​ ແຂວງບໍ່ແກ້ວ ເປັນແຂວງທາງພາກເໜືອ ຂອງ ສປປລາວ ຊຶ່ງຕັ້ງຢູ່ທາງຝັ່ງຊ້າຍແມ່ນ້ຳຂອງ, ມີເນື້ອທີ່ 6.196 ກມ2, ມີພົນລະເມືອງ 145.919 ກວ່າຄົນ, ຍິງ: 73.606 ກວ່າຄົນ (ສະຖິຕິປີ 2005) ແບ່ງອອກເປັນ 5 ເມືອງຄື: ເມືອງ ຫ້ວຍຊາຍ, ເມືອງ ຕົ້ນເຜິ້ງ, ເມືອງເມິງ, ເມືອງຜາອຸດົມ ແລະ ເມືອງປາກທາ. ມີ 354 ບ້ານ. ທີ່ວ່າ ການແຂວງ: ເມືອງ ຫ້ວຍຊາຍ. ຄວາມໜາແໜ້ນ ຂອງ ປະຊາກອນແມ່ນ: 24 ຄົນ/ກມ2. ແຂວງບໍ່ແກ້ວ ປະ ກອບ ດ້ວຍຫລາຍຊົນເຜົ່າຄື: ໄຕ, ລາວ, ລື້, ຍວນ, ກໍ່, ກຸ່ຍ, ຢ້າວ, ແລນແຕນ, ມູເຊີ, ກຶມມຸ.

ປະຊາຊົນ ທີ່ຢູ່ຫ່າງໄກສອກຫລີກຈຳນວນໜຶ່ງ ຍັງນຸ່ງຖືຕາມຮີດຄອງປະເພນີດັ້ງເດີມ. ບາງສ່ວນກໍ່ຕຳຫູກ ຜະ ລິດຜ້າຝ້າຍເພື່ອຊົມໃຊ້ ພາຍໃນຄອບຄົວ. ບຸນປະເພນີທີ່ສຳຄັນ
ໄດ້ແກ່ ບຸນປີໃໝ່ ຫລື ກຸດສົງການ. ບຸນເກັບກ່ຽວ ແລະ ບຸນປະຈຳຄອບຄົວເຊັ່ນ: ບຸນຂຶ້ນເຮືອນໃໝ່ ແລະ ການເຢົາຢາ. ວາດຂັບລຳມີ: ຊັບລື້, ຂັບກໍ່, ຂັບເຕີມ.

ການເດີນທາງໄປແຂວງບໍ່ແກ້ວ ສາມາດໄປໄດ້ຫລາຍວິທາງຄື: ທາງນ້ຳ, ທາງລົດ ແລະ ທາງຍົນ.

 

ກັບຫນ້າສາລະບັນ


ຂ່າວສານປະເທດລາວ(ຂປລ) -80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: (856-21)215402 ແຟັກ: 212446