່າວ, ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍ ຄວາມເອົາໃຈໃສ່ຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ ແລະ ມູນເຊື້ອແຫ່ງຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນຍີ່ປຸ່ນຈະເຮັດໃຫ້ສະພາບການ ແລະ ປະຊາ ຊົນຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການໃນຄັ້ງນີ້ກັບຄືນສູ່ສະພາບປົກກະຕິໂດຍໄວ./.
ຜູ້ນຳລາວອວຍພອນວັນຊາດ ສປປ ເກົາຫລີຄົບຮອບ 63 ປີ
(07/09/2011)
*(ຂປລ) ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດ ແຫ່ງສປປ ລາວ, ສະຫາຍທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວແລະ ສະຫາຍ ດຣ.ທອງ ລຸນສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສປປ ລາວສົ່ງໂທລະເລກອວຍພອນວັນຊາດ ເຖິງສະຫາຍ ກິມເຈິງອິນ ເລຂາທິການໃຫຍ່ພັກແຮງງານເກົາຫລີ, ປະທານຄະນະກຳມາທິການປ້ອງກັນຊາດ ແຫ່ງ ສາທາ ລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ, ສະຫາຍ ແຈຢົງລິມ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ແລະ ສະຫາຍ ປັກອຸຍຈຸນ ລັດຖະມົນຕີການຕ່າງປະເທດແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ໃນໂອກາດວັນຊາດຄົບຮອບ 63 ປີ.
ເນື່ອງໃນໂອກາດການສະເຫລີມສະຫລອງວັນ ສະຖາປະນາ ສາທາລະນລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຄົບຮອບ 63 ປີ, ໃນນຳຄະນະບໍລິຫານງານ ສູນກາງພັກ ປະຊາຊົນລາວ ປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າຂໍຖືເປັນກຽດຢ່າງສູງສົ່ງຄຳອວຍພອນ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງບັນດາສະຫາຍ ແລະ ໂດຍຜ່ານບັນດາສະຫາຍ ໄປຍັງພັກແຮງງານເກົາຫລີ, ລັດຖະບານ ແລະ ປະຊາຊົນເກົາຫລີ ອ້າຍນ້ອງທຸກຖ້ວນໜ້າ.
ພວກຂ້າພະເຈົ້າ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີທີ່ປະທານກິມອິນຊຸງ ແລະ ປະທານໄກສອນ ພົມວິຫານໄດ້ລິເລີ່ມ ຂື້ນນັ້ນໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຂື້ນຢ່າງຕໍ່ເນື່ອງ ແລະ ພວກຂ້າ ພະເຈົ້າກໍເຊື້ອໜັ້ນວ່າ ສາຍພົວພັນດັ່ງກ່າວຈະໄດ້ຮັບການເສີມສ້າງ ໃຫ້ເຕີບໃຫຍ່ຂະຫຍາຍຕົວໄປສູ່ບາດກ້າວໃໝ່ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊ ົນສອງຊາດພວກເຮົາ ກໍຄືສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນໂລກ ແລະ ພາກພື້ນ.
ໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າຂໍອວຍພອນໃຫ້ບັນດາສະຫາຍຈົ່ງມີພາລະນາໄມສົມບູນ, ປະສົບຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າ ໃນໜ້າທີ່ວຽກ ງານອັນສູງສົ່ງຂອງສະຫາຍ ແລະ ສືບຕໍ່ນຳພາ ສປປ ເກົາຫລີ ໄປສູ່ຫລັກໄຊຕາມແນວຄິດຈຸດເຊ ທີ່ປະທານກິມອິນຊຸງ, ຜູ້ນຳທີ່ແສນຮັກ ແລະ ຍິ່ງໃຫຍ່ຂອງຕົນ ໄດ້ກຳນົດໄວ້ ໃນພາລະບົດບາດປົກປັກຮັກສາ ແລະ ສ້າງສາປະເທດສັງຄົມນິຍົມກໍຄືພາລະກິດທ້ອນໂຮມປະເທດຊາດເກົາຫລີໂດຍສັນຕິ.
ຜູ້ນຳລາວ ສົ່ງໂທລະເລກຊົມເຊີຍຄູ່ຮ່ວມຕຳແໜ່ງ
(07/09/2011)
*(ຂປລ) ບັນດາທ່ານຜູ້ນຳລາວ, ຊຶ່ງປະກອບມີ ພະນະ ທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະແດງຄວາມຊົມເຊີຍເຖິງ ພະນະ ທ່ານ ດຣ. ນາວີຈັນດຣາ ຣາມກຸນລາມຈີເອສເຄ, ເອຟອາຊີພີ, ເນື່ອງໃນໂອກາດທີ່ທ່ານ ໄດ້ຖືກເລືອກຕັ້ງໃຫ້ ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ມໍຣິຕຸສ ຄືນໃໝ່ ແລະ ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງການຕ່າງປະເທດ ກໍໄດ້ສົ່ງໂທລະເລກສະແດງຄວາມຊົມເຊີຍເຖິງ ພະນະທ່ານ ດຣ. ອາວິນ ບູນເລລ, ຈີໂອເອສເຄ, ເນື່ອງໃນໂອກາດທີ່ທ່ານ ໄດ້ຖືກເລືອກ ຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ, ການຄ້າຂົງເຂດ ແລະ ສາກົນ ແຫ່ງ ສາທາລະນະລັດ ມໍຣິຕຸສ ຄືນໃໝ່ ເຊັນດຽວກັນ.
ເນື້ອໃນຂອງໂທລະເລກໄດ້ລະບຸວ່າ:ເນື່ອງໃນໂອກາດທີ່ພະນະທ່ານໄດ້ຖືກເລືອກຕັ້ງ ໃຫ້ດຳລົງ ຕຳ ແໜ່ງຄືນໃໝ່, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີພາລະນາໄມ ສົມບູນ,ມີຄວາມຜາສຸກແລະປະສົບຜົນສຳເລັດໃນພາລະກິດອັນສູງສົ່ງຂອງພະນະທ່ານ. ຂ້າພະເຈົ້າຫວັງວ່າ ຈະໄດ້ຮ່ວມມືກັບພະນະທ່ານ ໃນການສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງໆຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງ ຊາດພວກເຮົາ./.
ນາຍົກລັດຖະມົນຕີ ສປປ ລາວໄດ້ຮັບ ຄວາມຊົມເຊີຍຈາກນາຍົກບັງກະລາເທດ
(06/09/2011)
*(ຂປລ) ພະນະທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບໂທລະເລກສະແດງຄວາມຊົມເຊີຍ ຈາກພະນະທ່ານເຊອິກຮາຊີນາ (SheikhHasina) ນາຍົກ ລັດຖະມົນຕີ ບັງກະລາເທດໃນໂອກາດທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີ ແຫ່ງສປປ ລາວ.
ໃນນາມປະຊາຊົນ ແລະ ລັດຖະບານບັງກະລາເທດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງ ສະແດງຄວາມຊົມເຊີຍ ອັນອົບອຸ່ນມາຍັງ ພະນະທ່ານ ທີ່ໄດ້ຖືກແຕ່ງຕັ້ງຄືນໃໝ່ໃຫ້ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈ, ຄວາມເຊື່ອໜັ້ນ ແລະ ຄວາມເຊື່ອຖື ຂອງປະຊາຊົນລາວທີ່ມີຕໍ່ຄວາມອາດສາມາດ ແລະ ສະຫລຽວສະຫລາດໃນການນຳພາຂອງພະນະທ່ານ ເພື່ອບັນລຸຄວາມມຸ້ງມາດປາດຖະໜາ ແລະ ເປົ້າໝາຍທີ່ລັດຖະບານວາງອອກ.
ສປປ ລາວ ແລະ ບັງກະລະເທດ ມີຄວາມເພິ່ງພໍໃຈຕໍ່ກັບສາຍພົວພັນອັນດີງາມ ທີ່ໄດ້ເຕີບໃຫຍ່ຂື້ນຢ່າງໜັກແໜ້ນ ບົນພື້ນຖານການຮ່ວມມືອັນໃກ້ຊິດ. ພ້ອມນີ້; ຂ້າ ພະເຈົ້າກໍເຊື້ອວ່າຍັງມີຄວາມອາດສາມາດບົ່ມຊ້ອນອັນໃຫຍ່ຫລວງທີ່ຍັງຄົງຄ້າງຢູ່ ໃນການສືບຕໍ່ຮັດແໜ້ນການພົວພັນ ຂອງພວກເຮົາ, ໂດຍສະເພາະການຄ້າ ຂາຍ ແລະ ການຄ້າ ແລະ ຜ່ານການຕິດຕໍ່ພົວພັນລະຫວ່າງ ປະຊາຊົນກັບປະຊາຊົນ. ຂ້າພະເຈົ້າຍັງເຊື່ອໜັ້ນອີກວາ ພາຍໃຕ້ການນຳພາຂອງທ່ານ, ສິ່ງທີ່ກ່າວມານັ້ນ ສາມາດເປັນໄດ້ ດ້ວຍການສົ່ງເສີມສອງຝ່າຍ ແລະ ການສະໜັບສະໜູນຊຶ່ງກັນແລະ ກັນໃນອານາຄົດ.
ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານ ແລະ ຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ອາຍຸໜັ້ນຍືນ ແລະ ປະສົບຜົນສຳເລັດທຸກປະການ ແລະ ຂໍໃຫ້ປະຊາຊົນລາວ ເພື່ອນມິດມີສັນຕິພາບ, ຄວາມກ້າວໜ້າ ແລະ ວັດທະນາຖາວອນ.
ລັດຖະມົນຕີການຕ່າງປະເທດ ຊົມເຊີຍຄູ່ຮ່ວມຕຳແໜ່ງ ທີ່ຍີ່ປຸ່ນ
(05/09/2011)
*(ຂປລ): ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງ ຄວາມຊົມເຊີຍ ຜ່ານທາງໂທລະເລກ ເຖິງພະນະທ່ານ ໂກອິຈິ ໂຣະ ເຫງມບາ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຄົນໃໝ່ ແຫ່ງປະເທດຍີ່ປຸ່ນ.
ຂ້າພະເຈົ້າມີຄວາມຍີນດີເປັນຢ່າງຍິ່ງ ທີ່ພະນະທ່ານໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງລັດຖະມົນຕີວ່າການກະຊວງການຕ່າງປະເທດ ຍີ່ປຸ່ນຄົນໃໝ່ ຈຶ່ງຂໍຖື ໂອກາດນີ້ ສະແດງຄາວມຊົມເຊີຍຢ່າງຈິງໃຈ ແລະ ສົ່ງພອນໄຊອັນປະເສີດ ມາຍັງພະນະທ່ານຈົ່ງມີພາລະນາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ ອັນ ມີກຽດຂອງພະນະທ່ານ.
ຂ້າພະເຈົ້າຫວັງວ່າ: ຈະໄດ້ຮ່ວມມືກັບພະນະທ່ານຢ່າງໃກ້ຊິດ ເພື່ອສືບຕໍ່ຜັນຂະຫຍາຍການເປັນຄູ່ຮ່ວມມືຮອບດ້ານ ເພື່ອມິດຕະພາບອັນຍາວນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ກໍຄື ເພື່ອນຳເອົາປະໂຫຍດ ມາສູ້ປະຊາຊົນສອງຊາດພວກເຮົາ ໃຫ້ນັບມື້ນັບສູງຂຶ້ນ ແລະ ເພີ່ມທະວີການຮ່ວມມື ລະຫວ່າງ ກະຊວງການ ຕ່າງ ປະເທດພວກເຮົາ ໃຫ້ປະສົບຜົນສຳເລັດໃນລະດັບສູງ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມື ເພື່ອການ ພັດທະນາຂອງພາກພື້ນ ແລະ ຂອງໂລກ./.
ໂທລະເລກອວຍພອນຫົວໜ້າຄະນະພົວພັນ ຕ່າງປະເທດ ພັກກອມມູນິດຫວຽດນາມ
(05/09/2011)
*(ຂປລ): ສະຫາຍ ດຣ. ທອງລຸນ ສີສຸລິດ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ຫົວ ໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ໄດ້ສະແດງຄວາມ ຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງສະຫາຍ ຮ່ວາງ ບິງກວັນ, ກຳມະ ການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ໃນໂອກາດວັນຊາດ ສາ ທາລະນະລັດ ສັງຄົມນີຍົມ ຫວຽດນາມ ຄົບຮອບ 66 ປີ (02/09/1945-02/092011).
ເນື້ອໃນໂທລະເລກ ລະບຸວ່າ: ໃນໂອກາດວັນຊາດຂອງ ສາທາລະນະລັດ ສັງຄົມນີຍົມ ຫວຽດນາມ, ໃນນາມຄະນະນຳ, ພະນັກງານພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດ, ຄວາມສະມັກຄີຮັກແພງ ຖານສະຫາຍອ້າຍນ້ອງອັນສະໜິດ ສະໜົມ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງບັນດາສະຫາຍ ຄະນະນຳກໍຄືພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດ ຫວຽດນາມອ້າຍນ້ອງ ທຸກ ຖ້ວນໜ້າ.
