ຂ່າວສານປະເທດລາວ ເຊິ່ງມີຕົວອັກສອນຫຍໍ້ວ່າ “ຂ.ປ.ລ” ຫລື “KPL” ແມ່ນຊື່ຂອງສຳ ນັກ ງານສື່ມວນຊົນຫນຶ່ງທີ່ມີພາລະບົດບາດສູງ ເປັນກະບອກສຽງ ທີ່ສຳຄັນທີ່ສຸດຮັບໃຊ້ໃຫ້ແກ່ ຫນ້າທີ່ການເມືອງ ຂອງ ສູນກາງພັກ-ລັດ ຕະຫລອດໄລຍະເວລາແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນຈົນຮອດປະ ເທດຊາດ ໄດ້ຮັບການປົດປ່ອຍສະຖາປະນາມາເປັນປ ະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະໄດ້ ຮັບການສ້າງ ສາພັດທະນາປະເທດໃຫ້ຈະເລີນມາເຖິງປະຈຸບັນນີ້. ສຳນັກຂ່າວສານປະເທດລາວ ຖືກສ້າງ ຕັ້ງຂຶ້ນ ເມື່ອ ວັນທີ 6/1/68 ທ່ີຖ້ຳແຫ່ງໜຶ່ງ ຢູ່ບ້ານບັກ ທົ່ງນາໄກ ປະຈຸບັນເອີ້ນວ່າ ເມືອງວຽງໄຊ ຊຶ່ງ ເປັນ ເຂດປົດປ່ອຍ ໂດຍມີທ່ານ ສີຊະນະ ສີສານ ເປັນຫົວຫນ້າ, ທ່ານ ສອນຄຳວານ ວົງສາ ແລະ ທ່ານສົມເທີ ເພັດມະນີ ເປັນຮອງ. ທ່າມກາງຫ່າລະເບີດລູກ ປືນຂອງພວກໂຈນອາກາດທີ່ໄດ້ແຫ່ແຫກັນມາ ຖິ້ມລົງໃສ ່ເຂດ ທີ່ໝັ້ນຂອງ ສູນກາງຢ່າງບໍ່ເວັ້ນແຕ່ລະ ວັນເພື່ອ ຫວັງ ດັບມອດກຳລັງປະຕິວັດລາວ. ແຕ່ກົງກັນຂ້າມການ ປະ ຕິວັດລາວ ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຈາກໄຊຊະນະ ນີ້ໄປ ຫາ ໄຊຊະນະໃໝ່. ຕໍ່ມາສົງ ຕາມ ຍິ່ງ ນັບວັນ ຮ້າຍແຮງດຸເດືອດ ໃນແຕ່ລະວັນຝູງຍົກ 105 ໄດ້ຜັດປ່ຽນກັນໄປຖີ້ມລະເບີດໃສ່ບັນດາ ຖ້ຳຂອງ ທ່ານ ຜູ້ນຳ ແລະທົ່ງນາໄກ ຢ່າງໜັກໜ່ວງ. ດັ່ງນັ້ນເພື່ອຄວາມປອດໄພແລະຮັກສາ ກຳລັງຮັບປະກັນໃຫ້ ແກ່ ານ ກະຈາຍສຽງອອກອາກາດບໍ່ໃຫ້ຂາດ. ສຳນັກງານວິທະຍຸຂ່າວສານຂອງ ຝ່າຍປະເທດລາວ ຈິ່ງໄດ້ ແບ່ງ ອອກເປັນສອງສຳນັກຄື: B1 ໄດ້ໄປຕັ້ງສຳນັກ ງານຢູ່ປະເທດຫວຽດນາມ ເອີ້ນວ່າແນວຫລັງ ໂດຍແມ່ນ ທ່ານ ສອນຄຳວານວົງສາເປັນຫົວຫນ້າ. ສ່ວນ B2 ແມ່ນປະຈຳຢູ່ພູແຄ (ເມືອງວຽງໄຊ) ເອີ້ນວ່າ ຢູ່ແນວຫນ້າ ໂດຍມີທ່ານ ສົມ ເທີ ເພັດມະນີ ເປັນຫົວຫນ້າ, ທ່ານ ສີສະຫນານ ແລະທ່ານ ບົວບານ ວໍລະຂຸນ ເປັນຮອງ .ຮັບຜິດຊອບ ບົດ-ຂ່າວ. ທ່ານ ສີຊະນະສີສານ ແມ່ນຫົວຫນ້າໃຫຍ່ ຮັບຜິດຊອບລວມທັງສອງ ສຳນັກ. ຢູ່ສຳນັກ B2 ເວລານັ້ນ ປະກອບມີຫນ່ວຍບົດ, ຫນ່ວຍຂ່າວ (ພິມດີດ ໂຕລາຕິນ ແລະພາສາລາວ, ເຕັກນິກ ກໍ່ມີ ໂທລະເລກ,ຈັກກະຈາຍ ແລະໄຟຟ້າ.
