ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນພາລະກິດຂອງພັກ, ເປັນຫນ້າທີ່ບຸລິມະສິດຂອງລັດ ແລະ ທົ່ວປວງຊົນ ! ຊົມເຊີຍການສະເຫລີມສະຫລອງນະຄອນຫລວງວຽງຈັນ ຄົບຮອບ 450 ປີ ທ່ີຍິ່ງໃຫຍ່ຢ່າງສຸດໃຈ ! ເຊີດຊູບົດບາດ ແລະ ຄວາມເປັນແບບຢ່າງນຳໜ້າ ຂອງພັກຢ່າງແຂງແຮງ ! ເສີມຂະຫຍາຍມູນເຊື້ອຮັກຊາດ,ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຂອງທົ່ວປວງຊົນລາວທັງຊາດເພື່ອແກ້ໄຂຄວາມທຸກຍາກ ແລະ ນຳເອົາປະເທດເຮົາ ໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ. ທຸກສີ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນ, ເພື່ອຄວາມຈະເລີນວັດທະນາ ຂອງປະເທດຊາດ. ຂຸດຄົ້ນກຳລັງແຮງພາຍໃນຢ່າງແຂງແຮງ ສົມທົບກັບການຍາດແຍ່ງເອົາກຳລັງແຮງຂອງຍຸກສະໄໝ, ຕັ້ງໜ້າ ແລະ ເປັນເຈົ້າການເຂົ້າຮ່ວມໃນການເຊື່ອມໂຍງສາກົນ. ເຊີດຊູຄວາມມີສະຕິລະວັງຕົວ, ເດັດດ່ຽວປົກປັກຮັກສາປະເທດຊາດ ແລະ ລະບອບໃໝ່ໄວ້ຢ່າງໝັ້ນຄົງ. 1. ຕ້ອງບຸກທະລຸ ໃຫ້ໄດ້ທາງດ້ານຈິນ ຕະນາການ ໂດຍການ ປົດປ່ອຍ , ແກ້ໄຂ ທັດສະນະແນວຄິດແບບຄຳພີ , ຮັກສາເດີມ , ຂີ້ຄ້ານມັກງ່າຍ , ຊ້າຍຈັດຂວາໂພດ . 2. ຕ້ອງບຸກທະລຸຢ່າງແຂງແຮງດ້ານການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະດ້ານການກໍ່ສ້າງ ແລະ ບຳລຸງຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆ ຂອງພະນັກງານ ໃຫ້ສົມຄູ່ກັບ ຄວາມຮຽກຮ້ອງຕ້ອງ ການຂອງການພັດທະນາ . 3. ຕ້ອງບຸກທະລຸໃນດ້ານການແກ້ໄຂລະບອບລະບຽບການບໍລິຫານ ຄຸ້ມຄອງທີ່ຍັງ ກົດຫນ່ວງອັດຕັນການຂະຫຍາຍຕົວຂອງການຜະລິດທຸລະກິດ ແລະ ການບໍລິການໃຫ້ຕົກໄປ ຢ່າງຂາດຕົວ. 4. ຕ້ອງບຸກທະລຸໃນດ້ານການແກ້ ໄຂ ຄວາມທຸກຍາກຂອງປະຊາຊົນ ໂດຍການຂຸດຄົ້ນ ແຫລ່ງທຶນຕ່າງໆ ແລະ ໂດຍນະໂຍບາຍສົ່ງເສີມເປັນພິເສດ , ສ້າງພື້ນຖານໂຄງ ລ່າງທາງດ້ານ ເສດຖະກິດ-ສັງຄົມຢ່າງມີຈຸດສຸມ ເພື່ອເປັນກຳລັງແຮງ ຊຸກດັນໃຫ້ການພັດທະນາໃນ ຂົງເຂດ ອື່ນໆ ຢ່າງແຂງແຮງ.
ວັນທີ 29 ມີນາ 2012, ທີ່ໂຮງໝໍມິດຕະພາບ, ຄະນະສະມາຄົມຝຣັ່ງ-ລາວ ຈະມອບອຸປະກອນການປິ່ນປົວພະຍາດຫົວໃຈໃຫ້ໂຮງໝໍມິດຕະພາບ.