ພວກຂ້າພະເຈົ້າ ມີຄວາມຊົມຊື່ນຍິນດີ ແລະ ຮູ້ສຶກເອກອ້າງທະນົງໃຈ ເປັນຢ່າງຍິ່ງ ຕໍ່ຜົນສຳເລັດ ແລະ ໄຊຊະນະອັນໃຫຍ່, ຮອບດ້ານ ແລະ ມີຄວາມໝາຍສຳຄັນ ທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ຕະຫລອດໄລຍະ 66 ປີ ໂດຍພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກ ກອມມູນິດຫວຽດນາມ ພິເສດ ແມ່ນຕະຫລອດໄລຍະ 25 ປີ ແຫ່ງການດຳເນີນການປ່ຽນແປງໃໝ່ມານີ້, ສສ ຫວຽດນາມ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ, ເຂັ້ມແຂງໜັກແໜ້ນໃນທຸກດ້ານ, ການເມືອງມີຄວາມໜັກແໜ້ນ, ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມໄດ້ຮັບປະກັນ, ເສດຖະກິດມີການຂະຫຍາຍຕົວໄວ ແລະ ອິດທິພົນ ບົດບາດ ຂອງ ສສ ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ພວກຂ້າພະເຈົ້າ ຕີລາຄາສູງການປະກອບ ສ່ວນສຳຄັນ ຂອງຂະແໜງການຕ່າງ ປະເທດ ເວົ້າລວມ, ຂອງຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ເວົ້າສະເພາະ ເຂົ້າໃນຜົນສຳເລັດລວມດັ່ງກ່າວ ຂອງປະເທດຊາດ ຫວຽດ ນາມອ້າຍນ້ອງ.
ພວກຂ້າພະເຈົ້າ ມີຄວາມພາກພູມໃຈ ເປັນຢ່າງຍິ່ງທີ່ເຫັນວ່າ ຕະຫລອດໄລຍະທີ່ຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍ ທັງທາງກວ້າງ ແລະ ທາງເລິກ, ນຳເອົາຜົນປະໂຫຍດຕົວຈິງມາສູ່ສອງຝ່າຍ. ການຢ້ຽມຢາມສັນຖະວະໄມຕີ ສປປ ລາວຢ່າງເປັນທາງການ ຂອງສະຫາຍເລຂາທິການໃຫຍ່, ປະທານສະພາແຫ່ງ ຊາດ ຫງວຽນ ຝູ ຈ້ອງ ໃນເດືອນມີຖຸນາ 2011 ແລະ ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ ໃນຕົ້ນເດືອນສິງຫາ ຜ່ານມານີ້ ໄດ້ນຳເອົາການພົວພັນພິເສດ ກ້າວສູ່ລະດັບສູງອັນໃໝ່.
ໃນໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງຄະນະພົວພັນຕ່າງປະເທດຂອງສູນກາງພັກ ຈົ່ງໝັ້ນຄົງທະນົງແກ່ນ ແລະ ເກີດດອກ ອອກຜົນຕະຫລອດໄປ.
ຂໍອວຍພອນໃຫ້ສະຫາຍ ພ້ອມດ້ວຍຄະນະນຳ ຕະຫລອດເຖິງພະນະກງານທັງໝົດ ໃນຄະນະພົວພັນຕ່າງປະເທດຂອງສູນກາງພັກ ກອມມູນິດຫວຽດນາມ ຈົ່ງສຸຂະ ພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າໃນໜ້າທີ່ອັນສູງສົ່ງ ແລະ ມີກຽດຂອງບັນດາສະຫາຍ./.
ທ່ານນາຍົກລັດຖະມົນຕີ ຊົມເຊີຍຄູ່ຮ່ວມຕຳແໜ່ງ ທີ່ເນປານ
(02/09/2011)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງພະນະທ່ານ ບາບູ ຣາມ ບາຕາໄຣ (Babu Ram Bhattarai) ໃນໂອກາດທີ່ພະນະທ່ານ ໄດ້ຮັບເລືອກຕັ້ງ ເປັນ ນາຍົກລັດຖະມົນຕີ ຄົນໃໝ່ ແຫ່ງ ສະຫະພັນ ສາທາລະນະລັດ ປະຊາທິປະໄຕ ເນປານ.
ເນື້ອໃນໂທລະເລກລະບຸວ່າ: ເນື່ອງໃນໂອກາດ ທີ່ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ສາທາລະນະລັດ ປະຊາທິປະໄຕ ເນປານ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງປະສົບຜົນສຳເລັດ ໃນໜ້າທີ່ການນຳພາປະເທດຊາດ ສືບຕໍ່ພັດທະ ນາ ເສດຖະກິດ-ສັງຄົມ ຕໍ່ໄປ ເພື່ອຜົນປະໂຫຍດຂອງປະຊາຊົນ ຂອງພະນະທ່ານ.
ຂ້າພະເຈົ້າຫວັງວ່າ: ຈະໄດ້ຮ່ວມເຮັດວຽກກັບພະນະທ່ານ ໃນຊຸມປີຂ້າງໜ້າ ໃນການສົ່ງເສີມການພົວ ພັນ ແລະ ຮ່ວມມືແບບສ້າງສັນ ລະຫວ່າງ ລັດຖະບານ ສປປ ລາວ ແລະ ເນປານ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ສາກົນ.
ອິກເທື່ອໜຶ່ງ ຂໍອວຍພອນໃຫ້ພະນະທ່ານ ໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສຳເລັດອັນຈົບງາມ ໃນການປະຕິບັດໜ້າທີ່ອັນມີກຽດ ແລະ ສູງສົ່ງ ຂອງພະນະທ່ານ ແລະ ຂໍໃຫ້ປະຊາຊົນ ເນປານ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ, ວັດທະນາຖາວອນ ແລະ ມີສະເຖຍລະພາບ./.
ຜູ້ນຳລາວສົ່ງສານອວຍພອນຜູ້ນຳສສຫວຽດນາມ ໃນໂອກາດວັນຊາດຄົບຮອບ 66 ປີ
(01/09/2011)
*(ຂປລ) ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວໄດ້ສົ່ງສານອວຍພອນເຖິງ ສະຫາຍ ຫງວຽນຝູຈ໋ອງ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ກອມມູນິດຫວຽດນາມ, ສະຫາຍ ເຈື່ອງເຕີນຊາງ, ປະທານປະເທດ ແຫ່ງ ສສ ຫວຽດນາມ , ສະຫາຍຫງວຽນເຕີນຢຸງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ຫງວຽນຊີຮຸ່ງ, ປະທານສະພາແຫ່ງຊາດ ແຫ່ງສສຫວຽດນາມ ໃນໂອກາດວັນ ຊາດຄົບຮອບ 66 ປີ.
ສານອວຍພອນໄດ້ຂຽນວ່າ: ເນື່ອງໃນໂອກາດ ສະເຫລີມ ສະຫລອງວັນຄົບຮອບ 66 ປີ ແຫ່ງ ການສະຖາປະນາ ສາທາລະນະລັດ ສັງຄົມນີຍົມ ຫວຽດນາມ , ໃນນາມ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າກໍຄື ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ, ຄວາມສະມັກຄີຮັກແພງ ອັນສະໜິດສະໜົມ ຖານສະຫາຍອ້າຍ ນ້ອງ ແລະ ພອນໄຊອັນປະເສີດມາຍັງ ບັນດາສະຫາຍ ແລະ ໂດຍຜ່ານບັນດາສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ສະ ພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກຖ້ວນໜ້າ.
ພວກຂ້າພະເຈົ້າ ມີຄວາມປີຕິຍິນດີ ແລະ ພາກພູມໃຈ ເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫອດໄລຍະ 66 ປີ, ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກ ກອມ ມູນິດຫວຽດນາມ ທີ່ປະທານໂຮ່ຈີມີນຜູ້ຍິ່ງໃຫຍ່ ເປັນຜູ້ສ້າງຕັ້ງ ແລະ ດ້ວຍຈິດໃຈຮັກຊາດອັນດູດດື່ມ ສົມທົບກຳລັງແຮງສັງລວມ ຂອງທົວປວງຊົນທັງຊາດ ບວກ ກັບມູນເຊື້ອ ການຕໍ່ສູ້ອັນອົງອາດກ້າແກ່ນ, ປະຊາຊົນຫວຽດນາມອ້າຍນ້ອງ ໄດ້ດຳເນີນການຕໍ່ສູ້ ຢ່າງພິລະອາດຫານ ຕ້ານພວກຈັກກະພັດຮູກຮານ ຈົນສາມາດ ໄດ້ຮັບໄຊຊະນະອັນໃຫຍ່ຫລວງ ໃນການປົດປ່ອຍ, ຍາດເອົາຄວາມເປັນເອກະລາດແຫ່ງຊາດ ແລະ ຜືນແຜນດິນອັນຄົບຖ້ວນຂອງຕົນ ຈົນກ້າວໄປເຖິງການທ້ອນ ໂຮມປະເທດຊາດ ເປັນເອກະພາບຢ່າງສົມບູນ. ພິເສດ, ແມ່ນນັບແຕ່ການປະຕິບັດແນວທາງປ່ຽນແປງໃໝ່ເປັນຕົ້ນມາ, ປະຊາຊົນຫວຽດນາມອ້າຍນ້ອງ ສາມາດ ຍາດໄດ້ຜົນສຳເລັດອັນໃຫຍ່ຫລວງສຳຄັນ ແລະ ຮອບດ້ານ: ສະຖຽນລະພາບການເມືອງ ມີຄວາມໜັກແໜ້ນ ; ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໄດ້ຮັບ ການຮັບປະກັນ; ເສດຖະກິດ ຂະຫຍາຍຕົວໃນລະດັບສູງຢ່າງຕໍ່ເນື່ອງ; ການສຶກສາ, ວັດທະນະທຳ, ສາທາລະນະສຸກ ມີຄວາມກ້າວໜ້າ; ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງຂື້ນຢ່າງເດັ່ນຊັດ; ການເຄື່ອນໄຫວຕ່າງປະເທດໄດ້ຮັບການເປີດກ້ວາງ ແລະ ມີຜົນສຳເລັດຢ່າງຫລາຍປະກັນ; ຖານະ ບົດບາດ ແລະ ອິດທິພົນຊື່ສຽງຂອງ ສາທາລະນະລັດ ສັງຄົມນີຍົມຫວຽດນາມ ໃນເວທີ ສາກົນ ແລະ ພາກພື້ນ ໄດ້ຮັບການເຊີດຊູສູງເດັ່ນຂື້ນຢ່າງບໍ່ຢຸດຢັ້ງ; ປະກອບ ສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດສັນຕິພາບ, ການຮ່ວມມືພັດທະນາກັບປະຊາຄົມໂລກ.
ພັກ,ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງຂອງ ປະຊາຊົນຫວຽດນາມ ອ້າຍນ້ອງດັ່ງກ່າວ ແລະ ເຊື່ອໜັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສ ຂອງຄະນະນຳຊຸດໃໝ່ ຂອງພັກ-ລັດ ຫວຽດນາມ ອັນມີສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ໋ອງ ເປັນຜູ້ນຳໜ້ານັ້ນ, ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ຍາດຜົນສຳເລັດ ອັນໃຫຍ່ຫລວງ ແລະ ໜັກແໜ້ນກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ນຳເອົາປະເທດຊາດກ້າວຂື້ນຕາມທິດສັງຄົມນີຍົມ, ບັນລຸເປົ້າໝາຍສ້າງປະເທດຫວຽດນາມ ໃຫ້ກາຍເປັນປະເທດອຸດສະຫະກຳໂດຍພື້ນຖານ ຕາມທິດທັນສະໄໝໃນປີ 2020 , ປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກອມມູນິດ ຫວຽດ ນາມ ຢ່າງມີໄຊ, ບັນລຸຈຸດໝາຍ ເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດ ສັນຕິພາບ, ສະຖຽນລະພາບ, ການຮ່ວມມືພັດທະນາ ແລະ ຄວາມກ້າວໜ້າທັງສັງຄົມ ຢູ່ໃນພາກພື້ນ ແລະ ໃນໂລກ.
ພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈ ເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫລອດໄລຍະຜ່ານມາ, ມິດຕະພາບອັນຍິ່ງໃຫຍ່, ຄວາມສະມາຄີພິເສດ ແລະ ການຮ່ວມ ມືຮອບດ້ານ ລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ປະທານໂຮ່ຈີມີນຜູ້ຍິ່ງໃຫຍ່ , ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ພ້ອມດ້ວຍບັນດາການນຳຮຸ່ນສືບທອດ ຂອງສອງພັກ ສອງປະເທດຂອງພວກເຮົາ ໄດ້ອອກເຫື່ອເທແຮງ ເພີ່ມພູມຄູນສ້າງ, ຝືກຝົນຫລໍ່ຫລອມ ແລະ ໄດ້ຜ່ານການທົດສອບ ດ້ວຍການເວລາ ແລະ ຊີວິດເລືອດເນື້ອ ຂອງບັນດານັກຮົບປະຕິວັດ ແລະ ປະຊາຊົນສອງປະເທດ ມາເປັນເວລາ ຫລາຍທົດສະວັດນັ້ນ, ປະຈຸບັນ ໄດຮັບການເສີມຂະຫຍາຍ ທັງທາງກວ້າງ ແລະ ທາງເລີກ, ກາຍເປັນມູນລະດົກອັນລ້ຳຄ່າ, ເປັນກົດແກນ ແຫ່ງການຄົງຕົວ ແລະ ຂະຫຍາຍຕົວ, ທັງເປັນປັດໃຈຕັດ ສິນໄຊຊະນະການປະຕິວັດຂອງສອງຊາດ ລາວ-ຫວຽດນາມ. ໄລຍະໃໝ່ ເວລາທີ ສອງປະເທດພວມຕັ້ງໜ້າເຊື່ອມໂຍງສາ ກົນຢ່າງກວ້າງຂວາງນັ້ນ, ສອງພັກ, ສອງລັດພວກເຮົາ ກໍຍັງໄດ້ເສີມຂະຫຍາຍສາຍພົວພັນພິເສດນັ້ນ ໃຫ້ນັບມື້ນັບມີປະສິດທິຜົນ. ພວກຂ້າພະເຈົ້າຕີລາຄາສູງ ການແລກປ່ຽນຢ້ຽມຢາມຂອງການນຳຂັ້ນສູງພັກ-ລັດ ລາວ-ຫວຽດນາມ ໃນໄລຍະມໍ່ໆມານີ້ , ໂດຍສະເພາະແມ່ນ ການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ຂອງສະຫາຍ ເລຂາທິການໃຫຍ່, ປະທານສະພາແຫ່ງຊາດຫງວຽນຝູຈ໋ອງ ໃນເດືອນມີຖຸນາ ແລະ ການຢ້ຽມຢາມສັນຖະວະໄມຕີ ສສ.ຫວຽດ ນາມ ຢ່າງເປັນທາງການຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດຈູມມາລີ ໄຊຍະສອນ ໃນຕົ້ນເດືອນສິງຫາ 2011 ຜ່ານມານີ້, ເຊິ່ງເປັນການປະກອບ ສ່ວນນຳເອົາສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມກ້າວຂື້ນສູ່ຈຸດສູງໃໝ່.
ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສຳຄັນຍິ່ງນີ້, ອິກເທື່ອໜື່ງ ພັກ,ລັດ ແລະ ປະຊາຊົນລາວບັນດາເຜົ່າ ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ຢ່າງຈິງໃຈ ແລະ ຄວາມຮູ້ບຸນຄູນຢ່າງເລີກເຊິ່ງ ມາຍັງ ພັກ,ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ ການສະໜັບສະໜູນ ອັນແຮງກ້າ, ການຊ່ວຍເຫລືອ ອັນໃຫຍ່ຫລວງ, ລ້ຳຄ່າ, ທັນການ ແລະ ມີຜົນສັກສິດ ແກ່ ພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງປະຊາຊົນລາວໃນປະຈຸບັນ.
ອວຍພອນໃຫ້ສາຍພົວພັນມິດຕະພາບ ອັນເປັມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດພວກເຮົາ ຈົ່ງນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ມີປະສິທິຜົນຍິ່ງໆຂື້ນ ເພື່ອຜົນປະໂຫຽດຂອງປະຊາຊົນສອງຊາດພວກເຮົາ.
ອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ໄດ້ຮັບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າໃນໜ້າທີ່ອັນສູງສົ່ງຂອງຕົນ.
ໃນໂອກາດດັ່ງກ່າວສະຫາຍ ດຣ ທອງລຸນ ສີສຸລິດ , ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວກໍໄດ້ ສົ່ງສານ ອວຍພອນເຖິງ ສະຫາຍ ຟາມ ບິ່ງມິງ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ສັງຄົມນີຍົມຫວຽດນາມ ເຊັ່ນດຽວກັນ.
ນາຍົກສະແດງຄວາມຊົມເຊີຍຄູ່ຮ່ວມຕຳແໜ່ງຍີ່ປຸ່ນ
(31/08/2011)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໄດ້ສົ່ງໂທລະເລກສະແດງຄວາມຊົມເຊີຍ ເຖິງພະນະທ່ານ ໂຢຊີຮີໂກະ ໂນດະ, ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ໂທລະເລກຂຽນວ່າ:
ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ພະນະທ່ານໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງປະເທດ ຍີ່ປຸ່ນ. ໃນໂອກາດນີ້ ຂໍຖືເປັນກຽດສົ່ງ ຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົມຜົນສຳເລັດໃນໜ້າທີ່ອັນມີກຽດ ຂອງພະນະທ່ານ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍສົ່ງຄວາມປາຖາໜາ ທີ່ຈະສືບຕໍ່ຜັນຂະຫຍາຍການເປັນຄູ່ຮ່ວມຮອບດ້ານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ກ້າວ ໜ້າຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດພວກເຮົາ ທັງໃນຕໍ່ໜ້າ ແລະ ຍາວນານ ກໍຄືຜົນປະໂຫຍດ ແຫ່ງສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ຂອງໂລກ./.
ຜູ້ນຳລາວ ອວຍພອນວັນຊາດ ຮົງກາຣີ
(30/08/2011)
*(ຂປລ): ບັນດາທ່ານຜູ້ນຳລາວ ຊຶ່ງປະະກອບມີ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍ ຜ່ານທາງໂທລະເລກ ເຖິງພະນະທ່ານ ປານ ສະມິດ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ຮົງກາຣີ; ພະນະທ່ານ ວິກເຕີ ອໍບານ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ຈາໂນສ ມາໂຕນີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສ. ຮົງກາຣີ ໃນໂອກາດວັນຊາດ ຂອງປະເທດດັ່ງກ່າວ.
ເນື້ອໃນຂອງໂທລະເລກໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດຂອງ ສາທາລະນະລັດ ຮົງກາຣີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະ ທ່ານ ໄປຍັງປະຊາ ຊົນຮົງກາຣີ ເພື່ອນມິດ ທຸກຖ້ວນໜ້າ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ຮົງກາຣີ ຈະສືບຕໍ່ໄດ້ຮັບການພັດທະນາ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເກີດດອກອອກ ຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ ແລະ ການ ຮ່ວມມືສາກົນ ເພື່ອການພັດທະນາ./.
ຜູ້ນຳລາວ ອວຍພອນວັນປະກາດເອກະລາດ ມາເລເຊຍ
(29/08/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງສົມເດັດ ຕວນກູ ມີຊານ ໄຊນານ ອັບບີດິນ, ຣາຊາທິບໍດີ ແຫ່ງ ມາເລເຊຍ ໃນໂອກາດວັນຊາດຂອງປະເທດດັ່ງກ່າວ.
ເນື້ອໃນຂອງໂທລະເລກໄດ້ລະບຸວ່າ: ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງວັນປະກາດເອກະລາດ ຄົບຮອບ 54 ປີ, ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ ພ້ອມດ້ວຍພະບໍລົມວົງສານຸວົງ ແລະ ຜ່ານສົມເດັດ ໄປຍັງປະຊາຊົນມາເລເຊຍ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມຊົມຊື່ນຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ: ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໄດ້ມີການຂະຫຍາຍຕົວ ແລະ ຮັດໜ້ນຍິ່ງໆຂຶ້ນ ໃນຊຸມປີຜ່ານມາ ແລະ ເຊື່ອໝັ້ນວ່າ: ສາຍພົວພັນອັນດີງາມ ແລະ ການຮ່ວມມືດັ່ງກ່າວ ຈະສືບຕໍ່ຮັດແໜ້ນ ແລະ ເພີ່ມທະວີຍິ່ງຂຶ້ນເລື້ອຍໆ ເພື່ອນຳເອົາ ຜົນປະໂຫຍດມາສູ່ສອງປະເທດ ກໍຄື ປະຊາຊົນສອງຊາດຂອງພວກເຮົາ, ທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການ ປົກປັກຮັກສາສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມືເພື່ອພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ສ່ວນເນື້ອໃນໂທລະເລກ ຂອງພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສົ່ງເຖິງ ພະນະທ່ານ ດາໂຕະ ສຣິ ນາຈິບ ຕຸນ ອັບດຸນ ຣາຊົກ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ມີເນື້ອຄວາມວ່າ: ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ: ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນຫລາຍປີທີ່ຜ່ານມາ ແລະ ຫວັງວ່າ: ຈະໄດ້ເນັດວຽກຢ່າງໃກ້ຊິດ ຮ່ວມກັບ ພະນະທ່ານ ເພື່ອສົ່ງເສີມ ແລະ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ອັນດີທີ່ມີມາດັ່ງກ່າວ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາ ຊົນສອງ ຊາດຂອງພວກເຮົາ ກໍຄື ເພື່ອສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ໂອກາດດຽວກັນນີ້ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງໂທລະ ເລກເຖິງພະນະທ່ານ ດາໂຕະ ສຣິ ອານີຟາ ຮາຈິ ອາມານ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ມາເລເຊຍ ເຊັ່ນດຽວກັນ./.
ທ່ານປະທານປະເທດ ຊົມເຊີຍ ຄູ່ຮ່ວມຕຳແໜ່ງ ທີ່ສິງກະໂປ
(29/08/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຜ່ານ ທາງໂທລະເລກ ເຖີງພະນະທ່ານ ດຣ. ໂທນີ ຕັນ ໃນໂອກາດທີ່ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນປະທາ ນາທິບໍດີຄົນໃໝ່ ແຫ່ງ ສ. ສິງກະໂປ.
ເນື້ອໃນໂທລະເລກໄດ້ຂຽນວ່າ: ຂ້າພະເຈົ້າ ມີຄວາມປີຕິຍິນດີເປັນຢ່າງຍິ່ງ ສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ.
ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ກວ້າງຂວາງອອກ ໃນຫລາຍຂະ ແໜງການ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ: ຈະໄດ້ເຮັດວຽກຢ່າງໃກ້ຊິດ ຮ່ວມກັບພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ດີດັ່ງກ່າວ ທັງໃນຂອບສອງຝ່າຍ ແລະ ຂອບອາຊຽນ ເພື່ອຜົນປະ ໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດ ລາວ ແລະ ສິງກະໂປ ກໍຄື ເພື່ອສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມື ເພື່ອພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ເຊື່ອໜັ້ນວ່າ : ພາຍໃຕ້ການນຳພາຂອງພະນະທ່ານ, ສິງກະໂປຈະສືບຕໍ່ໄປກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍ ພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ./.
ລັດຖະມົນຕີການຕ່າງປະເທດ ຊົມເຊີຍຄູ່ຮ່ວມຕຳແໜ່ງ ແຫ່ງ ສ.ເປຣູ
(12/08/2011)
*(ຂປລ): ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຜ່ານທາງໂທລະເລກ ເຖິງພະນະທ່ານ ຣາແຝວ ຣອນກາກລຽວໂລ ອໍເບໂກໂຊ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເປຣູ ໃນໂອ ກາດທີ່ພະນະທ່ານຖືກແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສ.ເປຣູ.
ເນື້ອໃນໂທລະເລກຂຽນວ່າ: ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ. ຂ້າພະເຈົ້າຫວັງວ່າ: ຈະໄດ້ເຮັດວຽກ ຮ່ວມກັບພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດພວກເຮົາໃຫ້ກວ້າງຂວາງ ແລະ ເກີດດອກ ອອກຜົນຍິ່ງໆຂຶ້ນ. ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ ແລະ ການຮ່ວມມື ການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ./.
ຜູ້ນຳລາວ ອວຍພອນວັນຊາດ ສິງກະໂປ
(09/08/2011)
*(ຂປລ): ບັນດາທ່ານຜູ້ນຳລາວ ຊຶ່ງປະະກອບມີ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍ ຜ່ານທາງໂທລະເລກ ເຖິງຄູ່ຮ່ວມຕຳແໜ່ງ ພະນະທ່ານ ເອສ ອາ ນາທານ, ປະທານປະເທດ ແຫ່ງ ສາທາ ລະນະລັດ ສິງກະໂປ; ພະນະທ່ານ ລີ ຊຽນລຸງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ເຄ ຊານມູກາມ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສ. ສິງກະໂປ ໃນໂອກາດວັນຊາດຂອງປະເທດດັ່ງກ່າວ.
ເນື້ອໃນຂອງໂທລະເລກໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດຂອງ ສາທາລະນະລັດສິງກະໂປ ຄົບ ຮອບ 64 ປີ, ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີພະລານາ ໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນມີກຽດສູງສົ່ງຂອງພະນະທ່ານ ແລະ ຂໍໃຫ້ປະຊາຊົນສິງກະໂປ ເພື່ອນມິດ ຈົ່ງມີແຕ່ຄວາມວັດ ທະນາຖາວອນ ຕະຫລອດໄປ.
ພວກຂ້າພະເຈົ້າມີຄວາມເພິ່ງພໍໃຈເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດພວກເຮົາ ໄດ້ມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຊື່ອໝັ້ນວ່າ: ສາຍພົວພັນອັນດີງາມດັ່ງກ່າວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຮ່ວມກັນຂອງ ປະຊາຊົນສອງຊາດ ລາວ ແລະ ສິງກະໂປ ກໍຄື ເພື່ອສັນຕິພາບ, ສະເຖຍລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ໃນພາກພື້ນ ແລະ ໃນໂລກ./.
ໂທລະເລກສະແດງຄວາມຊົມເຊີຍ
(08/08/2011)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມ ຊົມເຊີຍ ຜ່ານທາງໂທລະເລກ ເຖິງພະນະທ່ານນາງ ຍິ່ງລັກ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາ ຈັກໄທ ຄົນໃໝ່ ເນື່ອງໃນໂອກາດທີ່ພະະທ່ານ ໄດ້ຮັບພະຣາຊະອົງການ ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກໄທ. ໃນນາມລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ. ຂ້າພະ ເຈົ້າຂໍຖືເປັນກຽດສະແດງຄວາມຍິນດີ ແລະ ຊົມເຊີຍ ຢ່າງຈິງໃຈ ມາຍັງພະນະທ່ານ.
ຂ້າພະເຈົ້າຫວັງວ່າ: ຈະໄດ້ເຮັດວຽກຢ່າງໃກ້ຊິດ ຮ່ວມກັບພະນະທ່ານ ເພື່ອສືບຕໍ່ສົ່ງເສີມ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມື ອັນດີງາມ ຖານຍາດຕິພີນ້ອງບ້ານໃກ້ ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະ ຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວ-ໄທ ກໍຄື ເພື່ອສັນຕິ ພາບ, ສະເຖຍລະພາບ ແລະ ການຮ່ວມມື ເພື່ອພັດ ທະນາ ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດແດ່ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນພາລະກິດອັນ ສູງສົ່ງ ແລະ ມີກຽດສະຫງ່າ ຂອງພະນະທ່ານ./.