ປີ 1970 ພາຍຫລັງບັ້ນຮົບກູ້ກຽດຢູ່ແຂວງຊຽງຂວາງ ສຳນັກວິທະຍຸ ຂອງກຳລັງເປັນກາງ ຮັກ ຊາດຢູ່ຄັງໄຂ ໄດ້ອົບພະຍົກຂຶ້ນໄປສູນກາງ ແລະໄດ້ມາສົມທົບຢູ່ຮ່ວມ ກັບຂ່າວສານ ປະເທດລາວ ຊຶ່ງມີທ່ານ ວັນເຮືອງ ວົງວິຈິດ ເປັນຫົວຫນ້າ, ທ່ານ ສຸວັນທອນ ບຸບຜານຸວົງ ແລະ ອື່ນໆ ລວມທັງນັກຂ່າວ ແລະນັກວິ ຊາການເຕັກນິກ ອັນໄດ້ເຮັດໃຫ້ສຳນັກຂ່າວ ສານ ເວລານັ້ນມີຈຳນວນຫລາຍຂຶ້ນ ແລະເຂັ້ມແຂງເປັນກ້າວໆ. ຖ້ຳຂອງຂ່າວສານໄດ້ຖືກເຮືອບິນ ມາຖິ້ມລະເບີດຖະຫລົ່ມ 2 ຄັ້ງ ເຮັດໃຫ້ບ່ອນພັກເຊົາຖືກເປເພເສຍຫາຍ. ສຳ ນັກຂ່າວ ສານ ໃນເມື່ອກ່ອນ ຕັ້ງຢູ່ພູແຄ (ເມືອງວຽງໄຊ) ຕັ້ງເຮືອນຕູບຢູ່ກ້ອງຮົ່ມສຸມໄມ້ຫົກ, ບໍ່ມີຫ້ອງ ການເຮັດວຽກບໍ່ມີໂຕະຕັ້ງ ຂຽນຫນັງສືມີແຕ່ຕຽງໄດ້ຝາກໃຜນອນບ່ອນໃດກໍ່ຂຽນບົດ-ຂ່າວ ຢູ່ບ່ອນນັ້ນ, ຈັກພິມ ດີດກໍ່ພິມຢູ່ບ່ອນນອນ ໄດ້ຍິນສຽງເຮືອບິນມາກໍ່ຕ້ອງຫີ້ວເອົາຈັກພິມດີດແລ່ນເຂົ້າໄປ ຢູ່ໃນຖ້ຳ, ເຮືອບິນຫນີ ກໍ່ ຫີ້ວອອກມາພິມຕໍ່. ໃນບັ້ນຮັບໃຊ້ໃຫ້ແກ່ສະ ຫນາມ ຮົບກູ້ກຽດ ແລະໂອເດແອນຢູ່ແຂວງ ຊຽງຂວາງ ບັ້ນຮົບ ລາມເຊີນ 719 ຢູ່ ແຂວງສະຫວັນນະເຂດ, 3 ບັ້ນຮົບດັ່ງກ່າວນີ້ແມ່ນຮ້າຍແຮງທີ່ສຸດ. ຍ້ອນສຳນັກມີ 2 ບ່ອນ ຕັ້ງຢູ່ຄົນລະ ປະ ເທດ, ບ.ກ ຂຽນບົດ, ຂຽນຂ່າວຢູ່ພູແຄ ແຕ່ໂຄສົກອ່ານຂ່າວອອກ ວິທະຍຸຊ້ຳພັດຢູ່ຫວຽດນາມ, ແຕ່ລະມື້ນັກຂ່າວໄດ້ໄປເກັບກຳຂ່າວຈາກສະຫນາມຮົບຕ່າງໆ ມາຂຽນແລ້ວ ກໍ່ເອົາ ໃຫ້ຫນ່ວຍງາມພິມດີດ ພິມ ເປັນໂຕລາຕິນແລ້ວເອົາໄປສົ່ງໃຫ້ໜ່ວຍງານ ໂທລະເລກສົ່ງຕໍ່ໄປໃຫ້ B1 ຢູ່ຫວຽດນາມ. ເຖິງວ່າຈະພົບ ຍົນ ຍິງລະເບີດແຕກລັດຫນ້າລັດຫລັງ ຝົນຕົກລົມ ຫນາວ ພະນັກງານທຸກຄົນກໍ່ເຮັດຫລ້ອນໜ້າທ່ີ ທ່ີຖືກມອບໝາຍ ໃຫ້ເປັນຢ່າງດີທັນກັບສະພາບການ. ພະນັກງານ ຂ່າວສານທຸກຄົນເຮັດວຽກຫາກແບກພາລະທີ່ໜັກ ຫນ່ວງ ຈົນ ລືມ ຄວາມອິດເມື່ອຍ ຍ້ອນວ່າສຳນັກຖືກຍົນຍິງຖະຫລົ່ມເຖິງ 2 ເທື່ອ ເຮັດໃຫ້ຖ້ຳເປ່ເພເສຍຫາຍ ຄະນະ ຮັບ ຜິດຊອບສຳນັກຈິ່ງໄດ້ລະດົມອ້າຍນ້ອງທັງໝົດຂຸດເຈາະ ຫີນແລະສ້ອມແປງ ຖ້ຳ ໃຫ້ກວ້າງອອກ ຕື່ມໃຊ້ ເວລາເກືອບ1 ປີ ຈຶ່ງສຳເລັດ.
ໃຕ້ການນຳພາຂອງພັກ ໂດຍມີບັນດາທ່ານ ຄະນະຮັບຜິດຊອບຢູ່ວິທະຍຸຂ່າວສານໃນເມື່ອກ່ອນ ໄດ້ ເອົາໃຈໃສ່ຊີ້ນຳ ນຳພາແນວຄິດຂອງອ້າຍເອື້ອຍນ້ອງທຸກຄົນຝຶກຝົນຫລໍ່ຫລອມ ຕົນເອງໃຫ້ມີຈິດໃຈຟົດ ຟື້ນ ປະຕິວັດ, ມີນ້ຳໃຈອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້. ຍ້ອນມີແນວທາງທີ່ຖືກຕ້ອງພາຍ ໃຕ້ການນຳພາ ອັນສະຫລາດສ່ອງໃສຂອງພັກ ສະພາບການບ້ານເມືອງ ໄດ້ມ ີການຫັນປ່ຽນຢ່າງບໍ່ຄາດຝັນ, ຢູ່ເຂດແນວຫລັງສັດໄດ້ມີການຕໍ່ສູ້ດ້ານການເມືອງເກີດຂຶ້ນແລະນັບມື້ນັບຫລາຍ ເປັນຜົນ ດີໃຫ້ແກ່ການປະຕິວັດ ຄະນະລັດຖະບານ ປະສົມໄດ້ຖືກສ້າງຕັ້ງຂຶ້ນໃນປີ 1972. ຂ່າວສານກໍ່ຍິ່ງເພີ່ມ ພາລະບົດບາດສູງຂຶ້ນ. ທ່ານ ສີສະໝານ ແລະ ພະນັກງານ 3 ສະຫາຍໄດ້ເຂົ້າ ມາປະ ຈຳຢູ່ວຽງຈັນ ເຮັດ ວຽກຮ່ວມກັບຄະນະປະສົມແຫ່ງຊາດເພື່ອປະຕິບັດຄວາມ ຖືກຕ້ອງປອງດອງຊາດ (ນັກຂ່າວ1 ສະຫາຍ, ໂທ ລະເລກ 2 ສະຫາຍ) ພ້ອມນີ້ຍັງມີນັກຂ່າວ 1 ສະຫາຍ ແລະໂທລະເລກ 1 ສະຫາຍໄປ ປະຈຳຢ ຫລວງ ພະ ບາງ ຮ່ວມກັບຄະນະມົນຕີຄວາມໝັ້ນຄົງແຫ່ງຊາດ. ກອງປະຊຸມຂອງຄະນະລັດຖະບານປະສົມດັ່ງກ່າວນັ້ນ ເປີດຂຶ້ນອາ ທິດລະສອງຄັ້ງ, ທຸກໆເອກະສານທີ່ອ່ານ ຜ່ານກອງປະຊຸມຂອງສອງຝ່າຍຈະແມ່ນບົດສັ້ນຫລືຍາວ ໄດ້ຖືກສົ່ງຜ່ານໂທລະເລກຂອງຂ່າວສານຂຶ້ນໄປຫາສູນ ກາງພັກເພື່ອຄົ້ນຄວ້າ ພິຈາ ລະນາ,ເວລານັ້ນ ເຄື່ອງອຸ ປະກອນວິຊາການຍັງຫລ້າສະໄໝ, ພະນັກງານວິຊາການກໍ່ມີໜ້ອຍແຕ່ຄວາມຮຽກຮ້ອງຕ້ອງການຂອງ ວຽກ ງານຊ້ຳພັດສູງ, ທັງຕ້ອງໃຫ້ຮັບປະກັນບໍ່ ໃຫ້ຜິດ ພາດ ແລະໃຫ້ໄດ້ໄວທັນກັບສະພາບການ. ດັ່ງນັ້ນ ທຸກຄົນຈິ່ງ ໄດ້ເຮັດວຽກຫາມຮຸ່ງຫາມຄ່ຳ, ປະຈຳຢູ່ໃນຖ້ຳທັງເວັນທັງຄືນບໍ່ມີວັນພັກຜ່ອນ.