ຮອງນາຍົກລັດຖະມົນຕີ ເນັ້ນໃຫນັກຮຽນປະຖົມສືບຕໍ່ຫຼໍ່ຫຼອມຕົນເພື່ອຄວາມກ້າວໜ້າ

*ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວໃນ ການສາທິດພິທີມອບ ໃບປະກາສະນີຍະບັດຈົບຊັ້ນປະຖົມ ສຶກສາ ແລະ ໃບຍ້ອງຍໍນັກຮຽນເກັ່ງຂັ້ນ ປ 5 ທົ່ວນະຄອນຫລວງວຽງຈັນວ່າ: “ ປະເທດຊາດຈະເດີນກ້າວຫນ້າໄປ ສູ່ຄວາມຈະເລີນພັດທະນາ ໄດ້ ຢ່າງຫມັ້ນທ່ຽງນັ້ນ ກໍຕ້ອງ ອາໄສຄວາມສາມັກຄີເປັນຈິດຫນຶ່ງໃຈດຽວກັນ , ຄວາມຮູ້ສະຕິປັນຍາ ແລະ ຄວາມສາມາດຂອງປະຊາຊົນລາວ .

ພິທີຫລໍ່ຍອດຊໍ່ຟ້າ ຫໍຫລັກເມືອງ

*(ຂປລ) ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ
ຈັດພິທີຫລໍ່ຍອດຊໍ່ຟ້າ ຫໍຫລັກເມືອງ ໃນວັນທີ 02 ເມສາ 2012 ທີ່
ບໍລິສັດພິພິຕະພັນສິນ ບ້ານຈອມມະນີ ເມືອງໄຊເສດຖາ, ນະຄອນ
ຫລວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ອາຊາງ
ລາວລີ, ຮອງນາຍົກລັດຖະມົນຕີ,

ຮອງນາຍົກລັດຖະມົນຕີເນັ້ນໃຫ້ ແຂວງຫຼວງພະບາງເອົາສຸມໃສ່ 4 ​ບຸກທະລຸ
ຕາມມະຕິ 9 ​ຂອງພັກ

*(ຂປລ): ໃນໂອກາດ ທີ່ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາ
ຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ ໄດ້ເຄື່ອນໄຫວເຮັດ
ວຽກຢູ່ບັນດາແຂວງ ພາກເໜືອຂອງລາວ​, ​ ໃນວັນທີ 2 ເມສາ 2012
ນີ້ທີ່ຫ້ອງຮັບແຂກ ຂອງແຂວງ ທ່ານກໍໄດ້ ເຂົ້າພົບປະ ແລະ ເຮັດ
ວຽກກັບການນຳແຂວງ ຫຼວງພະບາງ

ລັດຖະບານ ວາງຍຸດທະສາດພັດທະນາພະລັງງານທົດແທນ

*(ຂປລ): ລັດຖະບານ ແຫ່ງ ສປປ ລາວ ໄດ້ຖືເອົາການສົ່ງເສີມ ແລະ ພັດທະນາພະລັງງານທົດ
ແທນ ເປັນໜຶ່ງໃນນະໂຍບາຍບູລິມະສິດ ເພື່ອເຮັດໃຫ້ການ ສະໜອງພະລັງງານ ມີຄວາມໝັ້ນ
ຄົງ ແລະ ເພື່ອຊ່ວຍໜູນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງານຫລຸດ
ຜ່ອນຄວາມທຸກຍາກແຫ່ງຊາດ ໂດຍໃຫ້ການສະໜັບສະໜູນແກ່ນັກທຸລະກິດທັງພາຍໃນ
ແລະ ຕ່າງປະເທດ

ປະກອບ​ຄຳ​ເຫັນໃສ່​ຮ່າງ​ກົດໝາຍ​ການ​ທຸລະ​ກຳ​ທາງ​ເອ​ເລັກ​ໂຕຣນິກ

*(ຂປລ): ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແລະ ອົງການ
​ ລູນາລາ​ວ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ແບບ​ເປີດ​ກ້ວາງ​ປະກອບ
​ ຄຳ​ຄິດ​ຄຳ​ເຫັນ​ ກ່ຽວ​ ກັບ​ຮ່າງ​ກົດໝາຍ​ການ​ທຸລະ​ກຳ​ທາງ​ເອ​ເລັກ
​ ໂຕຣ​ນິກ ​ໃນ​ວັນ​ທີ 2 ​ເມສາ 2012 ຢູ່​ທີ່​ໂຮງ​ແຮມ​ດອນ​ຈັນ​ພລາ​ເລດ
​ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ຫຸມພັນ ອິນ​ທະຣາດ,

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ
ສະພາປະສານງານອາຊຽນ ຄັ້ງທີ 10

(ຂປລ): ທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ
ການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະສານງານອາ
ຊຽນ ຄັ້ງທີ 10, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 7, ແລະ
ກອງປະຊຸມລັດ ຖະມົນຕີການຕ່າງປະເທດອາຊຽນ ເຊິ່ງໄດ້ຈັດຂຶ້ນໃນວັນທີ 2 ເມສາ 2012
ທີ່ພະນົມເປັນ, ກຳປູເຈຍ.

ຜົນ​ການ​ກວດກາ ​ແລະ ສ້ອມ​ແປງ​ ຫລັກ​ໝາຍ​ຊາຍ​ແດນ​ ລາວ-ມຽນມາ

*(ຂປລ): ກອງ​ປະຊຸມ​ສະຫລຸບ​ຜົນ​ການ​ກວດກາ ​ແລະ ສ້ອມ​ແປງ​ ຫລັກ​ໝາຍ​ຊາຍ​ແດນ​ ລາວ​-ມຽນມາ ຕາມ​ລຳ​ແມ່ນ້ຳ​ຂອງ ຈັດ​ຂຶ້ນ ​ໃນ​ວັນ​ທີ 27 ມີນາ 2012 ທີ່​ເມືອງ​ຕົ້ນ​ເຜິ້ງ ​​ແຂວງ​ບໍ່​ແກ້ວ ​ໂດຍ​ການ ​ເປັນ​ປະທານ​ຮ່ວມ​ຂອງ ທ່ານ ບຸນ​ສີ ວົງ​ບົວ​ສີ, ຮອງ​ຫົວໜ້າ​ຫ້ອງການ ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ,

ອອປສ ລະນຶກ​ມູນ​ເຊື້ອປະຫວັດສາດ​ສຳຄັນຂອງຊາດ

*(ຂປລ): ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້​ຈັດ​ໃຫ້​ມີ​ການ​ລະນຶກເຖິງມູນ​ເຊື້ອ​ ວັນ​ສຳຄັນ​ຂອງ​ຊາດ​ລາວ ​ຄື: ວັນສ້າງຕັ້ງພັກ​ປະຊາຊົນ ປະຕິວັດ​ລາວ ​ຄົບຮອບ 57 ປີ (22/3/1955-/3/2012 ແລະ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 51 ປີ (5/04/1961-5/04/2012) ຂຶ້ນໃນວັນ 3 ເມສາ 2012

ສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍຊົນລະປະທານ

*(ຂປລ): ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດ ກອງປະຊຸມ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າ ດ້ວຍຊົນລະປະ ທານ ຮອບສຸດທ້າຍ ໃນວັນທີ 03 ເມສາ 2012 ນີ້ ທີ່ກົມຊົນລະ ປະທານ ພາຍຫລັງທີ່ ໄດ້ລະດົມຄວາມຄິດເຫັນຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນ 10 ຄັ້ງຜ່ານມາ