ອົງການສະພາກາແດງ ຍີ່ປຸ່ນ ຂອບໃຈ ຕໍ່ການຊ່ວຍເຫລືອຂອງລັດຖະບານລາວ
(08/08/2011)
*(ຂປລ): ອົງການສະພາກາແດງ ຍີ່ປຸ່ນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄວາມເຫັນໃຈ ແລະ ການສືບຕໍ່ໃຫ້ການຊ່ວຍເຫລືອຂອງທ່ານ ຕໍ່ກັບຜູ້ປະສົບໄພ ຈາກແຜ່ນດິນໄຫວ ແລະ ຄື້ນຊຶນາມິ ເມື່ອວັນທີ 11 ມີນາ 2011 ຜ່ານມາ ໂດຍຜ່ານທາງໂທລະເລກ ຊຶ່ງມີເນື້ອໃນວ່າ:
ໃນນາມອົງການສະພາກາແດງ ຍີ່ປຸ່ນ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄວາມເຫັນໃຈ ແລະ ການສືບຕໍ່ໃຫ້ການຊ່ວຍເຫລືອຂອງທ່ານ ຕໍ່ກັບຜູ້ ປະສົບໄພຈາກແຜ່ນດິນໄຫວ ແລະ ຄື້ນຊຶນາມິ ເມື່ອ ວັນທີ 11 ມີນາ 2011 ຜ່ານມາ. ພວກເຮົາຂໍສະແດງຄວາມຮູ້ບຸນຄຸນຢ່າງສູງສົ່ງ ຕໍ່ຄວາມເປັນຫວ່ງ ແລະ ການ ຊ່ວຍເຫລືອ ທີ່ເຕັມໄປດ້ວຍຄວາມເມດຕາຂອງທ່ານ.
ໄພພິບັດດັ່ງກ່າວ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 15.000 ຄົນ ແລະ ຍັງມີຜູ້ຫາຍສາບສູນອີກ 5.000 ຄົນ. ເຖິງແມ່ນວ່າໄພພິບັດດັ່ງກ່າວຈະຜ່ານມາແລ້ວ 4 ເດືອນ, ປະຊາຊົນຫລາຍກວ່າ 100.000 ຄົນ. ຍັງອາໄສຢູ່ສູນອົບພະຍົກ, ເຮືອນສຳເລັດຮູບ ແລະ ເຮືອນຂອງລັດຖະບານ. ນັບຕັງແຕ່ມື້ເກີດເຫດການໄພພິ ບັດ, ອົງການກາແດງຍີ່ປຸ່ນໄດ້ສ່ົງທິມງານແພດ, ທິມງານຊ່ວຍເຫລືອດ້ານຈິດສັງຄົມ ແລະ ໄດ້ແຈກຢາຍ ເຄື່ອງບັນເທົາທຸກເຊັ່ນ: ຜ້າຫ່ົມ ໃຫ້ແກ່ເຂດທີ່ໄດ້ຮັບຜົນກະທົບ. ພວກເຮົາສືບຕໍ່ການເຄື່ອນໄຫວສຸກເສີນເຫລົ່ານີ້ ແລະ ໃນຂະນະດຽວກັນ ໂດຍມີການນຳໃຊ້ທຶນນ້ຳໃຈຊ່ວຍເຫລືອ ຊຶ່ງໄດ້ຮັບຜ່ານອົງການກາແດງ ແລະ ອົງການ ຊິກວົງເດືອນແດງຈາກທົ່ວໂລກ. ພວກເຮົາໄດ້ສ້າງຫລາຍໂຄງການ ເພື່ອປັບປຸງຊີວິດການຍເປັນຢູ່ຂອງ ປະຊາຊົນ ທີ່ອາໄສຢູ່ເຮືອນພັດຊົ່ວຄາວ, ໃຫ້ການດູແລ ພິເສດຕໍ່ຄົນຊະລາ ແລະ ກຸ່ມສ່ຽງອື່ນໆ.
ກິດຈະກຳການເຄື່ອນໄຫວຕ່າງໆຂອງພວກເຮົາ ຈະສືບຕໍ່ແກ່ຍາວເປັນເວລາຫລາຍເດືອນ ແລະ ຫລາຍປີຂ້າງໜ້າ, ແຕ່ຂ້າພະເຈົ້າຂໍຖືໂອກາດນີ້ ເພື່ອລາຍງານໃຫ້ ທ່ານຊາບ ເຖິງກິດຈະກຳການເຄືອນໄຫວ ຫລ້າສຸດຂອງພວກເຮົາ. ທ່ານສາມາດອັບເດດຂໍ້ມູນຂ່າວສານເພີ່ມເຕີມ ໄດ້ທີ່ (WWW.jrc.or.jp/eg japan 2011/). ມັນຈະມີຄວາມກະລຸນາຢ່າງສູງ, ຖ້າຫາກທ່ານແລກປ່ຽນຂໍ້ມູນເຫລົ່ານີ້ ໃຫ້ລັດຖະບານ ແລະ ປະຊາຊົນ ໃນປະເທດຂອງທ່ານ ຊຶ່ງມີນ້ຳໃຈໃຫ້ການຊ່ວຍເຫລືອແກ່ ພວກເຮົາ ໃນໄລຍະເວລາແຫ່ງຄວາມຈຳເປັນ./.
ໂທລະເລກອວຍພອນວັນຊາດ
(05/08/2011)
*(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກ ອວຍພອນວັນຊາດ ເຖິງພະນະທ່ານ ນາງ ມີເຊີລິນ ຄານເມີ-ເຣ, ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະ ເທດ ກໍໄດ້ສົ່ງໂທລະເລກອວຍພອນເຖິງ ພະນະທ່ານ ເອເວີລິນ ວິດເມີ-ສະລຸມເພີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ ເຊັ່ນ ດຽວກັນ.
ເນື້ອໃນຂອງໂທລະເລກໄດ້ລະບຸວ່າ: ເນື່ອງໃນໄອກາດວັນຊາດ ແຫ່ງ ສະມາພັນທະລັດ ສະວິດ, ໃນນາມປະຊາຊົໄນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍມີຄວາມປິຕິຍິນດີສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພຸອນໄຊອັນປະເສີດມາຍັງພະນະທ່ານ ແລະ ປະຊາຊົນສະວິດເຊີແລນ ຈົ່ງມີພາລານາໄມສົມບູນ ແລະ ມີຄວາມຜາສຸກ. ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍ ໃຫ້ແຕກດອອກຜົນຍິ່ງໆຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດຂອງ ປະຊາຊົນທັງສອງຊາດພວກເຮົາ, ເພື່ອສັນຕິພາບ, ສະຖຽນລະພາບ ກໍຄືການຮ່ວມມືພັດທະ ນາໃນແຕ່ລະພາກ ພື້ນຂອງພວກເຮົາ ແລະ ໃນໂລກ./.
ໂທລະເລກສະແດງຄວາມຊົມເຊີຍ
(05/08/2011)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມຊົມເຊີຍ ຈາກພະນະທ່ານ ຈອ໋ສ ປາພັນດຣາອູ, ນາຍົກລັດຖະ ມົນຕີແຫ່ງ ສາທາລະນະລັດ ເກຣັກ. ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງຄືນໃໝ່ເປັນນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ແລະ ຂໍອວຍພອນໃຫ້ພະນະ ທ່ານ ຈົ່ງປະສົບຜົນສຳເລັດ ໃນກາປະຕີບັດໜ້າທີ່ອັນສຳຄັນຂອງພະນະທ່ານ.
ຂ້າພະເຈົ້າຫວັງວ່າໃນວາລະການດຳລົງຕຳແໜ່ງ ຂອງພະນະທ່ານ ການພົວພັນ ລະຫວ່າງ ສອງປະເທດຂອງພວກເຮົາຈະໄດ້ຮັບການພັດທະນາຂຶ້ນເລື້ອຍໆ ເພື່ອຜົນ ປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
ໂອກາດດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງການຕ່າງປະເທດ ກໍໄດ້ຮັບໂທລະເລກສະແດງ ຄວາມຊົມເຊີຍຈາກ ພະນະທ່ານ ສະຕຣັບຣອດ ແລັມ ບຣິນິດິສ, ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ເກຣັກ ໃນໂອກາດໄດ້ຮັບການແຕ່ງຕັ້ງເປັນຮອງ ນາຍົກລັດຖະມົນຕີ, ລັດຖະມົຮຕີວ່າການກະຊວງການຕ່າງປະເທດ ເຊັ່ນດຽວກັນ./
ໂທລະເລກສະແດງຄວາມຊົມເຊີຍ
(04/08/2011)
*(ຂປລ): ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບໂທລະເລກ ສະແດງຄວາມຊົມເຊີຍ ຈາກທ່ານ Meira Kumar, ປະທານ ສະພາຕ່ຳ ອິນເດຍ ໃນໂອກາດທີ່ທ່ານໄດ້ຮັບການ ເລືອກຕັ້ງ ເປັນປະທານສະພາແຫ່ງຊາດຄືນໃໝ່.
ໃນນາມສະພາຕ່ຳ ແຫ່ງ ອິນເດຍ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນທີ່ ສຸດ ຕໍ່ການໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຄືນໃໝ່ ຂອງພະນະທ່ານ, ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານ ຈົ່ງປະສົບຜົນສຳເລັດທຸກປະການ. ອິນເດຍ ແລະ ສປປ ລາວ ມີສາຍພົວພັນ ອັນໃກ້ຊິດ ທີ່ເປັນມູນເຊື້ອ ພວກເຮົາຫວັງວ່າ ຈະໄດ້ຮັດແໜ້ນ ສາຍພົວພັນ ລະຫວ່າງ ສອງຝ່າຍຂອງພວກເຮົາ ໂດຍຜ່ານການແລກປ່ຽນ ຢ້ຽມຢາມ ລະຫວ່າງ ສອງສະພາ ຢ່າງເປັນປັກກະຕິ./.
ລັດຖະມົນຕີການຕ່າງປະເທດ ຊົມເຊີຍ ຄູ່ຮ່ວມຕຳແໜ່ງ ທີ່ສສ ຫວຽດນາມ
(04/08/2011)
*(ຂປລ): ເມື່ອມໍ່ໆມານີ້ ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທ ລະເລກຊົມເຊີຍ ເຖິງທ່ານ ຟາມ ບິ່ງ ມິງ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນີຍົມ ຫວຽດນາມ.
ເນື້ອໃນໂທລະເລກລະບຸວ່າ: ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບເລືອກຕັ້ງ ໃຫ້ດຳລົງຕຳແໜ່ງ ເປັນລັດ ຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດ ນາມ, ຂ້າພະເຈົ້າ ຂໍສະແດງ ຄວາມຊົມເຊີຍຢ່າງ ສຸດອົກສຸດໃຈ ມາຍັງສະຫາຍ. ຂ້າພະເຈົ້າ ເຊື້ອໝັ້ນຢ່າງໜັກແໜ້ນວ່າ: ດ້ວຍຄວາມສາມາດ ແລະ ປະສົບການ ອັນຖ້ວມທົ້ນຂອງສະຫາຍ, ສະຫາຍຈະສືບຕໍ່ປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນພາລະກິດປ່ຽນແປງໃໝ່ ແລະ ເປີດກວ້າງການ ຮ່ວມມືສາກົນ, ຍົກຖານະບົດ ບາດຂອງສາທາລະນະລັດ ສັງຄົມນີຍົມ ຫວຽດນາມ ໃຫ້ນັບມື້ນັບສູງເດັ່ນຂຶ້ນ ຢ່າງບໍ່ຢຸດຢັ້ງ ທັງໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງ ຊາດ ຫວຽດນາມ-ລາວ ກໍຄື ການຮ່ວມມືອັນ ສະໜິດສະໜົມ ແລະ ແໜ້ນແຟ້ນ ລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ຈົ່ງນັບມື້ນັບໄດ້ຮັບການເສີມ ຂະຫຍາຍ ແລະ ພັດທະນາຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະເຖຍ ລະພາບ ແລະ ການຮ່ວມມືເພື່ອພັດທະນາໃນພາກພື້ນ ແລະ ໃນໂລກ. ອວຍພອນໃຫ້ສະຫາຍ ແລະ ຄອບຄົວ ຈົ່ງມີພະລານາໄມເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນ ສຳເລັດໃນໜ້າທີ່ອັນສູງສົ່ງ ຂອງຕົນ./.
ສານສະແດງຄວາມເຫັນໃຈ
(03/08/2011)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບສານສະແດງຄວາມເຫັນໃຈ ຈາກຄູ່ຮ່ວມຕຳແໜ່ງ ແຫ່ງ ຣາຊະອານາ ຈັກກຳປູເຈຍ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ຕໍ່ກັບຜົນເສຍຫາຍ ທີ່ ສປປ ລາວ ໄດ້ຮັບຈາກ ພະຍຸຮາຍມາ.
ເນື້ອໃນສານລະບຸວ່າ: ຂ້າພະເຈົ້າ ມີຄວາມເສົ້າສະຫລົດໃຈ ທີ່ໄດ້ຊາບຂ່າວວ່າ ມີຫລາຍຄົນເສຍຊີວິດ ຈາກພະຍຸຮາຍມາ ທີ່ໄດ້ພັດເຂົ້າ ສປປ ລາວ ອັນໄດ້ສ້າງ ຄວາມສູນເສຍທາງດ້ານຊັບສິນ ຢ່າງຫລວງຫລາຍ ແລະ ສ້າງຄວາມເດືອດຮ້ອນຢ່າງໃຫຍ່ຫລວງ ໃຫ້ແກ່ປະຊາຊົນໃນຂົງເຂດທີ່ປະສົບກັບພະຍຸດັ່ງກ່າວ.