ປີ 1973 ຫລັງຈາກເຊັນ ສັນ ຍາ ແລະ ອານຸສັນຍາໃນວັນທີ 21 ມີນາປີ 1973 ຂະບວນການ ລຸກຮື້ຂຶ້ນຢູ່ທຸກ ຫົນແຫ່ງໃນທົ່ວ ປະເທດ. ຂ່າວສານໄດ້ແບ່ງປັນກຳລັງອອກໄປປະຈຳຢູ່ຕາມຕົວເມືອງໃຫຍ່ເຊັ່ນ: ທ່າແຂກ, ສະ ຫວັນນະເຂດ ແລະ ຈຳ ປາສັກ ເພື່ອເກັບກຳຂ່າວຄາວສະພາບການຕ່າງໆສົ່ງໄປໃຫ້ສຳນັກອອກອາກາດປຸກລະ ດົມຈິດໃຈປະຊາ ຊົນ.
ປີ 1974 ສຳນັກ B1 ໄດ້ຍົກຍ້າຍກັບຄືນປະເທດແລະໄດ້ມາເຕົ້າໂຮມ ເປັນສຳນັກດຽວກັນຢູ່ທີ່ພູແຄ ເວລານີ້ທ່ານສົນເທີ ເພັດມະນີ ໄດ້ເຂົ້າມາວຽງຈັນ ເພື່ອກະກຽມໃຫ້ແກ່ການ ຢຶດອຳນາດທົ່ວປະເທດມອບ ໜ້າທີ່ໃຫ້ທ່ານ ບົວບານ ວໍລະຂຸນ ວ່າການແທນຫົວໜ້າ. ພາຍຫລັງຢຶດອຳນາດທົ່ວປະເທດ ແລະສະຖາປານາ ທົ່ວປະເທດໃນວັນທີ 2 ທັນວາ ປີ 1975 ແລ້ວພະນັກ ງານຂ່າວສານປະເທດລາວ ໄດ້ຖືກແບ່ງປັນໃຫ້ໄປ ປະ ຈຳຢູ່ຫລວງພະບາງ, ຊຽງຂວາງ, ຄຳມ່ວນ, ຫົວພັນ ນອກນັ້ນແມ່ນຍົກຍ້າຍເຂົ້າມາວຽງຈັນ.
ປີ 1976 ວິທະຍຸປະເທດລາວແລະຂ່າວສານປະເທດລາວໄດ້ແຍກອອກຈາກກັນ. ທ່ານສີສະນະສີ ສານ ເປັນລັດຖະມົນຕີກະຊວງຖະແຫລງຂ່າວ, ທ່ານສອນຄຳວານວົງສາ ເປັນຮອງ ລັດ ຖະມົນຕີ ແລະທ່ານ ສົນເທີ ເພັດມະນີເປັນຫົວໜ້າຫ້ອງການກະຊວງ, ທ່ານສີສະໝານເປັນຫົວໜ້າກົມຂ່າວສານ-ໜັງສືພິມປະຊາ ຊົນ. ມາຮອດປີ 1983 ກົມຂ່າວສານ ແລະໜັງ ສືພິມຈິ່ງໄດ້ແຍກອອກເປັນ 2 ອຳນວຍການໃຫຍ່ຫົວໜ້າຂ່າວ ສານຕໍ່ຈາກທ່ານ ສີສະໝານ ກໍ່ມີທ່ານຈັນທີເດືອນສະຫວັນ, ທ່ານ ບຸນເຕັງວົງໄຊ, ທ່ານ ວັນທອງ ພົນຈັນ ເຮືອງ ແລະ ທ່ານ ຄຳແສນພົງສາ ໄດ້ດຳລົງຕຳແໜ່ງນີ້ມາແຕ່ປີ 1999 ຈົນເຖິງປະຈຸບັນ.