ສ້າງຂະບວນການຫລຸດຜ່ອນອຸບັດເຫດປີໃໝ່ລາວ

*(ຂປລ): ບໍລິສັດລາວໂທລະຄົມ ຮ່ວມກັບກົມໃຫຍ່ຕຳຫລວດ ກະ
ຊວງປ້ອງກັນຄວາມສະຫງົບ ໄດ້ເປີດພິທີການໂຄສະນາ-ເຜີຍແຜ່
ປູກຈິດສຳນຶກໃຫ້ແກ່ຜູ້ ຂັບຂີ່ປອດໄພ ຕາມທ້ອງຖະໜົນໃນໄລຍະ
ປີໃໝ່ລາວ ພສ. 2555 ຈະມາເຖິງນີ້ ດ້ວຍການຈັດກິດຈະກຳ ແຈກ
ຢາຍສິ່ງພິມ ແລະ ໂຄສະນາປະຊາສຳພັນ

ສາລະວັນ - ອຸບົນລາດຊະທານີ ຫາລືການຮັກສາຄວາມສະຫງົບຕາມ
ຊາຍແດນລາວ-​ໄທ

(ຂປລ):ໃນລະຫ່ວາງວັນທີ 29-30 ມີນາ 2012​ ນີ້ ແຂວງສາລະ
ວັນ ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືດ້ານຄວາມ
ສະຫງົບ ລາວ -​ ໄທ ຢູ່ທີ່ຫ້ອງ ປະຊຸມ ສະໂມສອນໃຫ່ຍຂອງ
ແຂວງ.​ ຝ່າຍລາວນຳໂດຍ ທ່ານ ຄຳບຸ່ນ ດ້ວງປັນຍາ ເຈົ້າແຂວງ
ສາລະວັນ ທັງເປັນປະທານຄະນະກຳມະການ ຮ່ວມມືຮັກສາ

ແຂ່ງຂັນ​ກ໊ອຟ ຊິງ​ຂັນ​ນາຍົກລັດຖະມົນຕີ 

*(ຂປລ) ເພື່ອ​ເປັນ​ການ​ສ້າງ​ຂະ​ບວນການຄຳນັບ​ຮັບ​ຕ້ອນ​ ກອງ​ ປະຊຸມ​ໃຫຍ່ ຄັ້ງທີ II ຂອງ​ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ລັດຖະບານ ທີ່​ຈະ​ຈັດ​ຂຶ້ນ​ ໃນໝໍ່ໆນີ້ ພ້ອມ​ທັງ​ສ້າງ​ບັນຍາກາດ​ສົ່ງ​ທ້າຍ​ປີ​ເກົ່າ- ຕ້ອນຮັບ​ປີ​ໃໝ່ສາກົນ 2012, ຫ້ອງ​ວ່າການ​ລັດຖະບານ ຈຶ່ງ​ໄດ້​ຈັດ ການ​ແຂ່ງຂັນ​ກ໊ອຟ ຊິງ​ຂັນ​ນາຍົກລັດຖະມົນຕີ​

ກິລາ​ແລ່ນ ​- ລານ ​ແຂ່ງຂັນ ​ແລະ​ຊີງ​ຫລຽນ​​ 12 ລາຍການ

(ຂປລ): ສະຫະພັນ ​ແລ່ນ-ລານ ​ໃນ​ງານ​ມະຫາ​ກຳກິ​ລາ​ແຫ່ງ​ຊາດ ​​ຄັ້ງທີ IX ຫລື​ໄກ່​ຜູ້​ໂອກ​ເກ​ມ ​ໃນ​ວັນ​ທີ 18 ທັນວາ 2011 ທີ່ ສະ ໜາມກິລາ​​ແຂວງ ​ນາ​ຫລວງ ​ໄດ້​ລົງ​ແຂ່ງຂັນ ​ແລະ ຊີງ​ໄຊ 12 ລາຍ ການ ​​​​​​​​​​​​​​​​: ລາຍການ ​ເຕັ້ນ 3 ກ້າວ​ຍິງທີ1