ຕາງໜ້າໃຫ້ລັດຖະບານ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ປະຊາຊົນກຳປູເຈຍ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈຢ່າງຈິງໃຈ ແລະ ຄວາມເສົ້າໂສກເສຍໃຈ ມາຍັງທ່ານ ແລະ ຜ່ານ ທ່ານໄປຍັງປະຊາຊົນລາວ ໂດຍສະເພາະ ຕໍ່ຜູ້ທີ່ໄດ້ຮັບເຄາະຮ້າຍ ແລະ ຄອບຄົວທີ່ສູນເສຍສະມາຊິກທີ່ແສນຮັກຂອງຕົນ ແລະ ພ້ອມກັນນີ້ ຂໍມອບເງິນຊ່ວຍເຫລືອຈຳນວນ 50.000 ໂດລາສະຫະລັດ ເພື່ອຊ່ວຍບັນເທົາທຸກ ແກ່ປະຊົນທີ່ໄດ້ຮັບເຄາະຮ້າຍຈາກໄພທຳມະຊາດຄັ້ງນີ້./
ຜູ້ນຳ ແຫ່ງສປປ ລາວໄດ້ຮັບສານອວຍພອນຈາກຜູ້ນຳ ອູ ກຣາອິນ
(01/08/2011)
*(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຕ່າງກໍໄດ້ຮັບສານອວຍ ພອນຈາກ ພະນະ ທ່ານ ວິກຕໍຢານູໂກວິຈ໌ ປະທາ ນາທິບໍດີ ແຫ່ງ ອູກຣາອິນ ແລະ ພະນະທ່ານ ມິໂກລາ ອາຊາຣົບ ນາຍົກລັດຖະມົນຕີ ແຫ່ງ ອູກຣາອິນ.
ເນື່ອງໃນໂອກາດທີ່ພະນະທ່ານໄດ້້ຮັບເລືອກຕັ້ງດຳລົງຕຳແໜ່ງເປັນ ປະທານປະເທດ ແລະ ພະນະທ່ານໄດ້ຮັບເລືອກຕັ້ງໃຫ້ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວອິກເທື່ອໃໝ່. ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນມາຍັງພະນະທ່ານ ຈົ່ງປະສົບຜົນສຳເລັດ ໃນການ ປະຕິບັດໜ້າທີ່ ອັນສຳຄັນ ເພື່ອພັດທະນາເສດຖະກິດ ແລະ ສັງຄົມ ຂອງປະເທດ, ພ້ອມນີ້ກໍສະ ແດງຄວາມມຸ້ງຫວັງ ທີ່ຈະສືບຕໍ່ ໃນການຮ່ວມມືຢ່າງສ້າງສັນ ລະຫວ່າງ ລັດຖະບານ ອູກຣາອິນ ແລະ ສປປ ລາວ. ຂ້າພະ ເຈົ້າ ຂໍອວຍພອນມາຍັງພະນະທ່ານ ຈົ່ງມີປະສົບຜົນສຳເລັດ ໃນໜ້າທີ່ວຽກງານອັນສຳຄັນ ແລະ ຂໍໃຫ້ປະຊາຊົນລາວເພື່ອນມິດ ຈົ່ງມີຄວາມສັນຕິສຸກ, ຈະເລີນ ວັດທະນາ ແລະ ມີສະຖຽນລະພາບ.
ໂທລະເລກອວຍພອນ
(01/08/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງ ສົມເດັດ ໂມຮາເມັດ VI ກະສັດ ແຫ່ງ ຣາຊະອານາຈັກ ໂມຣົກໂກ ຊຶ່ງມີເນື້ອໃນລະບຸວ່າ: ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສະແດງຄວາມຊົມເຊີຍອັນຈິງໃຈ ມາຍັງສົມເດັດ, ລັດຖະບານ ແລະ ປະຊາຊົນ ໂມຣົກໂກ ໃນໂອກາດສະເຫລີມສະຫລອງ ວັນຊາດ ແຫ່ງ ຣາ ຊະອານາຈັກ ໂມຣົກໂກ.
ຂ້າພະເຈົ້າມີຄວາມພາກພູມໃຈ ທີ່ເຫັນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ-ໂມຣົກໂກ ໄດ້ຮັບການຜັນຂະ ຫຍາຍຢ່າງຕໍ່ເນື່ອງ ແລະ ຫວັງເປັນຢ່າງຍິ່ງວ່າ ສາຍ ພົວພັນມິດຕະພາບ ແລະ ການຮ່ວມມືດັ່ງກ່າວ ຈະສືບຕໍ່ຮັດແໜ້ນຂະຫຍາຍຕົວຂຶ້ນໄປເລື້ອຍໆ ເພື່ອຜົນປະ ໂຫຍດຂອງສອງຊາດ ກໍຄື ເພື່ອສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກ ພື້ນ ແລະ ໃນໂລກ. ຂ້າພະ ເຈົ້າ ຂໍຖືໂອກາດນີ້ ສົ່ງຄຳອວຍພອນອັນປະເສີດ ຂໍໃຫ້ສົມເດັດ ຈົ່ງມີພະລານາໄມສົມບູນ, ມີ ຄວາມຜາສຸກ ແລະ ປະຊາຊົນ ໂມຣົກໂກ ສືບຕໍ່ມີຄວາມກ້າວໜ້າ ວັດທະນາຖາວອນ.
ໃນໂອກາດດຽວກັນນິ້ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ ສົ່ງພະນະທ່ານ ຕາອິບ ຟາຊີຟີຣິ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ຣາຊະອານາຈັກ ໂມຣົກໂກ ເຊັ່ນດຽວກັນ./.
ໂທລະເລກສະແດງຄວາມເສົ້າສະຫຼົດໃຈ
(29/07/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມ ເສົ້າສະຫຼົດໃຈ ໂດຍຜ່ານທາງໂທລະເລກ ເຖິງພະບຳດສົມເດັດ ພະເຈົ້າມະຫາຊີດວິດ ພູມີພົນ ອະດຸນຍະເດດ ມາຫາຣ່ດ ແຫ່ງ ຣາຊະອານາຈັກໄທ ຊຶ່ງມີເນື້ອຄວາມລະບຸວ່າ:
ຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວກ່ຽວກັບການຊິ້ນພະຊົນ ຂອງສົມເດັດ ເຈົ້າພະຄີນີເທີ ເຈົ້າຟ້າເພດຊະຣັ້ດຣາຊະສຸດາ ສີຣິໂສພາ ໂສພາພັນນະວະດີ ໃນວັນທີ 27 ກໍລະກົດ 2011. ໃນນາມ ປະຊາຊົນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສົ່ງຄວາມໄວ້ອາໄລອັນເລິກເຊິ່ງ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ແລະ ພະບໍຣົມວົງສານຸວົງ ພ້ອມດ້ວຍປະຊາ ຊົນໄທມານະທີ່ນີ້ດ້ວຍ./.
ໂທລະເລກສະແດງຄວາມເຫັນໃຈ
(29/07/2011)
ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມເຫັນໃຈ ຜ່ານທາງໂທລະເລກ ເຖິງພະນະທ່ານ ຄິມຫວາງ ຊິກ, ນາຍົກລັດ ຖະມົນຕີ ແຫ່ງ ສ. ເກົາຫຼີ ຊຶ່ງມີເນື້ອໃນ ລະບຸ ວ່າ:
ຂ້າພະເຈົ້າ ໄດ້ຊາບຂ່າວວ່າ ໃນລະຫວ່າງວັນທີ 26-27 ກໍລະກົດ 2011 ໄດ້ເກີດມີຝົນຕົກໜັກ ຢູ່ເຂດນະ ຄອນຫລວງເຊອູນ ແລະ ເຂດພາກກາງຂອງ ສ.ເກົາຫລີ ອັນໄດ້ເຮັດໃຫ້ມີດິນຖະຫລົ່ມ, ນ້ຳຖ້ວມ, ໄຟຟ້າຕັດ ຂາດ ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ, ສູນຫາຍ, ບາດເຈັບ ແລະ ຊັບສິນຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍ ຈຳນວນຫລາຍ. ຂ້າພະເຈົ້າ ຂໍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງຄວາມເຫັນອົກເຫັນໃຈມາຍັງ ລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ໂດຍ ສະເພາະບັນດາຄອບ ຄົວ ຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພທຳມະຊາດຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ: ລັດຖະບານ ສາທາລະນະລັດ ເກົາຫລີ ໂດຍພາຍໃຕ້ການນຳພາຂອງພະນະ ທ່ານ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ເພື່ອເຮັດ ໃຫ້ເຂດປະສົບໄພທຳມະຊາດ ກັບຄືນສູ່ສະພາບປົກ ກະຕິ ໂດຍໄວ./.
ທ່ານຮອງປະທານປະເທດລາວ ຊົມເຊີຍ ຄູ່ຮ່ວມຕຳແໜ່ງທີ່ຫວຽດນາມ
(29/07/2011)
*(ຂປລ): ໃນວັນທີ 27 ກໍລະກົດ 2011 ນີ້ ທ່ານ ບຸນຍັງ ວໍລະຈິດ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານນາງ ຫງວຽນ ຖິ ຢວານ, ຮອງປະທານປະເທດ ແຫ່ງ ສາທາລະນະ ລັດ ສັງຄົມນິຍົມຫວຽດນາມ ໃນໂອກາດທີ່ໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງ ເປັນຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ອີກສະໄໝໜຶ່ງ ຊຶ່ງມີເນື້ອໃນບາງຕອນສຳຄັນ ວ່າ:
ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຢ່າງສຸດອົກສຸດໃຈມາຍັງທ່ານ. ການທີ່ທ່ານໄດ້ຮັບການເລືອກ ຕັ້ງຄືນໃໝ່ອີກວາລະໜຶ່ງນັ້ນ, ເປັນການສະແດງໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງຂອງ ພັກ- ລັດ ແລະ ປະຊາຊົນຫວຽດນາມ ຕໍ່ພາລະບົດຍາດການນຳພາຂອງທ່ານ ໃນຕະຫລອດໄລຍະຜ່ານມາ. ຂ້າ ພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ດ້ວຍຄວາມສາມາດ ແລະ ປະສົບການອັນຖ້ວມທົ້ນຂອງທ່ານ ຈະສືບຕໍ່ ປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນພາລະກິດ ປ່ຽນແປງໃໝ່ ແລະ ເປີດກວ້າງການຮ່ວມມືກັນສາກົນຂອງ ສສ ຫວຽດນາມ ກໍຄື ການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ອ້າຍນ້ອງ ໃຫ້ນັບມື້ນັບ ໄດ້ຮັບການເພີ່ມທະວີ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມືພັດ ທະນາ ໃນພາກພື້ນ ແລະ ໃນໂລກ, ຂໍອວຍພອນໃຫ້ທ່ານ ແລະ ຄອບຄົວ ຈົ່ງມີພະລານາໄມເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດ ໃນຕໍ່ໜ້າທີ່ອັນ ສູງສົ່ງຂອງທ່ານ./.
ໂທລະເລກສະແດງຄວາມເສົ້າສະຫລົດໃຈ
(29/07/2011)
*(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກ ສະແດງຄວາມເສົ້າສະຫລົດໃຈ ເຖິງພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ມະຫາຣາດ ແຫ່ງ ຣາຊະອານາຈັກໄທ ຕໍ່ການສີ້ນພະຊົນຂອງ ສົມເດັດພະເຈົ້າຄິນີເທີ ເຈົ້າຟ້າເພດຊະຣັດຣາຊະສຸດາ ສິຣິໂສ ພາ ພັນນະວະດີ ແຫ່ງ ຣາຊະອານາຈັກໄທ.
ຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈຢ່າງຊຸດຊຶ້ງ ທີ່ໄດຊາບຂ່າວກ່ຽວກັບ ການສີ້ນພະຊົນຂອງ ສົມເດັດ ພະເຈົ້າຄິນີເທີ ເຈົ້າຟ້າເພດຊະຣັດຣາຊະສຸດາ ສິຣິໂສພາພັນ ນະວະດີ ໃນວັນທີ 27 ກໍລະກົດ 2011. ໃນນາມປະຊາຊົນແຫ່ງ ສປປ ລາວ ແລະ ໃນນາມສ່ວຍຕົວ, ຂ້າພະເຈົ້າ ຂໍສົ່ງຄວາມໄວ້ອາໄລອັນ ເລິກເຊິ່ງ ແລະ ຂໍແບ່ງຄວາມທຸກໂສກມາຍັງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ແລະ ພະບໍຣົມຊານຸວົງ ພ້ອມປະຊາຊົນຊາວໄທ ມານະທີ່ນີ້ດ້ວຍ. ຂໍວິ້ງວອນໃຫ້ດວງວິນຍານ ຂອງສົມເດັດພະເຈົ້າພະຄິນີເທີ ຈົ່ງໄປສູູ່ ສຸຂະຕິ./.
ຜູ້ນຳລາວໄດ້ຮັບໂທລະເລກຊົມເຊີຍຈາກປະເທດເພື່ອນມິດ
(28/07/2011)
*(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ , ພະນະທ່ານ ທອງ ສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະ ທ່ານ ດຣ ທອງລຸນສີສຸລິດ ຮອງນາຍົກລັດຖະມົນຕີ , ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ຮັບໂທລະເລກຊົມເຊີຍ ຈາກຄູ່ຮ່ວມຕຳແໜ່ງຂອງປະເທດເພື່ອນມິດເຊັ່ນ: ພະນະທ່ານ ວາຄຣາບໂຄສ ປະທານາທິບໍດີ ແຫ່ງສາທາລະນະລັດ ເຊັກ,ພະນະທ່ານ ເພທ ນີກາສ ນາຍົກລັດ ຖະມົນຕີ ແຫ່ງສາທາລະນະລັດ ເຊັກ, ພະນະທ່ານ ຄາເຣວສະວາ ເຊັນເບີກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງສາທາ ລະນະລັດ ເຊັກ ແລະ ພະນະທ່ານ ອາລີ ອັກບາ ຊາເລຮີ ລັດຖະມົນຕີ ການຕ່າງປະເທດ ແຫ່ງສາທາລະນະລັດ ອິດສະລາມ ໃນໂອກາດທີໄດ້ຮັບເລືອກຕັ້ງຄືນໃໝ່.