ຂ່າວສານ ປະເທດລາວ ໄດ້ຍ່າງຕາມທາງທີ່ຄົດລະອິດລະອ້ຽວມານານກວ່າ 40 ປີ ແລະ ໄດ້ເຕີບ ໃຫຍ່ຂະຫຍາຍຕົວຮອບດ້ານນັບທັງກຳລັງຄົນ, ກຳລັງຊັບ ແລະອຸປະກອນເຕັກນິກ ທີ່ທັນສະໄໝ. ເມື່ອກ່ອນ ກຳເນີດຈາກສອງຝາມືເປົ່າ, ຂາດເຂີນທາງກຳລັງຄົນ, ກຳລັງຊັບ ແລະວັດຖຸອຸປະກອນເກົ່າແກ່ຫລ້າຫລັງ ແຕ່ຍ້ອນຄວາມບຸກບືນເປັນ ຈິດໜຶ່ງໃຈດຽວກັນຢູ່ ໃຕ້ຮົ່ມທຸງຂອງພັກປະຊາຊົນປະຕິວັດລາວ ແລະດ້ວຍຄວາມ ເອົາໃຈໃສ່ຂອງຂັ້ນເທິງ ແລະຫົວໜ້າກົມ ຫລືຫົວໜ້າອຳນວຍການ ແຕ່ລະລຸ້ນແຕ່ລະທ່ານ ທີ່ຮັບຜິດຊອບຜ່ານ ມາໄດ້ ເຮັດ ໃຫ້ຂ່າວສານປະເທດລາວນັບມື້ນັບເຕີບໃຫຍ ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໃນເມື່ອກ່ອນມີພຽງເຄື່ອງ ຈັກໂທ ລະເລກ ເກົ່າໆ 1 ເຄື່ອງກາຍມາເປັນ ສາມເຄື່ອງ, ເຄື່ອງສົ່ງ (ຈັກກະຈາຍ) ກໍ່ມີຈັກ 50 W, T 500, 1 KW, 5KW, ສ່ວນເຄື່ອງຮັບກໍ່ມີຈັກໂທລະພິມ P 250, P 371, TOPON, EKAD, ຕໍ່ມາອີກ ກໍ່ໃຊ້ເຄື່ອງຄອມພິວເຕີແທນໃຫ້ເຄື່ອງໂທລະເລກ-ໂທລະພິມ ຈົນເຖິງປະຈຸບັນ.
ມາເຖິງປະຈຸບັນນີ້ຂ່າວສານປະເທດລາວໄດ້ກ້າວໄປສູ່ເຄື່ອງເຕັກໂນໂລຊີທັນສະໄໝເທົ່າທຽມກັບ ປະເທດອື່ນ, ອັນໄດ້ເຮັດໃຫ້ຊື່ສຽງຂອງສຳນັກຂ່າວສານປະເທດລາວ ເປັນທີ່ຮັບຮູ້ໄປ ທົ່ວ ໂລກ. ພາລະບົດບາດ ກໍ່ສູງຂຶ້ນເລື້ອຍໆ ຜະລິດຕະພັນຂ່າວສານກໍ່ມີຫລາຍຢ່າງເຊັ່ນ: ໜັງສືພິມປະເທດລາວ, KPL news, ອິນເຕີ ເນັດ, ເວບໄຊ ແລະ ອື່ນໆ.
ກວ່າ 40 ປີຜ່ານມາ, ພະນັກງານຂ່າວສານທຸກຄົນບໍ່ວ່າລຸ້ນກ່ອນກໍ່ຄືລຸ້ນສືບທອດທຸກຄົນໄດ້ພ້ອມ ພຽງຮຽງໜ້າ ກັນສຸມທຸກສະຕິປັນຍາ ແລະຄວາມຮູ້ຄວາມສາມາດຂອງ ຕົນເຂົ້າໃນ ວຽກງານ ວິຊາສະເພາະ ເພື່ອເຮັດ ຫລ້ອນໜ້າທີ່ອັນມີກຽດສົມກັບເປັນກະບອກສຽງຂອງພັກ-ລັດ.