ມື້​ສຸດ​ທ້າຍ​ຂອງ​ການ​ແຂ່ງຂັນ​ມະຫາ​ກຳ​ກິລາ ​ແຫ່ງ​ຊາດ​ຄັ້ງທີ IX​ ແຂ່ງຂັນ
12 ປະ​ເພດ​ກິລາ

(ຂປລ):ການ​ແຂ່ງຂັນມະຫາ​ກຳ ກິລາ​ແຫ່ງ​ຊາດ​ຄັ້ງທີ IX ​ ​ວັນ​ທີ 20 ທັນວາ 2011 ​ເປັນ​ມື້​ສຸດ​ທ້າຍ ​ຂອງ​ງານ ມີ​ການ​ແຂ່ງຂັນ 12 ປະ​ເພດ​ກິລາຊີງ​ໄຊ 30 ຫລຽນ​ຄຳ ກິລາ​ເຕະບານ ​ເປັນ​ກິລາ​ປະ​ ເພ​ດຍອດ​ນິຍົມ​ຂອງ​ມວນ​ຊົນ​ລາວ​ທັງ​ຊາດ, ​ໃນ​ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ ທີ IX ​ແຂວງ​ ຫລວງ​ພະ​ບາງ​ໄດ້​ຮັບ​ກຽດ ​ເປັນ​ເຈົ້າພາບ​ນັ້ນ ​ໃນ​ມື້​ຊີງ​ຊະ​ເລີດ ທີ​ມ​ເຈົ້າພາບ ​ແຂວງຫລວງ​ພະ​ບາງ ພົບ​ນະຄອນຫລວງ​ວຽງ​ຈັນ ຜົນ​ການ​ແຂ່ງຂັນ ປະກົດ​ວ່າ ຫລຽນ​ຄຳ

ກິລາບານ​ສົ່ງ​ໃນ​ຮົ່ມ ຍິງ-ຊາຍ ກະຊວງ​ປ້ອງ​ກັນ​ປະ​ເທດ ຮວບ 2 ຫລຽນ​ຄຳ

(ຂປລ):ການ​ແຂ່ງຂັນ​ບານ​ສົ່ງ​ໃນ​ຮົ່ມ ຍິງ-ຊາຍ ​ໃນ​ງານ​ມະຫາ​ກຳ ກິ ລາ​ແຫ່ງ​ຊາດ ຄັ້ງ​ທີ IX ຫລື ​ “ ​ໄກ່ຜູ້​ໂອກ​​ເກ​ມ ” ​ໄດ້​ມີ​ການ​ແຂ່ງຂັນ​ ຮອບ​ຄັດ​ເລືອກ ມາ​ແຕ່​ວັນ​ທີ 10 ທັນວາ 2011 , ​ໄດ້​ສຳ​ເລັດ​ລົງ​ແລ້ວ ​ໃນ​ວັນ​ທີ 20 ທັນວາ 2011, ຊຶ່ງ​ຜູ້​ເຂົ້າຮ່ວມ​ຮອບ​ຊິງ​ຊະນະ​ເລີດ​ ແມ່ນ​ ການ​ພົບ​ປະກັນລະ​ຫວ່າງ ກະຊວງ​ປ້ອງ​ກັນ​ປະ​ເທດ

                                 


 


 
 
 


ຜູ້ເຂົ້າຊົມ
counter stats



ຂ່າວສານປະເທດລາວ(ຂປລ) -80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: (856-21)215402 ແຟັກ: 212446
ເວັບໄຊ ໂທ: 212444, E-mail: kplweb@yahoo.com