ເນື້ອໃນໂທລະເລກຂຽນວ່າ: ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ມາຍັງພະນະ ທ່ານ ທີ່ໄດ້ຮັບ ເລືອກຕັ້ງຄືນໃໝ່ ໃຫ້ດຳລົງເປັນປະທານປະເທດ. ນາຍົກລັດ ຖະມົນຕີ. ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ເນື່ອງໃນໂອກາດດັ່ງກ່າວ ພວກຂ້າພະເຈົ້າຂໍອວຍພອນ ມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນພາລະກິດຂອງພະນະທ່ານ.
ຜູ້ນຳລາວສະແດງຄວາມເຫັນໃຈ ຕໍ່ອຸປະຕິເຫດລົດໄຟຄວາມໄວສູງ ຢູ່ ສປ ຈີນ
(28/07/2011)
*(ຂປລ) : ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແລະ ສະຫາຍ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈ ເຖິງ ສະຫາຍ ຮູ ຈິນທາວ, ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຈີນ, ປະທານປະເທດ ແລະ ສະຫາຍ ເວີນ ເຈຍປາວ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດປະຊາຊົນຈີນ ຕໍ່ການເກີດອຸບັດຕິເຫດ ລົດໄຟຄວາມໄວສູງຕຳກັນ ຢູ່ເມືອງເວີນໂຈວ, ແຂວງເຈີຈຽງ ຂອງ ສປ ຈີນ ອັນໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງລັດ ຢ່າງໜັກໜ່ວງທີ່ບໍ່ ເຄີຍມີມາກ່ອນ.
ໃນນາມພັກ, ລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຜູ້ນຳລາວໄດ້ສະແດງຄວາມເຫັນໃຈ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງບັນດາສະຫາຍ ແລະ ຜ່ານໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະໄປຍັງຄອບຄົວຜູ້ປະສົບເຄາະຮ້າຍໃນອຸບັດຕິເຫດຄັ້ງນີ້ດ້ວຍ. ພ້ອມນີ້ຜູ້ນຳລາວ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຊ່ວຍເຫລືອຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ຄວາມເສຍຫາຍດັ່ງກ່າວຈະໄດ້ຮັບການປົວແປງ ໃຫ້ສະພາບກັບຄືນສູ່ປົກກະຕິໂດຍໄວ./.
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊົມເຊີຍຄູ່ຮ່ວມຕຳແໜ່ງ ແຫ່ງ ສສ ຫວຽດນາມ
(26/07/2011)
*(ຂປລ) : ສະຫາຍ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງ ສະຫາຍ ຫງວຽນ ເຕີນ ຢຸງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດທີ່ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອີກວາລະໜຶ່ງ.
ເນື້ອໃນຂອງໂທລະເລກ ສະຫາຍ ທອງສິງ ທຳມະວົງ ໄດ້ສະແດງຄວາມຊົມເຊີຍ ທີ່ ສະຫາຍ ຫງວຽນ ເຕີນ ຢຸງ ໄດ້ຮັບການເລືອກຕັ້ງຄືນໃໝ່ໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ອີກວາລະໜຶ່ງນັ້ນ ເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ບົດບາດ ແລະ ການທຸ້ມເທເສຍສະຫລະອັນໃຫຍ່ຫລວງ ຂອງສະຫາຍຕະຫລອດໄລຍະຜ່ານມາ. ສະຫາຍ ທອງສິງ ທຳມະວົງ ຍັງໄດ້ສະແດງຄວາມເຊື່ອໝັ້ນ ຢ່າງໜັກແໜ້ນວ່າ : ພາຍໃຕ້ການນຳພາຂອງ ສະຫາຍ ບົນເສ້ັນທາງແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກອມມູນິດຫວຽດນາມ ແລະ ຍຸດທະສາດພັດທະນາປະເທດຊາດໃນໄລຍະ 2011-2020 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 2011-2020 ຂອງ ສສ ຫວຽດນາມ, ລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຈະປະສົບຜົນສຳເລັດຢ່າງມີໄຊ ແລະ ໜັກແໜ້ນກວ່າເກົ່າ ໃນການຈັດຕັ້ງປະຕິບັດພາລະກິດ ແຫ່ງການປ່ຽນແປງໃໝ່ຮອບດ້ານ, ເສດຖະກິດຂະຫຍາຍຕົວຢ່າງວ່ອງໄວ ແລະ ມີຄວາມໝັ້ນທ່ຽງ ; ເຮັດໃຫ້ປະຊາຊົນຫວຽດນາມຮັ່ງມີຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ, ອິດທິພົນຊື່ສຽງຂອງຫວຽດນາມນັບມື້ນັບມີບົດບາດສູງເດັ່ນຂຶ້ນໃນເວທີສາກົນ.
ໂອກາດນີ້ ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຍັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ ການນຳພາຂອງ ສະຫາຍ ຫງວຽນ ເຕີນ ຢຸງ , ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ຈະນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນຢ່າງໜັກແໜ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການ ຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ./.
ປະທານປະເທດ ແຫ່ງ ສປປ ລາວ ຊົມເຊີຍຄູ່ຮ່ວມຕຳແໜ່ງ ສສ ຫວຽດນາມ
(25/07/2011)
*(ຂປລ) : ສະຫາຍ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງ ສະຫາຍ ເຈື່ອງເຕີນຊາງ, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອທີ່ສະຫາຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານປະເທດແຫ່ງສສ ຫວຽດນາມ.
ໃນໂທລະເລກຊົມເຊີຍ ສະຫາຍ ຈູມມາລີ ໄຊຍະສອນ ໄດ້ສະແດງຄວາມຊົມເຊີຍ ທີ່ ສະຫາຍ ເຈື່ອງເຕີນຊາງ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຕໍ່ກັບຄຸນງາມຄວາມດີ, ຄວາມປີຊາສາມາດ ແລະ ຜົນງານອັນໃຫຍ່ຫລວງຂອງສະຫາຍ ທີ່ໄດ້ປະກອບສ່ວນຕະ ຫລອດໄລຍະຜ່ານມາ. ພ້ອມນີ້ ສະຫາຍ ຈູມມາລີ ໄຊຍະສອນ ຍັງໄດ້ສະແດງຄວາມເຊື່ອໝ້ັນຢ່າງໜັກແໜ້ນວ່າ : ພາຍໃຕ້ການນຳພາອັນປີຊາສາມາດ ຂອງ ສະຫາຍ ບົນເສ້ັນທາງ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກອມມູນິດຫວຽດນາມ ແລະ ຍຸດທະສາດພັດທະນາປະເທດຊາດໃນໄລຍະ 2011-2020 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 2011-2020 ຂອງ ສສ ຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງ ຈະປະສົບຜົນສຳເລັດອັນໃຫຍ່ຫລວງ ແລະ ໜັກແໜ້ນກວ່າເກົ່າ ໃນພາລະກິດແຫ່ງການສ້າງສາສັງຄົມນິຍົມ, ເຮັດໃຫ້ປະຊາຊົນຫວຽດນາມຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ, ອິດທິພົນຊື່ສຽງຂອງຫວຽດນາມນັບມື້ນັບມີບົດບາດສູງເດັ່ນຂຶ້ນໃນເວທີສາກົນ.
ໂອກາດນີ້ ປະທານປະເທດ ຈູມມາລີ ໄຊຍະສອນ ຍັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງ ສະຫາຍ ເຈື່ອງເຕີນຊາງ, ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ຈະນັບມື້ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາໃນພາກພື້ນ ແລະ ໃນໂລກ./.
ລັດຖະບານລາວສະແດງຄວາມເສົ້າສະຫລົດ ໃຈເຖິງລັດຖະບານນອກແວ
(25/07/2011)
*(ຂປລ) ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງ ໂທລະເລກ ສະແດງຄວາມເສົ້າສະຫລົດໃຈເຖິງພະນະທ່ານ ເຈນສ ສະໂຕ ເຕັນເບີກ ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກ ນອກແວ ຕໍ່ເຫດການໂສກນາດຕະກຳທີ່ເກີດຂື້ນໃຈກາງ ເມືອງ ໂອສໂລ ແລະ ຢູ່ເກາະອູໂທເອຢາ ຣາຊະອາ ນາຈັກ ນອກແວ.
ເນື້ອໃນໂທລະເລກຂຽນວ່າ ຂ້າພະເຈົ້າຕາງໜ້າ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ,ຂໍສະແດງຄວາມເສຍໃຈຢ່າງເລີກເຊິ່ງ ຕໍ່ເຫດການ ໂສກນາດຕະກຳ ທີ່ເກີດຂື້ນ ເມື່ອ ມໍ່ໆນີ້ ທີ່ໃຈກາງເມືອງໂອສໂລ ແລະ ເກາະ ອູໂທເອຢາ ຊຶ່ງໄດ້ກໍ່ ຄວາມເສຍຫາຍອັນ ຮ້າຍແຮງ ຕໍ່ອາຄານສຳນັກງານລັດຖະບານ ແລະ ເຮັດໃຫ້ມີ ຄົນຕາຍ ແລະ ບາດເຈັບຢ່າງຫລວງຫລາຍ. ໃນຂະນະກ່າວປະນາມ ພຶດຕິກຳກໍ່ການຮ້າຍດັ່ງກ່າວ, ຂ້າພະເຈົ້າຂໍສະແດງຄວາມເສົ້າ ສະຫລົດໃຈອັນຈິງໃຈ ແລະ ຄວາມເຫັນໃຈ ຂອງລັດຖະບານ ແລະ ປະຊາຊົນລາວຕໍ່ລັດຖະບານ ແລະ ປະຊາຊົນນອກແວ, ໂດຍສະເພາະຕໍ່ຄອບຄົວຂອງຜູ້ປະສົບເຄາະຮ້າຍ ຈາກໂສກນາດ ຕະກຳດັ່ງກ່າວ.
ຊົມເຊີຍປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ຄົນໃໝ່
(25/07/2011)
*(ຂປລ) ສະຫາຍ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກເຖິງ ສະຫາຍ ຫງວຽນ ຊິງ ຮຸ່ງ, ເນື່ອງໃນໂອກາດ ທີ່ ທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ຄົນໃໝ່.
ເນື້ອໃນໂທລະເລກລະບຸວ່າ: ໃນນາມສະພາແຫ່ງຊາດ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມຄຳນັບຊົມເຊີຍມາຍັງ ສະຫາຍ ດ້ວຍຄວາມຈິງໃຈ ແລະ ດ້ວຍນ້ຳໃຈມິດພາບ ແລະ ຄວາມສາມັກຄີອັນບໍລິສຸດຜຸດຜ່ອງຂອງປະຊາຊົນສອງຊາດພວກເຮົາ. ສະພາແຫ່ງຊາດ ສປປ ລາວ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫລວງຂອງປະຊາຊົນຫວຽດນາມ ອ້າຍນ້ອງທີ່ຍາດມາໄດ້ໃນໄລຍະໃໝ່ແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ ການນຳພາຂອງສະຫາຍ, ສະພາແຫ່ງຊາດສສ.ຫວຽດນາມ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງຈະປະສົບຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກອມມຸນິດຫວຽດນາມ ໃນການສ້າງສາພັດທະນາປະເທດຊາດ ໃຫ້ເປັນປະເທດສັງຄົມນະຍົມ ອຸດສາຫະກຳທັນສະໄໝ, ພ້ອມດຽວກັນນີ້ ກໍຈະປະກອບສ່ວນສຳຄັນ ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມເວົ້າລວມ ເວົ້າສະເພາະສາຍພົວພັນ ມິດຕະພາບ ລະຫວ່າງສອງສະພາແຫ່ງຊາດ ຂອງສອງປະເທດ ລາວ-ຫວຽດນາມ ພວກເຮົາໃຫ້ຈະເລີນ ງອກງາມ ແລະ ເກີດອກກອອກຜົນຍິ່ງໆຂຶ້ນ./
ສານສະແດງຄວາມເສຍໃຈ ທີ່ລາວ ປະສົບໄພທຳມະຊາດຈາກພະຍຸໄຮມາ
(22/07/2011)
*(ຂປລ): ພະນະທ່ານ ອະພິສິດ ເວດຊາຊີວະ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ພະນະທ່ານ ກະສິດ ພິຣົມ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ໄດ້ສົ່ງສານສະແດງຄວາມເສຍໃຈເຖິງຄູ່ຮ່ວມຕຳແໜ່ງ ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປລາວ ຊຶ່ງມີເນື້ອຄວາມວ່າ:
ພວກຂ້າພະເຈົ້າຮູ້ສຶກເສຍໃຈຢ່າງຍິ່ງ ຕໍ່ໄພທຳມະຊາດຈາກພະຍຸໄຮມາທີ່ ສປປ ລາວ ກຳລັງປະສົບເປັນເຫດໃຫ້ເກີດຄວາມເສຍຫາຍຢ່າງໜັກໃນເນື້ອທີ່ເຖິງ ສາມແຂວງ ທັງຕໍ່ບ້ານເຮືອນ ເນື້ອທີ່ກະສິກຳ ລະບົບ ຊົນລະປະທານ ລວມທັງກໍໃຫ້ເກີດແຜ່ນດິນເຈື່ອນ ເຮັດໃຫ້ເສັ້ນທາງຄົມມະນາຄົມຖືກຕັດຂາດ. ໃນນາມ ລັດຖະ ບານໄທ ແລະ ສ່ວນຕົວ ພວກຂ້າພະເຈົ້າຂໍສະແດງຄວາມເສຍໃຈມາຍັງລາວ ແລະ ຄອບຄົວຜູ້ເສຍຫາຍຈາກ ໄພທຳມະຊາດຄັ້ງນີ້.
ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ພາຍໃຕ້ການບໍລິຫານຈັດການທີ່ວ່ອງໄວ ແລະ ມີປະສິດທິພາບຂອງລັດ ຖະບານລາວ ຈະສົ່ງຜົນໃຫ້ປະຊາຊົນໃນພື້ນທີ່ປະສົບໄພ ໄດ້ຮັບຄວາມຊ່ວຍເຫລືອ ແລະ ຖືກຟື້ນຟູກັບຄືນສູ່ປົກ ກະຕິໂດຍໄວ ແລະ ຂໍຮຽນວ່າ: ລັດຖະບານໄທ ໄດ້ອະນຸມັດຄວາມຊ່ວຍເຫລືອ ຜ່ານສະຖານເອກອັກ ຄະຣາຊະ ທູດ ແຫ່ງ ຣາຊະອານະຈັກໄທ ປະຈຳ ສປປ ລາວ ຈຳນວນ 3 ລ້ານບາດ ເພື່ອສະໜັບສະໜູນ ການດຳເນີນ ການຂອງລັດຖະບານລາວ ອີກທາງໜຶ່ງດ້ວຍ.
ພວກຂ້າພະເຈົ້າ ຍິນດີທີ່ຈະໃຫ້ຄວາມຊ່ວຍເຫລືອຢ່າງສຸດຄວາມສາມາດ ຫາກ ສປປ ລາວ ຍັງມີຄວາມຕ້ອງການເພີ່ມເຕີມ ແລະ ຂໍສະແດງຄວາມນັບຖືຢ່າງສູງ ມາຍັງພະນະທ່ານ ໃນໂອກາດນີ້ດ້ວຍ./.
ຜູ້ນຳລາວສົ່ງໂທລະເລກອວຍພອນວັນຊາດສ.ໂກລົມເບຍ
(21/07/2011)
*(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງ ການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງ ພະນະທ່ານ ຈູອານ ມານູເອວ ຊານໂຕດ ຄາເດີຣອນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂກລົມເບຍ ແລະ ພະນະທ່ານ ນາງ ມາເລຣຍ ແອນເຈີລາ ໂຮກູອິນ ຄູແອວລາ ແຫ່ງ ສາທາລະນະລັດ ໂກລົມເບຍໃນໂອກາດ ວັນຊາດ ສາທາລະນະລັດ ໂກລົມເບຍ.
ໃນນາມລັດຖະບານ ແລະ ປະຊາຊົນລາວ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ໂກລົມເບຍ ເນື່ອງໃນໂອກາດວັນຊາດສາທາລະນະລັດ ໂກລົມເບຍ.
ຂ້າພະເຈົ້າ ເຊື່ອໜັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງປະເທດ ພວກເຮົາຈະສືບຕໍ່ຂະຫຍາຍຕົວ ແລະ ຮັດແໜ້ນຍິ່ງໆຂື້ນ ເພື່ອຜົນປະໂຫຽດ ຂອງປະຊາຊົນສອງ ຊາດພວກເຮົາກໍຄືເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ.
ປະທານປະເທດແຫ່ງສປປ ລາວໄດ້ຮັບ ຄຳອວຍພອນຈາກຜູ້ນຳປະເທດບັງກະລາເທດ
(20/07/2011)
*(ຂປລ) ພະນະທ່ານ ຈູມມາລີ ໄຊະສອນ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຄຳອວຍພອນຈາກພະນະທ່ານເອັມດີ-ຊີລູຣຣາມັນປະທານາທິບໍດີແຫ່ງ ບັງກະລາເທດ ເນື່ອງໃນໂອກາດໄດ້ຮັບເລືອກຕັ້ງໃຫ້ ເປັນປະທານປະເທດ ແຫ່ງສປປ ລາວ ອີກວາລະໜື່ງ.
ໃນນາມປະຊາຊົນບັງກະລາເທດ ແລະ ໃນາມສ່ວນຕົວ, ຂ້າພະເຈ້າ ຂໍສົ່ງຄຳອວຍພອນ ອັນອົບອຸ່ນເຖິງພະນະທ່ານທີ່ໄດຮັບການເລືອກຕັ້ງອີກສະໄໝໜື່ງ ທີ່ກອງ ປະຊຸມ ສະພາແຫ່ງຊາດ ຊຸດທີ 07 ເພື່ອດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສປປ ລາວ.
ຂ້າພະເຈົ້າຕີລາຄາສູງສາຍພົວພັນກັບ ສປປ ລາວ, ສາຍພົວພັນມິດຕະພາບອັນສະໜິດແໜ້ນລະຫວ່າງສອງປະເທດພວກເຮົາໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍ ຜ່ານການຮ່ວມມືຢ່າງໃກ້ຊິດ. ຂ້າພະເຈົ້າມີຄວາມເຊື້ອໜັ້ນຢ່າງໜັກແໜ້ນວ່າພາຍໃຕ້ການນຳອັນສະຫລາດສ່ອງໃສຂອງພະນະທ່ານ, ການພົວພັນແບບ ສອງຝ່າຍ ຂອງພວກເຮົາ ຈະໄດ້ຮັບການຮັດແໜ້ນຍິ່ງໆຂື້ນ ແລະ ເສີມຂະຫຍາຍສາຍພົວພັນແບບພີ່ນ້ອງລະຫວ່າງປະຊາຊົນສອງຊາດ.
ຂ້າພະເຈົ້າຂໍອວຍພອນ ໃຫ້ພະນະທ່ານ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ, ອາຍຸໜັ້ນຂັວນຍືນ ແລະ ປະສົບຜົນສຳເລັດ ໃນພາລະກິດອັນມີກຽດຂອງ ພະນະທ່ານ.
ທ່ານນາຍົກລັດຖະມົນຕີ ໄດ້ຮັບຄຳຊົມເຊີຍຈາກ ຄູ່ຮ່ວມຕຳແໜ່ງ ສປປ ອານເຊລີ
(19/07/2011)
*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບ ຄຳຊົມເຊີຍ ຈາກພະນະທ່ານ ອາຮີເນດ ອູຢາເຮຍ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊລີ ຊຶ່ງມີເນື້ອໃນວ່າ: ໃນໂອກາດທີ່ພະນະທ່ານໄດ້ຮັບຕຳແໜ່ງອັນສູງສົ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກເທື່ອໃໝ່, ໃນນາມລັດຖະບານອານເຊລີ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າມີຄວາມປິຕິຍິນດີ ເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ຂໍໃຫ້ ພະນະທ່ານ ຈົ່ງປະສົບຜົນສຳເລັດໃນໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງພະນະທ່ານ.
ຂ້າພະເຈົ້າ ຂໍຢືນຢັນ ກ່ຽວກັບເຈດຕະນາລົມ ຂອງລັດຖະບານອານເຊລີ ໃນການສືບຕໍ່ປັບປຸງສາຍ ພົວພັນ ລະຫວ່າງ ສອງປະເທດພວກເຮົາ ກໍຄືການເສີມສ້າງການ ຮ່ວມມື ເພື່ອຜົນປະໂຫຍດຮ່ວມກັນ ຂອງປະ ຊາຊົນອານເຊລີ ແລະ ປະຊາຊົນລາວ./.
ຜູ້ນຳລາວ ອວຍພອນວັນຊາດແບນຊິກ
(19/07/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ໂດຍຜ່ານ ທາງໂທລະເລກ ເຖິງສະເດັດ ອານແບກ II ເຈົ້າຊີວິດ ແຫ່ງ ຣາຊະອານາຈັກ ແບນຊິກ ໃນໂອກາດວັນຊາດຂອງປະເທດດັ່ງກ່າວ.
ເນື້ອໃນໂທລະເລກລະບຸວ່າ: ດຍຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້ ຂໍຖື ເປັນກຽດ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະອົງ ແລະ ປະຊາຊົນແບນຊິກທຸກຖ່ວນ ໜ້າ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜ່ສຸກຕະຫຼອດກາລະນານ. ພ້ອມທັງຫວັງວ່າ: ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດຂອງພວກເຮົາ ຈະໄດ້ຮັບການເສີມຂະຫຍາຍ ເພື່ອຜົນປະ ໂຫຍດຂອງປະຊາຊົນສອງລາວ ລາວ-ແບນຊິກ ກໍຄື ສັນຕິພາບໂລກ ແລະ ການຮ່ວມມືເພື່ອການພັດທະນາ.
ສ່ວນເນື້ອໃນໂທລະເລກ ຂອງພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສົ່ງເຖິງ ພະນະທ່ານ ອີເວີ ເລີແຕກເມີ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ແບນຊິກ ກໍໄດ້ສະແດງ ຄວາມຫວັງວ່າ: ສາຍພົມພັນມິດຕະພາບ ແລະ ການຮ່ວມມືແບບສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງ ລັດຖະ ບານ ສປປ ລາວ ແລະ ຣາຊະອານາຈັກ ແບນຊິກ ຈະໄດ້ຮັບການສືບຕໍ່ໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນ ສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບໂລກ ແລະ ການ ຮ່ວມມືເພື່ອການພັດທະນາ.
ໃນໂອກາດດຽວກັນນີ້ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ກໍໄດ້ສົ່ງໂທລະເລກອວຍ ພອນເຖິງ ພະນະທ່ານ ສະຕີເວັນ ວານາແກ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ແບນຊິກ ເຊັ່ນດຽວ ກັນ./.
ລັດຖະບານຫວຽດນາມສະແດງຄວາມເຫັນໃຈ ປະຊາຊົນລາວຜູ້ຖືກໄພພິບັດນ້ຳຖ້ວມ ຈາກພະຍຸຮາຍມາ
(14/07/2011)
*(ຂປລ) ສະຫາຍທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບໂທລະເລກ ສະແດງຄວາມເຫັນໃຈ ຈາກ ສະຫາຍ ຫງວຽນເຕີນຢຸງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນີຍົມ ຫວຽດນາມ.
ເນື້ອໃນໂທລະເລກຂຽນວ່າ: ຂ້າພະເຈົ້າມີຄວາມເສົ້າເສຍໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ: ໃນໄລຍະທ້າຍເດືອນມີຖຸນາ 2011 ທີ່ຜ່ານມາ, ພະຍຸ ຮາຍມາ ໄດ້ສ້າງ ຄວາມເສຍຫາຍ ຢ່າງໜັກໜ່ວງ ແກ່ບາງແຂວງ ແລະ ທ້ອງຖິ່ນທາງພາກເໜືອຂອງລາວ, ໂດຍສະເພາະ ແມ່ນ ແຂວງຊຽງຂວາງ ແລະ ໄຊະບູລີ. ຕາງໜ້າໃຫ້ລັດ ຖະບານ, ປະຊາຊົນຫວຽດນາມ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຢືຢາມຖາມຂ່າວ ແລະ ສະແດງຄວາມເຫັນໃຈຢ່າງສຸດຊື້ງມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງ , ພິເສດແມ່ນຄອບຄົວຂອງຜູ້ທີ່ປະສົບເຄາະຮ້າຍຄັ້ງນີ້.
ຂ້າພະເຈົ້າ ມີຄວາມເຊື້ອໜັ້ນວ່າ ພາຍໃຕ້ການນຳພາ ຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ປະຊາຊົນເຂດທີ່ປະສົບໄພ ຈະໄດ້ຮັບການແກ້ໄຂຢ່າງ ທັນການ ແລະ ເຮັດໃຫ້ຊີວິດການເປັນຢູ່ ໄດ້ຮັບການຟື້ນຟູຄືນສູ່ຄວາມເປັນປົກຄະຕິໂດຍໄວ.
ຜູ້ນຳລາວອວຍພອນວັນເກີດສົມເດັດຊຸນຕານ ຮາຈີຮັດຊານາ ໂບນໂກຍ ແຫ່ງບຣູໄນ ດາຣູຊາລາມ
(14/07/2011)
*(ຂປລ) ພະນະທ່ານ ຈູມມາລີໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ແລະ ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງຄຳອວຍພອນວັນເກີດ ຂອງ ສົມເດັດຊຸນຕານຮາຈີຮັດຊານາ ໂບນໂກຍ ແຫ່ງບຣູໄນ ດາຣູຊາລາມ.
ເນື່ອງໃນໂອກາດ ອັນສະຫງ່າສາສີ ແຫ່ງວັນພະຣາຊະສົມພົບ ຄົບຮອບ 65 ພັນສາ ຂອງ ສົມເດັດ, ໃນນາມປະຊາຊົນ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍ ສົ່ງ ຄວາມປາດຖະໜາດີ ແລະ ພອນໄຊອັນປະເສີດມາຍັງສົມເດັດ.
ຕະຫລອດໄລຍະຫລາຍປີທີ່ຜ່ານມາ ພາຍໃຕ້ການປົກຄອງ ດ້ວຍຄວາມປີຊາສາມາດ ແລະ ສະຫລາດສ່ອງໃສ່ ຂອງສົມເດັດ ຊຸນຕານ ທີ່ຊົງເປັນປະມຸກ, ປະ ເທດບຣູໄນດາຣູຊາລາມ ໄດ້ຮັບການພັດທະນາ ແລະ ຈະເລີນຮຸ່ງເຮືອງ ອັນເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນ ບຣູໄນ ໄດ້ຮັບການຍົກຂື້ນຢ່າງບໍ່ຢຸດຢັ້ງ. ໃນໄລຍະການຢ້ຽມຢາມລັດຖະກິດຂອງຂ້າພະເຈົ້າ ແລະ ພັນລະຍາ ທີ່ປະເທດສົມເດັດ ຊຸນຕານ ເມື່ອເດືອນ ພະຈີກ ຜ່ານມາ, ນອກຈາກໄດ້ເຫັນຜົນສຳເລັດ ຂອງ ບຣູໄນ ດາຣູຊາລາມ ຢ່າງປະຈັກຕາແລ້ວ, ຂ້າພະເຈົ້າຍັງມີຄວາມເພິ່ງພໍໃຈຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາ ລະຫວ່າງ ສອງປະເທດພວກເຮົາ ໄດ້ມີບາດກ້າວຂະຫຍາຍ ຕົວ ສູງຂື້ນ ຢ່າງຕໍ່ເນື່ອງ.
ຂ້າພະເຈົ້າເຊື່ອໜັ້ນວ່າ ສົມເດັດ ຊຸນຕານ ຈະສືບຕໍ່ປະກອບສ່ວນ ເຂົ້າໃນການເພີ່ມ ທະວີ ສາຍພົວພັນມິດຕະພາບ ແລະ ການຮ່ວມມືເພື່ອຜົນປະໂຫຽດລວມ ຂອງປະຊາຊົນ ສອງ ຊາດລາວ-ບຣູໄນ ກໍຄືຂອງປະຊາຄົມອາຊຽນຂອງພວກເຮົາ. ຂໍອວຍພອນໄຊ ໃຫ້ສົມເດັດ ຈົ່ງຊົງພະກະເສມສຳລານ ແລະ ມີພະຊົນພັນສາຍິ່ງ ຍືນ ນານ, ເປັນຮົ່ມໂພໄຊໃຫ້ແກ່ປະຊາຊົນບຣູໄນ ດາຣູຊາລາມຕະຫລອດໄປ.
ຜູ້ນຳລາວໄດ້ຮັບສານຊົມເຊີຍຈາກສປປ ອານເຊລີ
(14/07/2011)
*(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ , ພະນະທ່ານ ນາງ ປານີ ຢາທໍ່ຕູ້ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ ທອງລຸນສີສຸລິດ ຮອງນາຍົກລັດຖະມົນຕີ , ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ ສານຊົມເຊີຍຈາກ ພະນະທ່ານ ອັບແດນລາຊີ ບູເຕັບລີກາ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊີລີ, ພະນະທ່ານ ອັບເດລາຊີ ເຊຍຣີ, ປະທານສະພາ ແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊີລີ ແລະ ພະນະທ່ານ ມູຣາດເມແດນຊີ ລັດຖະມົນຕີວ່າການກະ ຊວງການຕ່າງປະເທດ ແຫ່ງ ອານເຊີລີ.
ໃນໂອກາດ ທີ່ ພະນະທ່ານ ຖືກຕັ້ງໃຫ້ດຳລົງຕຳແໜ່ງອັນສູງສົ່ງອິກວາລະໜື່ງ ຢູ່ປະເທດຂອງພະນະທ່ານ, ໃນນາມປະຊາຊົນ ແລະ ໃນນາມລັດຖະບານ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າສົ່ງຄຳຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງປະສົບຜົນສຳເລັດໃນວຽກງານອັນສູງສົ່ງຂອງພະ ນະທ່ານ ຂໍໃຫ້ປະຊາຊົນລາວ ເພື່ອນມິດ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນາຖາວອນ. ໃນໂອກາດອັນສະຫງ່າລາສີ, ຂ້າພະເຈົ້າ ຂໍໃຫ້ສັນຍາວ່າຈະຮັດແໜ້ນ ສາຍພົວພັນມິດຕະພາບ ທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ ພວກເຮົາ ແລະ ຂໍຢືນຢັນວ່າຈະສືບຕໍ່ເຮັດວຽກ ຮ່ວມກັບພະນະທ່ານ ເພື່ອຜົນປະໂຫຽດຂອງ ປະຊາຊົນສອງຊາດ.
ປະທານສະພາແຫ່ງຊາດໄດ້ຮັບສານຊົມເຊີຍຈາກປະທານສະພາລັດເຊຍ
(14/07/2011)
*(ຂປລ) ພະນະທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງສປປ ລາວ ໄດ້ຮັບສານຊົມເຊີຍຈາກ ພະນະທ່ານ ບໍຣີສ໌ ກຣູສະລົບ, ປະທານສະພາດູມາ ຂອງລັດຖະສະພາ ແຫ່ງ ສະຫະພັນລັດເຊຍ ແລະ ພະນະທ່ານ ອາເລັກຊານເດີ ຕຣໍຊິນ, ຮອງປະທານສະຫະພັນສະພາຜູ້ທີໜື່ງ ແຫ່ງລັດຖະສະພາສະຫະພັນ ລັດເຊຍ ໃນໂອກາດທີ່ໄດ້ຮັບເລືອກຕັ້ງ ເປັນປະ ທານສະພາແຫ່ງຊາດ ແຫ່ງສປປ ລາວ.
ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ສົ່ງພອນໄຊອັນປະເສີດ ມາຍັງພະນະທ່ານ ເນື່ອງໃນໂອກາດ ທີ່ພະນະທ່ານໄດ້ຮັບເລືອກຕັ້ງ ໃຫ້ດຳລົງຕຳແໜ່ງ ເປັນປະທານສະພາແຫ່ງຊາດ ອິກສະໄໝໜື່ງ.
ພວກຂ້າພະເຈົ້າມີຄວາມເພິ່ງພໍໃຈຢ່າງສູງ ຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມືລະຫວ່າງ ລັດຖະສະພາລັດເຊຍ-ລາວ ແລະ ເຫັນວ່າການພົວພັນດັ່ງກ່າວ ມີຄວາມສຳຄັນຢ່າງຍິ່ງ ສຳລັບຂອບການພົວພັນສອງຝ່າຍ. ພວກຂ້າພະເຈົ້າເຊື່ອໜັ້ນວ່າ ໃນຕຳແໜ່ງອັນສູງສົ່ງນີ້ ພະນະທ່ານຈະສືບຕໍ່ສົ່ງເສີມ ສາຍພົວພັນ ລະ ຫວ່າງ ລັດຖະສະພາສອງຊາດພວກເຮົາໃຫ້ເຂັ້ມແຂງ ແລະ ເລີກເຊິ່ງຂື້ນກວ່າເກົ່າ. ພວກຂ້າພະເຈົ້າຖືໂອກາດນີ້ ອວຍພອນ ມາຍັງ ພະນະທ່ານ, ເພື່ອນຮ່ວມງານ ທີ່ຮັກແພງ, ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງພະນະທ່ານ ແລະ ຂໍໃຫ້ປະຊາຊົນ ເພື່ອນມິດ ຈົ່ງມີຄວາມຜາສຸກ ແລະ ຈະເລີນວັດທະນາ.
ໂທລະເລກສະແດງຄວາມເຫັນໃຈ
(13/07/2011)
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມເສົ້າ ສະຫຼົດໃຈ ໂດຍຜ່ານທາງໂທລະເລກ ເຖິງພະນະທ່ານ ດີມີດຕຣີ ເມດເວເດັບ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັ້ດເຊຍ ຊຶ່ງມີເນື້ອຄວາມລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຊາບຂ່າວ ດ້ວຍຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ເຫດ ໂສກນາດຕະກຳ ກຳປັ່ນໂດຍສານຂອງຣັດເຊຍ ໄດ້ຫຼົ້ມໃນແມ່ນ້ຳ ໂວນກາ ເມື່ອວັນທິດທີ່ຜ່ານມານີ້ ອັນໄດ້ເຮັດ ໃຫ້ຜູ້ໂດຍສານຈຳນວນຫຼວງຫຼາຍ ເສຍຊີວິດ ແລະ ຫາຍສາບສູນ. ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງພະນະທ່ານ ແລະ ປະຊາຊົນ ຣັດເຊຍທຸກຖ້ວນໜ້າ ໂດຍສະເພາະມາຍັງຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກໂສກ ນາດຕະກຳໃນຄັ້ງນີ້ ດ້ວຍ./.
ຜູ້ນຳລາວອວຍພອນວັນຊາດສາທາລະນະລັດຝຣັ່ງ
(13/07/2011)
*(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ , ພະນະທ່ານ ທອງ ສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ ທອງລຸນສີສຸລິດ ຮອງນາຍົກລັດຖະມົນຕີ , ລັດຖະມົນຕີວ່າການກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ ສົ່ງໂທລະເລກ ອວຍພອນ ເຖິງ ພະນະທ່ານນິໂກລາ ຊາກໂກຊີ ປະທາ ນາທິບໍ ດີ ແຫ່ງ ສາທາລະນະລັດ ຝຣັ່ງ, ພະນະທ່ານ ຟຣັງຊົວຟີຢົງ ນາຍົກ ລັດຖະມົນຕີ ແຫ່ງ ສາທາ ລະນະລັດຝຣັ່ງ ແລະ ພະນະທ່ານອາແລ່ງຊຸບເປ ລັດຖະມົນຕີວ່າການ ກະ ຊວງການຕ່າງປະເທດ ແລະ ສະຫະພາບເອີລົບແຫ່ງ ສາທາລະນະລັດ ຝຣັ່ງໃນໂອກາດວັນຊາດ.
ເນື່ອງໃນໂກາດວັນຊາດ ແຫ່ງ ສາທາລະນລັດຝຣັ່ງ, ໃນນາມລັດຖະບານລາວ, ປະຊາ ຊົນລາວ ແລະ ໃນາມສ່ວນຕົວ ພວກຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ປະຊາຊົນຝຣັ່ງ ທຸກຖ້ວນໜ້າ ຈົ່ງມີຄວາມຜາສຸກ, ມີຜົນສຳເລັດ ແລະ ມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າເຊື້ອໜັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດຝຣັ່ງ ຈະໄດ້ຮັບການເສີມຂະ ຫຍາຍໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂື້ນໃນອານາຄົດ ເພື່ອຜົນປະໂຫຽດປະຊາຊົນສອງຊາດພວກເຮົາ, ກໍຄືສັນຕິພາບ ແລະ ການຮ່ວມມືສາກົນ ເພື່ອພັດທະນາ.
ຜູ້ນຳລາວອວຍພອນວັນຊາດໂຄຣເອເຊຍ
(11/07/2011)
*(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ , ພະນະທ່ານ ທອງ ສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ ທອງລຸນສີສຸລິດ ຮອງນາຍົກລັດຖະມົນຕີ , ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ພະນະທ່ານອີໂວ ໂຈຊີໂປວິກ ປະທານາທິບໍ ດີ ແຫ່ງ ສາທາລະນະລັດ ໂຄຣເອເຊຍ, ພະນະທ່ານ ຈາດດັງກາ ໂກຊໍ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ ລັດໂຄຣເອເຊຍ ແລະ ພະນະທ່ານຈໍແດນ ແຈນໂດຣໂກວິກ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ໂຄຣເອເຊຍ ໃນໂອກາດ ວັນຊາດ.
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ໂຄຣເອເຊຍ, ຕາງໜ້າໃຫ້ລັດຖະບານ , ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າຂໍສົ່ງ ຄຳຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນ ໂຄຣເອ ເຊຍ ເພື່ອນມິດທຸກຖ້ວນໜ້າ.
ພວກຂ້າພະເຈົ້າຫວັງວ່າ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາ ລະນະລັດ ໂຄຣເອເຊຍ ຈະສືບຕໍ່ໄດ້ຮັບການຂະຫຍາຍຕົວຍິ່ງໆຂື້ນ ເພື່ອຜົນປະໂຫຽດຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ ແລະ ການຮ່ວມມື ສາກົນເພື່ອການພັດທະນາ.
ທ່ານຮອງນາຍົກ ທອງລຸນ ໄດ້ຮັບຄຳຊົມເຊີຍ ຈາກຄູ່ຮ່ວມຕຳແໜ່ງ ສສ ເຢຍລະມັນ
(11/07/2011)
*(ຂປລ): ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຮັບຄຳຊົມເຊີຍ ຜ່ານທາງໂທລະເລກ ຈາກພະນະທ່ານ ດຣ. ກີໂດ ແວັສເທີແວນເລີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ໃນ ໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ອີກເທື່ອໃໝ່.
ເນື້ອໃນໂທລະເລກຂຽນວ່າ: ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງພະນະທ່ານ, ຂໍອວຍພອນ ໃຫ້ພະນະທ່ານ ຈົ່ງມີພະລານາໄມແຂງແຮງ, ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານ ໃນຕໍ່ໜ້າ. ການປະຕິຮູບເສດຖະກິດ-ສັງຄົມ ແລະ ການດຳເນີນນະໂຍບາຍການຕ່າງປະເທດ ແບບຫລາຍທິດ ແລະ ຫລາຍ ຮູບແບບ ຂອງລັດຖະບານ ຂອງພະນະທ່ານ ໄດ້ເຮັດໃຫ້ການພົວພັນ ລະຫວ່າງ ເຢຍລະມັນ ແລະ ລາວ ໃນຫລາຍປີຜ່ານມານີ້ ໄດ້ຮັບການຮັດແໜ້ນ ແລະ ເສີມຂະ ຫຍາຍໃນທາງກວ້າງ ແລະ ທາງເລິກ. ພ້ອມກັນນີ້ ກໍເປັນໜ້າຍິນດີ ທີ່ໄດ້ເຫັນການຮ່ວມມືຂອງພວກເຮົາ ໃນເສທີພາກພື້ນ ແລະ ສະຫະປະຊາຊາດ ໄດ້ຮັບການ ເສີມຂະຫຍາຍເປັນຢ່າງດີ.
ຂ້າພະເຈົ້າ ມີຄວາມຍິນດີທີ່ຈະໄດ້ຮ່ວມເຮັດວຽກກັບພະນະທ່ານ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືມິດຕະພາບທີ່ດີ ລະຫວ່າງ ສອງປະເທດພວກ ເຮົາ ເພື່ອປົກປັກຮັກສາ ສັນຕິພາບ ແລະ ຄວາມວັດທະນາ ຖາວອນ./.
ຜູ້ນຳ ແຫ່ງສປປ ລາວໄດ້ຮັບສານອວຍພອນຈາກ ສ.ສະຫະພັນບຣາຊິນ